ອີ​ຣານ ຢັ້ງ​ຢືນ​ຄື​ນເປົ້າ​ໝາຍ ສັນ​ຕິ​ພາບ​ຂອງ ໂຄງ​ການ​ນິວ​ເຄຼຍ

(VOVWORLD) -ໃນອາທິດກ່ອນ, ອີຣານ ໄດ້ປະກາດຈະກັບຄືນໂຕະເຈລະຈາ ແຜນການເຄື່ອນໄຫວຮ່ວມ ຢ່າງຮອບດ້ານ (JCPOA) ໃນເດືອນພະຈິກນີ້ ພາຍຫຼັງການເຈລະຈາຮອບທີ 6 ຊຶ່ງຖືກຢຸດສະງັກແຕ່ເດືອນ ມິຖຸນາ ມາຮອດປັດຈຸບັນ.
ອີ​ຣານ ຢັ້ງ​ຢືນ​ຄື​ນເປົ້າ​ໝາຍ ສັນ​ຕິ​ພາບ​ຂອງ ໂຄງ​ການ​ນິວ​ເຄຼຍ - ảnh 1 ທ່ານໂຄສົກກະຊວງການຕ່າງປະເທດ ອີີີຣານ Saeed Khatibzadeh  (ພາບ: TTXVN)

ໃນຖະແຫຼງການຫຼ້າສຸດ ເພື່ອວັນທີ 1 ພະຈິກ, ອີຣານໄດ້ຢັ້ງຢືນວ່າ ໂຄງການນິວເຄຼຍຂອງ ປະເທດນີ້ ຈະຮັບໃຊ້ເປົ້າໝາຍສັນຕິພາບ. ທ່ານໂຄສົກກະຊວງການຕ່າງປະເທດ ອີີີຣານ Saeed Khatibzadeh ໄດ້ຢັ້ງຢືນ ບັນດາການເຄື່ອນໄຫວເສີມທາດ ຢູລານຽນ ຂອງ ອີຣານ ທີ່ຍັງຄົງຕົວແຕ່ດົນນານມາແລ້ວ ແລະ ຍັງຄົງຮັບໃຊ້ໃຫ້ແກ່ເປົ້າໝາຍສັນຕິພາບ ແລະ ພົນລະເຮືອນ, ລະອຽດແມ່ນຂະແໜງສາທາລະນະສຸກ. ທ່ານ Khatibzadeh ໄດ້ເນັ້ນໜັກວ່າ ທັດສະນະຂອງ ບັນດາປະເທດຝ່າຍຕາເວັນຕົກ ແມ່ນບໍ່ເໝາະສົມກັບຕົວຈິງ ແລະ ສິ່ງນັ້ນ ຈະບໍ່ນຳມາເຊິ່ງໝາກຜົນທີ່ມີລັກສະນະສ້າງສັນ.

ໃນອາທິດກ່ອນ, ອີຣານ ໄດ້ປະກາດຈະກັບຄືນໂຕະເຈລະຈາ ແຜນການເຄື່ອນໄຫວຮ່ວມ ຢ່າງຮອບດ້ານ (JCPOA) ໃນເດືອນພະຈິກນີ້ ພາຍຫຼັງການເຈລະຈາຮອບທີ 6 ຊຶ່ງຖືກຢຸດສະງັກແຕ່ເດືອນ ມິຖຸນາ ມາຮອດປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ