ທົ່ວປະເທດມຸ່ງໄປສູ່ປະຊາຊົນພາກກາງປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

ທົ່ວປະເທດມຸ່ງໄປສູ່ປະຊາຊົນພາກກາງປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ປຸກລະດົມການບໍລິ
ຈາກ​ສະໜັບສະໜູນ​ພໍ່​ແມ່​ປະຊາຊົນ​ພາກ​ກາງຖືກ​ນ້ຳ​ແກ່ງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 18/10 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ປຸກລະດົມການ​ບໍລິຈາກ​ສະໜັບສະໜູນ​ພໍ່​​ແມ່​ປະຊາຊົນ​ບັນດາ​ແຂວງ​ພາກ​ກາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ ​ໃນ​ຊຸມ​ວັນ​ຜ່ານ​ມາ, ພະຍຸ​ນ້ຳ​ແກ່ງ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງກ່ຽວ​ກັບ​ຄົນ ​ແລະ ຊັບ​ສິນ​ຂອງ​ພໍ່​ແມ່​ປະຊາຊົນ​ພາກ​ກາງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງບັນດາ​ອົງການ, ​ສ່ວມບຸກຄົນ​ສະໜັບສະໜູນ​ພໍ່​ແມ່​ປະຊາຊົນ​ພາກ​ກາງ​ທີ່ຖືກ​​ເສຍ​ຫາຍ​ຢ່າງ​ ໜັກໜ່ວງ​ຈາກ​ພະຍຸ​ນ້ຳ​ແກ່ງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ:

        “​ໃນ​ນາມລັດຖະບານ, ຂ້າພະ​ເຈົ້າ​ສະ​ເໜີ​ບັນດາ​ອົງການສຳ​ນັກງານ, ສ່ວນບຸກຄົນແລະ ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ​ເພື່ອ​ພໍ່​ແມ່​ປະຊາຊົນ​ເລືອດ​ເນື້ອ​ເຊື້ອ​ດຽວ, ​ແບ່ງປັນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃນ​ບັນດາ​ເຂດ​ຖືກ​​ເສຍ​ຫາຍ. ຂ້າພະ​ເຈົ້າ​ສະ​ເໜີ​ທຸກ​ຄົນ, ທຸກ​ອົງການ​ສຳນັກງານ​ປະກອບ​ດ້ວຍ​ຄວາມ​ເມດ​ຕາຂອງຕົນເພື່ອ​ໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນ​ພວກ​ເຮົາ​ທີ່ພວມ​ປະສົບ​ກັບ​ຄວາມ​ຫຍ​ຸ້ງຍາກ.”

ທົ່ວປະເທດມຸ່ງໄປສູ່ປະຊາຊົນພາກກາງປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ - ảnh 2

(ທ່ານ ຫງວຽນ​ເທ໋ກີ, ຜູ້ອຳນວຍການ​ໃຫຍ່ VOV
ປຸກລະດົມການ​ບໍລິຈາກ ​ແລະ ສະໜັບສະໜູນ“​ເພື່ອ​ພາກ​ກາງ​ທີ່​ແສນ​ຮັກ“)


          ​ແລະ ກໍ່​ໃນ​ຕອນ​ຕອນ​ເຊົ້າ​ວັນ​ທີ 18/10, ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ 58 ກວ໋ານຊື໋, ຮ່າ​ໂນ້ຍ, ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV)  ​ໄດ້​ຈັດ​ຕັ້ງ​ພິທີ​ປຸກລະດົມການ​ບໍລິຈາກ ​ແລະ ສະໜັບສະໜູນ“​ເພື່ອ​ພາກ​ກາງ​ທີ່​ແສນ​ຮັກ“. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ຫງວຽນ​ເທ໋ກີ, ຜູ້ອຳນວຍການ​ໃຫຍ່ VOV ສະ​ເໜີ​ບັນດາ​ຫົວໜ່ວຍ​ຂອງ VOV ສືບ​ຕໍ່​ປຸກລະດົມ​ພະນັກງານ, ລັດຖະກອນ​ສະໜັບສະໜູນ, ຊ່ວຍ​ເຫຼືອພໍ່​ແມ່​ປະຊາຊົນ​ພາກ​ກາງ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ນຳ້​ຖ້ວມ. ທ່ານ ​ເນັ້ນ​ໜັກ​ວ່າ:

        “ພ້ອມ​ກັບ​ແຫຼ່ງກຳລັງ​ຂອງ​ລັດ, ​ປະຈຸ​ບັນແຫຼ່ງກຳລັງ​ຂອງ​ສັງຄົມກໍ່​ມີ​ຄວາມ​ສຳຄັນ​ທີ່​ສຸດ. ພວກ​ເຮົາ​ແມ່ນ​ບັນດາ​ຜູ້​ທີ່​ເຮັດ​ວຽກ​ງານ​ສື່​ມວນ​ຊົນ, ກ່ອນ​ອື່ນ​ໝົດ​ຕ້ອງ​ມີ​ສະຕິ​ຢ່າງ​ເລິກ​ເຊິ່ງ ​ແລະ​ ມີຄວາມ​ເຫັນດີ​ເຫັນ​ພ້ອມ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ພາກ​ກາງ​ໃນ​ປະຈຸ​ບັນ“.

ທີ່ພິທິປຸກລະດົມ, ພະນັກງານ, ພາລະ​ກອນ, ລັດຖະກອນ VOV ​ແຕ່​ລະ​ຄົນ​ໄດ້​ບໍລິຈາກ​ເງິນ​ເດືອນຢ່າງ​ໜ້ອຍ​ສຸດ​ແມ່ນ 1 ວັນ​ເພື່ອສະໜັບ ສະໜູນ​ປະຊາຊົນ​ພາກ​ໃຕ້​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ​.

        ​ໃນ​ວັນ​ດຽວ​ກັນ, ມີ​ຫຼາຍທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ, ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າ​ງໆ ລ້ວນ​ແຕ່​ຈັດ​ຕັ້ງ​ພິທີ​ປຸກລະດົມ​ການ​ບໍລິຈາກ​ເງິນ ສະໜັບສະໜູນ​ປະຊາຊົນ​ຜູ້​ປະສົບ​ໄພ​ທຳ​ມະ​ຊາດ​ຢູ່​ພາກ​ກາງ​ເຊັ່ນ​ດຽວ​ກັນ.

 

 

ຂ່າວ/ບົດ​ອື່ນ