ທົ່ວປະເທດຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນພາກກາງຖືກເສຍຫາຍຍ້ອນຝົນຕົກ,ນ້ຳແກ່ງ

ທົ່ວປະເທດຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນພາກກາງຖືກເສຍຫາຍຍ້ອນຝົນຕົກ,ນ້ຳແກ່ງ - ảnh 1
(ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ໄດ້​​ໄປ​ຍັງ​ເຂດ​ຖືກ​ນ້ຳ​ແກ່ງ​
​ແຂວງກວາງ​ບິ່ງ ແລະ​ໄດ້ມອບ​ຂອງ​ຂວັນ)


(vovworld) - ເພື່ອ​ແນ​ໃສ່​ປຸກ​ລະ​ດົມ ແລະ ໜູນ​ຊ່ວຍ​ໃຫ້​ປະ​ຊ​າ​ຊົນ​ພວມ​ຖືກ​ຜົນ​ສະ​ທ້ອນ​ຍ້ອຝົນ​ຕົກ, ນ້ຳ​ແກ່ງ​, ຕອນ​ເຊົ້າ​ວັ​ນ​ທີ 19/10, ທ່ານ​ນາງ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ແລະ ຄະ​ນະ​ປະ​ຕິ​ບັດ​ງານໄດ້​​ໄປ​ຢ້ຽມ​ຢາມ 2 ເມືອ​ງ​ ​ເຮືອງ​ເຄ ແລະ ຫວູກວາງ, ແຂວງ​ຮ່າ​ຕິ້ງ. ນີ້​ແມ່ນ 2 ເມືອງ​ຖືກ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ຍ້ອນຝົນ​ຕົກ, ນ້ຳ​ແກ່ງ​ຖ້ວ​ມໄລ​ຍະ​ຜ່ານ​ມາ.

        ໃນ 2 ວັນ​ຜ່ານ​ມາ, ໄດ້​ມີ​ບັນ​ດາ​ສຳ​ນັກ​ງານ, ​ອົງ​ການ, ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ບໍ​ລິ​ຈາກ​ເງິນສະ​​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ເຂດ​ພາກ​ກາງ, ດ້ວຍ​ຈຳ​ນວນ​ເງິນ​ຂຶ້ນ​ເຖິງ 1,2 ຕື້​ດົ່ງ ຜ່ານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ.

        ວັນ​ທີ 18/10, ຄະ​ນະ​ກ​ູ້​ຊ່ວຍກອງ​ທຶນ​ເມດ​ຕາ, ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ໄດ້​​ໄປ​ຍັງ​ເຂດ​ຖືກ​ນ້ຳ​ແກ່ງ​ຢ່າງ​ຮ້າຍ​ແຮງ​ທີ່​ສຸ​ດ​​ຢູ່​ແຂວງກວາງ​ບິ່ງ ແລະ​ໄດ້ມອບ​ຂອງ​ຂວັນ 1.000 ພູດ​, ແຕ່​ລະ​ພູດ​ມີມ​ູນ​ຄ່າ 500.000 ດົ່ງໃຫ້​ບັນ​ດາ​ຄອບ​ຄົວ​ຖືກ​ຜົນ​ເສຍ​ຫາຍ​ຢ່າງ​ໜັ​ກ​ໜ່ວງ​ຈາກ​ຝົນ​ຕົກນ້ຳ​ແກ່ງ​ 2 ຄັ້ງ​ຜ່ານ​ມາ.

        ໃນ​ຂະ​ນະ​ນັ້ນ, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ການ​ຂົ​ນ​ຂວາຍ​ບໍ​ລິ​ຈາກ​ເງິນ, ສະ​ໜັບ​ສະ​ໜູນ​ຊາວ​ໜຸ່ມ​ເຍົ​າ​ວະ​ຊົນ ແລະ ປະ​ຊາ​ຊົນ​ບັນ​ດາ​ແຂວງ​ພາກ​ກາງ ຖືກ​ຜົນ​ເສຍ​ຫາຍ​ຍ້ອນ​ຝົນ​ຕົກ, ນ້ຳ​ແກ່ງ​ດ້ວຍ​ເງິນ​ສົດ ແລະ ຂອງ​ຂວັນ​ທີ່​ມີ​ມູນ​ຄ່າ​ກວ່າ 500 ລ້ານ​ດົ່ງ.

        ຄະ​ນະ​ຂົນ​ຂວາຍປະ​ຊາ​ຊົນ​ສູນ​ກາງ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ; ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​​ທ​້ອງ​ຖິ່ນ ກໍ່ລ້ວນ​ແຕ່​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ, ໜູນ​ຊ່ວຍ, ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ເຂດ​ຖືກ​ນ້ຳ​ແ​ກ່ງ​ຮັບ​ປະ​ກັນ​​ການ​ດຳ​ລົງ​ຊີ​ວິດ​ໃຫ້​ເປັນ​ປົກ​ກະ​ຕິ ແລະ ຟື້ນ​ຟູ​ການ​ຜະ​ລິດ​ໃຫ້​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ