ລຸງຫວູຫິວເລ- ນັກປະດິດສ້າງຂອງຊາວກະສິກອນ

(VOVWORLD) -ລຸງຫວູຫິວເລຜູ້ອຳນວຍການບໍລິສັດກົນຈັກແລະຕິດຕັ້ງກໍ່ສ້າງຮົ່ງຮ່າຈຳກັດທີ່ນະຄອນອຽນບ໊າຍແມ່ນໜຶ່ງໃນຈຳນວນ 6 ສ່ວນບຸກຄົນຫາກໍ່ໄດ້ຮັບການເຊີດຊູໃນລາຍການກຽດສະຫງ່າຫວຽດນາມປີ 2021 ດ້ວຍບັນດາຜົນງານທີ່ດີເດັ່ນໃນການອອກແຮງງານທຳການຜະລິດ; ລຸງມີຫົວຄິດປະດິດສ້າງກ້າຄິດກ້າທຳຍອມເສຍສະຫຼະປະກອບສ່ວນຢ່າງເໝາະສົມເຂົ້າໃນການພັດທະນາຂອງປະເທດຊາດ. ຢູ່ແຂວງອຽນບ໊າຍລຸງແມ່ນມີຜູ້ທີ່ມີຊື່ສຽງຍ້ອນຄວາມເມົາມົວຄົ້ນຄວ້າປະດິດສ້າງບັນດາເຄື່ອງຈັກ, ອຸປະກອບຮັບໃຊ້ການນຳເຄື່ອງກົນຈັກເຂົ້າໃນການຜະລິດກະສິກຳປ່າໄມ້.  
ລຸງຫວູຫິວເລ- ນັກປະດິດສ້າງຂອງຊາວກະສິກອນ - ảnh 1ລຸງຫວູຫິວເລ, ນັກວິສາວະກອນຂະແໜງກົນຈັກ

    ເຖິງວ່າປີນີ້ມີອາຍຸ 87 ປີແລ້ວກໍຕາມ, ແຕ່ລຸງຫວູຫິວເລ, ນັກວິສາວະກອນຂະແໜງກົນຈັກຍັງບໍ່ທັນໄດ້ພັກຜ່ອນລຸງໄດ້ສືບຕໍ່ອຸທິດສ່ວນກຳລັງເຫື່ອແຮງແລະພູມປັນຍາຂອງຕົນໃຫ້ແກ່ສັງຄົມ. ໂດຍໄດ້ພັກບຳນານນັບແຕ່ປີ 1990 ກໍ່ຕາມແຕ່ລຸງຍັງຝັກໃຝ່ຄວາມຫວັງເປີດໂຮງຈັກຜະລິດເຄື່ອງກົນຈັກສະເພາະຂອງຕົນ. ໃນເບື້ອງຕົ້ນລຸງມີເງິນພຽງ 1.000.000 ດົ່ງແລະລົດຈັກເກົ່າຄັນໜຶ່ງເພື່ອເປັນທຶນຮອນ, ລຸງໄດ້ຫຼໍ່ລ້ຽງຄວາມຫວັງສ້າງອາຊີບ ດ້ວຍການເກັບເຄື່ອງອຸປະກອບເກົ່າຄື ຈົກ, ຊວ້ານ... ມາຟື້ນຟູດັດສ້າງ, ແລ້ວກໍ່ນຳໄປຂາຍຕໍ່ ເພື່ອສະສົມທຶນຮອນຊື້ອຸປະກອນເຄື່ອງຈັກກໍ່ສ້າງໂຮງຈັກ. ເມື່ອໄດ້ມີພາຫະນະເຄື່ອງຈັກໃນໂຮງຈັກແລ້ວປີ 2008 ລຸງໄດ້ສ້າງບໍລິສັດຜະລິດເຄື່ອງກົກຈັກແລະຕິດຕັ້ງກໍ່ສ້າງຮົ່ງຮ່າຈຳກັດເຊິ່ງໄດ້ສຸມໃສ່ການຄົ້ນຄວ້າຜະລິດເຄື່ອງຈັກກະສິກຳ. ພາຍຫຼັງທີ່ໄດ້ຄົ້ນຄວ້າແລະທົດລອງເປັນເວລາສາມປີ, ລຸງໄດ້ປະດິດສ້າງເຄື່ອງຈັກປຸງແຕ່ງຊາຂະໜາດນ້ອຍໜ່ວຍໜຶ່ງຢ່າງສຳເລັດຜົນເຊິ່ງມີກຳລັງການຜະລິດແລະຄຸນນະພາບເທົ່າທຽມກັບເຄື່ອງຈັກນຳເຂົ້າຈາກຕ່າງປະເທດແຕ່ ລາຄາພັດຕ່ຳກ່ວາ ຫຼາຍແລະແທດເໝາະກັບການຜະລິດໃນຄອບຄົວ. ນັບແຕ່ນັ້ນເປັນຕົ້ນມາລຸງເລພ້ອມກັບເພື່ອນຮ່ວມງານໄດ້ປະດິດສ້າງເຄື່ອງຈັກຫຼາຍສິບໜ່ວຍ ເພື່ອຮັບໃຊ້ການປຸງແຕ່ງຜະລິດຕະພັນກະເສດແລະໄດ້ຮັບການປົກປ້ອງມີສິດຜູກຂາດຈາກກົມຊັບສິນທາງປັນຍາຂອງກະຊວງວິທະຍາສາດແລະເຕັກໂນໂລຊີຄື ເຄື່ອງຍ່ອງຊາ, ເຄື່ອງກັ່ນເຊື້ອນ້ຳມັນແຄ, ເຄື່ອງຮີດເສັ້ນລ້ອນ, ເຕົາອົບ... ລຸງເລ ເວົ້າວ່າ:

  “ຂ້າພະເຈົ້າໄດ້ກຳເນີດມາຈາກຊາວກະສິກອນດັ່ງນັ້ນຂ້າພະເຈົ້າມີຄວາມເຫັນອົກເຫັນໃຈກັບຊາວກະສິກອນ.ຂ້າພະເຈົ້າໄດ້ໄປບ້ານເຮັດເສັ້ນລ້ອນ ເຫັນຊາວບ້ານເຮັດແບບຫັດຖະກຳມີຄວາມລຳບາກທີ່ສຸດ ຈາກນັ້ນຂ້າພະເຈົ້າໄດ້ເກີດແນວຄວາມຄິດຜະລິດເຄື່ອງຮີດເສັ້ນລ້ອນໃຫ້ໄດ້ ເພື່ອຊ່ວຍພໍ່ແມ່ພີ່ນ້ອງຊາວກະສິກອນ. ໃນເບື້ອງຕົ້ນກໍ່ມີຄວາມຫຍຸ້ງຍາກພໍ່ສົມຄວນເພາະວ່າເຂົາເຈົ້າເຮັດດ້ວຍມືທີ່ໄດ້ລື້ງເຄີຍແລ້ວດັ່ງນັ້ນເມື່ອໃຊ້ເຄື່ອງຈັກກໍ່ຍັງບໍ່ທັນລື້ງເຄີຍ. ແຕ່ພາຍຫຼັງທີ່ໄດ້ລື້ງເຄີຍແລ້ວເຂົາເຈົ້າກໍ່ມັກທີ່ສຸດ”.

   ເຄື່ອງຈັກປະເພດຕ່າງໂດຍລຸງຫວູຫິວເລປະດິດສ້າງທີ່ໄດ້ຮັບຄວາມຊົມຊອບຈາກປະຊາຊົນນັ້ນນອກຈາກມີລາຄາຕ່ຳທົນທານສາມາດນຳໃຊ້ໄດ້ງ່າຍ, ສ້ອມແປງງ່າຍນັ້ນກໍ່ຍັງມີຈຸດພິເສດອື່ນໆອີກ ນັ້ນແມ່ນສຳລັບບັນດາຄອບຄົວທີ່ມີເສດຖະກິດຫຍຸ້ງຍາກລຸງກໍ່ຂາຍດ້ວຍຮູບແບບຈ່າຍເງິນຜ່ອນບໍ່ເອົາດອກເບ້ຍ. ອ້າຍ ດິງດຶກຕວ່ານ ຢູ່ນະຄອນອຽນບ໊າຍ ໃຫ້ຮູ້ວ່າ:

   “ເມື່ອກ່ອນນີ້ ຜົວເມຍຂ້າພະເຈົ້າກໍ່ເຮັດດ້ວຍມື, ສະມັດຕະພາບມື້ໜຶ່ງກໍ່ໄດ້ເຂົ້າສານປະມານ 50 ກິໂລກາມ. ເມື່ອຮູ້ຈັກວ່າລຸງເລປະດິດສ້າງເຄື່ອງເຮັດເຂົ້າຂຽບມີສະມັດຕະພາບສູງກວ່າ ທັງຊ່ວຍຫຼຸດຜ່ອນຊົ່ວໂມງອອກແຮງງານດັ່ງນັ້ນຂ້າພະເຈົ້າໄດ້ໄປຫາຊື້. ເມື່ອມີເຄື່ອງຈັກແລະສະມັດຕະພາບກໍ່ເພີ່ມຂຶ້ນດັ່ງນັ້ນສາມາດເປີດກວ້າງການຜະລິດອອກສູ່ຕະຫຼາດ, ເສດຖະກິດຄອບຄົວກໍ່ດີຂຶ້ນພໍສົມຄວນ”.

  ບັນດາເຄື່ອງຈັກໂດຍລຸງເລປະດິດສ້າງນັ້ນບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການໃນການຜະລິດຂອງພໍ່ແມ່ພີ່ນ້ອງໃນແຂວງອຽນບ໊ານເທົ່ານັ້ນຫາກຍັງຖືກສົ່ງໄປຂາຍໃນຫຼາຍແຂວງນະຄອນໃນທົ່ວປະເທດອີກດ້ວຍ. ສຳລັບລຸງເລແລ້ວການປະດິດສ້າງແມ່ນບໍ່ມີວັນທີ່ຈະເບື່ອໜ່າຍເພາະວ່ານັ້ນແມ່ນຄວາມເມົາມົວຊ່ວຍໃຫ້ລຸງມີພາຫະນະເຄື່ອງຈັກໃໝ່ຕື່ມອີກເພື່ອຮັບໃຊ້ຊາວກະສິກອນ. ດ້ວຍບັນດາຜົນງານຂອງຕົນໃນຊຸມປີທີ່ຜ່ານມາລຸງໄດ້ຮັບໃບຍ້ອງຍໍຫຼຽນໄຊແຮງງານຊັ້ນສາມແລະເມື່ອບໍ່ດົນມານີ້ ລຸງໄດ້ກາຍເປັນໜຶ່ງໃນຈຳນວນ 6ສ່ວນບຸກຄົນທີ່ດີເດັ່ນໄດ້ຮັບການເຊີດຊູໃນລາຍການກຽດສະຫງ່າຫວຽດນາມປີ 2021. ລຸງເລໃຫ້ຮູ້ວ່າລຸງຈະສືບຕໍ່ອຸທິດສ່ວນກຳລັງເຫື່ອແຮງຂອງຕົນໃຫ້ແກ່ສັງຄົມ ດ້ວຍຄວາມຫວັງຢາກໃຫ້ຊາວກະສິກອນຍູ້ແຮງການຜະລິດປົດປ່ອຍກຳລັງແຮງງານແລະຍົກສູງລາຍຮັບ.

ຕອບກັບ

ຂ່າວ/ບົດ​ອື່ນ