ອ້າຍ ລົກວັນຮຸຍ ຊາວເຜົ່າ ຫຼາຈີ໊ ປະຈັນບານ ເພື່ອວົງຄະນາຍາດ

(VOVWORLD) -ໃນມໍ່ໆມານີ້ ດ້ວຍຄວາມກະຕືລືລົ້ນ ຂະຫຍັນຂັນເຄື່ອນ ໃນບັນດາຂະບວນການຂອງໄວໜຸ່ມ. ອ້າຍ ລົກວັນຮຸຍ ຊາວເຜົ່າຫຼາຈີ໊  ເລຂາຄະນະຊາວໜຸ່ມເມືອງ ຊີນເມິ່ນ ແຂວງ ຮ່າຢາງ ໄດ້ກາຍເປັນແຫຼ່ງລະດົມກຳລັງໃຈ ໃຫ້ແກ່ບັນດາສະມາຊິກຊາວໜຸ່ມ ໄວໜຸ່ມຢູ່ທ້ອງຖິ່ນ ປະຕິບັດບັນດາກິດຈະກຳ ວຽກງງານທີ່ມີຄວາມໝາຍ ເພື່ອວົງຄະນາຍາດ
ອ້າຍ ລົກວັນຮຸຍ ຊາວເຜົ່າ ຫຼາຈີ໊ ປະຈັນບານ ເພື່ອວົງຄະນາຍາດ - ảnh 1ອ້າຍຮຸຍ(ສຸດເບື້ອງຊ້າຍ) ເຊື່ອມຕໍ່ລາຍການຊ່ວຍໜູນພໍ່ແມ່ພີນ້ອງຜູ້ທຸກຍາກໃນຍາມເກີດໂລກລະບາດ

ໂດຍໄດ້ເຂົ້າຮ່ວມວຽກງານຊາວໜຸ່ມ ຄອມມູນິດໂຮ່ຈີມິນ ນັບແຕ່ປີ 2011 ຂະນະທີ່ແມ່ນພະນັກງານຄະນະຊາວໜຸ່ມຕາແສງ ປ່າໄວສູ ເມືອງ ຊີນເມິ່ນ, ອ້າຍ ລົກວັນຮຸຍ ພ້ອມກັບສະມາຊິກຊາວໜຸ່ມຕາແສງ ໄດ້ດຳເນີນບັນດາການເຄື່ອນໄຫວ ຊ່ວຍໜູນສັງຄົມຄື ຈັດບຸນເຕັດແຫ່ງຄວາມອົບອຸ່ນ ໃຫ້ແກ່ພວກຫຼານນ້ອຍ, ການເຄື່ອນໄຫວລະດູໜາວແຫ່ງຄວາມຮັກແພງ; ປຸກລະດົມການອອກແຮງງານ ນັບຮ້ອຍວັນໂດຍອາສາສະໝັກ ເພື່ອສ້ອມແປງທາງຄົມມະນາຄົມ; ເຊື່ອມຕໍ່ການກໍ່ສ້າງໂຮງຮຽນປະຖົມແຫ່ງໜຶ່ງ; ຈັດຕັ້ງບັນດາກິດຈະກຳ ອາສາສະໝັກ, ມອບຂອງຂວັນນັບ 100 ພູດ ໃຫ້ແກ່ພໍ່ແມ່ພີ່ນ້ອງນັກຮຽນທີ່ທຸກຍາກ. ໄລຍະຕໍ່ມາອ້າຍໄດ້ເປັນ ຮອງເລຂາຄະນະຊາວໜຸ່ມ ເມືອງ ຊີນເມິ່ນ, ປະທານສະຫະພັນຊາວໜຸ່ມເມືອງ, ແລ້ວກໍ່ກາຍເປັນເລຂາຄະນະຊາວໜຸ່ມເມືອງ ຊີນເມິ່ນ, ອ້າຍ ຮຸຍເອງ ໄດ້ເຊື່ອມຕໍ່ການກໍ່ສ້າງໂຮງຮຽນອະນຸບານ, ປະຖົມ 4 ແຫ່ງ, ສ້າງຕູ້ປຶ້ມອະນຸຊົນ 20 ຕູ້; ຈັດຕັ້ງກິດຈະກຳຊ່ວຍໜູນສັງຄົມ 20 ກິດຈະກຳ ເພື່ອວົງຄະນາຍາດຢູ່ບັນດາໝູ່ບ້ານປະສົບຄວາມຫຍຸ້ງຍາກ. ອ້າຍ ຮຸຍ ເປີດເຜີຍວ່າ:

      “ນັບແຕ່ເວລາຮຽນຢູ່ມະຫາວິທະຍາໄລ ວັດທະນະທຳ ຮ່າໂນ້ຍ, ຂ້າພະເຈົ້າມີຄວາມຫວັງຢາກໄດ້ອຸທິດສ່ວນກຳລັງ ເຫື່ອແຮງຂອງຕົນເຂົ້າໃນບັນດາການເຄື່ອນໄຫວຊ່ວຍໜູນສັງຄົມ. ເມື່ອກັບຄືນທ້ອງຖິ່ນ, ເຮົາໄດ້ມີບັນດາແນວຄວາມຄິດເຄື່ອນໄຫວ ຕິດພັນກັບພຶດຕິກຳຕົວຈິງຢູ່ທ້ອງຖິ່ນ, ຍ້ອນວ່າທ້ອງຖິ່ນຂ້າພະເຈົ້າ ຍັງປະສົບກັບຄວາມຫຍຸ້ງຍາກຂາດເຂິນຫຼາຍຢ່າງ ກ່ຽວກັບພື້ນຖານວັດຖຸ ພິເສດແມ່ນເຮືອນຢູ່ໃຫ້ແກ່ຜູ້ທຸກຍາກ, ຂົວຮັບໃຊ້ການໄປມາໃຫ້ແກ່ປະຊາຊົນ. ດັ່ງນັ້ນຂ້າພະເຈົ້າຈຶ່ງໄດ້ມີແນວຄວາມຄິດກໍ່ສ້າງບັນດາກິດຈະກຳຊາວໜຸ່ມ ຕິດພັນກັບການຊ່ວຍໜູນສັງຄົມ ເພື່ອການດຳລົງຊີວິດຂອງວົງຄະນາຍາດ”.

      ຍ້ອນຄະນະຊາວໜຸ່ມ ເມືອງ ຊີນເມິ່ນ ເຊື່ອມຕໍ່, ຮຽກຮ້ອງການຊ່ວຍໜູນກໍ່ສ້າງຂົວ  ຮັບໃຊ້ການໄປມາໃຫ້ແກ່ປະຊາຊົນ, ຊາວທ້ອງຖິ່ນກໍ່ໄດ້ມີຂົວໄປມາຢ່າງປອດໄພ ໃນຍາມເກີດພະຍຸນ້ຳຖ້ວມ. ນີ້ພຽງແຕ່ແມ່ນໜຶ່ງໃນບັນດາກິດຈະກຳທີ່ແທດຈິງ ສະຫງວນໃຫ້ແກ່ປະຊາຊົນຂອງໄວໜຸ່ມ ຊີນເມິ່ນ, ໃນນັ້ນມີການປະກອບສ່ວນບໍ່ໜ້ອຍຂອງອ້າຍ ລົກວັນຮຸຍ. ອ້າຍ ວ່າງວັນຕື ຢູ່ບ້ານ ຕົ່ງຕ່າວ  ຕາແສງ ກົງເຣ໊ ເມືອງ ຊີນເມິ່ນ ເລົ່າສູ່ຟັງວ່າ:

       “ເມື່ອກ່ອນນີ້ ຍັງບໍ່ທັນມີຂົວແຫ່ງນີ້, ພໍ່ແມ່ພີ່ນ້ອງໄປມາ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.ພວກຫຼານນັກຮຽນໄປໂຮງຮຽນ, ພໍ່ແມ່ກໍ່ຕ້ອງອູ້ມຂ້າມຫ້ວຍ ລຳບາກທີ່ສຸດ. ປັດຈຸບັນໄດ້ມີຂົວແຫ່ງນີ້ແລ້ວ ລົດຍົນຍານພາຫະນະໄປມາຢ່າງສະດວກສະບາຍ ບໍ່ຫຍຸ້ງຍາກຄືເມື່ອກ່ອນນີ້ອີກແລ້ວ”.

      ໂດຍຕອບສະໜອງຂະບວນການບໍລິຈາກເລືອດ ເພື່ອກອບກູ້ເອົາຊີວິດມະນຸດ, ອ້າຍ ຮຸຍ ໄດ້ສ້າງຕັ້ງສະໂມສອນທະນາຄານເລືອດ ເມືອງ ຊີນເມິ່ນ ອັນໄດ້ດຶງດູດການເຂົ້າຮ່ວມບໍລະຈາກເລືອດ ຂອງສະມາຊິກຊາວໜຸ່ມ ໄວໜຸ່ມ ເປັນຈຳນວນຫຼວງຫຼາຍ. ອ້າຍ ຮຸຍ ຍັງເປັນເສນາທິການ ໃຫ້ແກ່ການສ້າງຕັ້ງສະພາເດັກນ້ອຍຢູ່ທ້ອງຖິ່ນ ປະກອບສ່ວນແທດຈິງເຂົ້າໃນການເບິ່ງແຍງເດັກນ້ອຍ. ບັນດາວຽກງານຂອງອ້າຍ ຮຸຍ ໄດ້ຮັບຄວາມເຄົາລົບ ແລະ ນິຍົມນັບຖືຈາກເພື່ອນຮ່ວມອາຊີບ. ອ້າຍ ແທ່ນວັນງຽມ ຮອງເລຂາຄະນະຊາວໜຸ່ມເມືອງ ຊີນເມິ່ນ ໃຫ້ຮູ້ວ່າ:

      “ອ້າຍ ຮຸຍ ແມ່ນຜູ້ມີຄວາມກະຕືລືລົ້ນ ມີກຳລັງຄວາມສາມາດ ເພື່ອເຕົ້າໂຮມກໍ່ຄື ເຊື່ອມຕໍ່ການສ້າງບັນດາກິດຈະກຳ. ເມື່ອດຳລົງຕຳແໜ່ງເປັນເລຂາຄະນະຊາວໜຸ່ມເມືອງ ເປັນເວລາເກືອບສອງປີ ອ້າຍ ຮຸຍ ໄດ້ປະຕິບັດຫຼາຍກິດຈະກຳ ໃຫ້ແກ່ພໍ່ແມ່ພີ່ນ້ອງຊາວທ້ອງຖິ່ນ ກໍ່ຄືການກໍ່ສ້າງໂຮງຮຽນຫຼາຍແຫ່ງໃຫ້ແກ່ພວກນ້ອງນັກຮຽນ.  ອ້າຍ ຮຸຍ ໄດ້ຮັບຄວາມຮັກແພງ ຈາກພໍ່ແມ່ພີ່ນ້ອງຊາວທ້ອງຖິ່ນທີ່ສຸດ”.

      ປີ 2020 ອ້າຍ ຮຸຍ ມີຄວາມເປັນກຽດກາຍເປັນໜຶ່ງໃນຈຳນວນຊາວໜຸ່ມທີ່ດີເດັ່ນ 75 ຄົນໃນທົ່ວປະເທດ ໃນວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ. ອ້າຍ ຮຸຍ ໄດ້ຮັບໃບຍ້ອງຍໍຫຼາຍໃບຈາກອຳນາດການປົກຄອງທ້ອງຖິ່ນ ຍ້ອນມີການປະກອບສ່ວນເພື່ອວົງຄະນາຍາດ. ແຕ່ສຳລັບອ້າຍ ຮຸຍ ແລ້ວ ລາງວັນອັນສູງສົ່ງທີ່ສຸດ ແມ່ນໄດ້ອຸທິດສ່ວນກຳລັງ ເຫື່ອແຮງຂອງໄວໜຸ່ມ ໃຫ້ແກ່ບ້ານເກີດເມືອງນອນ, ໄດ້ນຳພາຄະນະຊາວໜຸ່ມ ເມືອງ ຊີນເມິ່ນ ເຄື່ອນໄຫວນັບມື້ນັບມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ