ອ້າຍເຈິ່ນຫວູເຈື່ອງ ເຈົ້າຂອງວິສາຫະກິດ ເກັບຊື້ຜະລິດຕະພັນກະເສດເພື່ອການກຸສົນ

(VOVWORLD) -ເມື່ອນະຄອນເກິ່ນເທີປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງຂອງນາຍົກລັດຖະມົນຕີອ້າຍເຈິ່ນຫວູເຈື່ອງເກີດປີ1983 ຜູ້ອຳນວຍການບໍລິສັດ MTV ໂອໂຕເຈື່ອງຢຸ໊ງຈຳກັດຢູ່ບໍລິເວນບ້ານແທັ້ງໝີຕາແສງເທື່ອງແທັ້ງເມືອງກ໊າຍຣັງນະຄອນເກິ່ນເທີໄດ້ຕົກລົງຢຸດການດຳເນີນທຸລະກິດບໍລິການຂົນສົ່ງເພື່ອເຮັດວຽກງານກຸສົນ. ການເຄື່ອນໄຫວຂອງເຈົ້າຂອງວິສາຫະກິດທີ່ຍັງໜຸ່ມແໜ້ນ ໄດ້ແຜ່ກະຈາຍສູ່ຫຼາຍຄົນແລະຜູ້ໃຈບຸນໃຈກຸສົນໄດ້ຮ່ວມແຮງຮ່ວມໃຈຊ່ວຍຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຫຼາຍຄົນ
ອ້າຍເຈິ່ນຫວູເຈື່ອງ ເຈົ້າຂອງວິສາຫະກິດ ເກັບຊື້ຜະລິດຕະພັນກະເສດເພື່ອການກຸສົນ - ảnh 1ອ້າຍເຈິ່ນຫວູເຈື່ອງ (ເບື້ອງຊ້າຍ)

    ໃນຕະຫຼອດເກືອບສອງເດືອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ເມື່ອທ້າຍປີ 2021, ຮອດເວລາ 5 ໂມງເຊົ້າ ອ້າຍເຈິ່ນຫວູເຈື່ອງພ້ອມກັບບັນດາຜູ້ຂັບລົດໃນບໍລິສັດປະຕິບັດລະບຽບການ “ສາມກັບທີ່” ໄດ້ຕື່ນນອນເພື່ອພ້ອມກັນໄປຍັງບັນດາເຂດເຮືອນສວນໃນບໍລິເວນນະຄອນເກິ່ນເທີເພື່ອເກັບຊື້ຜະລິດຕະພັນກະເສດ.

       ໂດຍກຳເນີດຂຶ້ນໃນຄອບຄົວທຳການຜະລິດກະສິກຳເປັນຕົ້ນຕໍຢູ່ຕາແສງຫວິງຟອງ ເມືອງຫວິງຖ້ວນ ແຂວງກຽນຢາງ ດັ່ງນັ້ນອ້າຍເຈື່ອງ ມີຄວາມເຂົ້າໃຈເລິກກ່ຽວກັບຄວາມລຳບາກກາກກຳຂອງຊາວກະສິກອນ. ລາວແບ່ງປັນວ່າ ໂດຍທົ່ວໄປແລ້ວ ເມື່ອບໍ່ເກີດໂລກລະບາດ, ຜະລິດຕະພັນກະເສດຮອດໄລຍະເກັບກູ້ ແຕ່ບໍ່ມີສົ້ນອອກ ກໍມີຄວາມລຳບາກຢູ່ແລ້ວ ແຕ່ເມື່ອເກີດໂລກລະບາດ, ຜະລິດຕະພັນກະເສດຖືກຄ້າງສາງກໍ່ຍິ່ງສ້າງຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ພໍ່ແມ່ພີ່ນ້ອງນຳອີກ. ເພາະສະນັ້ນ ເຖິງວ່າບໍລິສັດພວມຈຳກັດການໃຊ້ຈ່າຍ ຍ້ອນຢຸດການເຄື່ອນໄຫວຊົ່ວຄາວກໍ່ຕາມ ແຕ່ອ້າຍເຈື່ອງ ຍັງຄົງຕັດສິນໃຈເປັນນາຍໜ້າເກັບຊື້ຜະລິດຕະພັນກະເສດຊ່ວຍຊາວກະສິກອນ. ອ້າຍເຈື່ອງໃຫ້ຮູ້ວ່າ:

      “ຂ້າພະເຈົ້າເຫັນວ່າພວກນ້ອງນ້ອຍກໍ່ໄດ້ປະຢັດເງິນໄດ້ ສອງສາມແສນດົ່ງ ເພື່ອຊ່ວຍເຫຼືອດ່ານກວດກາໂລກລະບາດແຫ່ງຕ່າງໆ, ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜູ້ທຸກຍາກ ແລ້ວກໍ່ຮອດຜູ້ເຖົ້າຜູ້ແກ່ ໄດ້ນຳເອົາຜັກໝາກໄມ້ໄປຊ່ວຍເຫຼືອ... ຂ້າພະເຈົ້າເຫັນວ່າ ເຮົາແມ່ນວິສາຫະກິດ ເຮົາກໍ່ປະສົບກັບຄວາມຫຍຸ້ງຍາກ ແຕ່ເຖິງຢ່າງໃດກໍ່ຕາມກໍ່ຍັງສາມາດຊ່ວຍເຫຼືອບັນດາຄອບຄົວທີ່ທຸກຍາກໄດ້. ຍ້ອນເຫດນີ້ເອງຂ້າພະເຈົ້າໄດ້ຕັດສິນບໍ່ດຳເນີນທຸລະກິດອີກເພື່ອໄປປະຕິບັດບັນດາໂຄງການໜູນຊ່ວຍພໍ່ແມ່ພີ່ນ້ອງຜູ້ທຸກຍາກ”.

     ໃນເບື້ອງຕົ້ນ ອ້າຍເຈິ່ນຫວູເຈື່ອງຄາດວ່ານຳໃຊ້ເງິນພຽງປະມານ 100 – 200 ລ້ານດົ່ງໃຫ້ແກ່ການເຄື່ອນໄຫວເພື່ອການກຸສົນນີ້. ແຕ່ເມື່ອເຫັນພໍ່ແມ່ພີ່ນ້ອງຜູ້ທຸກຍາກຫຼາຍຄົນ ດັ່ງນັ້ນ ອ້າຍໄດ້ສົມທົບກັບຄະນະຊາວໜຸ່ມນະຄອນເກິ່ນເທີຜ່ານໂຄງການ “ການເດີນທາງເຊື່ອມຕໍ່ຄວາມຮັກແພງ” ເພື່ອເກັບຊື້ຜະລິດຕະພັນກະເສດໄດ້ຫຼາຍກວ່າ. ບໍ່ພຽງແຕ່ເຊັ່ນນັ້ນ ລາວກໍຍັງລະດົມລົດບັນທຸກ 7 ຄັນ ເພື່ອຊ່ວຍໜູນການຂົນສົ່ງຜະລິດຕະພັນກະເສດໄປຍັງສະຖານທີ່ເກັບໂຮມ. ນອກຈາກນັ້ນ ລາວຍັງຊ່ວຍເຫຼືອຄ່າໃຊ້ຈ່າຍໃຫ້ແກ່ຕົນເອງແລະບັນດາຜູ້ຂັບລົດຂອງຕົນປະຕິບັດການກວດຫາເຊື້ອໂຄວິດ - 19 ສາມມື້ເທື່ອໜຶ່ງຢ່າງສະເໝີ ເພື່ອຕອບສະໜອງຕາມລະບຽບການເຄື່ອນຍ້າຍໂດຍນະຄອນເກິ່ນເທີປະກາດໃຊ້.  ການກະທຳທີ່ແທດຈິງທັນການຂອງອ້າຍ ເຈື່ອງໄດ້ນຳຄວາມເບີກບານມ່ວນຊື່ນມາສູ່ພໍ່ແມ່ພີ່ນ້ອງຊາວກະສິກອນສິ່ງທີ່ພິເສດແມ່ນຜະລິດຕະພັນກະເສດທັງໝົດທີ່ເກັບຊື້ມາໄດ້ ລ້ວນແຕ່ນຳໄປມອບໃຫ້ບັນດາເຮືອນຄົວຢູ່ຕາມໂຮງໝໍກາງສະໜາມ,  ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຢູ່ເຂດຈຳກັດບໍລິເວນຜູ້ອອກແຮງງານທີ່ທຸກຍາກໃນບໍລິເວນ. ອ້າຍຫງວຽນເຟືອງຕຸ່ງຫົວໜ້າຄະນະຊາວໜຸ່ມກຳມະກອນຕົວເມືອງແລະຊົນນະບົນຄະນະຊາວໜຸ່ມນະຄອນເກິ່ນເທີໃຫ້ຮູ້ວ່ານັບແຕ່ເວລາຮ່ວມເດີນທາງພ້ອມກັບ “ເສັ້ນທາງເຊື່ອມຕໍ່ແຫ່ງຄວາມຮັກແພງ” ອ້າຍເຈື່ອງໄດ້ໜູນຊ່ວຍຜັກໝາກໄມ້ຫຼາຍກວ່າ 60 ໂຕນດ້ວຍຄ່າໃຊ້ຈ່າຍເກືອບ 700 ລ້ານດົ່ງ. ບໍ່ພຽງແຕ່ໜູນຊ່ວຍທາງດ້ານວັດຖຸເທົ່ານັ້ນອ້າຍເຈື່ອງຍັງຂັບລົດເອງໄປເກັບຊື້ ໄປຕາມຄະນະຜູ້ແທນເພື່ອມອບຂອງຂວັນໃຫ້ແກ່ພໍ່ແມ່ພີ່ນ້ອງບໍ່ຫວາດຫວັ່ນຕໍ່ຄວາມອັນຕະລາຍ ເມື່ອເກີດສະພາບໂລກລະບາດທີ່ສັບສົນ. ອ້າຍຕຸ່ງໃຫ້ຮູ້ວ່າ:

        “ອ້າຍເຈື່ອງແມ່ນເຈົ້າຂອງວິສາຫະກິດແລະກໍ່ແມ່ນຫົວໜ່ວຍຮ່ວມເດີນທາງໂດຍກົງກັບ “ເສັ້ນທາງເຊື່ອມຕໍ່ແຫ່ງຄວາມຮັກແພງ” ໃນໄລຍະປະຕິບັດການແຍກຫ່າງສັງຄົມນັ້ນທາງບໍລິສັດກໍ່ຢຸດເຄື່ອນໄຫວ ແຕ່ກໍ່ມີຄວາມພະຍາຍາມຊອກຫາວິທີເພື່ອມີບ້ວງເງິນໃຊ້ຈ່າຍຊ່ວຍໜູນພໍ່ແມ່ພີ່ນ້ອງຊາວກະສິກອນ”.

     ຈິດໃຈຮັກແພງມະນຸດດ້ວຍກັນຂອງອ້າຍເຈື່ອງໄດ້ເປັນການປຸກລຸກທະວີຄູນການກະທຳເພື່ອການກຸສົນໂດຍສະໝັກໃຈເພື່ອວົງຄະນາຍາດ, ແຜ່ກະຈາຍຄວາມຮັກແພງໃນຊຸມຊົນຊ່ວຍໃຫ້ການດຳລົງຊີວິດທີ່ນັບມື້ນັບດີງາມກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ