Unitel ໄດ້ເປີດຕົວ 3 ພື້ນຖານສຳຄັນທີ່ສຸດສຳລັບ ລາວ

(VOVWORLD) -ພື້ນຖານນີ້ຈະປ່ຽນແປງການໜູນຊ່ວຍສັງຄົມຢູ່ ລາວ ໂດຍພື້ນຖານ, ຊ່ວຍໃຫ້ປະຊາຊົນ ລາວ, ເຖິງວ່າຢູ່ເຂດຫ່າງໄກສອກຫຼີກ ກໍລ້ວນແຕ່ສາມາດສຳຜັດກັບບັນດາແຫຼ່ງພູມປັນຍາຢູ່ນະຄອນຫຼວງ, ກໍຄືຢູ່ພາກພື້ນ ແລະ ໃນໂລກໄດ້

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 349 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 19 ສະບັບຈາກທ່ານຜູ້ຟັງລາວ.

Unitel ໄດ້ເປີດຕົວ 3 ພື້ນຖານສຳຄັນທີ່ສຸດສຳລັບ ລາວ - ảnh 1(ເລື່ອງ ຫວຽດນາມ ໄດ້ເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ແມ່ນເຫດການທີ່ມີຄວາມໝາຍທີ່ສຸດ)

ເມື່ອບໍ່ດົນມານີ້, ເລື່ອງ ຫວຽດນາມ ໄດ້ເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023 – 2025 ໄດ້ດຶງດູດຄວາມສົນໃຈຂອງຜູ້ຟັງ ລາວ ຫຼາຍຄົນ. ໃນນັ້ນ, ເພື່ອນ ບຸນທັດ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ແບ່ງປັນວ່າ: “ເລື່ອງ ຫວຽດນາມ ໄດ້ເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025 ແມ່ນເຫດການທີ່ມີຄວາມໝາຍທີ່ສຸດ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ປະຕິບັດວຽກງານປົກປ້ອງສິດທິມະນຸດບັນດາຊົນຊາດໄດ້ເປັນຢ່າງດີ. ຂ້າພະເຈົ້າຮັບຮູ້ມາວ່າ, ສຳລັບ ຫວຽດນາມ, ສິດທິມະນຸດແມ່ນການຕໍ່ສູ້ໃຫ້ແກ່ສິດໄດ້ມີຊີວິດ, ສິດມີເອກະລາດ ແລະ ອະທິປະໄຕຂອງຊາດ, ມີປະຊາທິປະໄຕຢ່າງແທດຈິງ ແລະ ລັດຖະທຳມະນູນສອດຄ່ອງກັບກົດໝາຍ ຫວຽດນາມ ແລະ ສາກົນ”.

ເພື່ອນ ດວງຈັນ ຢູ່ແຂວງ ອັດຕະປື, ໄດ້ສົ່ງອີແມວມາຫາລາຍການໂດຍແບ່ງປັນວ່າ: ຫວ່າງແລ້ວນີ້, ໜັງສືພິມ ລາວພັດທະນາ ໄດ້ລົງບົດຂຽນຍ້ອງຍໍຂະແໜງທ່ອງທ່ຽວ ຫວຽດນາມ ທີ່ມີການຟື້ນຟູຢ່າງແຮງ ພາຍຫຼັງເປີດປະຕູຊາຍແດນຄືນໃໝ່. ໃນໄລຍະ 6 ເດືອນຕົ້ນປີ 2022, ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວ ລາວ ເກືອບ 47.000 ເທື່ອຄົນ; ນັກທ່ອງທ່ຽວ ຫວຽດນາມ ໄປທ່ຽວຢູ່ ລາວ ແມ່ນເກືອບ 50.000 ເທື່ອຄົນ, ກວມເອົາ 28% ຈຳນວນນັກທ່ອງທ່ຽວສາກົນໄປທ່ຽວຢູ່ ລາວ. ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ລາວ - ຫວຽດນາມ ພວມຄ່ອຍໆພັດທະນາເທື່ອລະກ້າວ ດ້ວຍການເຄື່ອນໄຫວຮ່ວມມື, ຮ່ວມສຳພັນພັດທະນາຜະລິດຕະພັນ, ສົ່ງເສີມການທ່ອງທ່ຽວຫຼາຍຢ່າງ ໃນຂອບເຂດການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ; ດຶງດູດການເຂົ້າຮ່ວມຂອງຫຼາຍທ້ອງຖິ່ນ, ອົງການຈັດຕັ້ງ, ສະມາຄົມ, ວິສາຫະກິດທ່ອງທ່ຽວຂອງ 2 ປະເທດ.

Unitel ໄດ້ເປີດຕົວ 3 ພື້ນຖານສຳຄັນທີ່ສຸດສຳລັບ ລາວ - ảnh 2Unitel ໄດ້ເປີດຕົວ 3 ພື້ນຖານສຳຄັນທີ່ສຸດສຳລັບ ລາວ
(ພາບປະກອບ: cand.com.vn)

ເພື່ອນ ຈັນທະວີໄຊ, ຢູ່ແຂວງ ຜົ້ງສາລີ, ສົ່ງຂໍ້ຄວາມາຫາລາຍການໂດຍຖາມວ່າ: ໃນໄລຍະຜ່ານມາ, Unitel ລາວ ແຈ້ງວ່າ ຈະມີການປ່ຽນແປງໃນວິວັດການພັດທະນາຢູ່ ລາວ ໃນໄລຍະຈະມາເຖິງ. ຂ້າພະເຈົ້າຢາກຮູ້ວ່າ, ການພັດທະນານັ້ນແມ່ນຫຍັງ?

ເພື່ອນ ຈັນທະວີໄຊ ທີ່ຮັກແພງ! ໃນການແລກປ່ຽນກັບນັກຂ່າວ ເນື່ອງໃນໂອກາດສະເຫຼີມສະຫຼອງ 13 ປີແຫ່ງການດຳເນີນທຸລະກິດຢູ່ ລາວ ຂອງ Unitel, ທ່ານ ເຈິ່ນຈຸງຮືງ, ຜູ້ອຳນວຍການໃຫຍ່ (CEO) Unitel ໃຫ້ຮູ້ວ່າ: “ຈາກເລື່ອງສ້າງຍຸດທະສາດພັດທະນາບັນດາມາດຕະການແກ້ໄຂ, ພວກຂ້າພະເຈົ້າໄດ້ຫັນປ່ຽນໄປສູ່ຍຸດທະສາດການພັດທະນາພື້ນຖານ”. ຫວ່າງມໍ່ໆມານີ້, ຍຸດທະສາດກ່ຽວກັບການຫັນເປັນດີຈີຕອນຂອງ Unitel ລາວ ມີການປ່ຽນແປງຢ່າງໃຫຍ່ຫຼວງ. ວິທີສຳຜັດມີຄວາມແຕກຕ່າງກັນເມື່ອທຽບໃສ່ກ່ອນນີ້. ປີນີ້, Unitel ໄດ້ເປີດຕົວ 3 ພື້ນຖານສຳຄັນທີ່ສຸດສຳລັບ ລາວ ໃນປະຈຸບັນ, ນັ້ນແມ່ນ ພື້ນຖານດ້ານການສຶກສາ, ພື້ນຖານສາທາລະນະສຸກ ແລະ ຄົມມະນາຄົມ. 3 ພື້ນຖານດັ່ງກ່າວຈະປ່ຽນແປງການໜູນຊ່ວຍສັງຄົມຢູ່ ລາວ ໂດຍພື້ນຖານ, ຊ່ວຍໃຫ້ປະຊາຊົນ ລາວ, ເຖິງວ່າຢູ່ເຂດຫ່າງໄກສອກຫຼີກ ກໍລ້ວນແຕ່ສາມາດສຳຜັດກັບບັນດາແຫຼ່ງພູມປັນຍາຢູ່ນະຄອນຫຼວງ, ກໍຄືຢູ່ພາກພື້ນ ແລະ ໃນໂລກໄດ້.

ເພື່ອນ ບຸນທະວົງ, ດຳລົງຊີວິດຢູ່ແຂວງ ສະຫວັນນະເຂດ ໄດ້ໂທລະສັບມາຫາລາຍການ ຢາກຊອກຮູ້ຂໍ້ມູນກ່ຽວກັບການພົບປະສົນທະນາປະຈຳປີ ກ່ຽວກັບວຽກງານຊາຍແດນລະຫວ່າງແຂວງ ກວ໋າງຈິ (ຫວຽດນາມ) ແລະ ແຂວງສາລະວັນ (ລາວ) ເຊິ່ງດຳເນີນໃນອາທິດຜ່ານມາ?

ເພື່ອນ ບຸນທະວົງ ທີ່ຮັກແພງ! ມີບາງເນື້ອໃນໃໝ່ໃນການພົບປະສົນທະນາປະຈຳປີກ່ຽວກັບວຽກງານຊາຍແດນລະຫວ່າງ 2 ແຂວງ ກວ໋າງຈິ (ຫວຽດນາມ) ແລະ ສາລະວັນ (ລາວ). ທີ່ການເຈລະຈາ, ຫົວໜ້າຄະນະຜູ້ແທນ 2 ແຂວງ ໄດ້ເປັນເອກະພາບ ສະເໜີຕໍ່ລັດຖະບານ ຫວຽດນາມ ແລະ ລາວ ນຳການຍົກລະດັບດ່ານຊາຍແດນທ້ອງຖິ່ນ ກອັກ (ກວ໋າງຈິ), ອາຊອັກ (ສາລະວັນ) ຂຶ້ນເປັນດ່ານຊາຍແດນລະດັບແຫ່ງຊາດ ແລະ ຍົກລະດັບດ່ານປະເພນີ ອາເຢຍ (ກວ໋າງຈິ) - ອາຈາ (ສາລະວັນ) ຂຶ້ນເປັນດ່ານຊາຍແດນທ້ອງຖິ່ນໄລຍະ 2025 – 2030; ສົມທົບກັນເພື່ອຍົກລະດັບພື້ນຖານໂຄງລ່າງຢູ່ດ່ານຊາຍແດນສາກົນ ລາໄລ ຕາມຄວາມສາມາດ, ເງື່ອນໄຂຂອງແຕ່ລະທ້ອງຖິ່ນ ເພື່ອສອດຄ່ອງກັບຂອບເຂດດ່ານຊາຍແດນສາກົນທີ່ທັນສະໄໝ. ໃນໄລຍະຈະມາເຖິງ, ເສັ້ນທາງຈາກປະຕູດ່ານຊາຍແດນ ລາໄລ ໄປຫາທ່າກ່ຳປັ່ນນ້ຳເລິກ ມີ້ຖຸຍ ດ້ວຍຄວາມຍາວ 92 ກມ ຈະໄດ້ຮັບການຜັນຂະຫຍາຍລົງທຶນ; ນາຍົກລັດຖະມົນຕີກໍ່ອະນຸມັດຜ່ານແຜນການລົງທຶນໂຄງການທ່າອາກາດສະຍານແຂວງ ກວ໋າງຈິ ແລະ ຄາດວ່າຈະເລີ່ມລົງມືກໍ່ສ້າງໃນຕົ້ນປີ 2023.

ເພື່ອນ ດາວວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າໄດ້ຮັບຟັງການແນະນຳກ່ຽວກັບປະຊາຊົນເຜົ່າ ຈຳ ຜ່ານບົດຂຽນເຊິ່ງໄດ້ອອກອາກາດໃນລາຍການພາກພາສາ ລາວ ແລ້ວ, ໃນນັ້ນຂ້າພະເຈົ້າໄດ້ຮູ້ວ່າ ແຕ່ລະປີຊົນເຜົ່າ ຈຳ ຈະຈັດງານບຸນ Kate ທີ່ເປັນມູນເຊື້ອ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບຄວາມໝາຍຂອງງານບຸນດັ່ງກ່າວ.

ເພື່ອນ ດາວວົງ ທີ່ຮັກແພງ! ວັນທີ 24 ຕຸລາ, ຢູ່ຫໍທາດ, ວັດ ຈຳ ໄດ້ເປີດປະຕູ ແລະ ດຳເນີນພິທີກຳຕ່າງໆຂອງງານບຸນ Kate ທີ່ເປັນມູນເຊື້ອປີ 2022 ຂອງຊາວເຜົ່າ ຈຳ ແຂວງ ນິງທວ້ນ ຢ່າງເປັນທາງການ. Kate ແມ່ນງານບຸນໃຫຍ່ທີ່ສຸດຂອງພໍ່ແມ່ປະຊາຊົນເຜົ່າ ຈຳ ທີ່ເຊື່ອຖືສາສະໜາ ບາລາມົນ ເພື່ອອາໄລຫາບັນດາເທບພະເຈົ້າ, ເຈົ້າຊີວິດທີ່ມີຄຸນງາມຄວາມດີມີການປະກອບສ່ວນຫຼາຍຢ່າງ, ເຊິ່ງຊາວເຜົ່າເຄົາລົບນັບຖື ແລະ ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການເກັບກ່ຽວໄດ້ຮັບຜົນດີ. ປີນີ້, ງານບຸນ Kate ໄດ້ດຳເນີນໃນລະຫວ່າງວັນທີ 23-25 ຕຸລາ. ນີ້ແມ່ນໂອກາດເພື່ອໃຫ້ຊາວເຜົ່າຈຳ ຢູ່ເຂດຫ່າງໄກໄດ້ກັບຄືນບ້ານເກີດເມືອງນອນ, ເຕົ້າໂຮມພ້ອມໜ້າພ້ອມຕາກັບຄອບຄົວ, ຍາດຕິພີ່ນ້ອງ. ດ້ວຍຄວາມໝາຍທາງດ້ານວັດທະນະທຳ - ປະຫວັດສາດສຳຄັນນັ້ນ, ປີ 2017 “ງານບຸນ Kate ຂອງຊາວເຜົ່າ ຈຳ ແຂວງ ນິງທ້ວນ” ໄດ້ຮັບການຮັບຮອງວ່າເປັນມໍລະດົກບໍ່ເປັນວັດຖຸລະດັບຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ