ກິດ​ຈະ​ກຳ​ຕ່າງໆ​ທີ່​ຈະ​ດຳ​ເນີນ​ໃນ​ວັນ​ຄອບ​ຄົວ​ຫວຽດ​ນາມ

(VOVWORLD) - ວັນຄອບຄົວ ຫວຽດນາມ ມີຄວາມໝາຍທີ່ສຸດ, ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວພົບປະ, ແບ່ງປັນບົດຮຽນປະສົບການໃນການສ້າງຄວາມຜາສຸກໃນຄອບຄົວ, ຄອບຄົວວັດທະນະທຳ, ອະນຸລັກຮັກສາ ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອໃນຄອບຄົວ.
ກິດ​ຈະ​ກຳ​ຕ່າງໆ​ທີ່​ຈະ​ດຳ​ເນີນ​ໃນ​ວັນ​ຄອບ​ຄົວ​ຫວຽດ​ນາມ - ảnh 1ພາບປະກອບ: baodautu.vn

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ ແລະ ໂທລະສັບຈາກທ່ານຜູ້ຟັງຢູ່ ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍທ່ານໄດ້ສົ່ງຈົດໝາຍມາຍັງລາຍການ ເພື່ອຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ຈາກແຂວງ Wakayama, ຍີ່ປຸ່ນ, ທ່ານຜູ້ຟັງ Yamada Yasuhisa ຂຽນວ່າ: ຂ້າພະເຈົ້າບໍ່ເຄີຍໄປ ຫວຽດນາມ ຈັກເທື່ອ, ມີແຕ່ຮູ້ຈັກ ຫວຽດນາມ ຜ່ານບົດຂ່າວຕ່າງໆ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບປະເທດ ຫວຽດນາມ ຜ່ານການຟັງວິທະຍຸກະຈາຍສຽງຫຼາຍກ່ວາທີ່ຈະເຂົ້າຊອກຮູ້ໃນອິນເຕີເນັດ. ຫວັງວ່າ ຈະໄດ້ຮັບການແນະນຳລາຍການຕ່າງໆກ່ຽວກັບທິວທັດທຳມະຊາດ, ວັດທະນະທຳ, ອາຫານການກິນ ແລະ ຊາວ ຫວຽດນາມ ຜ່ານວິທະຍຸກະຈາຍສຽງຫວຽດນາມ.

ທ່ານຜູ້ຟັງ Antonio Argolo Silva Neto, ມາຈາກ ບຣາຊິນ ຂຽນວ່າ: ຂ້າພະເຈົ້າມັກ ແລະ ສົນໃຈບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ຫຼາຍທີ່ສຸດ. ຂ້າພະເຈົ້າມີຄວາມຮັກ ແລະ ເຄົາລົບຕໍ່ວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ. ດັ່ງນັ້ນ ຂ້າພະເຈົ້າມັກທີ່ສຸດບັນດາບົດຂຽນ ແລະ ຮູບພາບກ່ຽວກັບ ຫວຽດນາມ ເຊິ່ງວິທະຍຸກະຈາຍສຽງ ຫວຽດນາມ ເອົາລົງໃນເວັບໄຊ, ຍ້ອນວ່າບັນດາບົດຂ່າວດັ່ງກ່າວ ໄດ້ຊ່ວຍຂ້າພະເຈົ້າເຂົ້າໃຈກ່ຽວກັບປະເທດ ຫວຽດນາມ ຫຼາຍກ່ວາອີກ.

ໃນຈົດໝາຍສົ່ງໄປຍັງລາຍການ, ເພື່ອນ ວົງດາລາ ມາຈາກແຂວງ ຊຽງຂວາງ ໄດ້ຂຽນວ່າ: ໂດຍແມ່ນຜູ້ຟັງທີ່ຟັງລາຍການພາກພາສາລາວມາດົນນານ, ຂ້າພະເຈົ້າໄດ້ຮູ້ວ່າ ວັນທີ 28 ມິຖຸນາ ແມ່ນວັນຄອບຄົວ ຫວຽດນາມ. ຂ້າພະເຈົ້າໄດ້ຮູ້ແລ້ວວ່າ, ວັນຄອບຄົວ ຫວຽດນາມ ມີຄວາມໝາຍທີ່ສຸດ, ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວພົບປະ, ແບ່ງປັນບົດຮຽນປະສົບການໃນການສ້າງຄວາມຜາສຸກໃນຄອບຄົວ, ຄອບຄົວວັດທະນະທຳ, ອະນຸລັກຮັກສາ ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອໃນຄອບຄົວ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວທີ່ໄດ້ຈັດຢູ່ ຫວຽດນາມ ໃນວັນນີ້. ຂໍຂອບໃຈ.

ເພື່ອນວົງດາລາທີ່ຮັກແພງ, “ວັນບຸນຄອບຄົວ ຫວຽດນາມ ປີ 2023” ຈະຖືກຈັດຂຶ້ນແຕ່ວັນທີ 23 ມິຖຸນາ ຫາວັນທີ 25 ມິຖຸນາ ປີ 2023 ຢູ່ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ. “ວັນບຸນຄອບຄົວ ຫວຽດນາມ ປີ 2023” ຈະດຳເນີນໄປດ້ວຍຫຼາຍເນື້ອໃນຄື: ງານວາງສະແດງພາບຖ່າຍ “ສະຖານທີ່ຂ້າພະເຈົ້າໄປ”, ສ່ອງແສງການດຳລົງຊີວິດຕົວຈິງຂອງຜູ້ອອກແຮງງານຍິງໃນການທຳມາຫາກິນ, ກໍ່ຮ່າງສ້າງຕົວຢູ່ນະຄອນ ກໍ່ຄືຫຼາຍອາຊີບທີ່ແຕກຕ່າງກັນ, ເພື່ອສ້າງຄວາມຜາສຸກໃຫ້ແກ່ຄອບຄົວ, ເບິ່ງແຍງດູແລລູກເຕົ້າ…

ໃນຂອບເຂດວັນບຸນຄອບຄົວຫວຽດນາມ ຍັງມີບັນດາລາຍການພົບປະແລກປ່ຽນວັດທະນະທຳ ສິລະປະ, ການແບ່ງປັນບົດຮຽນປະສົບການໃນການສ້າງຄອບຄົວຜາສຸກ ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປະ, ນັກທະລຸກິດ, ທະຫານ, ກຳມະກອນ… ດີເດັ່ນ ຊື່ງຈະພົບປະ, ແລກປ່ຽນບົດຮຽນປະສົບການຂອງຕົນເອງ ແລະ ຄອບຄົວ ໃນການສ້າງຄອບຄົວຜາສຸກ, ການສັ່ງສອນສຶກສາລູກເຕົ້າໃນຄອບຄົວ, ບັນຫາການປະພຶດລະຫວ່າງລຸ້ນຕ່າງໆໃນຄອບຄົວ, ວິທີການຜ່ານຜ່າສິ່ງທ້າທາຍ, ຄວາມຫຍຸ້ງຍາກ ເພື່ອເພີ່ມພູນຄູນສ້າງຄວາມຜາສຸກຄອບຄົວ.

ທ່ານ ບຸນມີ ໄດ້ສົ່ງຂໍ້ຄວາມມາຍັງລາຍການ ທີ່ມີເນື້ອໃນຢາກຊອກຮູ້ກ່ຽວກັບວັນບຸນວິສະຊາບູຊາ 2023 ທີ່ໄດ້ຈັດຂຶ້ນຢູ່ວັດເຟິດຕິກ ນະຄອນຫຼວງວຽງຈັນ, ລາວ ໃນອາທິດຜ່ານມາ.

ເພື່ອນ ບຸນມີ ທີ່ຮັກແພງ, ອາທິດຜ່ານມາ, ວັດເຟິດຕິກ ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ຈັດວັນບຸນວິສາຂະບູຊາ 2023 ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າບັນດາພະສົງສຳມະເນນລາວ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ.

ທີ່ວັນບຸນ, ພະອາຈານໃຫຍ່ ທິກມິງກວາງ, ເຈົ້າອະທິການວັດ ເຟິດຕິກ ໄດ້ອ່ານສານວັນວິສາຂະບູຊາຂອງສາດສະດາ ດ້ວຍຄວາມຫວັງບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນ ກໍ່ຄືປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ຍາມໃດກໍ່ສາມັກຄີກັນ, ໜູນຊ່ວຍເຊິ່ງກັນ ແລະ ກັນ ກໍ່ຄືຮັກສາວັດທະນະທຳທີ່ເປັນມູນເຊື້ອ, ສືບຕໍ່ປະກອບສ່ວນຫຼາຍກ່ວາອີກ ໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ: “ພວກເຮົາໄດ້ຮັບຟັງບັນດາຄຳສັ່ງສອນຂອງ ສາດສະດາສະມາຄົມພຸດທະສາສະໜາ ຫວຽດນາມ ສົ່ງມາ ແລະ ພວກເຮົາໄດ້ຖືນັ້ນແມ່ນ ເຂັມຊີ້ທິດ ໃຫ້ແກ່ບັນດາການດຳລົງຊີວິດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ເວົ້າລວມ ແລະ ຢູ່ວຽງຈັນ ເວົ້າສະເພາະ”.

ວັນບຸນວິສະຂາບູຊາຢູ່ລາວ ແມ່ນການເຄື່ອນໄຫວເປັນປະຈຳປີ ໂດຍໄດ້ຈັດຂຶ້ນເພື່ອແນໃສ່ແຜ່ຂະຫຍາຍຄວາມໝາຍດ້ານມະນຸດສະທຳ, ແນວຄິດມຸ່ງໄປສູ່ການກຸສົນຂອງສາສະໜາພຸດ, ອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ນີ້ກໍ່ແມ່ນກຳລັງໜູນເພື່ອຕິດພັນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍບັນດາການເຄື່ອນໄຫວທີ່ແທດຈິງ, ແມ່ນໂອກາດເພື່ອເຊື່ອມຕໍ່ພຸດທະສາສະນິກະຊົນ, ຊາວ ຫວຽດນາມອາໄສຢູ່ຕ່າງປະເທດດ້ວຍກັນ, ສືບຕໍ່ຮັກສາສີສັນວັດທະທະນຳທີ່ເປັນມູນເຊື້ອ ແລະ ພ້ອມກັນສ້າງປະຊາຄົມຊາວ ຫວຽດນາມ ທີ່ຍາມໃດກໍ່ສາມັກຄີກັນ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ປະເທດປະຈຳຖິ່ນ ແລະ ຍາມໃດກໍ່ອວ່າຍໜ້າເມື່ອຫາບ້ານເກີດເມືອງນອນ ຫວຽດນາມ.

ທ່ານຜູ້ຟັງທີ່ເຄົາລົບ ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກະລູນາຂຽນຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ວິທະຍຸກະຈາຍສຽງ ຫວຽດນາມ ພາກພາສາລາວ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາໄດ້, ຂໍຂອບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ