ກອງປະຊຸມຄັ້ງທີ 12 ຂອງຄະນະຊີ້ນຳໂຄງການຮ່ວມມືລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນລາວ

ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພ​ວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ຄຳ​ຖາມ​ທີ່​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.

        ອາ​ທິດ​ຜ່ານ​ມາ, ເພື່ອນ ຕີ ວິ​ລາ​ວົງ, ແຂວງ ບໍ່​ແກ້ວ ໄດ້ຝາກ​ອີ​ແມວ​ມາ​ຍັງລາຍ​ການ​ໂດຍ​ມີ​ເນື້ອ​ໃນ​ວ່າ: “ໄລ​ຍະ​ມໍ່ໆ​ມານີ້, ເມື່ອ​ເຂົ້າ​ແວບ​ໄຊ: vovworld.vn ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມີຫຼາຍ​ຂ່າວ​ກ່ຽວ​ກັບ​ການ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ປະ​ຊາ​ຊົນ ຫ​ວຽດ​ນາມ. ຜ່ານ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຂໍ​ສົ່ງ​ພອນໄຊ​ອັນ​ປະ​ເສີດ​ມາຍັງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ເວົ້າ​ລວມ ແລະ ບັນ​ດາ​ນັກ​ຮົບທະ​ຫານ​ເວົ້າ​ສະ​ເພາະ. ​ອວຍ​ພອນ​ໃຫ້​ກອງ​ທັບ​ປະ​ຊ​າ​ຊົນ ຫວຽດ​ນາມ ນັບ​ມື້​ນັບເຕີບ​ໃຫຍ່, ​ພັດ​ທະ​ນາ ແລະ ໝັ້ນ​ຄົງ​ເຂັ້ມ​ແຂງ​ກ່​ວາ​ອີກ, ອວຍ​ພອນ​ໃຫ້​ບັນ​ດາ​ນັກ​ຮົບ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ​​ຈົ່ງມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.”

       ສ່ວນ​ໃນ​ອີ​ແມວ​​ຂອງ​ເພື່ອນ ອະ​ນຸ​ສັກ, ນະ​ຄອນຫຼວງ ວຽງ​ຈັນ​ໄດ້​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ແມ່ນ​ນັກ​ສຶກ​ສາ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດລາວ. ອາ​ທິດ​ຜ່ານ​ມາ, ຂ​້າ​ພະ​ເຈົ້າ​ໄດ້​ອ່ານ​ບົດ​ຂຽນ “ທົບທວນຄືນບັນດາ ຜົນງານທີ່ພົ້ນເດັ່ນໃນ ການພົວພັນລະຫວ່າງ ​ຫວຽດ​ນາມ - ລາວປີ 2015”. ບົດ​ຂຽນ​ດັ່ງ​ກ່າວ​ມີ​ຄວາມ​ໝາຍສຳ​ລັບ​ນັກ​ສຶກ​ສາ​ຮຽນ​ພ​ະ​ແນ​ກ​ພົວ​ພັນ​ຕ່າ​ງ​ປະ​ເທດ​ຄື​ຂ້າ​ພະ​ເຈົ້າ. ເຖິງວ່າ​ບົດ​ຂ​ຽນ​ສັ້ນໆ​ແຕ່​ເນື້ອ​ໃນ​ພດຄົບ​ຖ້ວນ​ພໍ​ສົມ​ຄວນ, ເວົ້າເຖິງ​ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ​ເຊິ່ງ 2 ປະ​ເທດບັນ​ລຸ​ໄດ້​ໃນ​ປີ 2015. ຂອບ​ໃຈ​ພວກ​ເພື່ອນຫຼາຍ.”

ກອງປະຊຸມຄັ້ງທີ 12 ຂອງຄະນະຊີ້ນຳໂຄງການຮ່ວມມືລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນລາວ  - ảnh 1

        ເພື່ອນ​ ແສງ​ອາ​ລຸນ, ນະ​ຄອນຫຼວງ ວຽງ​ຈັນ ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການໂດຍຖາມ​ວ່າ: “ອາ​ທິດ​ຜ່ານ​ມາ, ເມື່ອ​ຮັບ​ຟັງ​ລາຍ​ການ “ຄົ້ນ​ຫາ ຫວຽດ​ນາມ” ມີ​ບົດ​ຂຽນ​ກ່ຽວ​ກັບເມືອງ ມົກ​ເຈົາ, ຂ​້າ​ພະ​ເຈົ້າ​ເຫັນ​ວ່າ​ເຂດ​ດິນ​ແດນນີ້​ສົມ​​ເປັນສະ​ຖານ​ທີ່​ເຊິ່ງຂ​້າ​ພະ​ເຈົ້າ​​ຢາກ​ຈະໄປ​ທ່ຽວ​ໃນ​ປີ​ໜ້າ. ​ດັ່ງ​ນັ້ນຂ້າ​ພະ​ເຈົ້າ​ຢາກ​ຮູ້​​ຕື່ມ​ບາງ​ຈຸດ​ທີ່​ພົ້ນ​ເດັ່ນຢູ່​ ມົກ​ເຈົາ​ໄດ້​ບໍ່?​”

        ເພື່ອນ ແສງ​ອາ​ລຸນ ທີ່​ຮັກ​ແພງ, ເມືອງ ມົກ​ເຈົາຂຶ້ນ​ກັບ​ແຂວງ ເຊີນ​ລາ ແມ່ນ​ເຂດ​ພູ​ພ​ຽງ​ທີ່​ກ້​ວາງ​ໃຫ​ຍ່ ແລະ ສວຍ​ງາມ​ຢູ່​ພາກ​ເໜືອ ຫວຽດ​ນາມ, ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລື​ຊື່​ຢູ່​ທີ່ນີ້​ຄື: ຮາງຢອຍ, ປ່າຕົ້ນ​ແປກ ມົກ​ເຈົາ, ນ້ຳ​ຕົກ​ຕາກ ທ໋າຍ​ຮືງ… ແລະ ​ບັນ​ດາ​ສະ​ຖານ​ທີ່​​ທ່ອງ​ທ່ຽວທີ່​ລື​ຊື່​​ເຊິ່ງຂາດບໍ່​ໄດ້ ນັ້ນແມ່ນບ່ອນ​ປູກ​ຊາ, ປູກ​ຫ​ຍ້າ​ລ້ຽງ​ງົວ​ນົມ​ຂອງ​ເທດ​ສະ​ບານ NT  ມົກ​ເຈົາ. ແຕ່​ລະ​ປີ, ເມືອງ ມົກ​ເຈົາ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່​ຽວ​ນັບ​ໝື່ນໆ​ຄົນ​ມາ​ທ່​ຽວ ແລະ ພັກ​ຜ່ອນ ແຕ່ມ​ັນ​ບໍ່​ທັນ​ເໝາະ​ສົມ​ກັບ​ຄວາ​ມ​ສະ​ມາດບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ​ຂອງ​ເມືອງເທື່ອ. ເມືອງ​ມົກ​ເຈົາ​ກໍ່​ພວມ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ຢູ່​ເທດ​ສະ​ບານ ມົກ​ເຈົາ ແລະ NT ມົກ​ເຈົາ. ມົກ​ເຈົ້າ​ມີ​ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ພົ້​ນ​ເດັ່​ນ​ ແລະ ອາ​ຫານ​ການ​ກິນ​ອຸ​ດົ​ມ​ສົມ​ບູນ. ຖ້າ​ມີ​ໂອ​ກາດ​ເພື່​ອນ ແສງ​ອາ​ລຸ​ນ ຄວນ​ໄປ​ທ່ຽວ​ຢູ່​ມົກ​ເຈົາ​ໃນ​ເດືອນ 11 ຫາ​ເດືອນ 3 (ພິ​ເສດ​ໃນ​ເດືອນ 11 ຫາ​ເດືອນ 1 ແມ່ນ​ລະ​ດູ​ຂອງດອກ​ຜັກ​ກາດ​ຂາວ, ເດືອນ 1 ຫາ​ເດືອນ 3 ມີ​ດອກ​ຂອງ​ໝາກ​ໝັ້ນ, ດອກ​ຄາຍ…). ທ່ານ​ຜູ້​ຟັງ, ຜູ້​ອ່ານ​ສົນ​ໃຈ​ເຖິງ​ການ​ທ່ອງ​ທ່ຽວ​ຢູ່​ມົກ​ເຈົາ ສາ​ມາດ​ອ່ານ​ບົດ​ຂຽນ “ເຂດພູພຽງມົກເຈົາ, ສະຖານທີ່ດຶງດູດນັກທ່ອງທ່ຽວ ມາຢ້ຽມຢາມໃນ ມື້ທ້າຍສັບປະດາ” ໃນ​ແວບ​ໄຊ vovworld.vn ຂອງ​ພວກ​ເຮົາ.

+++

        ເພື່ອນ ຄຳ​ສິງ, ແຂວງ ວຽງ​ຈັນ ໄດ້​ໂທ​ຫາ​ລາຍ​ການ​ໂດຍ​ຖາມ​ວ່າ: “ອາ​ທິດ​ຜ່ານ​ມາ, ເມື່​ອ​ຟັງ​ວິ​ທະ​ຍຸ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ລະ​ຫວ່າງ​ກະ​ຊວງ​ການ​ເງິນ ຫວຽດ​ນາມ ແລະ ລາ​ວ, ແຕ່​ເວ​ລາຟັງ​ພັດຄາ​​ວຽກ​ໂດຍ​ບັງ​ເອີນ, ດັ່ງ​ນັ້ນ​ບໍ່​ໄດ້​ຮັບ​ຟັງ​ເນື້ອ​ໃນ​ລະ​ອຽດ. ພວກ​ເພື່ອນ​ສາ​ມາດແນະ​ນຳ​ໂດຍ​ຫຍໍ້​ເນື້ອ​ໃນ​ຂອງກອງ​ປະ​ຊ​ຸ​ມ​ໃຫ້​ຂ້າ​ພະ​ເຈົ້າ​ຮັບ​ຟັງ​ໄດ້​ບໍ່?”

        ເພື່ອນ ຄຳ​ສິງ ທີ່​ເຄົາ​ລົບ, ກອງ​ປະ​ຊຸ​ມ​ຄັ້ງ​ທີ 12 ຂອງ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ກາ​ນ​ເງິນ ຫວຽດ​ນາມ ແລະ ກະ​ຊວງ​ການ​ເງິນ​ລາວ ຖືກ​ຈັດ​ຂຶ້ນ​ໃນ​ລະ​ຫວ່າງ​ວັນ​ທີ 17 – 19/12, ຢູ່​ແຂວງ ຫວີງ​ຟຸກ, ຫວຽດ​ນາມ. ຕາມນັ້ນ​ແລ້ວ, ມີ​ບາງ​ເນື້ອ​ໃນ​ພົ້ນ​ເດັ່ນ​ຄື: ປີ 2016, ຝ່າຍ ຫວຽດ​ນາມ ຈະ​ໜູນ​ຊ່ວຍ​ກະ​ຊວງ​ການ​ເງິນ​ລາວ​ໃນ​ວຽກ​ງານ​ສ້າງ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ, ໜູນ​ຊ່ວຍ​ການ​ກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ແກ່​ພະ​ນັກ​ງານ​ກະ​ຊວງ​ການ​ເງິນ​ລາວ ຢູ່​ລາວ ແລະ ຢູ່ ຫວຽດ​ນາມ, ແລກ​ປ່ຽນ​ບົດ​ຮຽນ​ກັບ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ກະ​ຊວງ​ການ​ເງິນ 2 ປະ​ເທດ, ໜູນ​ຊ່ວຍ​ດ້ານ​ວັ​ດ​ຖຸ ແລະ ເຕັກ​ນິກ​ໃຫ້​ແກ່​ກະ​ຊວງ​ການ​ເງິນ​ລາວ. ທີ່ກອງ​ປະ​ຊຸ​ມ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮັບ​ຮ​ອງ​ເອົາ​ບັນ​ດາ​ເນື້ອ​ໃນ​ຮ່າງ​ແຜນ​ການ​ຮ່ວມ​ມື​ປີ 2016 ເພື່ອ​ລາຍ​ງານ​ຕໍ່​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ 2 ປະ​ເທດ ຫວຽດ​ນາມ ແລະ ລາວ ອະ​ນຸ​ມັດ​ຜ່ານ​ຢ່າງ​ເປັນ​ທາງ​ການ, ບົນ​ຈິດ​ໃຈ​ປ່ຽນ​ໃໝ່​ວິ​ທີ​ເຮັດ “ມີ​ຈຸດ​ສຸມ, ເພີ່ມ​ທະ​ວີ​ປະ​ສິດ​ທ​ິ​ຜົນ ແລະ ປະ​ຢັດ”. 2 ຝ່າຍ​ກໍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 13 ຄະ​ນະ​ຊີ້​ນຳໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ກາ​ນ​ເງິນ ຫວຽດ​ນາມ ແລະ ກະ​ຊວງ​ການ​ເງິນ​ລາວ ​ຢູ່​ລາວ ໃນ​ໄຕ​ມາດ​ທີ 4 ປີ 2016. ກໍ​ທີ່ກອງ​ປະ​ຊຸມນີ້, ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການກໍ່​ສ້າງ​ພື້ນ​ຖານ​ດ້ານ​ວັດ​ຖຸ​ເພື່ອ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ຄຸ້ມ​ຄອງ​ເອ​ກະ​ສານ ແລະ ບໍ​ລິ​ຫານ​ໃຫ້​ແກ່​ກະ​ຊວງ​ການ​ເງິນ ລາວ, ກະ​ຊວງ​ການ​ເງິນ ຫວຽດ​ນາມ ໄດ້​ມອບ​ໃຫ້​ກະ​ຊວງ​ການ​ເງິນ ລາວກອມ​ພີວ​ເຕີ 30 ຊຸດ, Laptop 20 ຊຸດ ແລະ ເຄື່ອງ​ເຕັກ​ໂນ​ໂລ​ຢີ​ຂໍ​້​ມູນ​ຂ່າວ​ສານ​ບາງ​ຢ່າງ​ອື່ນໆ​ອີກ.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com.

         


ຕອບກັບ

ຂ່າວ/ບົດ​ອື່ນ