ກອງປະຊຸມປະຈຳປີກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ການຂົນສົ່ງທາງບົກລະຫວ່າງ ຫວຽດນາມ ແລະ ລາວ

(vovworld) - ອາ​ທິດ​ຜ່ານ​ມາ, ພາກ​ພາ​ສາ​ລາວ, ວິ​ທະຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຮັບ​ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບຫຼາຍ​ສະ​ບັບ​ຈາກ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​​ລາວ. ​ໃນ​ຈົດ​ໝາຍ​ຜູ້​ຟັງ, ຜູ້​ອ່ານມີ​ຄວາມ​ສົນ​ໃຈ​ຫຼາຍ​ເຖິງ​ເນື້ອ​ໃນ​ຂ່າວ​, ບົດ​ຕ່າງໆ​ທີ່​​ໄດ້ອອກ​ອາ​ກາດ​ໃນ​ສັບປະດາ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ, ຜູ້​ອ່ານ​ສົນ​ໃຈ.

       ເພື່ອນ ໄຊ​ສົມ​ພອນ, ແຂວງ ຫຼວງ​ພະ​ບາງ ໄດ້​ຝາກ​ອີ​ແມວ​ເຖິງ​ລ​າຍ​ການ​​ໂດຍ​ແບ່ງປັນວ່າ: ອາ​ທິດ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າ ລາວ ແລ​ະ ຫວຽດ​ນາມ ​ຈັດ​ຕັ້ງ “ກອງ​ປະ​ຊຸມ​ປະ​ຈຳ​ປີ​ກ່ຽວ​ກັບ​ຂົງ​ເຂ​ດ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ” ແຕ່ບໍ່​ໄດ້​ຮູ້​ລະ​ອຽດ​ເນື້ອ​ໃນຂອງກອງ​ປະ​ຊຸມນີ້. ດັ່ງ​ນັ້ນ​ຂໍ​ໃຫ້​ລາຍການ​ພາກ​ພາສາ​ລາວ VOV ແນະນຳລະ​ອຽດ​ກ່ຽວ​ກັບ​ກອງ​ປະ​ຊ​ຸມ​ດັ່ງ​ກ່າວ​

ກອງປະຊຸມປະຈຳປີກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ການຂົນສົ່ງທາງບົກລະຫວ່າງ ຫວຽດນາມ ແລະ ລາວ  - ảnh 1
ລົດ​ໂດຍ​ສານ​ເສັ້ນ​ທາງ ເຫ​້ວ - ວຽງ​ຈັນ


        ເພື່ອນ ໄຊ​ສົມ​ພອນ ທີ່​ຮັກ​ແພງ, “ກອງ​ປະ​ຊຸ​ມ​ປະ​ຈຳ​ປີ​ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​​ສະ​ດວກ​​ໃຫ້ການ​ຂົນ​ສົ່ງ​ທາງບົກລະ​ຫວ່າງ ຫວຽດ​ນາມ ແລະ ລາວ ປີ 2015” ໄດ້​ດຳ​ເນີນ​ໃນ​ວັນ​ທີ 14/10 ຢູ່ນ​ະ​ຄອນ ດ​ົງ​ຮ່າ, ແຂວງ ກວາງ​ຈີ້, ສ​ສ ຫ​ວຽດ​ນາມ. ບົດ​ລາຍ​ງານ​ທີ່ກອງ​ປະ​ຊຸມ​ໃຫ້​ຮູ້​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ​ເລື່ອງຜັນ​ຂ​ະ​ຫ​ຍາຍ​ການປະ​ຕິ​ບັດ​ສັນ​ຍາ ແລະ ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການສ້າງ​ເງ​ື່ອນ​ໄຂ​ສະ​ດວກ​ໃຫ້​ການ​ຂົນ​ສົ່ງ​ໄປມາທາງ​ບົກ​ຢູ່ເຂດຊາຍ​ແດນ​ລະ​ຫວ່​າງ ຫວຽດ​ນາມ ແລ​ະ ລາວ. ​ໄດ້​​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ສະ​ດວກ​ກ່​ວາ, ຈຳ​ນວນ​ວິ​ສາ​ຫະ​ກິດ, ພາ​ຫະ​ນະ​ຂົນ​ສົ່ງ​ສິນ​ຄ້າ ແລະ ຜູ້​ໂດຍ​ສານ​ເຂົ້າ​ຮ່ວມ​ຂົງ​ເຂດນີ້​ລະ​ຫວ່າງ 2 ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​, ​ທາງຂົນ​ສົ່ງ​ໄດ້​ຮັບ​ການ​ເປີດ​ກ້​ວາງ, ຈຳ​ນວນ​ພາ​ຫະ​ນະ​ປອດ​ການ​ຄ້າ​ກໍ​ເພີ່ມ​ຂຶ້ນ​ທັງ​ດ້ານ​ຈຳ​ນວນ ແລະ ອຸ​ດົມ​ສົມ​ບູນ​ກ່ຽວ​ກັບ​ເປົ້າ​ໝາຍ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໄປ - ມາ​ຂອງ​ຜູ້​ໂດຍ​ສານ, ຂົນ​ສົ່ງ​ສິ​ນ​ຄ້າ… ໄລ່​ມາ​ຮອດ​ວັນ​ທີ 30/9/2015, ຝ່າຍ ຫວຽ​ດ​ນາມ​ ໄດ້​ຈັດ​ຕັ້ງ ການຂົນ​ສົ່ງ​ຜູ້​ໂດ​ຍ​ສານ​ຫວຽດ​ນາມ - ລາວ,  52 ສາຍ​ໂດຍ 46 ຫົວ​ໜ່ວຍ​ຈັດ​ຕັ້ງ​ດ້ວຍ​ລ​ົດ​ໂດຍ​ສານ 258 ຄັນ. ກົມ​ໃຫ​ຍ່​ທາງ​ບົກ ຫວຽດ​ນາມ ແລະ ກົມ​ຄົມ​ມະ​ນາ​ຄົມ​ຂົ​ນ​ສົ່ງ ລາວ ໄດ້​ສົມ​ທົບ​ກັນ​​ສ້າງສຳ​ເລັດແຜນ​ຮ່າງ​ຄົ້​ນ​ຄ​້​ວາ​ລວມ​ກ່ຽວ​ກັບ​​ເພີ່ມ​ທະ​ວີການ​ຂົນ​ສົ່ງ​ສິນ​ຄ​້າ 2 ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ, ກ​ະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ 2 ປະ​ເທດ​ໄດ້​ຍື​່ນ​ສະ​ເໜີ​ລັດ​ຖະ​ບານ​ພິ​ຈາ​ລະ​ນາ, ອະ​ນ​ຸ​ມັດ​ຜ່ານ, ຈັດ​ຕັ້ງ​ການ​ສຳຫຼວດ ​ທາງຂົນ​ສົ່ງ​ຜູ້​ໂດຍ​ສານ​ຫວຽດ​ນາມ - ລາວ 2 ສາຍ ແມ່ນ: ຮ່າ​ໂນ້ຍ - ອຸ​ດົມ​ໄຊ ແລະ ລາວ​ກາຍ - ຫຼວ​ງ​ພະ​ບາງ. ພິ​ເສດ, ຫວຽດ​ນາມ ພວມ​ເພີ່ມ​ທະ​ວີ​ການກວ​ດ​ກາ, ຍູ້​ແຮງ​ການ​ຄຸ້ມ​ຄອງ​ນ້ຳ​ໜັກ​ຂອງ​ລົດ​ຂົນ​ສົ່ງ​ສິນ​ຄ້າ, ຍ້ອນ​ການ​ກຳ​ນົດ​ນ້ຳ​ໜັກ​ຂອງ ຫວຽດ​ນາ​ມ ແລະ ລາວ ​ແຕກ​ຕ່າງ​ກັນ, ດັ່ງ​ນັ້ນສະ​ເໜີ​ໃຫ້​ຝ່າຍ​ລາວ​ສືບ​ຕໍ່​ປະ​ກາດ, ແນະ​ນຳ​ໃຫ້​ບັນ​ດາ​ຫົວ​ໜ່ວຍ​ຂົນ​ສົ່ງ​ສິນ​ຄ​້າ​ຂອງ​ລາວ​ໄດ້​ຮັບ​ຊາບ​​ບັນ​ດາ​ຂ​ໍ​້​ກຳ​ນົດ​ກ່​ຽວ​ກັບ​ນ້ຳ​ໜັກ​ຂອງ ຫວຽດ​ນາມ ແລະ ປະ​ຕິ​ບັດ​ການ​ຂົ​ນ​ສົ່ງ​ສິນ​ຄ້າ​ຖືກ​ຕ້ອງ​ກັບ​ການກຳ​ນົດ​ ເມື່ອ​​ຂົ່ງສົ່ງ​ໄປມາ​ຢູ່ເຂດ​ດິ​ນ​ແດນ​ ຫວຽດ​ນາມ ຢ່າງ​ເຂັ້ມ​ງວດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຕາມ​ຂໍ້​ສະ​ເໜີ​ຂອງ​ບັນ​ດາ​ຫົວ​ໜ່ວຍ​ຂົນ​ສົ່ງ ຫວຽດ​ນາມ, ຝ່າຍ ຫວຽດ​ນາມ ສະ​ເໜີ​ເປີດລາຍການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຖາ​ວອນ​ຫວຽດ​ນາມ - ລາວ ຕື່ມອີກ 2 ສາຍ.

ກອງປະຊຸມປະຈຳປີກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ການຂົນສົ່ງທາງບົກລະຫວ່າງ ຫວຽດນາມ ແລະ ລາວ  - ảnh 2ນາ​ຂັ້ນ​ໄດ​ຢູ່​ເຂດ​ໄຕ​ບັກ


        ​ເພື່ອນ ວັນ​ຄ​ຳ, ນະ​ຄອນຫຼວງ ວຽງ​ຈັນ ໄດ​້​ຂຽນ​ຈົດ​ໝາຍ​ເຖິງ​ລາຍ​ການ​ໂດຍ​​ແບ່ງປັນວ່າ: “ອາ​ທິດ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​​ຊົມ​ພາບ​ສາ​ລະ​ຄະ​ດີ​ໃນ​ແວບ​ໄຊ vovworld.vn ແລະ ຮູ້ສຶກປະ​ທ​ັບ​ໃຈທີ່​ສຸດ​ຕໍ່ບັນ​ດາ​ພາບ​ຖ່າຍ​ກ່ຽວ​ກັບ​ນາ​ຂັ້ນ​ໄດ​​ຂອງ​ຫວຽດນາມ. ຂ້າພະ​ເຈົ້າ​ໄດ້​ຟັງ​ເພື່ອນ​ຂອງ​ຕົນທີ່​ພວມ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ ​ເວົ້າກ່ຽວ​ກັບ​ການ​ໄປ​ທ່ຽວ​ດ້ວຍ​ລົດ​ຈັກ​ຢູ່​ເຂດ​ໄຕ​ບັກ (ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ) ຍ້ອນ​ຢູ່​ທີ່ນີ້​ມີ​ທິ​ວ​ທັດ​ທຳ​ມະ​ຊາດສວຍ​ງາມຫຼາຍ​ແຫ່ງ. ພິ​ເສດແມ່ນ​ໃນຍາມເຂົ້າ​ສຸກ​ເຫຼືອງ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​​ຈະ​ໄດ້​ໄປ​ທ່ຽວເຂດ​ໄຕ​ບັກ​ໃນ​​ໂອ​ກາດນີ້. ດັ່ງ​ນັ້ນ​ຂໍຖາມ​ວ່າ​ເມື່ອ​ມາ​ຢາມ​ເຂດ​ໄຕ​ບັກຂ້າພະ​ເຈົ້າສາມາດໄປ​ທ່ຽວ​ຢູ່​ບ່ອນ​ໃດ​ຈະ​ເຫັນນາ​ຂັ້ນ​ໄດ​ສວຍງ​າ​ມທີ່​ສຸດ?”

        ​ໃນຍາມ​ລະ​ດູ​ໃບ​ໄມ້​ຫຼົ່ນ ​ໄລຍະ​ທ້າຍ​ເດືອນ 9 ຫຼື ຕົ້ນ​ເດືອນ 10 ເພື່ອນ​ສາ​ມາ​ດ​ໄປ​ທ່ຽວບາ​ງ​ສະ​ຖານ​ທີ່​ຢູ່​ເຂດ​ໄຕ​ບັກ, ບ່ອນ​ທ​ີ່​ມີ​ນາ​ຂັ້ນ​ໄດ​ສວຍ​ງາມ​ແຫ່ງ​ຕ່າງໆ​ຄື: ມູ່​ກັງ​ຈ໋າຍ, ຊາ​ປາ, ຮ່​ວາງ​ຊູ​ຟີ່… ຖ້າ​ຫາກ​ມາ​ຊາ​ປາ (ແຂວງ ລາວ​ກາຍ) ເພື່ອນ​ຄວນ​ຢ້ຽມ​ຊົມ, ຄົ້​ນ​ຫາ​ນາ​ຂັ້ນ​ໄດ​ເຫຼືອງ​ສຸກທີ່​ງາມ​ດັ່ງ​ໃນ​ຝັນ​ຂອງ​ຊາວ​ເຜົ່າ​ມົ້ງ ຢູ່ ລາວ​ຈ໋າຍ, ຊາວ​ເຜ​ົ່າ​ຢ້າວ​ຢູ່​ເຂດ ຈູງ​ຈ໋າຍ… ນາ​ຂັ້ນ​ໄດ​ຢູ່​ເຂດ​ພູ​ສູງ ມູ່​ກັງ​ຈ໋າຍ (ແຂວງ ອຽນ​ບ໋າຍ) ກໍ​ແມ່ນ​ຈຸດ​ທ່ອງ​ທ່ຽວ​ທີ່​ຂາດ​ບໍ່​ໄດ້​ຂອງ​ແຂກ​ທ່ອງ​ທ່ຽວ​ໜຸ່ມ ແລະ ບັນ​ດາ​ນັກ​ຖ່າຍ​ຮູບ​ເມື່ອ​ກ້າວ​ເຂົ້າ​ສູ່​ຍາມ​ປັກ​ດຳ​ຕົ້ນ​ລະດູ​ຮ້ອນ ແລະ ຍາມເກັບ​ກ່ຽວ​ເຂົ້າ ເຊິ່ງແມ່ນ​ລະ​ດູ ງາມ​ທີ່​ສຸດ​ໃນ​ປີ ຢູ່​ເຂດ​ພູ​ສູງ ໄຕ​ບັກ. ນອກ​ຈາກນັ້ນ​ຍັງ​ມີ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ທີ່​ມີ​ຄວາມ​ງາມ​ຄ້າຍ​ຄື​ກັນ​ກັບ​ນາ​ຂັ້ນ​ໄດ​ຢູ່​ຊາ​ປາ ແລະ ມູ່​ກັງ​ຈ໋າຍ, ນັ້ນ​ແມ່ນ ຮ່​ວາງ​ຊູ​ຟ​ີ່ (ແຂວງ ຮ່າ​ຢາງ). ​ຫວັງ​ວ່າ​ເພື່ອ​ນຈະ​ມີ​ການ​ທ່ອງ​ທ່ຽວ​ເຕັມ​ໄປ​ດ້ວຍ​ ຄວາມ​ໝາຍ  ​ແລະ ຄວາມ​ປະ​ທັບ​ໃຈຢູ່​ເຂດ​ພູ​ສູງ ໄຕ​ບັກ ແດ່​ເດີ.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com.

         


ຕອບກັບ

ຂ່າວ/ບົດ​ອື່ນ