ການຕອບຄຳຖາມກ່ຽວກັບການເຄື່ອນໄຫວກຸສົນຂອງVOV5

(vovworld) - ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ໄດ້​ຮັບ​ຈົດໝາຍ, ອີ​ແມວ​ຈາກ​ທ່ານ​ຜູ້​ຟັງ, ​ໃນ​ນັ້ນ​ສະ​ແດງ​ຄວາມ​ສົນ​ໃຈ​​ເຖິງ​ຫຼາຍ​ບັນຫາ, ພິ​ເສດ​​ແມ່ນ​ປະກົດ​ການ​ອາກາດ​ຢູ່​ເຂດ​ພູດ​ອຍພາກ​ເໜືອ ຫວຽດນາມ​. ​ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ​” ພາກ​ນີ້, ພວກ​ເຮົາ​ຂໍແນະນຳ​ເຖິງ​ປະກົດ​ການ​ນີ້. ສ່ວນ​ໃນ​ສຸດທ້າຍ​ຂອງລາຍການ​, ພວກ​ຂ້າພະ​ເຈົ້າຂໍ​ໂຄສະນາ​ເຖິງ​ທ່າ​ນຜູ້​ຟັງ​ຂ່າວ​ທີ່​ໜ້າ​ສົນ​​ໃຈ. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

ການຕອບຄຳຖາມກ່ຽວກັບການເຄື່ອນໄຫວກຸສົນຂອງVOV5 - ảnh 1

ການກະກຽມເຄື່ອງຂອງຂອງຄະນະ


ເພື່ອນ ວັນນິດາ, ຢູ່​ແຂວງ ອັດ​ຕະປື ​ໄດ້​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ດ້ວຍ​ເນື້ອ​ໃນ​ວ່າ: ​ເວລາ​ຜ່ານ​ມາ, ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວ​ທີ່​ວ່າ: ລະບົບ​ກະຈາຍສຽງພາກ​ພາສາ​ຕ່າງປະ​ເທດ VOV5 ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ກຸສົນ​ຢູ່​​ເຂດ​ພູດ​ອຍພາກ​ເໜືອ ຫວຽດນາມ. ​ຂ້າພະ​ເຈົ້າ​ຂໍ​ຖາມ​ວ່າ: ພວກ​​ເຈົ້າ​ເຄີຍ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ກຸສົນ​ຄື​ແນວ​ນັ້ນ​ບໍ່ ​ແລະ ວິທີຂົນຂວາຍ​ຜູ້​ເຂົ້າ​ຮ່ວມຄື​ແນວ​ໃດ?

        ​ແມ່ນ​ແທ້, ທ້າຍ​ເດືອນ 11 ຜ່ານ​ມາ, ຄະນະ​ປະຕິບັດ​ງານ​ຂອງລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ - ວິທະຍຸ​ກະຈາຍສຽງ ຫວຽດນາມ ຫາ​ກໍ່​ຈັດ​ຕັ້ງ​ການ​​ເຄື່ອນ​ໄຫວຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ປະຊາຊົນ ​ແລະ ນັກຮຽນ​ທີ່​ທຸກ​ຍາກ​ຢູ່​ຕາ​ແສງ ​ແຊນ​ເທື້ອງ, ​ເມືອງ ​ເມື່ອ​ງ​ແຍ໋, ​ແຂ​ວງ ດ້ຽນບຽນ ​ເຊິ່ງ​ແມ່ນ​ຕາ​ແສງ​ໃນ​ເຂດ​ພູດ​ອຍຕິດ​ກັບ​ລາວ. ຂອງຂວັນ​ເກືອ​ບ 400 ພູດ​ເຊິ່ງລວມມີ: ຜ້າຫົ່ມ, ​ເສື້ອ​ກັນ​ໜາ​ວ, ​ເຄື່ອງ​ໃຊ້​ໄມ້​ສອຍ​ທີ່​ຈຳ​ເປັນ ທີ່​ມອບ​ໃຫ້​ພໍ່​ແມ່​ປະຊາຊົນ ​ນັ້ນແມ່ນ​ນ້ຳ​ໃຈ​ຂອງ​ບັນດາ​ພະນັກງານ, ນັກ​ຂ່າວ, ບັນນາທິການ​​ໃນ​ລະບົບ​ກະຈາຍສຽງພາກ​ພາສາ​ຕ່າງປະ​ເທດ​ຝາກ​​ໃຫ້ ​ໃນ​ລາຍການ​ທີ່​ມີ​ຊື່ວ່າ “ຄວາມ​ອົບ​ອຸ່ນຢູ່​ເຂດ​ຊາຍ​ແດນ”, ​ເພື່ອນຳ​ລະດູບານ​ໃໝ່​ຢູ່​ເຂດ​ທົ່ງພຽງມາ​ໃຫ້​ເຂດຊາຍ​ແດນ. ​ເພື່ອ​ປະຕິບັດ​ການ​ເຄື່ອນ​ໄຫວກຸສົນ​ນີ້, ຄະນະ​ຊາວ​ໜຸ່ມ VOV5 ​ໄດ້​ມີ​ຂໍ້​ລິ​ເລີ່​ມສ້າງ​ກອງ​ທຶນ​ເພື່ອ​ເດັກນ້​ອຍ​ເຂດ​ພູດ​ອຍ, ​ໃນ​ນັ້ນ​ຮຽກຮ້ອງ​ໃຫ້​ພະນັກງານ, ບັນ​ນາ​ທິການ​ໃນລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ທຸກ​ຄົນ​ບໍລິຈາກ​ເງິນ​ມື້ລະ 2.000 ດົ່ງ, ດ້ວຍ​ພະນັກງານ​ທັງ​ໝົດກ່ວາ 100 ຄົນ, ທ້າຍ​ປີ​ພວກ​ຂ້າພະ​ເຈົ້າ​​ໄດ້ມີ​​ເງິນ​ປະມານ 70 ລ້ານ​ດົ່ງ ​ເພື່ອ​ຊື້​ຂອງ​ຂວັນ​ໃຫ້​ປະຊາຊົນ ​ແລະ ​ເດັກນ້ອຍ​ເຂດ​ພູດ​ອຍ. ​ເຖິງ​ວ່າການ​ເຄື່ອນ​ໄຫວ​ນີ້​ຫາ​ກໍ່​ໄດ້​ຮັບ​ການຈັດ​ຕັ້ງ 2, 3 ປີ​ມາ​ນີ້ ​ແຕ່​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ບັນດາ​ສະມາຊິກ​ຊາວ​ໜຸ່ມ, ພະນັກງານ, ບັນນາທິການ​ໃນ​ VOV5, ພວກ​ຂ​້າພະ​ເຈົ້າຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ. ​ໃນ​ປີ​ໃໝ່, ພວກ​ຂ້າພະ​ເຈົ້າ​​ໄດ້​ມີ​​ແຜນການ​​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ນີ້ດ້ວຍ​ຂະໜາດ​ໃຫຍ່​ກ່ວາ. ຂໍ​ຂອບ​ອົບ​ຂອບ​ໃຈ​ທີ່​ນາງ ວັນ​ນິດາ ​ໄດ້​ສົນ​ໃຈ​ເຖິງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ VOV5.

ການຕອບຄຳຖາມກ່ຽວກັບການເຄື່ອນໄຫວກຸສົນຂອງVOV5 - ảnh 2

ຫິມະຕົກຢູ່ ຊາປາ

ອາທິດ​ຜ່ານ​ມາ, ພວກ​ເຮົາ​ກໍ່​ໄດ້​ຮັບ​​ໂທລະສັບ ​ແລະ ອີ​ແມວ​ຈາກ​ທ່ານ​ຜູ້​ຟັງ​ລາວ, ກໍ່​ຄື​ນັກ​ສຶກສາ ຫວຽດນາມ ທີ່​ພວມ​ຮຳ່ຮຽນ​ຢູ່ ລາວ ຄື: ​ທ່ານ ຄຳ​ພັນ, ​ແຂວງ ຫຼວງ​ພະ​ບາງ, ທ່ານ ບຸນ​ເລ​ີດ, ​ແຂວງ ຫົວພັນ, ​ເພື່ອນ ​ເຈີ່ນ​ວຽ​ດຮູ່ງ, ຫາຍ​ຮ່າ ຢູ່​ວຽງ​ຈັນ. ​ເມື່ອ​ໄດ້​ຮັບ​ຊົມ​ພາບ​ສາລະ​ຄະດີ​ໃນ​ແວບ​ໄຊ vovworld.vn, ທ່ານ​ຜູ້​ຟັງ​ມີ​ຄວາມ​ເອົາ​ໃຈ​ໃສ່​​ເຖິງ​ສະພາບ​ອາກາດ​ຢູ່ ຫວຽດນາມ​ເວົ້າ​ລວມ ​ແລະ ຢູ່​ເຂດ​ພູດ​ອຍພາກ​ເໜືອ, ພິ​ເສດ​ແມ່ນ​ປະກົດ​ການ​ຫິມະ​ຕົກ​ທີ່​ສຸດ.

        ​ຕາມປົກກະຕິ​ແລ້ວ, ​ໃນ​ຊຸມ​ວັນ​ໜາ​ວສຸດ​ຂອງ​ລະດູ​ໜາວ, ບາງ​ສະຖາ​ນທີ່ຢູ່​ເຂດ​ພູ​ສູງ​ທາງ​ທິດ​ເໜືອ​ຂອງ ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ ຊາ​ປາ ​ແຂວງ ລາວກາຍ. ​ເຫດການ​ນີ້​ເຄີຍປະກົດ​ຂຶ້ນ​ໃນ​ເດືອນ 1, ຕົ້ນ​ເດືອນ 2 ​ແຕ່​ພິ​ເສດ​ໃນ​ປີ​ນີ້, ​ເມື່ອ​ຫາ​ກໍ່​ກ້າວ​ເຂົ້າ​ສູ່​ລະດູ​ໜາວ​ໄດ​້​ເກີດ​ເຫດ​ຫິມະ​ຕົກ ໃນ​ກາງ​ເດືອນ 12 ຢູ່ບາງ​ແຫ່ງ​​ໃນເຂດ​ພູດ​ອຍພາກ​ເໜືອ​ຄື: ​ນະຄອນ ຊາ​ປາ, ​ແຂວງ ລາວ​ກາຍ ຫິມະ​ຕົກ​ໜາ​ເຖິງ 10 cm. ​ໃນ​ຕອນ​ເຊົ້າວັນ​ທີ 16/12 ຢູ່​ເຂດ ດົ່ງ​ວັນ, ​ເມ​ວວາກ (​ແຂວງ ຮ່າ​ຢາງ) ກໍ່​ມີ​ຫິມະ​ຕົກ​ແຕ່​ບໍ່​ຫຼາຍ. ສຳລັບ​ປະ​ເທດ​ຢູ່​ໃນ​ເຂດ​ຮ້ອນ​ຄື ຫວຽດນາມ, ​ເຫດການ​ຫິມະ​ຕົກ​ແມ່ນບໍ​ເຄີຍ​ມີ. ​ໃນ​ປີ​ໜຶ່ງ, ​ຫິມະ​ເຄີຍ​ຕົກ​ເທື່ອ​ໜຶ່ງ​ຢູ່​ບາງ​ສະຖານ​ທີ່​ຂອງ​ເຂດ​ພູດ​ອຍພາກ​ເໜືອ, ດັ່ງ​ນັ້ນ​ໄດ້​ດຶງ​ດູດ​ຜູ້​ມາ​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ແຕ່​ເຫດການ​ຫິມະ​ຕົກ​ນີ້​ກໍ່​ແມ່ນ​ສັນຍານ​ກ່າວ​ເຕືອນ​ກ່ຽວ​ກັບ​ອາກາດ​ບໍ່​ເປັນ​ປົກກະຕິ​ທີ່ເກີດ​ຂຶ້ນ​ຢູ່ ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ຢູ່​ໃນ​ໂລກ​ເວົ້າ​ລວມ.

        ​ເມື່ອ​ຫິມະ​ຕົກ, ຜັກ, ​ຕົ້ນ​ໄມ້​​ໃບ​ຫຍ້າ, ສັດ​ລ້ຽງຂອງຊາວ​ກະສິກອນ​ລ້ວນ​ແຕ່​ຖືກ​ຜົນກະທົບ. ​ທ້າວ ຫງວຽນ​ເຟື້ອງ​ຢູ້ງ, ຜູ້​​ຫາ​ກໍ່​​ໄປທ່ອງທ່ຽວ​ຢູ່​ນະຄອນ ຊາ​ປາ ​ໃນ​ໂອກາດ​ມີ​ຫິມະ​ຕົກ ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ເຄີ​ຍຮຳ່ຮຽນ​ຢູ່ ລັດ​ເຊຍ ດັ່ງ​ນັ້ນ ຫິມະ​ຕົກ​ແມ່ນ​ເລື່ອງ​ທຳ​ມະ​ດາ​ສຳລັບ​ຂ້າພະ​ເຈົ້າ, ​ແຕ່​ຄວາມ​ໜາວ​ຈັດ, ອາ​ກາດ​ຢູ່ ຫວຽດນາມ ຕ່າງ​ຫາກ​ຫຼາຍ, ໜາວ​ກ່ວາ​ຫຼາຍ. ​ໄປ​ທ່ອງ​ທ່ຽວ ຊາ​​ປາ ຖືກ​ກັບ​ໂອກາດ​ຫິມະ​ຕົກ, ​ເຫັນ​ວ່າ​ພືດ​ຜັກ​ຂອງ​ປະຊາຊົນ​ຖືກ​ເສຍ​ຫາຍ, ​ເດັກນ້​ອຍບໍ່​ມີ​ເສື້ອ​ກັນ​ໜາວ​ຢ່າງ​ພຽງພໍ ຂ້າພະ​ເຈົ້າ​ຮູ້ສຶກ​ເຈັບ​ປວດ​ຫຼາຍ. ຖະໜົນ​ຫົນທາງ​ຖືກ​ຫິມະ​ປົກຄຸມ ກໍ່​ຄວາມ​ຫຍຸ້ງ​ຍາກ ​ແລະ ອັນຕະລາຍ​ໃຫ້​ແກ່​ການ​​ໄປມາ. ນີ້​ກໍ່​ແມ່ນຄວາມ​ວິຕົກ​ວັງ​ວົນ​ຍ້ອນ​ມັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ບໍ່​ເປັນ​ປົກກະຕິ​ຂອງ​ດິນ​ຟ້າອາກາດ​ເຊິ່ງປະ​ຈຸ​ບັນ ຫວຽດນາມ ພວມ​ຮັບ​ມື.”

        ປະຈຸ​ບັນ, ອາກາດ​ຢູ່​ບັນດາ​ແຂວງ​ພາກ​ເໜືອ ຫວຽດນາມ ໜາວ​ພໍ​ສົມຄວນ​ແຕ່ 7 – 20 ອົງສາ, ສະ​ເພາະບັນດາ​ແຂວງ​ພູດ​ອຍທາງ​ພາກ​ເໜືອ​ອາກາດ​ຕຳ່​ກ່ວາ​ນ້ອຍ​ໜຶ່ງ. ນ້ຳ​ແຂງ​, ຫິມະ​ກໍ່​ລະລາຍ​ໝົດ​ແລ້ວ ​ແຕ່​ອາກາດ​ຍັງ​ໜາວ​ຈັດ​ຢູ່, ພິ​ເສດ​ແມ່ນ​​ໃນຕອນ​ຄຳ່.

ນັບ​ແຕ່​ປີ 2014, ​ໃນ​ລາ​ຍການ  “​ໂອ້​ລົມ​ກັບ​ເພື່ອນ​ລາວ”, ​ແຕ່ລະ​ເດືອນ​ພວກ​ເຮົາ​ຈະ​ມີ​ຄຳ​ຖາມ​ສຳລັບ​ທ່ານ​ຜູ້​ຟັງ. ​ຖ້າ​ຫາກ​ຜູ້​ຟັງ​ທ່ານ​ໃດ​ມີ​ຄຳ​ຕອບ​ຖືກຕ້ອງ ​ແລະ ​ໄວ​ທີ່​ສຸດຈະ​​ໄດ້​ຮັບ​ຂອງຂວັນ​ຈາກ​ລາຍການ. ພິ​ເສດ, ຖ້າຜູ້​ຟັງ​ທ່ານ​ໃດ​ເຄີຍ​ສົ່ງ​ຄຳ​ຕອບ​ຖືກ​ຕ້ອງ​ໃຫ້​ພວກ​ຂ້າພະ​ເຈົ້າ​​ເປັນ​ປະຈຳຈະ​​ໄດ້​ຮັບ​ຂອງຂວັນ​ພິ​ເສດ​ໃນ​ທ້າຍ​ປີ. ຂໍ​ສົ່ງຄຳ​ຖາມ​ໃຫ້​ພວກ​ເຮົາ​ຕາມ​ສະຖານ​ທີ່: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ 45 ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ​ເບີ​ໂທ 0084.438256631 ຫຼື ອີ​ແມວ: laovov@yahoo.com. ທ່ານຈົ່ງ​ຮັບ​ຟັງ​ລາຍການ​ໃນ​ອາທິດ​ໜ້າ ​ແລະ ຕອບ​ຄຳ​ຖາມ​ຂອງ​ລາຍການ​ເດີ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ