ການຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃຫ້ລາຍການໃນອາທິດຜ່ານມາ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ລາວ ​ແລະ ຫວຽດນາມ ຫຼາຍ​ທ່ານ. ພວກ​ຂ້າພະ​ເຈົ້າ​ຂໍຄັດ​​ສະ​ເໜີ​ເນື້ອ​ໃນ​ ຈົດໝາຍ, ອີ​ແມວ, ​ໂທລະສັບ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​​ຝາກ​ມາ​ໃຫ້​ລາຍການ. ​

ເພື່ອນ ສຸດ​ທະ​ສອນ ​ເຄືອບ​ຄຳ​ວອນ, ຮອງ​​ເລຂາ​ຫ້ອງການ​ສະຫະພັນ​ກຳມະ​ບານ​ນະຄອນຫຼວງ​ວຽງ​ຈັນ ໂທລະສັບ​ມາ​ຫາ​ລາຍການ ​​ສະ​ແດງ​ຄວາມ​ຂອບ​ອົກຂອບ​ໃຈວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ລະ​ບົບ VOV5 ​​​ໄດ້​ຝາກ​ຂອງຂວັນ ​ແລະ ​ໃບ​ຢັ້ງຢືນ​ຜູ້​ຟັງ​ວິທະຍຸ​ຕະຫຼອດ 3 ປີ ໃຫ້​ເພື່ອນ, ພ້ອມ​ທັງ​ອວຍພອນ​ໃຫ້​ລາຍການ​ກະ​ຈາ​ຍສຽງ​ພາກ​ພາສາ​ລາວ, ກໍ່​ຄື​ວິທະຍຸ​ກະຈາຍສຽງ​ຫວຽດນາມ ນັບ​ມື້​ນັບ​ພັດທະນາ, ມີ​ຂ່າວ, ບົດ​ຂຽນ​ມ່ວນ​ຫຼາຍ​ບົດ​ເພື່ອ​ຮັບ​ໃຊ້​ຜູ້​ຟັງ.

ການຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃຫ້ລາຍການໃນອາທິດຜ່ານມາ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຊັນຄຳ​ສັ່ງ​ປະກາດ​
ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ)

ເພື່ອນ​ຄຳ​ແກ້ວ ວົງສາ, ຢູ່​ແຂວງ​ຈຳປາ​ສັກ ​ໄດ້​ສົ່ງ​ອີ​ແນວ​ ມາ​ຍັງ​ລາຍການ​​ໂດຍ​ຂຽນ​ວ່າ: ຂ້າ​ພະ​​ເຈົ້າ​ໄດ້​ຮູ້​ວ່າ​ລັດຖະທຳ​ມະນູນ​ສະບັບ​ໄໝຂອງ​ ສສ ຫວຽດນາມ ​ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ເອົາ ​ແລະ ຂ້າພະ​ເຈົ້າ​​ຢາກ​ຮູ້​ວ່າ ລັດຖະທຳ​ມະນູນ​ໃໝ່​ດັ່ງກ່າວມີ​ຜົນສັກສິດ​ນັບ​ແຕ່​ເວລາ​ໃດ?

        ເພື່ອນ​ຄຳ​ແກ້ວ ວົງສາ ທີ່​ຮັກແ​ພງ, ວັນ​ທີ 28/11/2013, ດ້ວຍ​ຈຳນວນ​ບັດ​ເຫັນ​ດີ​​ສູງ​ຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ. ລັດຖະທຳ​ມະນູນ​ສະບັບ​ໄໝ່​ໄດ້​ຮັບ​ການປະກາດ​ແມ່ນ​ເຫດການ​ການ​ເມືອງ - ນິຕິ​ກຳ​ທີ່​ມີ​ຄວາມ​ໝາຍ​ສຳຄັນ,​ເປັນ​ຂີດ​ໝາຍ​ໃໝ່​ໃນ​ປະ​ຫວັດ​​ແຫ່ງ​ການ​ສ້າງ​ລັດຖະທຳ​ມະນູນຂອງ​ຫວຽດນາມ. ລັດຖະທຳ​ມະນູນ​ມີ​ຄຸນ​ຄ່າ​ນິ​ຕິ​ກຳ​ສູງ​ສຸດ​ຂອງ​ກົດໝາຍ​ທີ່​ເປັນ​ພື້ນຖານແຫ່ງ​​ລັດ​ຫວຽດນາມ ​ໃນ​ໄລຍະ​ຍູ້​ແຮງ​​ກິດ​ຈະ​ການ​ປ່ຽນ​ໃໝ່, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ ສັງຄົມ​ນິຍົມ​ໃນ​ໄລຍະ​ໃໝ່ຢ່າງ​ຮອບ​ດ້ານ. ລັດຖະທຳ​ມະນູນ​ແມ່ນ​ໄດ້​ລວບ​ລວມ​ເອົາປັນ​ຍາ,​ ​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ເປັນ​ຈຳນວນຫຼວງ​ຫຼາຍ, ສະ​ແດງ​​ໃຫ້​ເຫັນ​ແນວຄິດ​ຂອງ​ພັກ, ຈິດ​ໃຈ​ຂອງ​ປະຊາຊົນ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທັງ​ລະບົບ​ການ​ເມືອງ. ວັນ​ທີ 08/12/2013, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຊັນຄຳ​ສັ່ງ​ປະກາດ​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ ​ແລະ ​ຄຳ​ສັ່ງ​ປະ​ກາດມະຕິ​ກຳນົດ​ບາງ​ຂໍ​​້ກ່ຽວ​ກັບ​ການປະຕິບັດ​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ. ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ ມີ​ຜົນ​ສັດ​ສິດ​ນັບແຕ່​ວັນ​ທີ 01/01/2014 ​ເປັນ​ຕົ້ນ​ໄປ.

ການຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃຫ້ລາຍການໃນອາທິດຜ່ານມາ - ảnh 2
(ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ
ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ລາວ)

​ເພື່ອນ ພິມມະ​ສອນ ສຸດ​ດາລາ, ຢູ່​ແຂວງ​ໄຊ​ຍະ​ບູລີ ​ໄດ້​ສົ່ງ​ອີ​ແນວ​ມາ​ຍັງ​ລາຍການ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ ​ໃນ​ໄລຍະ​ຜ່ານ​ມາ ຄະນະ​ພະນັກງານ​ຂັ້ນ​ສູງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແລະປຶກສາ​ຫາລື​ຫຼາຍ​ບັນຫາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ. ຂ້າພະ​ເຈົ້າ​ຢາກ​ຮູ້​ລະອຽດ​ກ່ຽວ​ກັບ​ຜົນ​ແຫ່ງການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ບຳລຸງ​ສ້າງ​ລະຫວ່າງ 2 ປະ​ເທດ​ໃນ​ປີຜ່ານມາ​?

       ເພື່ອນ ພິມະ​ສອນ ສຸດ​ດາລາ ທີ່​ຮັກ​ແພງ, ​​ໃນ​​ໂອກາດ​ການ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ລາວ ແຕ່​ວັນ​ທີ 06 – 09/12 ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ໂດຍ​ທ່ານລັດຖະມົນຕີ ຟ້າ​ມຫວູລ້ວນ ນຳ​ໜ້າ​ນັ້ນ​. ສອງ​ຝ່າຍ​ໄດ້​ສຳຫຼວດກວດ​ຄືນ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາລະ​ຫວ່າ​ງ 2 ປະ​ເທດ​ດັ່ງ​ຕໍ່​ໄປ​ນີ້:

      ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸ​ດ, ​ໄ​ລ່​ຮອດ​ເດືອນ 09/2013, ຈຳນວນ​ພະນັກງານ, ນັກ​ສຶກສາລາວ​​ທັງ​ໝົດທີ່​ພວມ​ຮໍ່າຮຽນ​ຢູ່​ຫວຽດນາມ ​ແມ່ນ 6,493 ຄົນ. ​ໃນ​ນັ້ນມີ​ບັນດາ​ຂົງ​ເຂດ​ບຳລຸງ​ສ້າງ​ຄື: ​ ​ບຳລຸງ​ສ້າງ​ໄລຍະ​ສັ້ນ ​ແລະ ໄລ​ຍະຍາວ, ເຊິ່ງ​ຂຶ້ນກັບ​ບັນດາ​ຂົງ​ເຂດການ​ເມືອງ, ວັດທະນະທຳ, ການ​ສຶກສາ ​ແລະ ວິທະຍາສາດ​ເຕັກ​ນິກ. ​ປະ​ຕິ​ບັດ​ສຳ​​ເລັດຄາດໝາຍ​ບຳລຸ​ງສ້າງ​​ແຫ່ຼງຊັບພະຍາກອນ​ມະນຸດ​ໃຫ້​ລາວ, ຕາມ​ແຜນການ​ຮ່ວມ​ມື​ປີ 2013.

        ​ກ່ຽວ​ກັບວຽກ​ງານ​ກໍ່​ສ້າງຮາກ​ຖານ​ບຳລຸງ​ສ້າງ, ປີ 2013, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໄດ້​ສ​ຳ​ເລັດ​ໂຄງການ​ເພີ່ມຮາກ​ຖານ​​ບຳ​ລຸງ​ສ້າງພະ​ແນ​ກພາສາ​ຫວຽດ ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ, ດ້ວຍ​ຈຳນວນ​ເງິນ​ກວ່າ 52 ຕື້​ດົງ, ກິດຈະກຳ​ໄດ້​ຮັບ​ການກໍ່ສ້າງ​ສຳ​​ເລັດ​ໃນ​ເດືອນ 04/2013; ​ໂຄງການ​ລົງ​ທຶນກໍ່ສ້າງ​ໂຮງຮຽນ​ມັດທະຍົມກິນນອນ​ຊົນ​ເຜົ່າ​ແຂວງ​ຊຽງຂວາງ, ດ້ວຍ​ຍອດ​ຈຳນວນ​ເງິນ 63,6 ຕື້ດົງ, ກິດຈະກຳ​ໄດ້ຮັບ​ການ​ກໍ່​ສ້າງ​ສຳ​ເລັດ​ໃນ​ເດືອນ 09/2013.

      ຂະ​ແໜງສຶກສາ 2 ປະ​ເທດ ​ໄດ້ຕັ້ງໜ້າ​ຜັນ​ຂະ​ຫາຍ​ບັນດາ​ມາດ​ຕະການ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ດ້ວຍຮູບ​ການ​ຄັດ​ເລືອກແບບ​ໃໝ່. ຄຸນ​ນະພາ​ບການ​ຮໍ່າຮຽນ​ຂອງ​ນັກ​ສຶກສາລາ​ວ ທີ່​ພວມ​ຮໍ່າຮຽນ​ຢູ່​ຫວຽດນາມ ຕາມ​ສັນຍາ ​ໄດ້​ມີ​ການ​ຫັນປ່ຽນ​​ຢ່າງ​ຈະ​ແຈ້ງ, ຜົນ​ການ​ຮ່ຳ​ຮຽນໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​​ທຽບ​ເທົ່າ​ກັບ​ນັກ​ສຶກສາ​ຫວຽດນາມ. ກະຊວງ​​ກໍ່ໄດ້​ຊີ້​ນຳ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​​ກັບ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິນຕ່າງໆ​ເພື່ອ​ຜັນ​ຂະຫຍາຍ​ ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ເຊິ່ງ​ລັດຖະບານ 2 ປະ​ເທດໄດ້ລົງ​ນາມ​ໃນ​ວັນ​ທີ 09/02/2012 ​ແລະ ສັນຍາ​ຮ່ວມ​ມື​ປະຈຳ​ປີ​ລະຫວ່າງ 2 ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ ​ແລະ ວິທະຍາສາດ​ເຕັກນິກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. 

         ນີ້​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຮັບ​ຟັງ ແລະ ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາຍັງ​ລາຍການ​ຂອງ​ພວກ​ເຮົາ ໂດຍ​ຈ່າ​​ໜ້າ​ຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ສິ່ງ​ດັ່ງ​ກ່າວ​ຈະປະກອບ​ສ່ວນ​ເຮັດ​ໃຫ້​ລາຍການ​ຂອງ​ພວກ​ເຮົາ​​ນັບ​ມື​ມັບ​ດີ​ກວ່າ​​ເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ