ການ​ປູກ​ເຫັ​ດ​ຢູ່​ແຂວງ​ຊອກ​ຈັງ

(vovworld) - ອາ​ທິດ​ຜ່ານ​ມາ, ພາກ​ພາ​ສາ​ລາວ​, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຮັບ ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບ 7 ສະ​ບັບ​ຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຝາກ​ມາ​ລາຍ​ການ.

        ໃນ​ອີ​ແມວ​ຝາກ​ມາລາຍ​ການ, ເພື່ອນ​ໝອນ​ແກ້ວ, ແຂ​ວງ ຈຳ​ປາ​ສັກ ໄດ້​ຂຽນ​ວ່າ: “ອາ​ທິດ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນຫຼາຍ​ຍ້ອນ​ໄດ້​ຮັບ​ບັດ​ອວ​ຍ​ພອນ​ປີ​ໃໝ່​ຈາກ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ. ເນື່ອງ​ໃນ​ໂອ​ກາດນີ້, ຂ້າ​ພະ​ເຈົ້າ​​ກໍຂໍຝາກ​ຄຳ​ອວຍ​ພອນ​ເຖິງ​ພະ​ນັກ​ງານ, ບັນ​ນາ​ທິ​ການ​ເຮັດ​ວຽກ​ຢູ່​ວິ​ທະ​ຍຸ​ກະ​ຈ​າຍ​ສຽງ​ເວົ້າ​ລ​ວມ ແລ​ະ ບັນ​ນາ​ທິ​ການ​ຂອງ​ພາກ​ພາ​ສາ​ລາວ​ເວົ້າ​ສ​ະ​ເພາະ ​ໃນ​ປີ​ໃໝ່ 2016 ນີ້, ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ ແລະ ຈັດ​​ລາຍ​ການ​ໃຫ້​ມີ​ຄວາມ​ດູດ​ດື່ມ​ກ່​ວາ​ອີກ​ເພື່ອ​ຮັບ​ໃຊ້​ຜູ້​ຟັງ, ຜູ້​ອ່ານ. ຂໍ​ຂ​ອບ​ໃຈ​ພວກ​ເພື່ອນ​ຫຼາຍໆ​ທີ່​ໄດ້​ຝາກ​ບັດ​ອວຍ​ພອນ​ໃຫ້​ຂ້າ​ພະ​ເຈົ້າ, ເຖິງວ່າ​ຂອງ​ຂວັນ​ຈະນ້ອຍ​ໆກໍ​ຕາມ​ແຕ່​ພັດມັນ​ມີ​ຄວາມ​ໝາຍ​ອັນ​ໃຫຍ່ຫຼວງ​ສ​ຳ​ລັບ​ຂ້າ​ພະ​ເຈົ້າ​. ຂ້າ​ພະ​ເຈົ້າ​ຈະ​ແມ່ນ​ຜູ້​ຟັງ​ຈົ່ງ​ຮັກ​ພັກ​ດີ​ຂອງ​ພາກ​ພາ​ສາ​ລາວ​ຕະຫຼອດ​ໄປ.”

        ສ່ວນ​ເພື່ອນ ລັດ​ດາ​ພອນ, ນະ​ຄອນຫຼວງ ວຽງ​ຈັນ ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການ ແລະ ​ແບ່ງ​ປັນວ່າ​ລາວ​ມັກ​ພາບ​ສາ​ລະ​ຄະ​ດີ​ກ່​ຽວ​ກັບ “ຕຸກ​ກະ​ຕາ​ນ້ຳ ຫວຽດ​ນາມ” ຫຼາຍ, ເພື່ອນ​ໃຫ້​ຮູ້​ວ່າ: “ກ່ອນນີ້, ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ຢູ່ ຫວຽດ​ນາມ, ຍາມ​ພັກ​ແລ້ງ​ຂ້າ​ພະ​ເຈົ້າ​ກໍ່​ໄດ້​ໄປ​ຢາມ​ພໍ່. ແຕ່​ລະ​ປີ, ເມື່ອ​​ໄປ​ຢາມ​ພໍ່​ ສອງ​ພໍ່​ລູກຂ້າ​ພະ​ເຈົ້າ​ເຄີຍ​ໄປ​ເບິ່ງ​ລະຄອນ​ຕຸກ​ກະ​ຕາ​ນ້ຳ. ຄາວ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ບໍ່​ຮູ້​ພາ​ສາ​ຫວຽດ​ນາມ ຈັກ​ໂຕ​, ແຕ່​ຍັງ​ມັກ​ເບິ່ງ​ລະຄອນ​ຕຸກ​ກະ​ຕາ​ນ້ຳ​ຫຼາຍ, ຍ້ອນ​ຜ່ານກິລິຍາ​ທ່າ​ທາງ​ຂອງ​​ຕຸກ​ກະ​ຕານັ້ນຂ້າພະ​ເຈົ້າ​ກໍສາມາດ​ເຂົ້າ​ໃຈ​ເນື້ອ​ໃນ​ບົດລະຄອນ​ໄດ້. ປະ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ໄດ້​ເຕີບ​ໃຫ​ຍ່ຫຼາຍ​ແລ້ວ ແລະ ດົນໆ​ບໍ່​ມີ​ໂອ​ກາດ​ເບິ່ງ​ລະຄອນ​ຕຸກ​ກະ​ຕາ​ນ້ຳ ຫວຽດ​ນາມ ດັ່ງ​ນັ້ນ​ເມື່ອ​ເຫັນ​ພາບ​ສາ​ລະ​ຄະ​ດ​ີ​ໃນ​ແວບ​ໄຊ​ຂອງ​ພວກ​ເພື່ອນ ຂ້າ​ພະ​ເຈົ້າ​ມີ​ຄວາມສະ​​ເ​ທືອນ​ໃຈ​ຫຼາຍ ແລະ ຮູ້​ສຶກ​ຄື​ດັ່ງ​ໄດ້​ກັບ​ຄືນ​ຄາວ​ເຍົາ​ໄວ​ຂອງ​ຕົນ. ຂອບ​ໃຈ​ພວ​ກ​ເພື່ອນຫຼາຍໆ.”

        ອາ​ທິດ​ຜ່ານ​ມາ, ເພື່ອນ ສົມ​ໄຊ, ນະ​ຄອນຫຼວງ ວຽງ​ຈັນ ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການໂດຍ​ແບ່ງ​ປັນ​ວ່າ: “​ໃນອາ​ທິດ​, ມີ​ການ​ເຄື່ອນ​ໄຫວ​ຫ​ຼາຍ​ຢ່າງລະ​ຫວ່າງ ລາວ ແລະ ຫວຽດ​ນາມ ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ. ໃນ​ນັ້ນ​ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ ກອງ​ປະ​ຊຸມ​ຄັ້ງ​ທີ 38 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ ລາວ - ຫວຽດ​ນາມ, ຫວຽດ​ນາມ - ລາວ, ​ຢູ່ ​ນະ​ຄອນຫຼວງວຽງ​ຈັນ. ບັນ​ດາ​ແຫຼ່ງ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມນີ້​​ໄດ້​ອັບ​ແດດໃນສື່​ເອ​ເລັກ​ໂຕ​ນິກ​ທັງ​ຂອງ ລາວ ແລະ ຫວຽດ​ນາມ ເປັນ​ຈຳ​ນວນຫຼວງຫຼາຍ. ນອກ​ຈາກນັ້ນ​ຍັງ​ມີ​ການ​ເຄື​່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ລ​ະ​ຫວ່າງ​ສະ​ຖານ​ທູດ​ລາວ ແລະ ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ມາ​ເລ​ເຊຍ. ຜົນ​ງານ​ຂອງກອງ​ປະ​ຊຸມ​ກໍ​ຄື​ການ​ເຄື່ອນ​ໄຫວ​ຂອງ​ສະ​ຖານ​ທູດ 2 ປະ​ເທດ ປ​ະ​ຈຳ ມາ​ເລ​ເຊຍ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ລະ​ຫວ່​າງ 2 ປະ​ເທດ​ນັບ​ມື້​ນັບ​ສະ​ໜິດ​ແໜ້ນ, ​ໂດຍແມ່ນ​ຊາວ​ລາວ​ຄົນ​ໜຶ່ງ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຫຼາຍ​ຕໍ່​ສິ່ງ​ດັ່ງ​ກ່າວ”

ການ​ປູກ​ເຫັ​ດ​ຢູ່​ແຂວງ​ຊອກ​ຈັງ - ảnh 1


ເພື່ອນ ກາບ​ແກ້​ວ, ແຂວງ ຫຼວງ​ນ້ຳ​ທາ ໄດ້​ຝາກ​ອີ​ແມວ​ເຖິງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: “ອາ​ທິດ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ບົດ​ກ່ຽວ​ກັບ “ຮູ​ບ​ແບບ​ຜະ​ລິດ​ເຫັດ​ເຟືອງ ຢູ່​ແຂວງ​ຊອກ​ຈັງ”, ຂ້າ​ພະ​ເຈົ້າ​ມັກ​ບົດ​ຂຽນ​ນີ້ ແລະ ຢາກ​ໄປ​​ໄປ​ຫວຽດນາມ​ໃນ​ທັນທີ​ເພື່ອ​ເຫັ​ນ​ຈັກ​ຕາ ແລະ ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຈາກ​ຊາວ​ກະ​ສິກ​ອນ​ຢູ່​ທີ່​ນີ້. ຂ້າ​ພະ​ເຈົ້າ​ຢາກ​ຖາມ​ຂ່າວ​ຄາວ​ໃດ​ໜຶ່ງ​ກ່ຽວ​ກັບ​ອາ​ກາດ, ການ​ຜະ​ລິດ​ກະ​ສິ​ກຳ​ຢູ່​ແຂວງນີ້​ແດ່?.”      

        ເພື່ອນ​ ກາບ​ແກ້ວ ທີ່​ຮັກ​ແພງ, ຊອກ​ຈັງ ແມ່ນ​ແຂວງ​ໜຶ່ງ​ຢູ່​ແຄມ​ທະ​ເລ ຂຶ້​ນ​ກັບ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ຫ່າງ​ຈາກ​ນະ​ຄອນ ໂຮ່​ຈີ​ມິນ ປະ​ມານ 231 ກມ. ແຂວງ ຊອກ​ຈັງ ນອນ​ໃນ​ເຂດ​ຮ້ອ​ນ ມີ​ຜົນ​ສະ​ທ້ອນ​ຂອງ ລົມມໍ​ລະ​ສຸມ, ໂດຍ​ໄດ້​ແບ່ງ​ເປັນ 2 ລະ​ດູນັ້ນ​ແມ່ນ​ລະ​ດູ​ແຫ້ງ ແລະ ລະ​ດູ​ຝົນ, ໃນ​ນັ້ນ​ລະ​ດູ​ຝົນ​ເລີ່ມ​ແຕ່​ເດືອນ 5 ຫາເດືອນ 10 ແລະ ລະ​ດູ​ແຫ້ງ​ແຕ່​ເດືອນ 11 ຫາ​ເດືອນ 4 ຂອງ​ປີ​ຕໍ່​ໄປ. ອຸນ​ຫະ​ພຸມ​ສະ​ເລ່ຍ​ແຕ່​ລະ​ປີ​ຂອງ​ແຂວງ ຊອກ​ຈັງ​ ແມ່ນ​ປະ​ມານ 26,8 ອົງ​ສາ C, ບໍ່​​ເຄີຍ​ຖືກ​ນ້ຳ​ຖ້ວມ, ປະ​ລິ​ມານ​ຝົນ​ຕົກ​ສະ​ເລ່ຍ​ແຕ່​ລະ​ປີ​ແມ່ນ 1.864 ມມ, ຝົນ​ຕົກຫຼາຍ​ທີ່​ສຸ​ດ​ແມ່ນ​ໃນ​ເດືອນ 8, 9, 10, ເອື້ອ​ອຳ​ນວຍ​ຄວາມ​ສະ​ດວ​ກ​ໃຫ້​ແກ່​ການ​ປູກ​ເຂົ້າ. ດິນ​ຢູ່​ແຂວງ​ຊອກ​ຈັງ ອຸ​ດົມ​ສົມ​ບູນ, ເໝາະ​ສົມ​ໃຫ້​ແກ່​ການ​ພັດ​ທະ​ນາ​​ການ​ປູກເຂົ້າ​ນາ​ທາມ, ຕົ້ນ​ໄມ້​ກະ​ສິ​ກຳ​ໄລ​ຍະ​ສັ້ນ​ຄື: ຕົ້ນ​ອອຍ, ຕົ້ນ​ຖົ່ວ​ເຫຼືອງ, ສາ​ລີ, ນອກ​ຈາກນັ້ນ​ຍັງ​ມີ​ຕົ້ນ​ກິນ​ໝາກ​ບາງ​ຊະ​ນິດ​ຄື: ໝາກ​ມ່ວງ, ຕົ້ນ​ຖົ່ວ​ລຽນ… ປະ​ຈຸ​ບັນ, ມີຫຼາຍ​ທ້ອງ​ຖິ່ນ​ຢູ່​ແຂວງ ຊອກ​ຈັງ​ໄດ້​ເຂົ້າ​ຮ່ວມ​ການ​ປູກ​ເຫັດຫຼາຍ​ຊະ​ນິ​ດ ແລະ ​ລ້ວນ​ແຕ່​ນຳ​ມາ​ເຊິ່​ງ​ປະສິດທິ​ຜົນໃຫ້​​ແກ່ຊາວ​ກະ​ສິ​ກອນ​ລາຍ​. ທີ່​ກ່າວ​ມາ​ຊ້າງ​ເທິງ​ແມ່ນ​ຂໍ້​ມູນ​ບາງ​ຢ່າງ​ກ່ຽວ​ກັບ​ອາ​ກາດ ແລະ ການ​ຜະ​ລິດກ​ະ​ສິ​ກຳ​ຢູ່​ແຂວງ ຊອກ​ຈັງ, ຫວັງ​ວ່າ​ບັນ​ດາ​ແຫຼ່ງ​ຂ່າວນີ້​ຈະ​ຊ່ວຍ​ໃຫ້​ເພື່ອນ ກາບ​ແກ້ວ ໃນ​ວຽກ​ງານ​ຂອງ​ຕົນ.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com.

          


ຕອບກັບ

ຂ່າວ/ບົດ​ອື່ນ