ການສະເຫຼີມສະຫຼອງ 55 ປີແຫ່ງວັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 149 ສະ​ບັບຈາກ​ຜູ້​ຝັງຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 4 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.  ​

        ​ເພື່ອນ ແກ້ວຕາ ວັນ​ລະ​ສິນ ຢູ່​ແຂວງ ຊຽງ​ຂວາງ ​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ລາຍການ​ດ້ວຍ​ເນື້ອ​ໃນ​ວ່າ: “ຂ້າພະ​ເຈົ້າ​ຮູ້​ວ່າ, ​ໃນ​ເດືອນ 7 ນີ້ ຢູ່ ຫວຽດນາມ ຈະ​ຈັດ​ຕັ້ງ​​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ທະຫາ​ນ​ເສຍ​ອົງ​ຄະ, ນັກຮົບ​ເສຍ​ສະ​ຫຼະ​ຊີວິດ​ເພື່ອ​ຊາດ 27/7. ນອກຈາກ​ນັ້ນ, ຍັງ​ມີ​ການ​ເຄື່ອນ​ໄຫວ​​ການສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ. ຂ້າພະ​ເຈົ້າ​ຢາກ​ຮູ້​ແຈ້ງ​ກ່ວາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​​ເຫຼົ່າ​ນັ້ນ?”
ການສະເຫຼີມສະຫຼອງ 55 ປີແຫ່ງວັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ - ảnh 1
ບັນດາບຸກຄົນດີເດັ່ນໄດ້ຮັບໃບຍ້ອງຍໍໃນກອງປະຊຸມໃຫຍ່

        ​ເພື່ອນ ​ແກ້ວຕາ ວັນ​ລະ​ສິນ ທີ່​ຮັກ​ແພງ, ​ການ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນວິນາດສະກຳ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່ ຫວຽດນາມ ​ແມ່ນ​ໂອກາດ​ເພື່ອ​ຕີ​ລາຄາ​ຮອບດ້ານ, ​ເລິກ​​ເຊິ່ງກ່ວາ​ກ່ຽວ​ກັບ​ຄວາມອັນຕະລາຍ, ລະດັບ​ເສຍ​ຫາຍ​ຍ້ອນ​ສົງຄາມ​ເຄມີ​ກໍ່​ຂຶ້ນ​ຕໍ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ ​ແລະ ສຸ​ຂະ​ພາບ​ຂອງ​ມະນຸດ. ພ້ອມ​ທັງ, ຂົນຂວາ​ຍປະຊາຊົນ​ທຸກ​ຊັ້ນ​ວັນ​ນະ, ບັນດາ​ອົງການ, ສ່ວນ​ບຸກຄົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ສືບ​ຕໍ່​ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ກ່ຽວ​ກັບ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ, ສ້າງ​ຄວາມ​ເອົາ​ໃຈ​ໃສ່, ສະໜັບສະໜູນ​ຫາງ​ສຽງ​ທັງ​ພາຍ​ໃນ ​ແລະ ສາກົນ​ສຳລັບ​ການ​ຕໍ່ສູ້​ທວງ​ເອົາ​ຄວາມ​ຍຸຕິ​ທຳ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ. ປີ 2016 ນີ້ ກໍ່​ແມ່ນ​ປີ​ທີ່​ຈັດ​ຕັ້ງ​ກາ​ນ​ເຄື່ອນ​ໄຫວສະ​ເຫຼີມສະຫຼອງ​​ເຫດການ​ນີ້​ຫຼາຍທີ່​ສຸດ, ​ໃນ​ນັ້ນ​ມີ: ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ “​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ” ທົ່ວ​ປະ​ເທດ​ຄັ້ງ​ທີ 3 (ຈັດ​ຕັ້ງ​ໃນ​ວັນທີ 12 – 13/7); ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາ​ສາດສາກົນ “ຕີ​ລາຄາ​ຜົນ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ ​ໂດຍ ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງຄາມ​ຢູ່ ຫວຽດນາມ” (8 – 9/8), ງານ​ໂຮມ​ຊຸມ​ນຸມສະ​ເຫລີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ວິນາດ​ສະ​ກຳ​ທາດ​ພິດ​ສີ​ສົ້ມ (10/8). ນ​ອກຈາກ​ນັ້ນ​ແລ້ວ, ຈະ​ມີ​ການ​ເຄື່ອນ​ໄຫວ​ຈຳ​ນວນ​ໜຶ່ງ​ຄື: ງານ​ວາງສະ​ແດງທາດ​ພິດ​ສີ​ສົ້ມ - ມະ​ໂນ​ທຳ ​ແລະ ຄວາມ​ຍຸຕິ​ທຳ ຢູ່​ຫໍພິພິຕະພັນ​ປະຫວັດສາດ​ການ​ທະຫານ ຫວຽດນາມ ​ແຕ່​ວັນ​ທີ 2/8 – 29/9/2016, ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ, ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ​້ບັນດາ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ແຂວງ ນີງບີ່​ງ. ​ເຖິງ​ວ່າ​ສົງຄາມ​ໄດ້​ ສິ້ນ​ສຸດ​ລົງ​ກ່ອນ​ນີ້ 1/3 ສະຕະວັດ​ແລ້ວ​ກໍ່ຕາມ ​ແຕ່​ວິ​ນາດ​ສະ​ກຳ​ສີ​ສົ້ມ​ຍັງ​ຄົງ​ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ສຳ​ລັບ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ຊີວິດ ​ແລະ ສຸ​ຂະ​ພາບ​ຂອງ​ມະນຸດ. ປະຈຸ​ບັນ, ຫວຽດນາມ ມີ​ກ່ວາ 4,8 ລ້ານຄົນ​ຍັງ​ຕິດ​ທາດ​ພິດ​ສີ​ສົ້ມ, ​ໃນ​ນັ້ນ​ມີກ່ວາ 3 ລ້ານ​ຄົນ​ແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ 80 ລ້ານ​ລິດ​ທາ​ດພິດ​ເຄມີທີ່ ອາ​ເມ​ລິ​ກາ ຫວ່ານ​ລົງຫວຽດນາມ ​ໃນ​ໄລຍະ 1961 -1971.

+++

        ທ່ານ ສົມ​ໄຊ ​ໄຊ​ຍະ​ຈັກ, ​ແຂວງ ຫົວພັນ​ໄດ້​ໂທລະສັບ​ຫາ​ລາຍການ ​ແລະ ຢາກ​ຮັບ​ຟັງ​ບັນດາ​ບົດ​ເພງ​ກ່ຽວ​ກັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ທະ​ຫານ​ເສຍ​ອົງ​ຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

        ​ທ່ານ ສົມ​ໄຊ ທີ່​​ເຄົາລົບ, ​​ໃນອາທິດ​ແຕ່​ວັນ​ທີ 25 – 31/7, ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ລາຍການ​ເພງ​ສະ​ເຫຼີ​ມສະຫຼອງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7). ນອກຈາກ​ຮັບ​ຟັງ​ທາງ​ວິ​ທະຍຸ​​ແລ້ວ, ​ທ່ານ​ສົມ​ໄຊ ​ແລະ ບັນດາ​ມິດ​ເພງ​ສາມາດ​ຮັບ​ຟັງ​ຄືນ​ໃນ​ແວ​ບ​ໄຊ: vovworld.vn ຂອງ​ພວກ​ເຮົາ.

ການສະເຫຼີມສະຫຼອງ 55 ປີແຫ່ງວັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ - ảnh 2
ຄະນະນັກເຕັກນິກລາວ

        ​ເພື່ອນ ວັນ​ລິ​ດາ, ​ແຂວງ ວຽງ​ຈັນ ​ໄດ້​ໂທລະສັບ​ເຖິງ​ລາຍການ, ​​ແບ່ງປັນ​ວ່າ: “ຂ້າພະ​ເຈົ້າ​ມີ​ເພື່ອນ​ຄົນ​ໜຶ່ງ​ເຮັດ​ວຽກ​ຢູ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ລາວ. ອາທິດ​ກ່ອນ, ​ເມື່ອ​ໄປ​ຢາມ​ບ້ານ​ຂອງ​ລາວ​, ຂ້າພະ​ເຈົ້າ​​ໄດ້​ຮູ້​ວ່າ​ລາວ​ພວມ​ເຂົ້າ​ຮ່ວມ​ຊຸດ​ເຝິກອົບຮົມ​ດ້ານ​ເຕັກນິກ​ໄລຍະ​ສັ້ນ​​ໂດຍ ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV) ຈັດ​ຕັ້ງ. ຜ່ານ​ທາງ​ລາຍການ, ຂ້າພະ​ເຈົ້າ​ຢາກ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຊຸດ​​ເຝິກອົບຮົມ​ນີ້​ໄດ້​ບໍ່?”

        ​ເພື່ອນ ວັນ​ລິ​ດາ ທີ່​ຮັກ​ແພງ, ຫວ່າງ​​ແລ້ວ​ນີ້ VOV ​ໄດ້​ເປີດ​ຊຸດ​ເຝິກອົບຮົມ​ຮຽນ​ກ່ຽວ​ກັບ​ດ້ານ​ເຕັກນິກ​ໃຫ້​ແກ່​ບັນດາ​ນັກ​ເຕັກນິກ​ທີ່​ມາ​ຈາກ 18 ​ແຂວງ, ນະຄອນ​ຂອງ​ປະ​ເທດ​ລ້າງ​ຊ້າງ​ທີ່​ສວຍ​ງາມ. ຊຸດ​ຮຽນ​ນີ້​ແກ່ຍາ​ວ​ແຕ່​ວັນ​ທີ 31/6 – 15/7, ນ​ອກຈາ​ກ​ໄດ້​ຮຽນ​ບັນດາ​ທັກ​ສະ​ໃນ​ການບູລະນະ​ສ້ອມ​ແປງ, ​ແກ້​ໄຂ​ບັນຫາ​ທີ່​ເຄີຍ​ເກີດ​ຂຶ້ນ​ສຳລັບ​ອຸປະ​ກອບ​ທີ່​ທັນ​ສະ​ໄໝ​ໃນ​ການ​ກະຈາຍສຽງ, ​ໂທລະພາບ​. ນອກ​ຈາກນັ້ນ, ບັນດາ​ນັກ​ສຳ​ມະ​ນາກອນທີ່​ເຂົ້າ​ຮ່ວມ​ຊຸດ​​ເຝິກອົບຮົມ​ນີ້​ຍັງ​ໄດ້​ໄປ​ທັດສະນະ​ສຶກສາ, ຢ້ຽມຢາມ​ບັນດາ​ທັດສະນີ​ຍະ​ພາບ​ຂອງ ຮ່າ​ໂນ້ຍ ​ແລະ ບັນດ​ແຂວງ​ພາກ​ເໜືອ​ອີກ​ດ້ວຍ. ນີ້​ແມ່ນ​ລາຍການ​ພົວພັນ​ແລກປ່ຽນ, ຮ່ວມ​ມື​ລະ​ຫວ່າງ VOV ​ແລະ ບັນດາ​ອົງການ​ສື່ມວນ​ຊົນ​ຂອງ​ລາວ. ທ່ານ ວິ​ຢາ, ມາ​ຈາກ​ສະຖານີ​ກະຈາຍສຽງ - ໂທລະພາບ​ແຂວງ​ຫົວພັນ, ​ໃຫ້​ຮູ້​ວ່າ:

          ສຽງ​ຂອງ​ທ່ານ ວິ​ຢາ


        ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.
ຂ່າວ/ບົດ​ອື່ນ