ການເຄື່ອນໄຫວຕົ້ນຕໍ່ເພື່ອສະເຫຼີມສະຫຼອງ40ປີແຫ່ງວັນຊາດສປປລາວຢູ່ຫວຽດ​ນາມ

(vovworld) - ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງທ່ານ ຕາວ ວັນ​ນະ​ຈັກ ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ທ່ານ ຄຳ​ສີ, ດວງ​ຕາ ຢູ່​ແຂວງ ຫົວ​ພັນ ແລະ ທ່ານ ສົມ​ໄຊ​ ຢູ່​ແຂວງ ຫຼວງ​ພະ​ບາງ, ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ແນະ​ນຳ​​ການ​ເຄື່ອນ​ໄຫວຕົ້​ນ​ຕໍ່​ເພື່ອ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງ​ວັນ​ຊາດ ສ​ປ​ປ ລາວ (2/12/1975 - 2/12/2015) ທີ່​ໄດ້​ຮັບ​ການ​ຈັ​ດ​ຕັ້ງ​ຢູ​່ ຫວຽດ​ນາມ.

ການເຄື່ອນໄຫວຕົ້ນຕໍ່ເພື່ອສະເຫຼີມສະຫຼອງ40ປີແຫ່ງວັນຊາດສປປລາວຢູ່ຫວຽດ​ນາມ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ກ່າວ​ຄຳ​ເຫັນ​ໃນ​ງານ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ຊາດ ສ​ປ​ປ ລາວ


ທ່ານ ຕາວ ວັນ​ນະ​ຈັກ, ທ່າ​ນ​ຄຳ​ສີ, ທ່ານດວງ​ຕາ, ທ່ານ ສົມ​ໄຊ ແລະ ທ່ານ​ຜູ້​ຟັງ​ທຸກໆ​ທ່ານ​ທີ່​ເຄົາ​ລົບ, ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ຊາດ ສ​ປ​ປ ລາວ ແມ່ນ​ການ​ເຄື່ອນ​ໄຫວທີ່​ມີ​ຄວາມ​ສຳ​ຄັນ​ຍິ່ງ​ສຳ​ລັບ​ການ​ນຳ ແລະ ປະ​ຊາ​ຊົນ​ລາວ, ຢູ່ປະ​ເທດ ຫວຽດ​ນາມ ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຈັດ​ຕັ້ງ​ກາ​ນ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີມ​ສ​ະຫຼອງ​ເຫດ​ການ​ສຳ​ຄັນ​ນີ້​ຄື: ໃນ​ວັນ​ທີ 1/12, ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ສ​ະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລ​າວ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ການ​ສະ​ເຫຼີມ​ສະຫຼອງວັນ​ຊາດ ລາວ (2/12/1975 - 2/12/2015), ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວນີ້​ມີ​ທ່ານ ເລ​ຮ່​ວາງກວນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ, ຜູ້​ຕາງ​ໜ​້າ​ສະ​ຖານ​ກົງ​ສູນ​ໃຫ​ຍ່ ສ​ປ​ປ ລາວ ປະ​ຈຳ ນະ​ຄອນ ໂຮ່​ຈີ​ມິນ, ນັກ​ຮຽນ, ນັກ​ສຶກ​ສາ ລາວ ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ເປັນ​ຈຳ​ນວນຫຼ​ວງຫຼາຍ. ນ​ອກ​ຈາກນັ້ນ, ມະ​ຫາ​ວິ​ທະ​ຍາ​ໄລ ວີງ ແລ​ະ ມະ​ຫາ​ວິ​ທະ​ຍາ​ໄລຫຼາຍ​ແຫ່ງ​ທີ່​ມີ​ນັກ​ສຶກ​ສາ​ລາວ​ຮ່ຳ​ຮຽນ ກໍ​ໄດ້​ຈັດ​ຕັ້ງ​ການ​ສະ​ເຫຼີມ​ສະຫຼອງ​ຢ່າງ​ສົມ​ກຽດ​. ພິ​ເສດ, ​ແມ່ນ​ງານ​ໂຮມຊຸມ​ນຸມ​​ສະ​ເຫຼີມ​ສ​ະຫຼອງ 40 ປີ​ແຫ່ງວັນ​ຊາດ ສ​ປ​ປ ລາວ (2/12/1975 - 2/12/2015) ແລະ 95 ປີ​ແຫ່ງວັນ​ຄ້າ​ຍ​ວັນ​ເກີດ​ປະ​ທານ ໄກ​ສອນ ພົມ​ວິ​ຫານ  (13/12/1920 - 13/12/2015) ໂດຍ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ລັດ ສ​ສ ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ຄະ​ນະ​ພັກ​ນະ​ຄອນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ສູນ​ກາ​ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 2/12. ​ໃນ​ນາມ​ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ໄດ້​ອວຍ​ພອນ​ບັນ​ດາ​ໄຊ​ຊະ​ນ​ະ​ອັນ​ຍິ່ງ​ໃຫ​ຍ່, ຮອບ​ດ້ານ, ມີ​ຄວ​າມ​ໝາຍ​ປະ​ຫວັດ​ສາດ​ຂອງ​ປະ​ຊາ​ຊົນລາວ​ບັນ​ດາ​ເຜົ່າ​ອ້າຍ​​ນ້ອງ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ: ພັກ​ປ​ະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຈະ​ສືບ​ຕໍ່​ນ​ຳ​ພາ​ປະ​ຊາ​ຊົນ​ລາວ​ປະ​ຕິ​ບັດ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃຫ້​ບັນ​ລຸ​ຜົນ​ສ​ຳ​ເລັດ​ຢ່າງ​ຈົ​ບ​ງາມ, ຢືດ​ໝັ້ນ ແລະ ເສີມ​ຂະ​ຫ​ຍາຍ​ແນວ​ທາງ​ແຫ່ງ​ການ​ປ່ຽນ​ໃໝ່, ປັບ​ປຸງ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ, ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງ​ຄົມ​ສາ​ມັກ​ຄ​ີ, ປອງດອງ​, ປະ​ຊາ​ທິ​ປະ​ໄຕ​ຍຸ​ຕິ​ທຳ ແລະ ສີ​ວິ​ໄລ. ຕອນ​ຄ​່ຳ​ວັນ​ທີ 30/11, ທ່ານ ທອງ​ສ​ະ​ຫວັນ ພົມ​ວິ​ຫານ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ໄດ້​ຈັດ​ງານ​ລ້ຽງ​ສະ​ເຫຼີມ​ສ​ະຫຼອງ 40 ປີ​ແຫ່ງວັນ​ຊາດ​ ສ​ປ​ປ ລາວ ຢ່າງ​ສົມ​ກຽດ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທອງ​ສະ​ຫວັນ ພົມ​ວິ​ຫານ ໄດ້​ຊີ້​ແຈ້ງວ່າ: ຈາກ​ປະ​ເທດ​ຫຼ້າຫຼັງ, ດ້ອຍ​ພັດ​ທະ​ນາ, ພາຍຫຼັງ 40 ປີ, ພິ​ເສດ​ແມ່ນ​ພາຍຫຼັງ 29 ປີ​ແຫ່ງ​ການ​ປະ​ຕິ​ຮູ​ບ, ປະ​ເທດ​ລາວ​ພວມ​ພັດ​ທະ​ນາ​ເທື່ອ​ລະ​ກ້າວ, ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ (GDP) ບັນ​ລຸ​ປະ​ມານ 7%/ປີ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ແຕ່ 380 USD ໃນ​ປີ 1995 ຂຶ້ນ​ເຖິງ 1.700 USD ໃນ​ປີ 2014, ອັດ​ຕາ​ຜູ້​ຮູ້​ໜັງ​ສື​ກວມເຖິງ 99%, ພົນ​ລະ​ເມືອງ 98% ສາ​ມາດ​ສຳ​ພັດ​ກັບ​ບັນ​ດາ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ແລະ 89% ຄອບ​ຄົວ​ໃນ​ທົ່ວ​ປະ​ເທດ​ໄດ້​ນຳ​ໃຊ້​ໄຟ​ຟ້າ. ສຳ​ລັບ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ກໍ່ໄດ້​ຮັ​ບ​ການ​ປັບ​ປຸງ​ເທື່ອ​ລະ​ກ້າວ, ມີ​ເຄືອ​ຂ່າຍ​ຄົມ​ມະ​ນ​າ​ຄົມ​ລະ​ຫວ່າງ​ເມືອງ… ດ້ວຍ​ບັນ​ດາ​ຜົນ​ງານ ແລະ ໄຊ​ຊະ​ນະ​​​ໃນຂົງ​ເຂດ​​ຕ່າງໆທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງນັ້ນ, ປະ​ເທດ​ລາວ ນັບ​ມື້​ນັບ​​ກາຍ​ເປັນ​ປະ​ເທດ​ມີ​ພື້ນ​ຖານ​ດ້ານ​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ, ມີ​ສະຖຽນ​ລະ​ພາບດ້ານ​ການ​ເມືອງ ​ແລະ ຮັບ​ປະ​ກັນຄວາມ​ສະ​ຫງົບປອດ​ໄພ - ສັງ​ຄົມ​.

ນ​ອກ​ຈາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ດັ່ງ​ກ່າວ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ ຫວຽດ​ນາມ ກໍ​ໄດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ສະ​ຖານ​ທູ​ດ ແລະ ສະ​ຖານ​ກົງ​ສູນ​ໃຫ​ຍ່​ ສ​ປ​ປ ລາວ ປະ​ຈຳ ຫວຽດ​ນາມ ອີກ​ດ້ວຍ.

ການເຄື່ອນໄຫວຕົ້ນຕໍ່ເພື່ອສະເຫຼີມສະຫຼອງ40ປີແຫ່ງວັນຊາດສປປລາວຢູ່ຫວຽດ​ນາມ - ảnh 2
ຕະຫຼາດ ເບັນ​ແທ່ງ, ນະ​ຄ​ອນ ໂຮ່​ຈີ​ມິນ

ສ່ວນ​ໃນ​ອີ​ແມວຝາກ​ມາລາ​ຍການ, ​ເພື່ອນ​ ທອງວັນ, ແຂວງ ຫຼ​ວງ​ພະ​ບ​າງ ໄດ້​​ຖາມ​ວ່າ: “​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ອາ​ດຈະ​ໄປ​ທ​່ອງ​ທ່ຽວ​ ຫວຽດ​ນາມ ໃນ​ໄລຍະເວ​ລາ​ໃກ້ໆ​ນີ້. ດັ່ງ​ນັ້ນ​, ຂ້າ​ພະ​ເຈົ້າ​ຢາກ​ຖາມ​ວ່າ ປະ​ຈຸ​ບັນ, ອຸນ​ຫະ​ພຸມ ຢູ່ ຫວຽດ​ນາມ ຄື​ແນວ​ໃດ ແລະ ໃນ​ຊ່ວງ​ເວ​ລານີ້​ໄປ​ທ່ອງ​ທ່ຽວ​ຢູ່​ແຂວງ​ໃດ​ແມ່ນ​ເໝາະ​ສົມ​ທີ່​ສຸດ.”

ເພື່ອນ ທອງວັນ ທີ່​ຮັກ​ແພງ, ປະ​ຈຸ​ບັນ, ອາ​ກາດ​ຢູ່​ແຕ່​ລະ​ເຂດ​ພາກ​ຂອງ ຫວຽດ​ນາມ ມີ​ຄວາມ​ແຕກ​ຕ່າງ​ກັນ. ຖ້າ​ຫາກ​ເພື່ອນ​ມັກ​ອາ​ກາດ​ໜາວ​ຈົ່ງ​ໄປ​ທ່ຽວ​ບັນ​ດາ​ແຂວງ​ພາກ​ເໜືອ, ສ່ວນ​ເພື່ອນ​ມັກ​ອາ​ກາດ​ອົບ​ອຸ່ນ​ຄວນ​ໄປ​ທ່ຽວ​ບັນ​ດາ​ແຂວງ​ພາກ​ໃຕ້. ປະ​ຈຸ​ບັນ, ອຸນ​ຫະ​ພຸມ​ຢູ່ ຮ່າ​ໂນ້ຍ ແລະ ບັນ​ດາ​ແຂວງ​ພາກ​ເໜືອ​ໜາວ​ຫຼາຍ, ອຸນ​ຫະ​ພຸມແຕ່ 12 – 22 ອົງ​ສາ. ບັນ​ດາ​ແຂວງ​ພາກ​ກາງ​ອາ​ກາດອົບ​ອຸ່ນ​​ກ່​ວາ​ໜ້ອຍ​ໜຶ່ງ, ຢູ່​ໃນ​ລະ​ດັບ​ແຕ່  17 ຫາ 24 ອົງ​ສາ. ສ່ວນ​ອາ​ກາດ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ​ ​ແມ່ນ​ອຸ່ນ​ກ່ວ​າ, ​ແມ່ນ​ແຕ່ 24 ຫາ 32 ອົງ​ສາ. ຫວັງ​ວ່າ, ຂໍ້​ມູນ​ດັ່ງ​ກ່າວ​ຈະ​ຊ່ວຍ​ໃຫ້​ເພື່ອນ ແລະ ຄອບ​ຄົວ​ເລືອກ​ເຟັ້ນ​ສະ​ຖາ​ນ​ທີ່​ທ່ອງ​ທ່ຽວ​ເໝາ​ະ​ສົມ​ແດ່​ເດີ.

            ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com.


ຕອບກັບ

ຂ່າວ/ບົດ​ອື່ນ