ການແນະນຳບັນດາຄຳສັບວັດ, ສາລາ, ວິຫານ, ຫໍບູຊາ, ຫໍຜີ

(vovworld) - ​ໃນ​ອາທິດ, ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ ​ແລະ ອີ​ແມວ​ຫຼາຍ​ສະບັບ​ຈາກ​ທ່ານ​ຜູ້ຟັງ, ຜູ້​ອ່ານ​ລາວ​ຝາກ​ມາ​ຍັງພາກ​ພາສາ​ລາວ, ວິທະຍຸ​ກະຈາ​ຍສຽງ ຫວຽດນາມ. ​ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາ​ຍ ​ແລະ ຕອບ​ຈົດໝາຍ​ຈາກ​ທ່ານ​ຜູ້​ຟັງ, ຜູ້​ອ່ານ. 
ການແນະນຳບັນດາຄຳສັບວັດ, ສາລາ, ວິຫານ, ຫໍບູຊາ, ຫໍຜີ - ảnh 1
ສົ້ມກຸງກິນກັບເຂົ້າປຸ້ນ ແລະ ຊີ້ນລວກ

        ​ເພື່ອນທຳ​ມະ​ວົງ​, ຢູ່​ແຂວງ​ຄຳ​ມ່ວນ ​ໄດ້​ຝາກ​ອີ​ແມວ​ເຖິງ​ລາຍການ​ດ້ວຍ​ເນື້ອ​ໃນ​ວ່າ: “ຂ້າພະ​ເຈົ້າ​ມີ​ເພື່ອນ ຫວຽດນາມ ຄົນ​ໜຶ່ງ, ພວກ​ຂ້າພະ​ເຈົ້າ​ໄດ້​ຮຽນ​ນຳ​ກັນ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ເປັນ​ເວລາ 4 ປີ​ແລ້ວ, ​ເມື່ອ​ລາວ​ກັບ​ເມື​ອປະ​ເທດ​ກໍ່​ເຄີຍ​ຂຽນ​ຈົດໝາຍ​ໃຫ້​ຂ້າພະ​ເຈົ້າ. ຕົ້ນ​ເດືອນ 6 ຜ່ານ​ມາ, ຄອບຄົວ​ຂອງ​ລາວ​ໄດ້​ໄປ​ທ່ອງ​ທ່ຽວ​ທະ​ເລ ດ່າ​ນັ້ງ ​ແລະ ​ໄດ້​ຝາກ​​ໃຫ້​ຂ້າພະ​ເຈົ້າ​ນຳ້​ແຈ່ວ​ປອງ​ໜຶ່ງ​ຂຽນ​ວ່າ “ມ້ຳຕົມ​ຈົວ ຢິ​ເກີນ” ​ເປັນ​ຂອງຕ້ອນ ​ແຕ່​ລາວ​ບໍ່​ໄດ້​ເວົ້າ​ວິທີ​ນຳ​ໃຊ້​ນຳ້​ແຈ່ວ​ນີ້​ຄື​ແນວ​ໃດ? ຂ້າພະ​ເຈົ້າຢາ​ກ​ໄດ້​ແນະນຳ​ວິທີ​ນຳ​ໃຊ້​ນຳ້​ແຈ່ວ​ນີ້ ​ກໍ່​ຄື​ຕົ້ນ​ກຳ​ເນີ​ດຂອງ​ມັນ”

        ​​ເພື່ອນ ທຳ​ມະ​ວົງ ທີ່​ເຄົາລົບ, ນຳ້​ແຈ່ວ “ມ້ຳຕົມ​ຈົວ ຢີ່​ເກີນ” ​​​ແມ່ນ​ນຳ້​ແຈ້ວປະ​ເພດ​ໜຶ່ງ​ຂອງ​ພາກ​ກາງ ຫວຽດນາມ, ພິ​ເສດ​ແມ່ນ​ຂອງ ​ເຫ້ວ, ​ເຫ້ວ ກໍ່​ແມ່ນ​ນະຄອນ​ມີ​ນຳ້​ແຈ່ວ​​ເຮັດ​ດ້ວຍ​ສົ້ມ​ກຸງ​ໂດ່​ງດັ່ງທີ່​ສຸ​​ດ. ນຳ້​ແຈ່ວສົ້ມ​ກຸງມີ​ສີ​ແດງ. ​ເມື່ອປຸງ​ແຕ່ງ​ນຳ້​ແຈ່ວ​ປະ​ເພດ​ນີ້​ຕ້ອງ​ເລືອກ​ກຸງ​ສົດ, ລ້າງ​ໃຫ້​ສະອາດ​ດ້ວຍ​ນຳ້​​ເກືອ. ​​ແລ້ວ​​ດອງ​​ໃນ​​ເຫຼົ້າ​ຂາວ​ໃຫ້​ກຸງ​ສຸ​ກ​ແດງ. ຫຼັງ​ຈາກ​ນັ້ນ, ​​ເອົາ​ກຸງ​ມາ​ຂົນ​ກັບ​ເຂົ້າໜຽວ, ໝາກ​ເພັດ, ຫົວ​ຂີງ ​ແລະ ຫົວ​ຜັກທຽມທີ່​ໄດ້​ຊອຍ​​ເປັນ​ເສັ້ນ ​ແລ້ວ​ໃສ່​​ໃນ​ໄຫ​ດ້ວຍ​ດິນ​ເຜົາ ​ໃນ​​ເວລາ 5 – 7 ວັນ ມັນ​ຈະ​​ເປັນ​ສົ້ມ​ກຸງ. ມີ​ຫຼາຍ​ເຄື່ອງໝາຍ​ສົ້ມ​ກຸງ​ທີ່​ມີ​ຊື່​ສຽງໃນ​ນັ້ນ​ມີ ສົ້ມ​ກຸງຢີ່​ເກີນ, ຍືດຮ່ວາງ​... ​ເພື່ອນສາ​ມາດ​ກິນ​ສົ້ມ​ກຸງ​​ກັບ​ເຂົ້າ​ປຸ້ນ, ຈຳ້​ຊີ້ນ​ລວກ, ຫຼື ​ພັນ​ຊີ້ນ​ພັນ​ຜັກກໍ່​ແຊບ.

+++

        ​ເພື່ອນ​ພອນສະຫວັນ, ​ແຂວງ ວຽງ​ຈັນ​ໄດ້​ຝາກ ອີ​ແມວ ມາ​ຍັງ​ລາຍການ​ໂດຍ​ຖາມ​ວ່າ: “​ເມື່ອ​ອ່ານ​ບົດ​ຕ່າງໆ​ໃນ​​ແວບ​​ໄຊຂອງ​ພວກ​ເພື່ອນ, ຂ​້າພະ​ເຈົ້າ​​ເຄີຍ​​ເຫັນ​ຄຳສັບ​ຕ່າງໆ​ຄື: ວັດ, ສາລາ, ວິຫານ, ຫໍ​ບູຊາ, ຫໍ​ຜີ. ຂ້າພະ​ເຈົ້າ​ຢາກ​ຮູ້​​ແຈ້ງ​ກ່ວາຄວາມ​ໝາຍ​ຂອງ​ບັນດາ​ສັບ​ດັ່ງກ່າວ​?”
ການແນະນຳບັນດາຄຳສັບວັດ, ສາລາ, ວິຫານ, ຫໍບູຊາ, ຫໍຜີ - ảnh 2
ວັດແຫ່ງໜຶ່ງຂອງ ຫວຽດນາມ

        ​ທ່ານ ພອນ​ສະຫວັນ ທີ່​ເຄົາລົບ, ວັດ​ແມ່ນ​ບ່ອນ​ເຄື່ອນ​ໄຫວ ​ແລະ ​ໂຄ​ສະນາ​ເຜີຍ​ແຜ່​ສາສະໜາ​ພຸດ, ​ແມ່ນ​ບ່ອນ​, ດຳ​ເນີນ​ຊີວິດ, ຖື​ສິນ​ກິນ​ບວດ ​ແລະ ສິດສອນ​ສາສະໜາ​ພຸດ​ຂອງ​ບັນດາ​, ພະ​ສົງ​ສຳມະ​ເນນ, ພຸດທະສາສະ​ນິກກະ​ຊົນ. ທຸກ​ຄົນ, ນັບ​ທັງ​ຜູ້​ບໍ່​ຖື​ສາສະໜາ​ພຸດ​ກໍ່​ສາມາດ​ມາ​​ຢາມ, ບູຊາ, ທ່ຽວ​ຊົມ ຫຼື ຮັບ​ຟັງ​ການ​ສິດສ​ອນຄຳ​ພີ ​ແລະ ​ດຳ​​ເນີນພິທີ​ທາງ​ສາສະໜາ​ພຸດກໍ່​ໄດ້. ສາລາແມ່ນ​ບ່ອນ​ບູຊາຜີ​ຫຼັກ​ບ້ານ, ພ້ອມ​ທັງ​ແມ່ນ​ບ່ອນ​ເຕົ້າ​ປະຊຸມ, ປຶກສາ​ຫາລືວຽກ​ງານ​ຂອງ​ປະຊາຊົນ​​ໃນບ້ານ. ສາລາ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສູນ​ດຳ​ເນີນ​ຊີວິ​ດທາງ​ດ້ານວັດທະນະທຳ​ຕິດ​ພັນ​ກັບ​ປະຊາ​ຊົນ ​ແລະ  ມີ​ສີສັນ​ພິ​ເສດສະ​ເພາະ​ຂອງ​ພື້ນ​ຖານ​ອະລິ​ຍະ​ທຳ​​ເຂົ້ານາ​ທາມ ຫວຽດນາມ. ວິຫານ ​ແມ່ນ​ກິດຈະກຳ​ສະຖານ​ປັດຕະຍາ​ກຳ​ໄດ້​ຮັບ​ການ​ກໍ່ສ້າງ​ເພື່ອ​ບູຊາ ອໍລະ​ຫັນ ຫຼື ຕົວ​ພະຍານ​ປະຫວັດສາດ ​ທີ່​ໄດ້​ຮັບ​ຖື​ວ່າເຄົາລົບນັບຖື​ຄື​ວ່າ​ອໍ​ລະ​ຫັນ. ຢູ່ ຫວຽດນາມ ບັນດາ​ວິຫານ​ໄດ້​ຮັບ​ການ​ກໍ່ສ້າງ​ເພື່ອ​ຈົດ​ຈຳ​ບຸນຄຸນ​ຂອງ​ບັນດາ​ນັກ​ວິລະ​ຊົນຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ ​ແລະ ຄຸນງາມຄວາມ​ດີ​ຂອງ​ບຸກຄົນ​ທີ່​ມີ​ຕໍ່​ທ້ອງ​ຖິ່ນ. ຫໍ​ບູຊາ ​ແມ່ນ​ປູ​ຊະນີ​ຍະສະ​ຖານ​ວັດທະນະທຳ ​ໃນ​ການ​​ເຫຼື້ອມ​ໃສ​ບູຊາ​ພື້ນ​ເມືອງ​ຂອງ ຫວຽດນາມ ມີ​ຂອບ​ຂະ​ໜາດ​ນ້ອຍ​ກ່ວາ ວິຫານ. ບັນດາ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ການ​ບູຊາ​ໃນ​ຫໍ​ບູຊາ​ ​ມີ​ຫຼາຍ​ຮູບ​ແບບ​ທີ່​ສຸດ​ເຊິ່ງສະ​ແດງ​ອອກ​ຜ່ານ​ຊື່​ຂອງ​ຫໍ​ບູຊາ. ສ່ວນ​ຫໍຜີ, ​ແມ່ນ​ສະ​ຖາ​ປັດຕະຍາ​ກຳ​ນ້ອຍ​ທີ່​ເຄີຍ​ຕັ້ງ​ໃນ​ສວນ​ຄອບຄົວ.

+++

        ໃນ​​ໂທລະສັບ​ເຖິງ​ລາຍການ, ​​ເພື່ອນ ບຸນ​ຕາ ​ແຂວງ ຫຼວງ​ພະ​ບາງ, ​ເພື່ອນ​ບົວທອງ, ວັນ​ທາ, ຢູ່​ນະຄອນຫຼວງ ວຽງ​ຈັນ ​ຢາກ​ຮູ້​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ “ງານ​ມະ​ໂຫລານ​ສິລະ​ປະ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ​ແລະ ​ໄທ ປີ 2016”.

​ເພື່ອນ ບຸນ​ຕາ, ບົວທອງ, ວັນ​ທາ ທ່ີ​ຮັກ​ແພງ! ງານ​ມະ​ໂຫລານ​ສິລະ​ປະ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ​ແລະ ​ໄທ ປີ 2016, ​ໂດຍ​ກົມ​ສິລະ​ປະການສະ​ແດງ, ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ, ໃນ​ເດືອນ 7 ຈະ​ມາ​ເຖິງ​ຢູ່​ແຂວງ​ກວາງ​ຈິ້. ງານ​ມະ​ໂຫລານ​ສິລະ​ປະ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ​ແລະ ​ໄທ ​ແມ່ນ​ວັນບຸນ​ສິລະ​ປະ​ຄັ້ງ​ໃຫຍ່​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ສິລະ​ປິນບັນດາ​ປະ​ເທດ​ໄດ້​ພົບ​ປະ, ​ແລກປ່ຽນ​ບົດຮຽນ, ຮັບ​ເອົາ​ບັນດາ​ສິ່ງ​ຍອດ​ຍິ່ງ​ໃນ​ການປະດິດຄິດ​ສ້າງ​ສິລະ​ປະ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​​ໃຫ້​ບັນດາ​ປະ​ເທດ​ໄດ້​ຮັດ​ແໜ້ນ​ຄວາມ​ສາມັກຄີ, ນຳ້​ໃຈ​ມິດຕະພາບ​ໃນ​ປະຊາ​ຄົມ ອາ​ຊຽນ ​ໃນ​ຂົງ​ເຂດວັດທະນະທຳ​ສິລະ​ປະ. ເຂົ້າ​ຮ່ວມ​ງານ​ມະ​​ໂຫລານ​ມີ​ບັນດາລາຍ​ການສະ​ແດງ​ສິລະ​ປະ, ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະ​ເທດ​ຊາດ, ປະຊາຊົນ, ຜົນງານ​ຂອງ​ບັນດາປະ​ເທດ​ໃນ​ກຸ່ມ ອາ​ຊຽນ, ພິ​ເສດ​ແມ່ນ​ນຳ້​ໃຈ​ສາມັກຄີ​ຂອງ​ບັນດາ​ປະ​ເທດ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ​ແລະ ​ໄທ. ພວກ​ຂ້າພະ​ເຈົ້າ​ຈະ​ໃຫ້​ຂ່າວ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ, ຖ້າຜູ້​ຟັງ ​ແລະ ຜູ້​ອ່ານ​ທ່ານ​ໃດ​ສົນ​ໃຈ​ສາມາດ​ອ່ານ ​ແລະ ຮັບ​ຟັງ​ໃນ​ແວບ​ໄຊ vovworld.vn ຂອງ​ພວກ​ຂ້າພະ​ເຈົ້າ​ໃນ​​ໄລ​ຍະ​ຈະ​ມາ​ເຖິງ​​​ເນາະ.

ທ່ານ ​ຜູ້​ຟັງ​ທີ່​ເຄົາລົບ, ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ ໃຫ້ນັບມື້ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ລະ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.




ຕອບກັບ

ຂ່າວ/ບົດ​ອື່ນ