ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ຜ່ານ​ລາຍ​ການທ່ານ​ຜູ້​ຟັງ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ຫວຽດນາມ ຫຼາຍ​ກວ່າ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້າກ​ມາ​ລາຍການ. ​

ລຸງ ​​ເພັດ​ສະ​ຫວັນ ສີ​ຊາ​ນົນ ຢູ່​ແຂວງ​ອັດ​ຕະປື ​ໄດ້​ໂທລະສັບ​ຫາລາ​ຍການ​ສະ​ແດງ​ຄວາມ​ຊົມ​ເຊີຍ​ເນື່ອງໃນ​ໂອກາດ​ວັນ​ຊາດ​ຫວຽດນາມ 02/09 ​ແລະ​ຂໍ້​ອວຍພອນ​​ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ພາກ​ພາສາ​ລາວທຸກ​ຄົນມີ​ສຸ​ຂະພາບ​ເຂັ້ມ​ແຂງ, ບັນລຸ​ຜົນສຳ​ເລັດ​ໃນ​ໜ້າ​ທີ່ວຽກ​ງານ​ຂອງ​ຕົນ.

ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 1
ງານ​ວາງສະ​ແດງ​ເອກະສານ​ດ້ວຍ​ຫົວ​ຂໍ້​ວ່າ “ວັດທະນະທຳ​ອາ​ຊຽນ”
(ພາບ: vietnamplus.vn)

ເພື່ອນ ​ໄຊ​ວົງ​ມະ​ຈັນ, ນັກ​ສຶກສາລາ​ວ ພວມ​ຮໍ່າຮຽນ ຢູ່​ສະ​ຖາ​ບັນ​ສື່ສານ ​ໄດ້ສົ່ງ​ອີ​ແມວມາ​ຍັງລາ​ຍການ​ໂດຍ​ຖາມ​ວ່າ; ຂ້າພະ​ເຂົ້າ​ໄດ້​ຮັບ​ຂ່າວ​ວ່າ, ຢູ່​ຮ່າ​ໂນ້ຍ ຈະ​ຈັດງານ​ວາງສະ​ແດງ​ເອກະສານ​ດ້ວຍ​ຫົວ​ຂໍ້​ວ່າ “ວັດທະນະທຳ​ອາ​ຊຽນ”. ຂ້າພ​ະ​ເຈົ້າ​ບໍ່​ຮູ້ວ່າ​ ຈະ​ຈັດ​ຂຶ້ນ​ໃນ​ເວລາ​​ໃດ? ​ແລະ ຢູ່​ບ່ອນ​ໃດ?

ເພື່ອນໄຊ​ວົງ​ມະ​ຈັນ ທີ່​ຮັກ​ແພງ, ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ຈັດ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ “ວັດທະນະທຳ​ອາ​ຊຽນ” ​ແຕ່​ວັນ​ທີ 28/08 ຫາ​ວັນ​ທີ 15/09. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນຊາດ​ຫວຽດນາມ (02/09/1945 – 02/09/2014), 47 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ ​ແລະ 19 ປີ​ແຫ່ງ​ວັນ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ. ດ້ວຍ​ເອກະສານທີ່​ພົ້ນ​ເດັ່ນ, ອຸດົມສົມ​ບູນ​​ເກືອບ 1.000 ຢ່າງ. ງານ​ວາງສະ​ແດງ​ໄດ້​ຈັດ​ເປັນ 4 ​ເນື້ອ​ໃນ​ຄື: ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ​ຫວຽດນາມ 02/09; ບັນດາ​ຜົນງານ​ຂອງ​ຫວຽດນາມ ນັບ​ແຕ່​ວັນ​ເລີ່​ມຕົ້ນ​ປ່ຽນ​ໃໝ່ມາ​ຮອດ​ປະຈຸ​ບັນ; ​ເສດຖະກິດ, ວັດທະ​ນະ​ທຳ, ສັງຄົ​ມ, ທະ​ເລ, ​ໝູ່​ເກາະ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້; ອາ​ຊຽນ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຫວຽດນາມ ສຳລັບ​ອາ​ຊຽນ... ຈຸດ​ພົ້ນ​ເດັ່ນຂອງ​ງານ​ວາງສະ​ແດງ ​ແມ່ນ​ໂຄສະນາ​ບັນດາ​ເອກະສານ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ການ​ສະໜັບສະໜູນ​ຫວຽດນາມ ປົກ​ປັກ​ຮັກສາ​ເອກະລາດ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ຢູ່​ທະ​ເລ​ຕາ​ເວັນ​ອອກ;  ກ່ຽວ​ກັບ​ບົດ​ບາດ​ເປ​ັນ​ເຈົ້າ​ການ, ຄວາມ​ຮັບຜິດຊອບ ​ແລະ ຄວາມຕັ້ງໜ້າ​ຂອງ​ຫວຽດນາມ ​ໃນ​ການ​ຊຸກຍູ້​ວິ​ວັດທະ​ນານ​ການ​ເຊື່ອມ​ຕໍ່​ພາກ​ພື້ນ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ນຳ​ອາ​ຊຽນ​ໃຫ້​ກາຍ​ເປັນ​ອົງການ​ເຊື່ອມ​ຕໍ່​ທີ່​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ, ກ້າວ​ໄປ​ເຖິງ​ປະຊາ​ຄົມ​ລວມ​ໃນ​ປີ 2015.


ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 2
(ບຸນ​ເຕັດ ແມ່ນບຸນ​​ເຕັດ ໂດກ​​​ເລີບ  ຂອງຊາວ​ເຜົ່າມົ້ງ ຢູ່​​ມົ​ກ​ເຈົາ)

ແລະ​ກໍ່​ໃນ​ອາທິ​ດຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ອີ​ແມວຈາກ​ເພື່ອນ ​ໄຊ​ສົມ​ພອນ ທີ່​ຟາກ​ມາລາ​ຍການ​ໂດຍ​ແບ່ງປັນ​ວ່າ: ​ໃນ​ໄລຍະ​ຜ່າ​ນມາ, ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ປະຊາ​ຄົມ​ຊາວ​​ເຜົ່າ​ມົ້ງ, ຢູ່​​ມົກ​ເຈົາ, ​ເຊີນ​ລາ. ຂ້າພະ​ເຈົ້າ​ໄດ້​ຍິນ​ວ່າ ປະຊາຊົນ​ຢູ່​ທີ່​ນີ້​ໄດ້​ມີ​ 2 ບຸນປີ​ໃໝ່ (ໝາຍ​ເຖິງບຸນ​ເຕັດ), ນອກຈາກ​​ບຸນ​ເຕັດ​ທີ່​ເປັນ​ມູນ​ເຊື້ອ​ແລ້ວ ປະຊາ​ຊົນ​ຢູ່​ທີ່​ນີ້​ຍັງ​ຈັດ​​ບຸນເຕັດ ​ໂດກ​​​ເລີບ ອີກ​ດ້ວຍ. ຕອນ​ທີ່​ຂ້າພະ​ເຈົ້າ​ມາ​ຍັງ​ບໍ່​ທັນ​ຮອດ​ເວລາ​ຈັດ​ຕັ້ງ, ສະ​ນັ້ນ​ຂ້າພະ​ເຈົ້າ​ຢາກ​ໃຫ້​ທາງ​ລາຍການ​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​​ບຸນ​​ເຕັດດັ່ງ​ກ່າວ.

ພື່ອນ ​ໄຊ​ສົມ​ພອນ ທີ່​ຮັກ​ແພງ: ຊາວ​ເຜົ່າມົ້ງ ຢູ່​​ມົ​ກ​ເຈົາ, ​ເຊີນ​ລາ ມີ​ 2 ບຸນ​ເຕັດ ແມ່ນບຸນ​​ເຕັດ ໂດກ​​​ເລີບ ​ແລະ ບຸນ​ເຕັດ​ທີ່​ເປັນ​ມູນ​ເຊື້ອ. ພາຍຫຼັງ​ປະຕິວັດ​ເດືອນ​ສິງຫາ ​ແລະ ປະທານ​ໂຮ່ຈິ​ມິນ ອ່ານ​ຖະ​ແຫຼ​ງປະກາດ​ເອກະລາດ​ເມື່ອ​ປີ 1945 ມາ​ຮອດ​ປະຈຸ​ບັນ, ປະຊາຊົນ​ຊາວເຜົ່າ​ມົ້ງ ຢູ່​​ມົກ​ເຈົາ ​ກໍ່​ຈັດ​ບຸນ​ເຕັດ​ໃໝ່ຕື່ມ​ອີກ ​ເອີ້ນ​ວ່າ ເຕັດ ​ໂດກ​​​ເລີບ (ບຸນ​ເຕັດ​ແຫ່ງ​ເອກະລາດ) ​ເພື່ອ​ຕ້ອນຮັບ​ວັນ​ຊາດ 02/09 ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ພັກ ​ແລະ ປະທານ​​ໂຮ່ຈິ​ມິນ. ເຕັດ ​ໂດກ​​​ເລີບ ຖືກ​ຈັດ​ຂຶ້ນ​ເປັນ​ເວລາ 3 ວັນ, ​ແຕ່​ວັນ​ທີ 31/08 ຮອດ​ວັນ​ທີ 02/09. ມາ​ຢ້ຽມຢາມຊາວ​ເຜົ່າມົ້ງ ​ໃນ​ໂອກາດ​ນີ້ ​ແຂກ​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ບັນດາ​ຊຸດອາພອນ​ປະຈຳ​ເຜົ່າ​ມົ້ງເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ, ທ່ອງ​ທ່ຽວ​ພື້ນ​ເມືອງ​ທີ່​ດູດ​ດື່ມ​ຄື: ດຶງ​ເຊືອກ, ຍິງ​ໜ້າ, ຟ້ອນ​... ອີກ​ດ້ວຍ.


ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 3
(ໂຄມ​ໄຟວັນ​ບຸນ​​ໄຫວ້​ພະຈັນ ​ປີ​ 2014)

ເພື່ອນ ສຸກ​ມະ​ລີ​ວົງ, ຢູ່ນະຄອນ​ຫຼວງ​ວຽງ​ຈັນ ​ໄດ້​ສົ່ງ​ອີ​ແມວມາຍັງລາ​ຍການ ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​​ບຸນ​​​ໄຫວ້ພະຈັນ (ໝາຍ​ເຖິງວັນ​ບຸນ​ສຳລັບ​ເດັກ) ​ຢູ່​ຮ່າ​ໂນ້ຍ, ​ປີ​ນີ້​ວັນ​ບຸນ​ໄຫວ້​ພະຈັນ ຖືກ​ກັບ​ມື​ໃດ? ຂ້າພະ​ເຈົ້າ​ໄດ້​ຍິນ​ວ່າ ວັນ​ບຸນໄຫວ້​ພະຈັນປີ​ນີ້ຢູ່​ຫວຽດນາມ ​ໄດ້​​​ຂາຍໂຄມ​ໄຟ​​ຮູບ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​​ເປັນ​ຈຳນວນ​ຫຼວງ​ຫຼາຍແມ່ນ​ບໍ່?

 ເພື່ອນ ສຸກ​ມະ​ລີ​ວົງ ທີ່​ຮັກ​ແພງ, ຍັງມີ​ເວລາ​ບໍ່​ຮອດ​ອາທິດກໍ່​ຈະ​ຮອດ​ວັນ​ບຸນ​​ໄຫວ້​ພະຈັນ ຂອງ​ເດັກນ້ອຍ. ວັນ​ບຸນ​​ໄຫວ້​ພະຈັນ ​ປີ​ນີ້​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 08/09. ນອກຈາກ​ບັນດາ​ໂຄມ​ໄຟ​ທີ່​​ເປັນ​ມູນ​ເຊື້ອ​ແລ້ວ, ປີ​ນີ້ຍັງ​ມີ​ບັນດາ​ໂຄມ​ໄຟ​ທີ່​ຢັ້ງຢືນ​ອະທິປະ​ໄຕ​ທະ​ເລ, ໝູ່​ເກາະ ​ເຊິ່ງ​ໄດ້​ອອກ​ແບບຢ່າງ​​ງ່າຍດາຍ​ຜ່ານ​ຮູບ​ເຮືອ​ຫາ​ປາຂອງຊາວ​ປະ​​ມົງ ​ໃນ​ນັ້ນ​ມີ​ແຖວ​ໜັງສື​ຮ່ວາ​ງຊາ ​ແລະ ​ເຈື່ອງ​ຊາອີກ​ດ້ວຍ. ບໍ່​ພຽງ​ແຕ່​ແມ່ນ​​ເຄື່ອງຫຼິ້ນທຳ​ມະ​ດາ​ເທົ່າ​ນັ້ນ, ​ບັນດາ​ໂຄມ​ໄຟ​ດັ່ງກ່າວ​ຍັງ​ມີລັກສະນະ​ສຶກສາ, ​ຄວາມ​ຮັກຕໍ່​ປະ​ເທດຊາດ, ຮັກສາອະທິປະ​ໄຕຕໍ່ທະ​ເລ, ໝູ່​​ເກາະຂອງ​ຫວຽດນາມ ​ໃຫ້​ເດັກ​ອີກ​ດ້ວຍ. ຢູ່​ບັນດາ​ຮ້ານ​ຂາຍ​ເຄື່ອງ​ຫຼິ້ນຢູ່​ຕາມຖະໜົນ ຮ່າງ​ມ້າ, ຮ່າງ​ເລືອກ, ​ເລືອງວັນການ... ຢູ່​ຮ່າ​ໂນ້ຍ ​ແລະ ຖະໜົນຂາ​ຍ​ໂຄມ​ໄຟ ​ເລືອ​ງຢື້​ງອກ, ຫງວຽນ​ອ໋ານ, ຟຸດິ້ງ... ຢູ່​ນະຄອນ​ໂຮ່ຈິ​ມິນ ບັນດາ​ຮູບ​​​ໃນ​ໂ​ຄມ​ໄຟຄື “ຫຼານມຸ່ງ​ໄປ​ສູ່​ທະ​ເລ, ໝູ່​ເກາະ”, “ຫຼານ​ຮັກ​ທະ​ເລ​ໝູ່​ເກາະ​ຫວຽດນາມ”, “ຫຼານຮັກ​ທະຫານ​ທະ​ເລ​ຫວຽດນາມ”... ນອກຈາກ​ນັ້ນ, ບັນດາ​ໂຄມ​ໄຟ​ທີ່​ມີ​ຮູ​ບ, ຊື່​ຂອງ​ນັກ​ປະຫວັດສາດ​ຄື ​ແທ໋ງຢ໋ອງ, ຮາ​ຍບ່າ​ຈຶງ... ກໍ່​ໄດ້​ຮັບ​ການ​ເລືອກ​ຊື້ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov@yahoo.com, laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ