ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ.

ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
(ພາບ: chinhphu.vn)


  ເພື່ອນ​ໄຊ​ຍະ​ວົງ,  ຢູ່​ແຂວງ​ຈຳ​ປະ​ສັກ ໄດ້​ສົ່ງອີ​ແມວ​ມາ​ຍັງ​ລາຍ​ການ​​ໂດຍ​ຖາມ​ວ່າ: ກອງ​ປະຊຸມ​​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ​ຄັ້ງ​ທີ 132 (IPU 132) ຖືກ​ຈັດ​ຂຶ້ນ​ໄປ​ຢູ່​ຮ່າ​ໂນ້ຍ ​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ​ໄດ​້ຮັບຮອງ​ເອົາ​ຖະ​ແຫຼ​ງການ​​ຮ່າ​ໂນ້ຍ, ຂ້າພະ​ເຈົ້າ​ຂໍໃຫ້​ທາງ​ VOV ພາກ​ພາສາ​ລາວ ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ຖະ​ແຫຼ​ງການ​ນີ້​ໄດ້​ບໍ່?

   ເພື່ອນ​ໄຊ​ຍະ​ວົງ ທີ່​ຮັກ​ແພງ, ກອງ​ປະຊຸມ​​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ​ຄັ້ງ​ທີ 132 (IPU 132) ດຳ​ເນີນ​ໄປ​ຢູ່​ຮ່າ​​ໂນ້ຍ​ໃນ​ລະຫວ່າງ​ວັນທີ 28/03 – 01/04 ​ໄດ້​ສິ້ນ​ສຸດ​ລົງ ​ແລະ ອອກ​ຖະ​ແຫຼ​ງການຮ່າ​ໂນ້ຍ. ຖະ​ແຫຼ​ງການ​ຮ່າ​ໂນ້ຍ ​ຢືນຢັນ​ຄືນ​ໃໝ່​ວິ​ໄສ​ທັດ​ຂອງ IPU ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຖື​ປະຊາຊົນ​ເປັນ​ໄຈ​ກາງ, ​ໂດຍ​ອີງ​ໃສ່​ການ​ປະຕິບັດ​ສິດ​ທັງ​ໝົດ​ຂອງ​ມະນຸດ​ເພື່ອ​ແນ​ໃສ່​ລົບ​ລ້າງ​ຄວາ​ມທຸກ​ຍາກດ້ວຍທຸກ​ຮູບ​ການ ​ແລະ ມອບ​ສິດ​ໃຫ້​ແຕ່​ລະບຸ​ກຄົນ, ຖະ​ແຫຼ​ງການ​ຮ່າ​ໂນ້ຍ ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ເຜີຍ​ແຜ່​ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ໃຫ້​ຜູ້​ມີສິດ​ເລືອກ​ຕັ້ງ​ຢູ່​ປະ​ເທດ​ຕ່າງໆ. ຖະ​ແຫຼ​ງການ​ຮ່າ​ໂນ້ຍ ຊີ້​ແຈ້ງວ່າ: ​ໂດຍ​ແມ່ນ​ຕົວ​ແທນຂອງ​ປະຊາຊົນ, ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ລັດ ​ແລະ ຄວາມ​ວັດທະນາ​ຖາວອນ​ລວມ. ພວກ​ເຮົາ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະກາດ​ໃຊ້​ບັນດາ​ມາດຕາ​ກ່ຽວ​ກັບ​ງົບປະມານ ​ແລະ ກົດໝາຍ​ໃຫ້​ເໝາະ​ສົມ​ກັບ​ແຜນການ​ພັດທະນາ​ແຫ່ງ​ຊາດ, ກຳນົດ​ບັນດາ​ຄາດໝາຍ ​ແລະ ຕົວ​ເລກ​ຄາດໝາຍ​ນຳ​ໃຊ້​ກໍ່​ຄື​ມາດ​ຕະການ​ສະໜອງ​ແຫຼ່ງການ​ເງິນ. ​ແຕ່ລະ​ປີ​ບັນດາ​ລັດຖະບານ​ຕ້ອງ​ລາຍ​ງານ​ຕໍ່​ລັດຖະສະພາ​ກ່ຽວ​ກັບ​ການ​ປະຕິບັດ​ແຜນການ​ແຫ່ງ​ຊາດ. ລັດຖະສະພາ​, ຮັບ​ເອົາ​ຄຳ​ເຫັນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ປະຈຳ ​ເພື່ອ​ຕີ​ລາຄາ​ວິວັດ​ການ​ຜັນ​ຂະຫຍາຍປະຕິບັດຕົວ​ຈິງ. ພວກ​ເຮົາ​ສະ​ເໜີ​ສານຈຸດ​ສຸມ​ຂອງ ຖະ​ແຫຼ​ງການ​ຮ່າ​ໂນ້ຍ ພ້ອມ​ກັບ​ແຈ້ງ​ການ Quito ກ່ອນ​ນີ້, ຈະ​ໄດ້​ຮັບ​ການ​ສ່ອງ​ແສງ​ໃນ​ຜົນງານ​ຂອງ​ກອງ​ປະຊຸມ​ໂລກ​ຄັ້ງ​ທີ 4 ປະທານ​ບັນດາ​ລັດຖະສະພາ​ໂລກ, ຜ່ານ​ນັ້ນ​ສະໜອງ​ເນື້ອ​ໃນ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ເດືອນ 9.

   ເພື່ອນ​​ເພັດ​ມະ​ລີ, ​ຢູ່​ແຂວງ​ໄຊ​ຍະ​ບຸລີ ສົ່ງອີ​ແມວ​ມາ​ຍັງ​ລາຍ​ການ​​ໂດຍ​ຖາມ​ວ່າ: ​ໃນ​ໄລ​ຍະ​ມາ​ຫວຽດ​ນາມ​ເຂົ້າ​ຮ່ວມ IPU 132 ຢູ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ລາວ ​ໂດຍ​ທ່ານ​ນາງ​ປານີ ຢາ​ທໍ່​ຕູ້ ນຳ​ໜ້າ ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ການ​ນຳ​ໃດ​​ແດ່ຂອງ​ຫວຽດນາມ? ຂ້າພະ​ເຈົ້າ​ຢາກ​ຮູ້​ໂດຍ​ຫຍໍ້ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາ​ວ ຢູ່​ຫວຽດນາມ ​ໄດ້​ບໍ່?

ເພື່ອນ​​ເພັດ​ມະ​ລີ ທີ່​ຮັກ​ແພງ, ໃນ​ໄລຍະ​ຢູ່​ຢ້ຽມຢາມຫວຽດນາມ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ; ​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ; ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ. ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ, 2 ຝ່າຍ​ລ້ວນ​ແຕ່​ຢືນຢັນ​ ຖື​ເປັນ​ສຳຄັນ, ປາດ​ຖະໜາ ​ແລະ ຕັດສິນ​ໃຈ​ເພີ່ມ​ທະ​ວີ​ສາຍ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ລັດ, 2 ສະພາ​ແຫ່ງ​ຊາດ​ກວ່າ​ອີກ; ພ້ອມ​ທັງ​ສືບ​ຕໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ, ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນບົນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. 2 ຝ່າຍ​ກໍ່​ແລກປ່ຽນບັນດາ​ເນື້ອ​ໃນ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ 2 ລັດ, 2 ສະພາ​ແຫ່ງ​ຊາດໃນ​ທຸກ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ສັງຄົມ, ການ​ສຶກສາ, ພິ​ເສດ​ແມ່ນ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ຜັນ​ຂະຫຍາຍ​​ບັນດາ​ເອກະສານ, ຂໍ້​ຕົກລົງ​ຮ່ວມ​ມື 2 ຝ່າຍຢ່າງ​ເຂັ້ມ​ງວດ. 2 ຝ່າຍ​ກໍ່​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ, ​ເລື່ອງ​ຍູ້​ແຮງ​ບັນດາ​ການ​ຢ້ຽມຢາມ, ​ເຮັດ​ວຽກ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັດ ​ແລະ 2 ສະພາ​ແຫ່ງ​ຊາດ​ໃນ​ໄລຍະ​ຜ່ານ​ມາ ກໍ່​ຄື​ໃນ​ອະນາຄົດ ຈະ​ສືບ​ຕໍ່​ປັບປຸງ​ນ້ຳ​ໃຈ​ສາມັກຄີ​ມິດ​ຕະພາບ​​ແບບ​ພິ​ເສດ ​ແລະ ນຳ​ການ​ພົວພັນລະຫວ່າງ 2 ປະ​ເທດ ​ໃຫ້ກ້າວ​ເຂົ້າ​ສູ່ລວງ​ເລິກ​ກວ່າ​ອີກ.

​   ເພື່ອ​ນ ບົວ​ລີ ​ແສງ​ຄຳ, ຢູ່​ແຂວງ​ຫົວພັນ ສົ່ງອີ​ແມວ​ມາ​ຍັງ​ລາຍ​ການ​ໃຫ້​ຮູ້​ວ່າ, ຂ້າພະ​ເຈົ້າ​ໄດ້​ຊົມ​ພາບ​ສາລະ​ຄະດີ​​ໃນ​​ເວ​ັບ​ໄຊ​ພາກ​ພາສາ​ລາວ​ຂອງ VOV ກ່ຽວ​ກັບ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນຫວຽດນາມ - ຮ່າ​ໂນ້ຍ 2015, ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ຂອບ​ຂະໜາດ​ຂອງ​ງານ​ຕະຫຼາດນັດ ​ແລະ ຂ້າພະ​ເຈົ້າ​ຢາກ​ຮູ້ບາງຂໍ້​ມູນ​​ກ່ຽວ​ກັບ​ງານ​ຕະຫຼາດ​ນັດດັ່ງກ່າວ.

   ເພື່ອ​ນ ບົວ​ລີ ​ແສງ​ຄຳ ທີ່​ຮັ​ກ​ແພງ, ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນຫວຽດນາມ - ຮ່າ​ໂນ້ຍ 2015 (VITM Hanoi 2015) ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​​ໃນ​ລະຫວ່າງ​ວັນ​ທີ 03 – 06/04, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ທີ່​ມາ​ຈາກ 25 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, VITM ​ໄດ້​ກາຍ​ເປັນ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວສາກົນ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ໃນ​ພາກ​ພື້ນ. VITM Hanoi 2015 ​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ - ປະ​ເທດ​​ແຫ່ງ​ບັນດາ​ມໍລະດົກ”, VITM Hanoi 2015 ​ໄດ້​ສຸມ​ໃສ່​ໂຄສະນາ​ບັນດາ​ມໍລະດົກ​ທຳ​ມະ​ຊາດ ​ແລະ ວັດທະນະທຳ​ຂອງ​ຫວຽດນາມ ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO, ບັນດາ​ສະຖານ​ທີ່​ໄດ້​ສ້າງ​ຄວາມ​ດຶງ​ດູດນັກ​ທ່ອງ​ທ່ຽວ. ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ໄດ້​​ແນະນຳ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ນັບ​ພັນຢ່າງ ທີ່​ຢູ່​ງານ​ຕະຫຼາດນັດ. ຢູ່​ທີ່​ນີ້, ບັນດາ​ບໍລິສັດ​ທ່ອງ​ທ່ຽວ​​ປ​ະ​ເທດຕ່າງໆ​ມີ​ໂອກາດ​ໂຄສະນາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຂອງ​ຕົນ​ໃຫ້​ບັນດາ​ບໍລິສັດ​ທ່ອງ​ທ່ຽວ ​ແລະ ນັກ​ທ່ອງ​ທ່ຽວ​ຫວຽດນາມ. ນອກຈາກ​ນັ້ນ, ງານ​ຕະຫຼາດນັດ​ຍັງ​ຈັດ​ເວທີ​ປາ​ໄສ​ທ່ອງ​ທ່ຽວ​ສາກົນ ​ເພື່ອ​ໃຫ້​ບັນດາ​ນັກຮຽນ​ຮູ້, ນັກ​ຄຸ້ມ​ຄອງ, ການ​ນຳ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ​ແລກປ່ຽນ​ກ່ຽວ​ກັບ​ທ່າ​ອ່ຽງ, ກຳນົດ​ທິດ, ມາດ​ຕະການ​ແກ້​ໄຂ, ພັດທະນາ​ການທ່​ອງທ່ຽວ​ຫວຽດນາມ ​ແລະ ​ໂລກ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມການທ່ອງ​ທ່ຽວ, ບຳລຸງ​ສ້າງ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ, ​ໂຄສະນາ​ວັດທະນະທຳ ​ແລະ ​ເຍື່ອງ​ອາຫານ​ພື້ນ​ເມືອງອີກ​ດ້ວຍ.

   ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ ຊ່ວຍ​ລາຍການ​ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼືສົ່ງອີ​ແມວດ້ວຍ​ລະຫັດ laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຕອບ​ສະໜອງ​ຕາມ​ຄວາມ​ປະສົງ​ຂອງ​ທຸກໆ​ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ