ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບ ຈາກທ່ານຜູ້ຟັງທີ່ຝາກມາລາຍການ ດ້ວຍເນື້ອໃນຈັບອົກຈັບໃຈຫລາຍຢ່າງ, ສະແດງຄວາມສົນໃຈຕໍ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/07

ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 1 (ພາບປະກອບ)

ໃນອາທິດຜ່ານມາ, ເພື່ອນ ຣັດທະວົງ, ສຸກມາລີວົງ ແລະ ເພື່ອນ ດວງມະລາ ຢູ່ແຂວງ ວຽງຈັນ ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນທີ່ວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ມຮາໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງຕື່ມ ກ່ຽວກັບບັນດາການເຄື່ອນໄຫວຮ່ວມມືມິດຕະພາບຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017.

        ໃນອາທິດຜ່ານມາ, ເພື່ອນ ອານຸສິດ ສີບຸນເຮືອງ, ວົງໄຊ ທິບພະວົງ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ວັນທີ 27/07 ແມ່ນວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ພວກຂ້າພະເຈົ້າເປັນຄົນລຸ້ນຫລັງ, ຂໍສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ທະຫານເຈັບປ່ວຍ, ນັກຮົບອາສາສະໝັກ, ແມ່ຫວຽດນາມວິລະຊົນ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດໃນພາລະກິດປົດປ່ອຍຊາດຂອງ ຫວຽດນາມ ແລະ ລາວ. ຂໍຖະຫວາຍທູບທຽນໃຫ້ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ນັກຮົບອາສາສະໝັກ ຫວຽດນາມ ທີ່ໄດ້ຮຽງບ່າຮຽງໄຫລ່ກັບທະຫານປົດປ່ອຍປະເທດ ໄດ້ຕໍ່ສູ້ປົກປັກຮັກສາໃຫ້ 2 ປະເທດ ຫວຽດນາມ - ລາວ ແລະ ອວຍພອນໃຫ້ບັນດາທະຫານເສຍອົງຄະ, ແມ່ຫວຽດນາມວິລະຊົນ ຍາມໃດກໍ່ມີສຸຂະພາບແຂງແຮງ.” 

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 2 (ພາບປະກອບ)


ເພື່ອນ ອານຸສິດ ສີບຸນເຮືອງ, ວົງໄຊ ທິບພະວົງ ທີ່ຮັກແພງ! ໃນຈຳນວນນັກຮົບອາສາສະໝັກ ແລະ ນັກຊ່ຽວຊານທະຫານ ຫວຽດນາມ ເຂົ້າຮ່ວມບັນດາສະໜາມຮົບຢູ່ ລາວ ນັບພັນຄົນນັ້ນ, ມີນັກຮົບວິລະຊົນຫລາຍຄົນໄດ້ເສຍສະຫຼະຊີວິດຢູ່ປະເທດ ລ້ານຊ້າງ, ປະກອບສ່ວນປົກປັກຮັກສາພາລະກິດປະຕິວັດ 2 ປະເທດ ຫວຽດນາມ - ລາວ. ຂໍຂອບໃຈພວກເພື່ອນທີ່ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາທະຫານເສຍອົງຄະ ນັກຮົບທີ່ເສຍສະຫຼະຊີວິດມາໃນໂອກາດນີ້ດ້ວຍ. ພວກຂ້າພະເຈົ້າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ຂ່າວຕ່າງໆທີ່ມີຄຸນປະໂຫຍດເຖິງທ່ານຜູ້ຟັງກ່ວາອີກ. ພວກຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ ທາງລາຍການຈະໄດ້ຮັບການປະກອບຄຳຄິດຄຳເຫັນຫລາຍຢ່າງ ຈາກທ່ານຜູ້ຟັງ ເພື່ອຊ່ວຍໃຫ້ລາຍການນັບມື້ນັບມີເນື້ອໃນອຸດົມສົມບຸນກ່ວາ. ຂໍຂອບໃຈ.

ເພື່ອນ ເພັດສະຫວັນ ສົມສະນິດ ຢູ່ແຂວງ ບໍລິຄຳໄຊ, ເພື່ອນ ເບັນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ ສົ່ງຈົດໝາຍມາຍັງລາຍການໂດຍຂຽນວ່າ “ຂ້າພະເຈົ້າເປັນລູກຫຼານຊາວ ຫວຽດນາມ ທີ່ ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ ລາວ. ຂ້າພະເຈົ້າຄາດວ່າ ຈະໄປຮ່ຳຮຽນຕໍ່ຢູ່ ຫວຽດນາມ ໂດຍຜ່ານໂຄງການມອບທຶນການສຶກສາໃຫ້ລູກຫຼານຊາວ ຫວຽດນາມ ອາໄສຢູ່ ລາວ ໄປຮຳ່ຮຽນ ຢູ່ ຫວຽດນາມ. ດັ່ງນັ້ນ ຂ້າພະເຈົ້າ ຂໍໃຫ້ທາງລາຍ ການແນະນຳເພີ່ມເຕີມກ່ຽວກັບໂຄງການມອບທຶນການສຶກສາໃຫ້ລູກຫລານຊາວ ຫວຽດນາມ ອາໄສຢູ່ ລາວ. ຂໍຂອບໃຈ”

ເພື່ອນ ເພັດສະຫວັນ ສົມສະນິດ ແລະ ເພື່ອນ ເບັນ ພິມມະສອນ ທີ່ຮັກແພງ ! ນີ້ແມ່ນໂຄງການຫັນສັນຍາຮ່ວມມື 2 ຝ່າຍກ່ຽວກັບການສຶກສາ ແລະ ບຳລຸງສ້າງລະຫວ່າງ 2 ລັດຖະບານ ລາວ ແລະ ຫວຽດນາມ ປີ 2016 ແລະ ແຜນການຮ່ວມມືດ້ານການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດປີ 2016 ລະຫວ່າງ 2 ກະຊວງສຶກສາ - ບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາ, ກິລາ ລາວ ໃຫ້ເປັນລະອຽດ. ນັບແຕ່ປີ 2005 ມີທຶນການສຶກສາ 5 ທຶນ, ແຕ່ຍ້ອນມີຄວາມເອົາໃຈໃສ່ຈາກການນຳ 2 ພັກ, 2 ລັດ, ພິເສດແມ່ນຄວາມມານະພະຍາຍາມຂອງສະຖານທູດ ຫວຽດນາມ ປະຈຳ ລາວ, ເຮັດໃຫ້ຈຳນວນທຶນການສຶກສາໃຫ້ລູກຫຼານຊາວ ຫວຽດນາມ ອາໄສຢູ່ ລາວ ປີຕໍ່ມາຍາມໃດກໍ່ສູງກ່ວາຊຸມປີກ່ອນ. ຕາມສັນຍາຮ່ວມມື 2 ຝ່າຍກ່ຽວກັບການສຶກສາ ແລະ ບຳລຸງສ້າງລະຫວ່າງ 2 ລັດຖະບານ ລາວ ແລະ ຫວຽດນາມ, ສົກຮຽນ 2016 – 2017 ລັດຖະບານ ຫວຽດນາມ ໄດ້ສະຫງວນທຶນການສຶກສາໃຫ້ ລາວ 1.000 ທຶນ, ໃນນັ້ນມີ 35 ທຶນສະຫງວນໃຫ້ນັກຮຽນທີ່ເປັນລູກຫຼານຊາວ ຫວຽດນາມ ທີ່ອາໄສຢູ່ ລາວ ເລື່ອງຄັດເລືອກທຶນການສຶກສາສຳລັບລູກຫຼານຊາວ ຫວຽດນາມ ອາໄສຢູ່ ລາວ ພວມໄດ້ 2 ຂະແໜງການສຶກສາຂອງ 2 ປະເທດ ຫວຽດນາມ ແລະ ລາວ ພວມສົມທົບກັບສະຖານທູດ ຫວຽດນາມ ປະຈຳ ລາວ ຜັນຂະຫຍາຍ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ.

 

ຕອບກັບ

ຂ່າວ/ບົດ​ອື່ນ