ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(ພາບປະກອບ)

​        ​ໃນ​ອາທິດ​ຜ່ານ​ມາ, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ ຫວຽດນາມ ໄດ້​ຮັບ​ໂທລະສັບ, ອີ​ແມວ, ຈົດໝາຍ​ 179 ສະບັບຈາກ​ຜູ້​ຟັງຫລາຍ​ປະ​ເທດ​ໃນ​ໂລກ ທີ່​ສົ່ງ​ມາ. ​ໃນ​ນັ້ນ, ລາຍການ​ກະຈາຍສຽງ​ພາກ​ພາສາລາ​ວ ​ໄດ້ຮັບ​ໂທລະສັບ, ອີ​ແມວ​, ຈົດໝາຍ 6 ສະບັບ​ຈາກ​ຜູ້​ຟັງ​ລາວ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

​*****

        ​ໃນ​ອາທິດຜ່ານ​ມາ, ​ເພື່ອນ ອຸດົມ​ໄຊ ຈັນທະ​ວົງ, ​ເວ​ຍ ວິລາ​ນາດ, ​ແກ້ວ​ລາ ທອງ​ປະ​ເສີດ ຢູ່​ນະຄອນຫລວງ ວຽງ​ຈັນ ​ແລະ ​ເພື່​ອນ ​ແອນ​ລີ ສີ​ຫາ​ຈັກ ຢູ່​ແຂວງ ຫລວງນ້ຳ​ທາ​ ສົ່ງຈົດ​ໝາຍ​ມາຍັງລາ​ຍການດ້ວຍ​ເນື້ອ​ໃນ​ວ່າ: ຂໍ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫລົດ​ໃຈ​ຕໍ່​ອຸບັດ​ຕິ​ເຫ​ດ​ເຮື​ອບິນ Su – 30MK2 ​ແລະ CASA – 212 ຕົກ ຖື​ນີ້​ແມ່ນ​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫລວງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ, ​ ພວກ​ຂ້າພະ​ເຈົ້າ​ຂໍແບ່ງ​ເບົາ​ຄວາມ​ເສົ້າ​ສະຫລົດ​ໃຈຢ່າງ​ເລິກ​ເຊິ່ງທີ່​ສຸດ​ເຖິງ​ລັດຖະບານ​ ​ແລະ ປະຊາຊົນ ຫວຽດນາມ ກໍ່​ຄືກ​ອງທັບ ​ແລະ ກະຊວງປ້ອງ​ກັນ​ປະ​ເທດ ຫວຽດນາມ, ພິ​ເສດ​ແມ່ນ​ກັບ​ຄອບຄົວບັນດາ​ສະ​ຫາຍ, ນັກຮົບ​ທີ່ີ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

+++

ເພື່ອນ ອຸດົມ​ໄຊ ຈັນທະ​ວົງ, ​ເວ​ຍ ວິລາ​ນາດ, ​ແກ້ວ​ລາ ທອງ​ປະ​ເສີດ ​ແລະ ​ເພື່​ອນ ​ແອນ​ລີ ສີ​ຫາ​ຈັກ ທີ່​ຮັກ​ແພງ ! ກ່ອນ​ອື່ນ​ໝົດ ພວກ​ຂ້າພະ​​ເຈົ້າຂໍຂອບ​ອົກ​ຂອບ​ໃຈຄວາມ​ເອົາ​ໃຈ​ໃສ່ ​ແລະ ​ການແບ່ງ​ເບົາ​ຄວາມ​ເສົ້າ​ສະຫລົດ​​ໃຈ​ຂອງ​ພວກ​ເພື່ອນ ທີ່​ສະຫງວນ​ໃຫ້​ປະ​ເທດ​ຂອງ​ພວກ​ຂ້າພະ​ເຈົ້າ ຕໍ່​ອຸບັດ​ຕິ​ເຫດ​ເຮືອ​ບິນ Su – 30MK2 ​ແລະ CASA – 212 ຕົກ. ຂໍ​ອວຍພອນ​ໃຫ້​ພວກ​ເພື່ອນ​ມີ​ສຸຂະພາບ​ແຂງ​ແຮງ.

*****

        ເພື່ອນ ​ເພັດ​ສະຫວັນ ສົມ​ສະ​ນິດ ຢູ່​ແຂວງ ບໍລິ​ຄຳ​ໄຊ, ​ເພື່ອນ ​ເບັນ ພິມ​ມະ​ສອນ ຢູ່​ນະຄອນຫລວງ ວຽງ​ຈັນ ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຂຽນ​ວ່າ “ຂ້າພະ​ເຈົ້າ​ເປັນລູກ​ຫຼານ​ຊາວ ຫວຽດນາມ ​ທີ່ ພວມ​ດຳລົງ​ຊີວິດ ​ແລ​ະ ຮ່ຳຮຽນ​ຢູ່ ລາວ. ຂ້າພະ​ເຈົ້າຄາດ​ຄະ​ເນ​ວ່າ ຈະ​ໄປ​ຮ່ຳຮຽນ​ຢູ່ ຫວຽດນາມ ​ໂດຍ​ຜ່ານ​ໂຄງການ​ມອບທຶນ​ສຶກສາ​ໃຫ້​ລູກ​ຫຼານ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ​ໄປ​ຮຳ່ຮຽນ ຢູ່ ຫວຽດນາມ. ດັ່ງ​ນັ້ນ ຂ້າພະ​ເຈົ້າ ຂໍ​ໃຫ້​ທາງລາ​ຍ ການ​ແນະນຳ​ເພີ່ມ​ເຕີມ​ກ່ຽວ​ກັບ​ໂຄງການ​ມອບ​ທຶນ​ສຶກສາ​ໃຫ້​ລູກ​ຫລານ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ. ຂໍ​ຂອບ​ໃຈ”

+++

         ​ເພື່ອນ ​ເພັດ​ສະຫວັນ ສົມ​ສະ​ນິດ ​ແລະ ເພື່ອນ ​ເບັນ ພິມ​ມະ​ສອນ ທີ່​ຮັກ​ແພງ ! ນີ້​ແມ່ນ​ໂຄງການ​ຫັນ​​ສັນຍາ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ລະຫວ່າງ 2 ລັດ​ຖະບານ ລາວ ​ແລະ ຫວຽດນາມ ແລະ ​ແຜນການ​ຮ່ວມ​ມື​ດ້ານການ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະ​ຍາກ​ອນມະນຸດ​ປີ 2015 – 2016 ລະຫວ່າງ 2 ກະຊວງ​ສຶກສາ ​- ບຳລຸງ​ສ້າງ ​ແລະ ກະຊວງ​ສຶກສາ, ກິລາ ລາວ ​ໃຫ້ເປັນ​ລະອຽດ. ຕາມ​​ສັນຍາ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ລະຫວ່າງ 2 ລັດຖະບານ ລາວ ​ແລະ ຫວຽດນາມ, ສົກຮຽນ 2015 – 2016 ​ແລ້ວ, ລັດຖະບານ ຫວຽດນາມ ​ໄດ້​ສະຫງວນ​ໃຫ້ ລາວ 1.000 ທຶນ​ສຶກສາ, ​ໃນ​ນັ້ນ​ມີ 30 ທຶນ​ສະຫງວນ​ໃຫ້​ນັກຮຽນ​ເປັນ​ລູກ​ຫຼານ​ຊາວ ຫວຽດນາມ ທີ່​ອາ​ໄສ​ຢູ່​ ລາວ ລວມມີ: ຊັ້ນ​ປະລິນຍາ​ໂທ 3 ທຶນ, ຊັ້ນ​ປະລິນຍາ​ຕີ 27 ທຶນ.​ ​​ໃນການ​ປະຕິບັດ​ງານ​ຢູ່ ລາວ ​​ໃນເດືອນ 09/2015, ພາຍຫລັງ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຂອງສະຖານທູດ ຫວຽດນາມ ປະຈຳ ລາວ ກ່ຽວ​ກັບ​ໝາກຜົນ​​ແຫ່ງ​ການ​ຜັນ​ຂະຫຍາຍ 30 ທຶນ​ສຶກສາ​ດັ່ງກ່າວ ກໍ່​ຄື​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຮ່ຳຮຽນ​ ຢ່າງ​ຫລວງ​ຫລາຍຂອງຊາວ ຫວຽດນາມ ຢູ່ ລາວ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ໄດ້​ຕົກລົງ​ສະຫງວນ​ທຶນ​ສຶກສາ​ເພີ່​ມ 62 ທຶນ​ໃຫ້​ລູກ​ຫຼານ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ທີ່​ໄດ້​ຈົດ​ທະບຽນ​ໄປ​ຮ່​ຳຮຽນ​ຢູ່ ຫວຽດນາມ ລວມມີ: ຊັ້ນ​ປະລິນຍາ​​ເອກ 1 ທຶນ, ຊັ້ນ​ປະລິນຍາ​ໂທ 2 ທຶນ ສ່ວນ​ຍັງ​ເຫຼື​ອ​ແມ່ນ​ຊັ້ນ​ປະລິນຍາ​ຕີ.   ​

*****

        ແລະ​ໃນ​ອີ​ແມວ​ສົ່ງ​ມາລາ​ຍການ, ​ເພື່ອນ ວິຊາ​ຕີ ພົມ​ປານ​ຢາ ຢູ່​ແຂວງ ວຽງ​ຈັນ ຂຽນ​ວ່າ: ສະບາຍດີ​ບັນດາ​ອ້າຍ​ເອື້ອຍ​ນ້ອງໃນ​ລາຍການ​ພາກ​ພາສາລາວ​ວິທະຍຸ​ກະຈາຍສຽງ ຫວຽດນາມ vov5. ​ຂ້າພະ​ເຈົ້າ​ແມ່ນ​ຜູ້​ຟັງຄົນ​ໃໝ່, ຂ້າພ​ະເຈົ້າ​ໄດ້ຮັບ​ຟັງ ​ແລະ ອ່ານ​ຂ່າວ​ໃນ​ເວັບ​ໄຊ vovworld.vn ຂອງ​ລາຍການ​ພາກ​ພາສາ​ລາວ, ຂ້າພະ​ເຈົ້າ​ເຫັນ​ວ່າ ​ຂ່າວ, ບົດ​ມີ​ຄວາມ​ອຸດົມສົມ​ບຸນ ​ແລະ ຫລາຍ​ຮູບ​ຫລາຍ​ແບບ​ທີ່​ສຸດ ທັງ​ດ້ານ​ເນື້ອ​ໃນ ​ແລະ ຮູບ​ການ​ ​ເຊິ່ງ​ໄດ້​ແນະນຳ​ທຸກ​ຂົງ​ເຂດ​​ເຊັ່ນ​ເສດຖະກິດ - ການ​ເມືອງ, ວັດທະນະທຳ, ສັງຄົມ ກໍ່​ຄື​ຂ່າວ​ສາກົນ. ​​ໂດຍແມ່ນ​ຜູ້​ຟັງ​ໃໝ່​ຂອງ​ລາຍການ ຂ້າພະ​ເຈົ້າ​ຢາກ​ຮູ້​ແຈ້ງ​ກ່ວາ​ອີກ ກ່ຽວ​ກັບ​ເວລາ​ອອກ​ອາກາດ​ຂອງ​ລາຍການ, ​ເພື່ອ​ສ​້າງຄວາມ​ສະດວກໃຫ້​ຂ້າພະ​ເຈົ້າ​ໃນ​ການ​ຕິດຕາມ​ລາຍການ, ຂໍ​ຂອບ​ໃຈ​.

+++

        ​ເພື່ອນ ​ເຈື່ອງ ທີ່​ຮັກ​ແພງ! ລາຍການ ​ກະຈາຍສຽງ​ພາກ​ພາສາ​ລາວອອກ​ອາກາດ​​ໃນລະບົບ AM ຄື້ນ 7285 KHz ​ເວລາ 18 ໂມງ - 19​ ໂມງ; ​ແລະ ຄື້ນ 1242 KHz ​ໃນ​ເວລາ 20 ​ໂມງ 30 - 21 ​ໂມງ 30. ນອກ​ນັ້ນ​ຍັງອອກ​ອາກາດ​ລະບົບ FM ຄື້ນ 105,5 MHz ​ໃນ​ເວລາ 14​ ໂມງ - 14 ​ໂມງ 30 ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່ວົງ​ຄະນາ​ຍາດ​ຊາວ​ລາວ​ທີ່​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແລະ​ຊາວຫວຽດນາມ​ຮູ້​ພາສາ​ລາວ. ​ກໍ່ສາມາດ​ຮັບ​ຟັງ​ໄດ້​ຢູ່ຮ່າ​ໂນ້ຍ, ກວາງ​ນິງ, ນະຄອນໂຮ່ຈີ​ມິນ ​ແລະ ບັນດາ​ເຂດ​ອ້ອມ​ຂ້າງ. ​ເພື່ອ​ຢາກ​ຮູ້​ລະອຽດ​  ​ເຊີນ​ເພື່ອນ​ເຂົ້າ​ເວັບ​ໄຊ vovworld - ສ່ວນ​ແນະນຳ​ດ້ວຍ​ພາສາ ລາວ.

*****

       ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ເຮືອນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

ຂ່າວ/ບົດ​ອື່ນ