ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) - ດ້ວຍບັນດາຜົນງານຊຶ່ງ U23 ຫວຽດນາມ ບັນລຸໄດ້, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ເຊັນຂໍ້ຕົກລົງມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ທິມຊາດບານເຕະ U23 ຫວຽດນາມ; ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ຜູ້ຮັກສາປະຕູ ບູຍຕ໋ຽນຢຸງ, ກອງກາງ ຫງວຽນກວາງຫາຍ ແລະ ຄູຝຶກ Park Hang-seo. ທ່ານນາຍົກລັດຖະມົນຕີກໍ່ມອບໃບຍ້ອງຍໍໃຫ້ສະມາຊິກໃນທິມຊາດບານເຕະ 31 ຄົນ.

ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 248 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 44 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ...ໃນນັ້ນ, ທ່ານຜູ້ຟັງຫລາຍຄົນໄດ້ສົ່ງຄຳຍ້ອງຍໍຊົມເຊີຍເຖິງທິມຊາດບານເຕະ U23 ຫວຽດນາມ ທີ່ການແຂ່ງຂັນບານເຕະຮອບຊິງຊະນະເລີດ ອາຊີ 2018 (AFC). ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ. 

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1 ທິມຊາດບານເຕະຊາຍ U23 ຫວຽດນາມ 

        ໃນຈົດໝາຍສົ່ງມາລະບົບກະຈາຍສຽງພາກພາສາຕ່າງປະເທດ, ບັນດາທ່ານຜູ້ຟັງລາຍການພາກພາສາ ອິນໂດເນເຊຍ, ລາວ, ໄທ…ໄດ້ສົ່ງຄຳຊົມເຊີຍເຖິງທິມຊາດບານເຕະຊາຍ U23 ຫວຽດນາມ ໃນການແຂ່ງຂັນບານເຕະຮອບຊິງຊະນະເລີດ ອາຊີ 2018.

        ເພື່ອນ Juan Diez ຢູ່ປະເທດ ແອັດສະປາຍ ໄດ້ Comment ໃນເວັບໄຊ vovworld.vn ວ່າ: ບັນດານັກເຕະບານ ຫວຽດນາມ ສົມເປັນທີ່ໄດ້ຮັບຫຼຽນ ຍ້ອນບັນດາໄຊຊະນະໃນປະຫວັດສາດຂອງເຂົາເຈົ້າຢູ່ການແຂ່ງຂັນບານເຕະຮອບຊິງຊະນະເລີດອາຊີ 2018.

        ສ່ວນເພື່ອນ ເບັ້ນ ພິມມາສອນຈາກ ລາວ ຂຽນວ່າ: ພວກເພື່ອນແຂ່ງຂັນຄືດັ່ງກ່າວ ຖືວ່າໄດ້ຮັບໄຊຊະນະແລ້ວ, ໄຊຊະນະໃນຄັ້ງນີ້ ບໍ່ພຽງແຕ່ແມ່ນໄຊຊະນະຂອງຊາດ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະຂອງບານເຕະ ອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ.

        ໃນ Facebook ຂອງ VOV ລາວ, ທ່ານຜູ້ຟັງຫລາຍຄົນເຊິ່ງແມ່ນຊາວ ຫວຽດນາມ ອາໄສຢູ່ລາວ, ດຳລົງຊີວິດ, ປະຕິບັດງານ ແລະ ຮ່ຳຮຽນຢູ່ ລາວ, ຄົນ ລາວ ຮູ້ພາສາ ຫວຽດນາມ ໄດ້ Share ຮູບຖ່າຍ, ຄວາມຕື່ນເຕັ້ນ ກໍ່ຄືນ້ຳໃຈຂອງຕົນທີ່ສະຫງວນໃຫ້ທິມຊາດບານເຕະ U23 ຫວຽດນາມ.

        ທ່ານຜູ້ຟັງທີ່ເຄົາລົບ ແລະ ເພື່ອນມິດທີ່ຮັກແພງ! ເລື່ອງຍາດໄດ້ຫລຽນເງິນໃນການແຂ່ງຂັນບານເຕະ U23 ອາຊີ ແມ່ນຂີດໝາຍປະຫວັດສາດຂອງບານເຕະ ຫວຽດນາມ. ທີ່ການແຂ່ງຂັນລະດັບທະວີບນີ້, ບັນດານັກເຕະບານ U23 ຫວຽດນາມ ໄດ້ແຂ່ງຂັນຈົນສຸດຄວາມສາມາດຂອງຕົນ, ໄດ້ຊະນະຕໍ່ບັນດາທິມຊາດບານເຕະທີ່ດີເດັ່ນໃນພາກພື້ນ ເພື່ອເປັນຄັ້ງທຳອິດໄດ້ລອດເຂົ້າໃນຮອບແຂ່ງຂັນຊິງຊະນະເລີດ. ທິມຊາດບານເຕະ U23 ຫວຽດນາມ ໄດ້ຊະນະທິມ ອົດສະຕາລີ, ສະເໝີກັບ ຊີຣີ ໃນຮອບຄັດເລືອກ ກ່ອນທີ່ຊະນະ ອີຣັກ, ກາຕາ ດ້ວຍການຜັດປ່ຽນກັນເຕະ Penalty ພຽງແຕ່ເສຍຕໍ່ ອູເບກິດສະຖານ ໃນເງື່ອນໄຂດິນຟ້າອາກາດມີຫິມະຕົກຢ່າງຮ້າຍແຮງ ສົ່ງຜົນສະທ້ອນເຖິງຄວາມສາມາດໃນການແຂ່ງຂັນຂອງນັກເຕະບານ.

        ດ້ວຍບັນດາຜົນງານຊຶ່ງ U23 ຫວຽດນາມ ບັນລຸໄດ້, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ເຊັນຂໍ້ຕົກລົງມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ທິມຊາດບານເຕະ U23 ຫວຽດນາມ; ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ຜູ້ຮັກສາປະຕູ ບູຍຕ໋ຽນຢຸງ, ກອງໜ້າ ຫງວຽນກວາງຫາຍ ແລະ ຄູຝຶກ Park Hang-seo. ທ່ານນາຍົກລັດຖະມົນຕີກໍ່ມອບໃບຍ້ອງຍໍໃຫ້ສະມາຊິກໃນທິມຊາດບານເຕະ 31 ຄົນ.

ເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນ ດວງໃຈ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າຮູ້ວ່າ: ໄລຍະຜ່ານມາ ຢູ່ນະຄອນ ໂຮ່ຈີມິນ ໄດ້ໄຂ "ສັບປະດາສິນຄ້າຂອງວິສາຫະກິດ ລາວ ຢູ່ ຫວຽດນາມ". ຂ້າພະເຈົ້າບໍໍ່ໄດ້ຕິດຕາມເຫດການນີ້ ຍ້ອນຄ້າງຄາກັບວຽກງານ. ດັ່ງນັ້ນ ຂໍໃຫ້ທາງລາຍການ, ແນະນຳຄືນ ເພື່ອໃຫ້ຂ້າພະເຈົ້າເຂົ້າໃຈຕື່ມອີກກ່ຽວກັບເຫດການດັ່ງກ່າວ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2 ສັບປະດາສິນຄ້າຂອງວິສາຫະກິດ ລາວ ຢູ່ ຫວຽດນາມ

ເພື່ອນ ອານຸສິດ, ເພື່ອນ ດວງໃຈ ທີ່ຮັກແພງ: ວັນທີ 24 ມັງກອນ ຜ່ານມາ, ທີ່ນະຄອນ ໂຮ່ຈີມິນ, ສະຖານກົງສູນໃຫຍ່ ລາວ ໄດ້ສົມທົບກັບສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີໄຂ “ສັບປະດາສິນຄ້າ ລາວ”. ທີ່ສັບປະດາສິນຄ້າ ລາວ, ບັນດາວິສາຫະກິດຂອງ ລາວ ແລະ ວິສາຫະກິດ ຫວຽດນາມ ທີ່ພວມລົງທຶນຢູ່ ລາວ ໄດ້ແນະນຳໃຫ້ບັນດາຄູ່ຮ່ວມມື ແລະ ຜູ້ຊົມໃຊ້ກ່ຽວກັບປະເພດສິນຄ້າພິເສດຂອງ ລາວ 139 ປະເພດ. ເປັນຕົ້ນແມ່ນບັນດາຜະລິດຕະພັນກະເສດທີ່ໄດ້ຜະລິດຕາມວິທີອົງຄະທາດຄື: ຊີ້ນງົວແຫ້ງ, ເຂົ້າສານ, ຊາ, ກາເຟ, ສະໝູນໄພ, ຜັກ ແລະ ໝາກໄມ້…ນອກນັ້ນ, ຍັງມີສິນຄ້າບາງປະເພດ ໄດ້ຮັບຄວາມຮູ້ຈັກ ຍ້ອນມີຄຸນນະພາບສູງຄື: ເຄື່ອງເຟີນີເຈີ, ເຄື່ອງປະດັບ, ເຄື່ອງຫັດຖະກຳ. ງານວາງສະແດງເພື່ອຮຽກຮ້ອງການລົງທຶນຮ່ວມມືທຳການຜະລິດ, ແຈກຢາຍຈຳໜ່າຍ.

ສາມາດເວົ້າໄດ້ວ່າ ນີ້ແມ່ນເຫດການແລກປ່ຽນການຄ້າໃຫຍ່ສຸດຂອງ ລາວ ຢູ່ ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ. ໃນຂອບເຂດບັນດາການເຄື່ອນໄຫວຂອງສັບປະດານີ້, ສະຖານກົງສູນໃຫຍ່ ລາວ ກໍ່ແນະນຳເຖິງແຂກທ່ອງທ່ຽວ ແລະ ປະຊາຊົນ ນະຄອນ ໂຮ່ຈີມິນ ກ່ຽວກັບສິລະປະຟ້ອນລຳທຳເພງທີ່ເປັນມູນເຊື້ອ, ວັດທະນະທຳການກິນດື່ມຂອງ ລາວ ແລະ ຮຽກຮ້ອງການລົງທຶນເຂົ້າໃນຂົງເຂດເສດຖະກິດພິເສດ ສະຫວັນ ເຊໂນ ຢູ່ແຂວງ ສະຫວັນນະເຂດ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ