ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ, ພະແນກກະຈາຍສຽງ ບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ.

ໃນຈົດໝາຍ, ທ່ານຜູ້ຟັງສ່ວນຫຼາຍ ຢາກຊອກຮູ້ກ່ຽວກັບເຂດປູຊະນີຍະສະຖານປະຫວັດສາດ ແລະ ບັນດາການບໍລິການທ່ອງທ່ຽວຢູ່ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີ ເນື້ອໃນບາງຄຳຖາມກໍຄືຕອບບາງຄຳຖາມຂອງບັນດາທ່ານຜູ້ຟັງທີ່ໄດ້ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນ ອຸເທ ສີບຸນເຮືອງ, ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ຫາລາຍການ ແລະ ຖາມວ່າ: ໃນຮູບພາບທີ່ສະແດງໃຫ້ເຫັນນ້ຳໃຈໄມຕີຈິດມິດຕະພາບລະຫວ່າງຫວຽດນາມ - ລາວ ຕາມປົກກະຕິແມ່ນວັດທາດຫຼວງຂອງລາວ ແລະ ຮູບວັດເສົາດຽວຂອງຫວຽດນາມ. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ວັດເສົາດຽວດັ່ງກ່າວ ແຕ່ຍັງບໍ່ທັນມີໂອກາດໄປຢ້ຽມຊົມ ແລະ ຊອກຮູ້ກ່ຽວກັບວັດແຫ່ງນີ້. ຂ້າພະເຈົ້າປາດຖະໜາຢາກໃຫ້ ລາຍການກະຈາຍສຽງພາກພາສາລາວ ຊ່ວຍແນະນຳໃຫ້ຂ້າພະເຈົ້າຮູ້ກ່ຽວກັບປະຫວັດຄວາມເປັນມາຂອງວັດເສົາດຽວແດ່. ຂໍຂອບໃຈ!

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1ວັດເສົາດຽວ

ເພື່ອນ ອຸເທ ທີ່ຮັກແພງ! ລາຍການພາກພາສາລາວມີຄວາມດີໃຈຫຼາຍ ທີ່ໄດ້ຮັບຄຳຖາມທີ່ດີຈາກເພື່ອນ. ວັດເສົາດຽວຕັ້ງຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ, ຢູ່ໃກ້ກັບຫໍພິພິຕະພັນໂຮ່ຈີມິນ, ເມືອງບາດິງ, ນະຄອນຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳທີ່ເກົ່າແກ່. ວັດເສົາດຽວ ຍັງມີຊື່ເອີ້ນວ່າ ແມ່ນຢຽນຫື້ວ ຫຼື ລຽນຮວາດາຍ ໂດຍໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1049 ຕາມຄວາມຝັນຂອງເຈົ້າຊີວິດ ລີ໋ຖ໋າຍຕົງ (1028 – 1045).

        ວັດເສົາດຽວ ແມ່ນກິດຈະກຳສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ, ທັງໝົດລ້ວນແຕ່ເຮັດດ້ວຍໄມ້ ແລະຢູ່ເທິງເສົາຫີນເສົາດຽວ. ເມື່ອເບິ່ງໄປແຕ່ໄກ ວັດແຫ່ງນີ້ປຽບເໝືອນດອກບົວດອກໜຶ່ງທີ່ພວມເບັ່ງບານ. ດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະ, ມີຄວາມໝາຍທາງດ້ານສາສະໜາ ແລະ ວັດທະນະທຳອາລິຍະທຳນັບພັນປີນັ້ນ, ວັດເສົາດຽວ ໄດ້ຮັບການຄັດເລືອກເປັນສັນຍາລັກຂອງນະຄອນຫຼວງຮ່າໂນ້ຍ, ເປັນສັນຍາລັກໃຫ້ແກ່ການພັດທະນາວັດທະນະທຳ, ສາສະໜາຂອງຊາວຫວຽດນາມ, ແມ່ນສະຖາປັດຕະຍະກຳທີ່ມີຄຸນຄ່າອັນໃຫຍ່ຫຼວງ ແລະ ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ. ວັນທີ 12 ທັນວາ 2016, ອົງການສະຖິຕິອາຊີ ໄດ້ຮັບຮອງເອົາວັດເສົາດຽວເປັນວັດທີ່ມີ ສະຖາປັດຕະຍະກຳເປັນເອກະລັກສະເພາະທີ່ສຸດຂອງອາຊີ.

        ສິ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນປະຫວັດຄວາມເປັນມາກ່ຽວກັບວັດເສົາດຽວ. ພວກຂ້າພະເຈົ້າຫວັງວ່າ ສ່ວນໃດໜຶ່ງຈະຊ່ວຍເພື່ອນມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບປະຫວັດຄວາມເປັນມາຂອງວັດແຫ່ງນີ້. ພວກຂ້າພະເຈົ້າຍິນດີຕ້ອນຮັບເພື່ອນມາຢ້ຽມຊົມ ແລະ ຄົ້ນຫາວັດເສົາດຽວ, ຄົ້ນຫາດິນແດນຫວຽດນາມທີ່ສວຍງາມ.

ທ່ານ ເອກພະສິດ ດວງບຸດດີ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຫາລາຍການ ດ້ວຍເນື້ອໃນວ່າ:ປັດຈຸບັນ, ອາກາດຢູ່ລາວຮ້ອນ ແລະອົບເອົ້າຫຼາຍ. ສະນັ້ນ, ຄອບຄົວຂ້າພະເຈົ້າຢາກໄປພັກຜ່ອນຢ່ອນອາລົມຢູ່ສະຖານທີ່ທ່ອງທ່ຽວໃດ ໜຶ່ງຂອງຫວຽດນາມທີ່ມີອາກາດສົດໃສ, ເຢັນສະບາຍ, ເພື່ອຄົ້ນຫາຄວາມງາມຂອງທຳມະຊາດ ແລະ ເຂົ້າຮ່ວມການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍຢູ່ເຂດພູດອຍຂອງຫວຽດນາມ. ຂ້າພະເຈົ້າຫວັງວ່າ ຈະໄດ້ຮັບການໃຫ້ຄຳແນະນຳ ຈາກທາງລາຍການ.

ທ່ານ ເອກພະສິດ ຮັກແພງ! ຫວຽດນາມມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ມີອາກາດສົດໃສເຢັນສະບາຍ ຄື ຊາປາ ຢູ່ເຂດໄຕບັກ, ດາລາດ ຢູ່ເຂດໄຕງວຽນ ຫຼື ຕາມດາວ ຢູ່ເຂດຕາເວັນອອກສ່ຽງເໜືອ… ພວກຂ້າພະເຈົ້າຄິດວ່າ, ຊາປາ ແມ່ນຈຸດນັບພົບທີ່ສະດວກສະບາຍ ແລະ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຄອບຄົວທ່ານຢ່າງຄົບຊຸດ. ເພາະວ່າ, ຊາປາ ຕັ້ງຢູ່ໃນເຂດພູ ດ້ວຍລະດັບຄວາມສູງກວ່າ 1500 ແມັດ,  ຊາປາ ມີອາກາດເຢັນດີເປັນພິເສດຕະຫຼອດປີ. ຊ້ຳບໍ່ໜຳ, ຍາມລະດູໜາວ ແມ່ນໜາວຈັດ ແລະ ມີຫິມະຕົກນຳອີກ. ບໍ່ພຽງແຕ່ມີອາກາດເຢັນສະບາຍເທົ່ານັ້ນ, ຊາປາ ຍັງດຶງດູດແຂກທ່ອງທ່ຽວທີ່ມາຈາກທຸກສາລະທິດ ເພາະຄວາມງາມຂອງທິວທັດທຳມະຊາດ ແລະ ບັນດາຄຸນຄ່າວັດທະນະທຳທີ່ມີຫຼາຍຮູບຫຼາຍສີ, ເປັນເອກະລັກສະເພາະ ແລະ ຈັບອົກຈັບໃຈ ຂອງຊາວເຜົ່າສ່ວນໜ້ອຍຢູ່ທີ່ນີ້. ເມື່ອມາທີ່ນີ້, ຄອບຄົວຂອງທ່ານ ອາດຈະພ້ອມກັນພິຊິດ ຈອມພູ Fansipan “ຫຼັງຄາແຫ່ງອິນດູຈີນ”, ຢ້ຽມຊົມພູຮ່າມຣົງ, ຊົມດອກກ້ວຍໄມ້ທີ່ອວດອ້າງເບັ່ງບານສີສັນໃນ 4 ລະດູ. ຫຼັງຈາກນັ້ນ, ທ່ານສາມາດໄປບ້ານ ກາດກາດ ເພື່ອຊົມຄວາມງາມຂອງໝູ່ບ້ານບູຮານທີ່ສະຫງົບສຸກ ເຊິ່ງໄດ້ສ້າງຕັ້ງມາແຕ່ສະຕະວັດ 19 ແລະ ທິວທັດທຳມະຊາດປະຖົມປະຖານ, ຄວາມສວຍງາມຂອງພູຜາປ່າດົງ, ນ້ຳຕົກຕາດ ກາດກາດ, ເຮືອນຮ້ານເຮັດດ້ວຍໄມ້ຫຼັງຕ່າງໆ, ນາຂັ້ນໄດ  ແລະ ອື່ນໆ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2 ຈອມພູ Fansipan “ຫຼັງຄາແຫ່ງອິນດູຈີນ” 

ພ້ອມກັນຊອກຮູ້, ຄົ້ນຫາກ່ຽວກັບປະຊາຊົນ, ການດຳລົງຊີວິດ ແລະ ຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງເຜົ່າ ມົ້ງ ຢູ່ທີ່ນີ້. ພວກຂ້າພະເຈົ້າຫວັງວ່າ ທ່ານຈະມີຄວາມພໍໃຈສຳລັບບັນດາຄຳແນະນຳຂ້າງເທິງ ແລະ ມີການພັກຜ່ອນຢ່ອນອາລົມທີ່ຈັບອົກຈັບໃຈທີ່ມ່ວນຊື່ນ, ມີຄວາມສຸກນຳຄອບຄົວຂອງຕົນ.

        ເພື່ອນ ອາລິນຕາ ຄຳມະວົງ, ພວມຮ່ຳຮຽນຢູ່ສະຖາບັນທະນາຄານ ລາວ ໄດ້ຂຽນຈົດໝາຍຝາກເຖິງລາຍການ ໂດຍແບ່ງປັນວ່າ: ຫວ່າງມໍ່ໆມານີ້, ໝູ່ຂອງນ້ອງໄດ້ເລົ່າສູ່ຟັງກ່ຽວກັບການໄປຢ້ຽມຢາມນະຄອນຫຼວງຮ່າໂນ້ຍ ແລະ ຮູ້ສຶກປະທັບໃຈຫຼາຍ ໂດຍສະເພາະແມ່ນໄດ້ເຂົ້າຮ່ວມລາຍການທ່ອງທ່ຽວອ້ອມຕົວເມືອງຮ່າໂນ້ຍ ດ້ວຍລົດນຳທ່ຽວສອງຊັ້ນ. ໄລຍະຈະມາເຖິງ, ນ້ອງ ພ້ອມກັບໝູ່ເພື່ອນຂອງຕົນ ຈະໄປຢ້ຽມຢາມນະຄອນຮ່າໂນ້ຍ. ດັ່ງນັ້ນ, ຢາກໄຫ້ອ້າຍເອື້ອຍ ບັນນາທິການ ລາຍການກະຈາຍສຽງພາກພາສາລາວ ຊ່ວຍແນະນຳໃຫ້ນ້ອງມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບບໍລິການລົດນຳທ່ຽວ 2 ຊັ້ນແດ່ ?. ຂໍຂອບໃຈ!

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 3ລົດນຳທ່ຽວ 2 ຊັ້ນຢູ່ຮ່າໂນ້ຍ

ເພື່ອນ ອາລິນຕາ ທີ່ຮັກແພງ! ລາຍການທ່ອງທ່ຽວອ້ອມຕົວເມືອງຮ່າໂນ້ຍ ດ້ວຍລົດນຳທ່ຽວ 2 ຊັ້ນ, ຫຼັງຄາເປີດ, ມີ 80 ບ່ອນນັ່ງ ແມ່ນລົດໄດ້ອອກແບບພິເສດ, ສະດວກ ໃຫ້ແກ່ການຊົມທັດຊະນີຍະພາບຂອງນະຄອນຈາກບ່ອນສູງ. ພິເສດ, ລົດນຳທ່ຽວດັ່ງກ່າວຈະຈອດຢູ່ ສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະພິເສດ, ເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ ເຊິ່ງໄດ້ຄັດເລືອກໄວ້ບໍລິການແຂກທ່ອງທ່ຽວ ດ້ວຍຂໍ້ມູນການແນະນຳ ທີ່ດູດດື່ມ, ໂດຍສະເພາະແມ່ນແຂກທ່ອງທ່ຽວທີ່ມາຢ້ຽມຢາມຮ່າໂນ້ຍເປັນເທື່ອທຳອິດ ບໍ່ຕ້ອງເສຍເວລາຊອກຮູ້, ຄັດເລືອກສະຖານທີ່ທ່ອງທ່ຽວ, ຊອກຫາຖະໜົນ, ພາຫະນະໄປມາ ແລະ ຜູ້ນຳທ່ຽວ. ລົດນຳທ່ຽວຈະຢຸດຢູ່ບັນດາສະຖານທີ່ທ່ອງທ່ຽວຕົ້ນຕໍຄື: ໜອງໂຮ່ເກືອມ, ໂຮງລະຄອນໃຫຍ່, ໂບດໃຫຍ່, ເສົາທຸງຮ່າໂນ້ຍ, ສຸສານໂຮ່ຈີມິນ, ຫໍບູຊາກວ໋ານແທ໋ງ, ໂບດເກືອບັກ, ພະລາດຊະວັງແທັງລອງ, ວັນມ໋ຽວ, ຄຸກຫວາລໍ່ ແລະ ອື່ນໆ. ລາຄາຂອງການບໍລິການດັ່ງກ່າວ ແມ່ນ 300.000 ດົງ/4 ຊົົ່ວໂມງ, 450.000 ດົງ/24 ຊົ່ວໂມງ ແລະ 650.000 ດົງ/48 ຊົ່ວໂມງ. ລາຍການພາກພາສາລາວ ຂໍອວຍພອນໃຫ້ເພື່ອນ ອາລິນຕາ ພ້ອມດ້ວຍໝູ່ເພື່ອນຂອງຕົນ ຈົ່ງມີການທ່ອງທ່ຽວຢ້ຽມຊົມທີ່ຈັບອົກຈັບໃຈ ແລະ ມ່ວນຊື່ນຢູ່ຮ່າໂນ້ຍເດີ!

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນບາງຈົດໝາຍ ແລະ ຄຳຕອບ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

 Nguyen Xuyen

ຕອບກັບ

ຂ່າວ/ບົດ​ອື່ນ