ຄັ​ດສະ​ເໜີ​ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງຄຳ​ຖາມ​ທີ່​ທ່ານ​ຜູ້​ຟັງ​

ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາ​ວ” ມື້​ນີ້, ພວກ​ຂ້າພະ​ເຈົ້າ​ຂໍ​ຄັ​ດສະ​ເໜີ​ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງຄຳ​ຖາມ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມາ​ໃນ​ອາທິດ​ຜ່ານ​ມາ. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

    ​ໃນ​ອາທິດ, ​ເພື່ອນ ຫງວຽນ​ວັນ​ແຕ້​ວ, ​ເຈີ່ນ​ງອ​ກຮ່າ, ​ແສງ​ພະຈັນ, ດອກ​​ໄມ້.​​.​.​ ​ໄດ້​ຝາກ​ອີ​ແມວ, ​ໂທລະສັບອວຍພອນ​ລາຍການໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ວິທະຍຸ​ກະຈາຍສຽງ ຫວຽດນາມ ຄົບຮອບ 69 ປີ, ​ໃນ​ນັ້ນ​ ອີ​ແມວ​ຂອງ​ທ່ານ ຫງວຽນ​ວັນ​ແຕ້​ວ, ​ເຊິ່ງ​ແມ່ນ​ຜູ້​ຟັງ​ສະໜິດສະໜົມ​ຂອງ​ລາຍການ​ພາກ​ພາສາ​ລາວ​​ເວົ້າ​ສະ​ເພາະ ​ແລະ ຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ເວົ້າ​ລວມ, ​​​ໄດ້​ຂຽນ​ວ່າ: ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ວິທະຍຸ​ກະຈາຍສຽງ ຫວຽດນາມ (7/9), ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ບັນນາທິການ, ນັກ​ຂ່າວ, ​ໂຄສົກ.​.​.​ ຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມທຸກ​ຄົນ ມີ​ສຸຂະພາບ​ເຂັມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ, ອວຍພອນ​ໃຫ້​ວິທະຍຸ​ກະຈາຍສຽງ ພັດທະນາ​ພ້ອມ​ກັບປະ​ເທດ​ຊາດຢ່າງ​ບໍ່​ຢຸດ​ຢັ້ງ,   ​ໄດ້​ໃຫ້​ຂ່າວ​ຢ່າງ​ທັນ​ການ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຟັງ, ຜູ້​ອ່ານ.

    ສະ​ເພາະ​ຂ້າພະ​ເຈົ້າ​​ເອງ, ​ແມ່ນ​ຜູ້​ນິຍົມ​ຟັງ​ວິທະຍຸ​ແຕ່​ຄາວ​ຍັງ​ນ້ອຍ ​ແລະ ນັບຖື​ພວກ​ອ້າຍ​ເອື້ອຍ​ທີ່​ສຸດ​ ຍ້ອນຍາມ​ໃດ​ກໍ່​ຍົກ​ສູງ​ຄຸນ​ນະ​ທາດ​ປະຕິວັດ, ບໍ່​ຫວາດ​ຫວົ່ນຕໍ່​ຄວາມ​ຫຍຸ້ງຍາກ​ລຳບາກໃນ​ການ​ຕໍ່ຕ້ານ ກໍ່​ຄື​ໃນ​ໄລຍະ​ສັນຕິພາບ. ​ໃນ​ຊຸມ​ປີ​​ແຫ່ງຕໍ່ສູ້ຕ້ານ​ສົງ​ຄາມ​ທຳລາຍ​ຂອງ​ຈັກກະພັດ​ ອາ​ເມ​ລິ​ກາ, ຄິດ​ສະ​ເລ່ຍ​ແຕ່ລະຄົນ​ຕ້ອງ​ຮັບ​ມື​ກັບ​ລະ​ເບີດ​ນັບ​ເປັນ​ໂຕນ​ແຕ່ວິທະຍຸ​ກະຈາຍສຽງ ຫວຽດນາມ ຍັງ​ຄົງອອກ​ອາກາດ​ເປັນປະຈຳ​ເພື່ອ​​ໃຫ້ຂ່າວ​ກ່ຽວ​ກັບ​ບັນດາ​​ໄຊຊະນະຂອງ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ​. ​ປະຈຸບັນ, ວິທະຍຸ​ກະຈາຍສຽງ​​ໄດ້​ຮູບ​ຮູບ​ການ​ສື່ສານອີນ​ເຕີ​ເນັດຕື່ມ​ອີກ​ເຮັດ​​ໃຫ້ຜູ້​ຟັງ, ຜູ້​ຊົມ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ເຫັນ​ຮູບພາບ​ກ່ຽວ​ກັບ, ບາດກ້າວ​ພັດທະນາຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ພັກ ​ແລະ ປະຊາຊົນ ຫວຽດນາມ​. ອີກ​ເທື່ອ​ໜຶ່, ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ວິທະຍຸ​ກະ​ຈາ​ຍສຽງ ຫວຽດນາມ ​ນັບ​ມື້​ນັບ​ພັດທະນາທັງ​ດ້ານ​ຄຸນ​ນະພາ​ບ ​ແລະ ​ເນື້ອ​ໃນ​ຢ່າງ​ບໍ່​ຢຸດ​ຢັ້ງ.

    ພວກ​ເຮົາ​ຂໍ​ຂອບ​ໃຈ​ທ່ານ ​ແຕ້​ວ ທີ່​ໄດ້​ຝາກ​ຄຳ​ອວຍພອນ​ອັນ​ດີງາມ​​ເຖິງ​ພວກ​ເຮົາ. ບັນດາ​ຈົດໝາຍ, ອີ​ແມວ​ທີ່​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຝາກ​ມາ​ໃຫ້​ພວກ​ເຮົາ​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ອັນ​ໃຫຍ່​ຫຼວງ​ສຳລັບ​ພວກ​ຂ້າພະ​ເຈົ້າ.

ຄັ​ດສະ​ເໜີ​ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງຄຳ​ຖາມ​ທີ່​ທ່ານ​ຜູ້​ຟັງ​ - ảnh 1
ການປູກຜັກຕາມມາດຖານ VietGap
(ພາບປະກອບ)

    ທ່ານ ວົງ​ສະ​ເນ​ຫາ, ​ແຂວງ ຫົວພັນ ​ໄດ້​ຝາກ​ອີ​ແມວ​ມາ​ຍັງ​ລາຍການ​ດ້ວຍ​ເນື້ອ​ໃນທີ່​ວ່າ: ຂ້າພະ​ເຈົ້າ​ຮັບ​ຟັງ​​ລາຍການ​ຊົນນະບົ​​ດ​ໃໝ່ຜ່ານວິ​ທະ​ຍຸ, ພາກ​ພາສາ​ລາວ ​ໃນ​ນັ້ນ​ໄດ້​ເຕື້ອງ​ເຖິງ​ມາດຖານ VietGap ​ໃນ​ການ​ຜະລິດ​ກະສິກຳ. ຂ້າພະ​ເຈົ້າ​ຢາກ​ຮູ້​ແຈ້ງ​ກ່ວາ​ກ່ຽວ​ກັບ​ມາດຖານ​ນີ້.

    ທ່ານ ວົງ​ສະ​ເນ​ຫາ ທີ່​​ເຄົາລົບ, ມາດຖານ VietGap ​​ໂດຍ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ປະກາດ​ໃຊ້ ​ແລະ ​ໄດ້​ເສີມ​ຂະຫຍາຍ​ຜົນ​ສັກສິດ​ນັບ​ແຕ່​ຕົ້ນ​ປີ 2008. ພວກ​ຂ້າພະ​ເຈົ້າ​ຂໍ​ແນະນຳ​ໂດຍ​ຫຍໍ້​ດັ່ງ​ຕໍ່​ໄປ​ນີ້. VietGap (​ແມ່ນ​ຄຳ​ເວົ້າ​ຫຍໍ້​ຂອງ: Vietnamese Good Agricultucal Practices) ມີ​ຄວາມ​ໝາຍ​ແມ່ນການ​ຜະລິດ​ກະສິກຳ​ຕົວ​ຈິງ​ທີ່​ດີ​ຢູ່ ຫວຽດນາມ ​ໂດຍ​ອີງ​ໃສ່ 4 ມາດຖານ​ຄື:

    + ມາດຖານ​ກ່ຽວ​ກັບ​ເຕັກນິກ​ການ​ຜະລິດ

    + ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ​ລວມມີ​ບັນດາ​ມາດ​ຕະການ​ຮັບປະກັນ​ປອດ​ສານ​ພິດ​ເມື່ອ​ເກັບ​ກ່ຽວ​ຜະລິດ​ຕະພັນ​ກະ​ເສດ.

    + ສະ​ພາບ​ແວດ​ລ້ອມ​​ແຫ່ງ​ການ​ເຮັດ​ວຽກ, ຈຸດປະສົງ​​ແມ່ນເພື່ອ​ສະກັດ​ກັ້ນ​ການສວຍໃຊ້​​ກຳລັງ​​ແຮງ​ງານ​ຂອງ​ຊາວ​ກະສິກອນ.

    + ຊອກ​ຫາ​ຕົ້ນ​ກຳ​ເນີ​ດຂອງ​ຜະລິດ​ຕະພັນ. ມາດຖານ​ນີ້ ອາ​ນຸຍາດ​​ໃຫ້​ກຳນົດ​ບັນດາ​ບັນຫາ​ຈາກ​ຂອດ​ຜະລິດ​ຕະຫຼອດ​ຮອດ​ການ​ຈຳໜ່າຍຜະລິດ​ຕະພັນ.


     ພາຍຫຼັງ​ໄດ້ອ່ານ​ບົດ​ສາລະ​ຄະດີ “​ເຂົ້າປຸ້ນ​ຫອຍ - ອາຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດນາມ”, ນັກ​ສຶກສາບາງ​ຄົນ​ຂອງ​ສະ​ຖາ​ບັນ​ການ​ປົກຄອງ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໂທ​ລະ​ສັບ​ມາລາ​ຍການຖາມກ່ຽວ​ກັບ​ທີ່ຢູ່​ຂອງ​ຮ້ານ​ເຂົ້າ​ປຸ້ນ​ດັ່ງກ່າວ. ພວກ​ເພື່ອນ​ທີ່ຮັກ​ແພງຮ້ານ​ເຈົ້າ​ປຸ້ນ​ຂອງ ​ເອື້ອຍ​ຖາວ ຕັ້ງຢູ່​ເຮືອນ​ເລກທີ 2A ຖະໜົນ ຫງວຽນ​ກາວ, ​ຕາ​ແສງ ດົງ​ມາກ, ​ເມືອງ ຮາ​ຍບ່າ​ຈຶງ, ຮ່າ​ໂນ້ຍ. ຮ້ານ​ນີ້​ເປີດ​ປະຕູ​ແຕ່​ເວລາ 5​ ໂມງ 30 ​ນາທີ ຮອດ 14 ​ໂມງ​ແຕ່​ລະ​ມື້.

ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້. ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການກະລຸນາ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084.43.8256631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.       

 

ຂ່າວ/ບົດ​ອື່ນ