ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 470 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງຢູ່ຫຼາຍປະເທດໃນໂລກ. ໃນນັ້ນລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບ ຈາກທ່ານຜູ້ຟັງລາວ.

ເພື່ອນ ວັນລີດາ ວິໄລສຸກ, ຢູ່ແຂວງ ໄຊສົມບູນ, ໄດ້ສົ່ງອີແມວມາລາຍການພາກພາສາລາວ ໂດຍໃຫ້ຮູ້ວ່າ: ໃນອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມລາຍການໂອ້ລົມກັບເພື່ອນລາວ. ຂ້າພະເຈົ້າໄດ້ຮັບຄຳຕອບຈາກບັນນາທິການພາກພາສາລາວ ກ່ຽວກັບສະຖານທີ່ປະຫວັດສາດຢູ່ນະຄອນເຫ້ວ, ໃນນັ້ນມີວັດ ທຽນມູ ແລ້ວ. ຂໍຂອບໃຈພວກເພື່ອນທີ່ໄດ້ສະໜອງຂໍ້ມູນຂ່າວກ່ຽວກັບວັດດັ່ງກ່າວໃຫ້ຂ້າພະເຈົ້າ, ຜ່ານຄຳຕອບດັ່ງກ່າວນັ້ນ, ຂ້າພະເຈົ້າໄດ້ມີຄວາມເຂົ້າໃຈກ່ຽວກັບປະຫວັດສາດຂອງວັດ ທຽນມູ ຫຼາຍກວ່າ. ໃນໄລຍະຈະມາເຖິງ, ຂ້າພະເຈົ້າຈະສືບຕໍ່ໄປຢ້ຽມຢາມບັນດາແຂວງ, ນະຄອນຂອງຫວຽດນາມ ອີກ. ຂໍຂອບໃຈນຳທາງລາຍການ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1 (ພິທີເລີ່ມລົງມືກໍ່ສ້າງໂຄງການ ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງ)

ເພື່ອນ ມາລີວົງ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີແມວມາລາຍການໂດຍຖາມວ່າ: ໃນອາທິດຜ່ານມາ ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງໂຄງການ ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງ ເພື່ອມອບໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດແຕ່ປະສົບກັບຄວາມຫຍຸ້ງຍາກ ເຊິ່ງແມ່ນຊາວຫວຽດນາມ ອາໄສຢູ່ລາວ. ຜ່ານລາຍການ, ຂ້າພະເຈົ້າຢາກຮູ້ຂໍ້ມູນຂ່າວຕື່ມອີກກ່ຽວກັບການເຄື່ອນໄຫວດັ່ງກ່າວ.

ເພື່ອນ ມາລີວົງ ທີ່ຮັກແພງ, ຕອນເຊົ້າວັນທີ 01 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບບໍລິສັດໃຫຍ່ 36 - ກະຊວງປ້ອງກັນປະເທດຫວຽດນາມ ດຳເນີນພິທີເລີ່ມລົງມືກໍ່ສ້າງໂຄງການ ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງ ເພື່ອມອບໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດແຕ່ປະສົບກັບຄວາມຫຍຸ້ງຍາກ ເຊິ່ງແມ່ນຊາວຫວຽດນາມ ອາໄສຢູ່ລາວ ນັ້ນ. ເຮືອນແຕ່ລະຫຼັງມີເນື້ອທີ່ກວ້າງ 40 ຕາແມັດ, ຢູ່ບ້ານ ທົງຂັນຄຳ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ. ນີ້ແມ່ນກິດຈະກຳສະແດງໃຫ້ເຫັນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, “ຕອບບຸນແທນຄຸນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2017) ຜ່ານມາຢູ່ຫວຽດນາມ. ຄາດວ່າ, ພາຍຫຼັງໄດ້ຮັບການກໍ່ສ້າງເປັນເວລາ 2 ເດືອນ, ກິດຈະກຳຈະໄດ້ມອບໃຫ້ທ່ານນາງ ຫງວຽນທິລຽນ, ເກີດປີ 1928, ເຊິ່ງແມ່ນພັນລະຍາຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໃນສົງຄາມຕ້ານຝລັ່ງ ຢູ່ແນວຮົບ ບ້ານເກີນ, ແຂວງວຽງຈັນ ແລະ ມີລູກຊາຍເປັນອະດີດທະຫານອາສາສະໝັກຫວຽດນາມ ແມ່ນນັກຮົບຖືກຮັບບາດເຈັບໜັກ. ສ່ວນເຮືອນຫຼັງທີ 2 ຈະໄດ້ມອບໃຫ້ຄອບຄົວທີ່ມີຜົນງານຕໍ່ການປະຕິວັດອື່ນ ກໍປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

ເພື່ອນວົງຄຳ, ຢູ່ແຂວງສາລາວັນ, ໄດ້ສົ່ງອີແມວມາລາຍການໂດຍຖາມວ່າ: ວິສາຫະກິດພວກຂ້າພະເຈົ້າໄດ້ມີການພົວພັນຄ້າຂາຍສິນຄ້າກັບບັນດາວິສາຫະກິດຫວຽດນາມ ນັບແຕ່ດົນນານແລ້ວ. ແລະ ຂ້າພະເຈົ້າໄດ້ຍິນຂ່າວວ່າ, ໃນໄລຍະຈະມາເຖິງຈະມີດ່ານຊາຍແດນຄູ່ໜຶ່ງລະຫວ່າງລາວ - ຫວຽດນາມ ຍົກລະດັບເປັນຄູ່ດ່ານຊາຍແດນສາກົນ. ຂ້າພະເຈົ້າຢາກຮູ້ວ່າ, ຄູ່ດ່ານຊາຍແດນນັ້ນແມ່ນຄູ່ດ່ານຊາຍແດນໃດ? ເມື່ອໃດຈະໄດ້ຮັບການຍົກລະດັບ?

ເພື່ອນວົງຄຳ ທີ່ຮັກແພງ, ວັນທີ 07 ສິງຫາ, ຢູ່ນະຄອນ ຕາມກີ, ແຂວງກວາງນາມ, ແຂວງ ກວາງນາມ (ຫວຽດນາມ) ແລະ ແຂວງເຊກອງ (ລາວ) ໄດ້ຈັດກອງປະຊຸມຂັ້ນສູງປີ 2017 ເພື່ອແນໃສ່ຕີລາຄາການປະຕິບັດບັນດາເນື້ອໃນທີ່ 2 ຝ່າຍໄດ້ລົງນາມ; ພ້ອມທັງດຳເນີນການລົງນາມຮ່ວມມືພັດທະນາຮອບດ້ານລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງ. 2 ຝ່າຍໄດ້ສູ້ຊົນຮອດປີ 2018 ຈະຍົກລະດັບຄູ່ດ່ານຊາຍແດນ ນາມຢາງ - ດັກຕາອອກ ຂຶ້ນເປັນດ່ານຊາຍແດນສາກົນ. 2 ຝ່າຍໄດ້ເປັນເອກະພາບນຳກັນສຸມໃສ່ປະຕິບັດສຳເລັດການລົງທຶນດ້ານພື້ນຖານໂຄງລ່າງທາງຄົມມະນາຄົມຈາກແຂວງ ເຊກອງ ໄປຜ່ານດ່ານຊາຍແດນ ນາມຢາງ - ດັກຕາອອກ ໄປເຖິງແຂວງ ກວາງນາມ; ປັບປຸງສຳເນົາ, ລະບຽບການໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ລັດຖະບານ 2 ປະເທດ ອະນຸຍາດໃຫ້ຍົກລະດັບຄູ່ດ່ານຊາຍແດນ ນາມຢາງ - ດັກຕາອອກ ໃຫ້ຂຶ້ນເປັນຄູ່ດ່ານຊາຍແດນໃນປີ 2018.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີແມວ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ