ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 210 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1ຄະນະປະຕິບັດງານຂອງຄະນະຊາວໜຸ່ມແຂວງຄຳມ່ວນ, ຈຳປາສັກ, ປະເທດລາວ ເຮັດວຽກຢູ່ແຂວງກວາງງ້າຍ

(ພາບ: quangngai.gov.vn)

ເພື່ອນ ສຸຄະວົງ ແຂວງ ຄຳມ່ວນ, ໄດ້ໂທລະສັບມາລາຍການພາກພາສາລາວ ຢາກມີຮູ້ຂໍ້ມູນຂ່າວກ່ຽວກັບການເຄື່ອນໄຫວຂອງຄະນະປະຕິບັດງານຂອງຄະນະຊາວໜຸ່ມແຂວງ ຄຳມ່ວນ, ຈຳປາສັກ ໃນໂອກາດເຮັດວຽກຢູ່ແຂວງກວາງງ້າຍ, ໃນການຢ້ຽມຢາມຫວຽດນາມ ຜ່ານມາ.

        ເພື່ອນ ສຸຄະວົງ ທີ່ຮັກແພງ, ວັນທີ 23 ມີນາ, ຄະນະປະຕິບັດງານຂອງຄະນະຊາວໜຸ່ມແຂວງຄຳມ່ວນ, ຈຳປາສັກ, ປະເທດລາວ ໂດຍທ່ານເລຂາຄະນະຊາວໜຸ່ມແຂວງຄຳມ່ວນ ແກ້ວອຸດອນ ບຸດສິງຂອນ ນຳໜ້າໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກວາງງ້າຍ, ປະເທດຫວຽດນາມ ແລະ ໄດ້ມີການພົບປະກັບທ່ານຫງວຽນແທງກວາງ, ຮອງເລຂາຜູ້ປະຈຳການຄະນະພັກແຂວງກວາງງ້າຍ. ທີ່ການພົບປະ, ທ່ານ ຫງວຽນແທງກວາງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານທີ່ບັນລຸໄດ້ຂອງໄວໜຸ່ມແຂວງກວາງງ້າຍ, ແຂວງຄຳມ່ວນ ແລະ ຈຳປາສັກ ໃນຊຸມປີຜ່ານມາ ແລະ ມີຄວາມເຊື່ອໝັ້ນວ່າ ງານພົບປະແລກປ່ຽນລະຫວ່າງຊາວໜຸ່ມ 3 ແຂວງ ຈະປະກອບສ່ວນສຶກສາໃຫ້ລຸ້ນໜຸ່ມສືບທອດ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ. ໂດຍຕາງໜ້າຄະນະປະຕິບັດງານ, ທ່ານເລຂາຄະນະຊາວໜຸ່ມແຂວງຄຳມ່ວນ ແກ້ວອຸດອນ ບຸດສິງຂອນ ປາດຖະໜາວ່າ, ການນຳແຂວງກວາງງ້າຍ ຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ແລະ ຊີ້ນຳເພື່ອໃຫ້ງານພົບປະມິດຕະພາບຫວຽດນາມ - ລາວ ຈະເຄື່ອນໄຫວຢ່າງມີປະໂຫຍດ, ແທດຈິງ ແນໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ.

        ແລະກໍ່ໃນໂອກາດນີ້, ມະຫາວິທະຍາໄລ ຟ້າມວັນດົ່ງ, ແຂວງກວາງງ້າຍ ກໍ່ໄດ້ຈັດລາຍການ “ໂອ້ລົມສົນທະນາມິດຕະພາບແລກປ່ຽນບົດຮຽນໃນການເຄື່ອນໄຫວຊາວໜຸ່ມຫວຽດນາມ - ລາວ” ໂດຍຄະນະຊາວໜຸ່ມແຂວງກວາງງ້າຍ ຈັດຕັ້ງ; ຄະນະປະຕິບັດງານຂອງຄະນະຊາວໜຸ່ມແຂວງຄຳມ່ວນ ແລະ ຈຳປາສັກ ກໍ່ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດານັກຮຽນຢູ່ສູນໜູນຊ່ວຍພັດທະນາການສຶກສາເຊື່ອມຕົວ; ຢ້ຽມຢາມເຂດອະນຸສອນສະຖານນາຍົກລັດຖະມົນຕີ ຟ້າມວັງດົ່ງ, ເຂດອະນຸສອນສະຖານໂຮງໝໍ ດັ້ງຖຸຍເຈີມ…

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 2 ພິທີເລີ່ມລົງມືກໍ່ສ້າງໂຮງຮຽນພອນສະຫວັນ ຢູ່ເທດສະບານ ພົນສະຫວັນ

(ພາບ: qdnd.vn)

ເພື່ອນ ດາລາວັນ ສີຫະລາດ ຢູ່ແຂວງຫົວພັນ ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮັບຂ່າວວ່າ ຝ່າຍຫວຽດນາມ ຈະກໍ່ສ້າງໂຮງຮຽນພອນສະຫວັນຢູ່ແຂວງຊຽງຂວາງ, ປະເທດລາວ. ຂ້າພະເຈົ້າຢາກຮູ້ວ່າ ເວລາໃດຈຶ່ງເລີ່ມລົງມືກໍ່ສ້າງ.

        ເພື່ອນ ດາລາວັນ ສີຫະລາດ ທີ່ຮັກແພງ, ວັນທີ 17 ມີນາ ຜ່ານມາ, ຢູ່ເທດສະບານ ພົນສະຫວັນ, ເມືອງແປກ, ແຂວງຊຽງຂວາງ, ກອງບັນຊາການທະຫານເຂດ 4 (ຫວຽດນາມ) ໄດ້ສົມທົບກັບບັນດາອົງການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງໂຮງຮຽນພອນສະຫວັນ ຢູ່ເທດສະບານ ພົນສະຫວັນ. ກິດຈະກຳດັ່ງກ່າວໄດ້ຮັບການກໍ່ສ້າງດ້ວຍຂອບຂະໜາດບຳລຸງສ້າງ 14 ຫ້ອງຮຽນ, ໄດ້ແບ່ງປັນ 2 ໂຮງຮຽນແມ່ນມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ, ພ້ອມກັບບັນດາເຂດຮ່ຳຮຽນ, ຫໍພັກ, ກິນດື່ມ, ສະໂມສອນ ແລະ ການເຄື່ອນໄຫວອອກກຳລັງກາຍ. ລະບົບພື້ນຖານວັດຖຸດ້ານເຕັກນິກກໍ່ໄດ້ຮັບການລົງທຶນ ຕອບສະໜອງຄວາມຮຽກຮ້ອງເຄື່ອນໄຫວຂອງຮາກຖານການສຶກສາທີ່ມີຄຸນນະພາບສູງ, ບັນດາເຄ່ືອງວັດຖຸອຸປະກອນສິດສອນຢ່າງຄົບຊຸດ, ທັນສະໄໝທັດທຽມກັບໜ້າທີ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແຂວງຊຽງຂວາງ ເວົ້າສະເພາະ ແລະ ປະເທດລາວ ເວົ້າລວມ. ນີ້ກໍ່ແມ່ນກິດຈະກຳໄດ້ຮັບການກໍ່ສ້າງດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລັດຖະບານລາວ ແລະ ໄດ້ມອບໃຫ້ ກອງບັນຊາການທະຫານເຂດ 4 ເປັນເຈົ້າຂອງລົງທຶນ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 3 ລາຍການທ່ອງທ່ຽວ “ຜ່ານບັນດາເຂດເມືອງຫຼວງເກົ່າຫວຽດນາມ - ລາວ”

(ພາບ: vietnamtourism.gov.vn)

ໃນອາທິດຜ່ານມາ, ມີນັກສຶກສາລາວ ບາງຄົນ ທີ່ຮໍ່າຮຽນຢູ່ມະຫາວິທະຍາໄລວັດທະນະທຳຮ່າໂນ້ຍ ໄດ້ໂທລະສັບມາລາຍການຢາກຮູ້ກ່ຽວກັບຂໍ້ມູນຂ່າວຂອງລາຍການທ່ອງທ່ຽວ “ຜ່ານບັນດາເຂດເມືອງຫຼວງເກົ່າຫວຽດນາມ - ລາວ”.

        ບັນດາເພື່ອນນັກສຶກສາລາວ ຮຽນຢູ່ມະຫາວິທະຍາໄລວັດທະນະທຳຮ່າໂນ້ຍ ທີ່ຮັກແພງ, ວັນທີ 24 ມີນາ, ຢູ່ເຂດພະລາດຊະວັງທັງລອງ, ຮ່າໂນ້ຍ ໄດ້ດຳເນີນພິທີເລີ່ມເດີນທາງທ່ອງທ່ຽວ “ຜ່ານບັນດາເຂດເມືອງຫຼວງເກົ່າຫວຽດນາມ - ລາວ” ໂດຍບໍລິສັດທ່ອງທ່ຽວ Hanoitourist ຈັດຕັ້ງ. ລາຍການດັ່ງກ່າວໄດ້ປະຕິບັດເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ຢ່າງແຮງກ່ຽວກັບການພັດທະນາການທ່ອງທ່ຽວ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການຮ່ວມມືລະຫວ່າງຫວຽດນາມ - ລາວ. ລາຍການທ່ອງທ່ຽວຄັ້ງນີ້ຈະເລີ່ມຈາກຮ່າໂນ້ຍ ໄປແຂວງເຊີນລາ - ຊຳເໜືອ - ຫຼວງພະບາງ - ວຽງຈັນ - ທົ່ງໄຫຫີນ - ເງະອານ ແລ້ວກັບເມືອນະຄອນຫຼວງຮ່າໂນ້ຍ. ແລະຖ້າຫາກມີເງື່ອນໄຂ ເຊີນບັນດາເພື່ອນລາວ ພ້ອມກັນຮ່ວມເດີນທາງພ້ອມກັບລາຍການທີ່ໜ້າປະທັບໃຈດັ່ງກ່າວ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ