ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) –​ ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ, ​ຈົດໝາຍຈ​າກ​ຜູ້​ຟັງ​ລາວ ທີ່​ສົ່ງ​ມາລາຍການ​​. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.   

​ເພື່ອ​ນ ຫງວຽນ​ວັນ​ຕ໋ວຽນ, ຊາວ​ຫວຽດນາມ ອາ​ໄສ​ຢູ່​​ແຂວງ ບໍລິ​ຄຳ​ໄຊ, ລາວ ​ໄດ້​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ໂດຍ​ໃຫ້​ຮູ້​ວ່າ: ເຖິງ​ວ່າ ຂ້າພະ​ເຈົ້າ​ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ກໍ່ຕາມ, ​ແຕ່​ຜ່ານບັນດາ​ຂ່າວ​/ບົດ​​ກ່​ຽວ​ກັບການ​ເຄື່ອ​ນ​ໄຫວ​ໃນ​ໂອ​ກາດ​ບຸ​ນ​ເຕັດ​ຢູ່​ຫວຽດ​ນາມ ​ໃນ​ແວັບ​ໄຊພາກ​ພາ​ສາ​ລາວ VOV, ຂ້າ​ພະ​ເຈົ້າ​ຮູ້​ສຶກ​​ຄື​ດັ່ງ​ຕົນ​ເອງ​ພວມ​ໄດ້​​ຕ້ອນຮັບ​ບຸນ​ເຕັດ​ພ້ອມ​ກັບ​ປະ​ຊາ​ຊົນ, ປະ​ເທດ​ຊາດ​ຫວຽດ​ນາມ ທີ່​ຮັກ​ແພງ. 

​ເພື່ອນ ດາລາ​ວັນ ສີ​ຫາ​ລາດ ຢູ່​ແຂວງ ຫົວພັນ ​​ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການ​ໂດຍໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ຕິດຕາມ​ລາຍການ​ພາກ​ພາສາ​ລາວ VOV5 ຜ່ານ​ວິທະຍຸ ​ແລະ ​ເວັບ​ໄຊ ​ເປັນ​ປະຈຳ. ຂ້າພ​ະເຈົ້າ​ເຫັນ​ວ່າ, ​ເນື້ອ​ໃນ​ລາຍການ​ນັບ​ມື້​ນັບ​ອູດ​ົມ​ສົມບູນ ​ແລະ ມ່ວນຫຼາຍ, ພິ​ເສດ​ແມ່ນ​ບັນ​ດາ​ບົດ​ຂ​ຽນ​ໃນ​ໂອ​ກາດ​ບຸ​ນ​ເຕັດ​ຂອງ​ພວ​ກ​ເພື່ອນ​ໃນ​ໄລ​ຍະ​ຜ່ານ​ມາ​. ໃນ​ໂອ​ກາດ​ບຸນ​ເຕັດ​ຫວຽດ, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ບັນ​ນາ​ທິ​ການ​ພາກ​ພາ​ສາວ ຈົ່ງ​ມ​ີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ສືບ​ຕໍ່ມີບັນດາບົດ​ຂຽນ​ມ່ວນໆ​ຫຼາຍ​ບົດ​ຕື່ມ​ອີກ​ເພື່ອ​​ຮັບ​​ໃຊ້ໃຫ້​​ແກ່ຜູ້​ຟັງ.

ລຸ່ງ ຫວຽນ​ວ​ັ​ນ​ແຕ້ວ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ ສົ່ງ​ອີ​ແມວ​​ມາ​ຍັງ​ລາຍ​ການ​ໂດຍ​ໃຫ້​ຮູ້​ວ່າ: ໃນ​ໂອ​ກາດ​ບຸນ​ເຕັດ, ຂໍ​ອວຍ​ພອນ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ບັນ​ນາ​ທິ​ການ​ພາກ​ພາ​ລາວ ຈົ່ງ​ມີ​​ພະ​ລາ​​ໄມ​ສົມ​ບູນ, ມີ​ຄວາມ​ຜາ​ສຸກ, ຂໍ​ວອຍ​ພອ​ນ​ໃຫ້ VOV ຍາມ​ໃດ​ກໍ​ພັດ​ທະ​ນາ​ພ້ອມ​ກັບ​ປະ​ເທດ​ຊາດ, ຮັບ​ໃຊ້​ໃຫ້​ແກ່​ທ່ານ​ຜູ້​ຟັງ​ນັບ​ມື້​ນັບ​ດີກວ່າ. ນອກນັ້ນ, ລຸ່ງ ຫວ​ຽນ​ວັນ​ແຕ້ວ ຍັງ​ໃຫ້​ຮູ້​ຕື່ມ​ອີກວ່າ: ໃນ​ໂອ​ກາດ​ບຸນ​ເຕັດ​ຜ່ານ​ມາ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເມືອງ ຟັງ​ຄົນ ໄດ້​ຈັດ​ການ​ເຄື່ອນ​ໄຫວ​​ຕ່າງໆ​ເພື່ອຕ້ອນ​ຮັບ​ບຸນ​ເຕັດ ​ການ​ເຄື່ອນ​ໄຫວ​ເຫຼົ່​ານັ້ນ​ໄດ້​ດ​ຳ​ເນີນໄປໃນ​ບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ ແລະ ​ເຕັມ​ໄປ​ດ້ວຍ​ຄວາມອົບ​ອຸ່ນ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ)

ເພື່ອນ​ຄຳ​ພັນ ວິ​ໄລ​ຈິດ, ຢູ່​ແຂວງ ຈຳ​ປະ​ສັກ ​ໄດ້​ສົ່ງ​ອີ​ແມວ ມາ​​​ຍັງລາຍ​ການ​​ໂດຍໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂ້າພະ​ເຈົ້າ​ຈະ​​ໄປ​ທ່ອງ​ທ່ຽວ​​ນະ​ຄອນ​ຮ່​າໂນ້ຍ​. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ມາ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ. ດັ່ງ​ນັ້ນ, ບໍ່​ຮູ້ສະຖານ​ທີ່​ທ່ອງ​ທ່ຽວໃດ​ທີ່​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່ພາຍ​ໃນ ​ແລະ ​ຕ່າງປະ​ເທດ ມັກມາ​ຢ້ຽມຢາມ​. ​ສະ​ນັ້ນ, ຜ່ານ​ລາຍ​ການ, ຂ້າພະ​ເຈົ້າ​ຢາກ​ຮູ້​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ນະຄອນ​ຮ່າ​ໂນ້ຍ ​ເພື່ອ​​ສ​້າງຄວາມ​ສະດວກໃຫ້​ຂ້າພະ​ເຈົ້າ​ໃນ​ການ​ຢ້ຽມຢາມຄັ້ງ​ນີ້. ຂໍ​ຂອບ​ໃຈ.

ເພື່ອນ​ຄຳ​ພັນ ວິ​ໄລ​ຈິດ ທີ່​ຮັກ​​ແພງ, ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ເພື່ອນ​ໃນ​ການ​ມາ​ຢ້ຽມຢາມ​​ນະ​ຄອນຮ່າ​ໂນ້ຍ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຂໍ​ແນະນຳ​ສະຖານ​ທີ່​ທ່ອງ​ທ່ຽວ​ບາງ​ແຫ່ງ​​ທີ່​ເພື່ອນ​ຄວນ​ຢ້ຽມຢາມ ​ແລະ ຄົ້ນ​ຫາ​ນັ້ນ​ແມ່ນ: ວັນ​ມ໋ຽວກ໋ວກຕີ​ຢາມ ​ເຊິ່ງ​ແມ່ນ​ມະຫາວິທະຍາ​ໄລ​ແຫ່ງ​ທະ​ອິດ​ຂອງ​ຫວຽດນາມ, ​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ, ​ເຂດ​ປູຊະນີຍະສະ​ຖານ​ຄຸກ ຫວາ​ລໍ່, ໜອງ​ຮ່ວາງ​ກ໋ຽມ ​ແລະ ວິຫານຫງອກ​ເຊີນ, ສຸ​ສານ​ປະທານ​ໂຮ່ຈິ​ມິນ, ວັດ​ເສົາ​ດຽວ, ລາດ​ຊະ​ວັງທັງ​ລອງ. ສະຖານ​ທີ່​ເຫຼົ່​ານັ້ນ​ແມ່ນ​ຢູ່​ໃຈກາງ​ນະຄອນ​ຫຼວງ. ນອກ​ນັ້ນ, ​ເພື່ອນ​​ກໍ​ສາ​ມາດ​ໄປ​ຢ້ຽມຢາມຫໍພິພິດ​ຕະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ, ບ້ານ​ບູຮານ ​ເດື່ອງ​​ເລີມ (ຫ່າງ​ຈາກ​ໃຈກາງ​ນະຄອນຫຼວງ​ປະທານ 50 ກມ), ບ້ານ​ແພ​ໄໝ ຫວ້ານຟຸ໋ກ (ທີ່ຫ່າງ​ຈາກ​ໃຈກາງ​ນະຄອນ​ຮ່າ​ໂນ້ຍ 10 ກມ), ກຳ​ແພງ ​ໂກ​ລວາ ​ແລະ ວິຫານ​ບູຊາ ອານ​ເຍືອງ​ເວື​ອງ (ຫ່າງ​ຈາກ​ໃຈກາງ​ນະຄອນ​ຮ່າ​ໂນ້ຍ 17 ກມ)​... ເພື່ອນ​ຄຳ​ພັນ ວິ​ໄລ​ຈິດ ທີ່​ຮັກ​​ແພງ, ນັ້ນ​ແມ່ນບັນດາ​ສະຖານ​ທີ່ທ່ອງ​ທ່ຽວຢູ່​ຮ່າ​ໂນ້ຍ ​ເຊິ່ງພວກ​ເຮົາແນະນຳ​​​ເພື່ອໃຫ້​ເພື່ອນມາ​ຢ້ຽມຢາມ. ເພື່ອ​ອ່ານ​ຄືນ​ບັນ​ດາ​ສະ​ຖານ​ທີ່​ເຊິ່ງ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​, ​ເຊີນເພື່ອນ​ເຂົ້າ​ແວັບ​ໄຊ vovworld.vn ຫຼື vov5.vn. ​ຫວັງ​ວ່າການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ຂອງ​ເພື່ອນ​ໃນ​ໄລຍະ​ຈະ​ມາ​ເຖິງ​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ