​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບ​ບາງ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ​​ໄດ້​ຝາກ​ມາລາ​ຍການ​ໃນ​ໄລຍະ​ຜ່ານ​ມາ

(VOVWORLD) - ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເມື່ອໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ, ພາຍຫຼັງໄດ້ໂຈະລາຍການຊົ່ວຄາວ 2 ອາທິດ ເພື່ອອອກອາກາດບັນດາລາຍການພາກພິເສດຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ 2020. ພວກຂ້າພະເຈົ້າ ຮູ້ສຶກຕື້ນຕັນໃຈ ແລະ ດີໃຈຫຼາຍ ເມື່ອໄດ້ຮັບຂອງຂວັນ, ຄໍາອວຍພອນທີ່ດີງາມ ແລະ ຄໍາຖາມຈາກທ່ານຜູ້ຟັງທີ່ໄດ້ຝາກມາລາຍການໃນໄລຍະຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນໄລຍະຜ່ານມາ.

        ທ່ານ ທອນສະໄໝ ຈັນທະສິນ ຢູ່ແຂວງຄໍາມ່ວນ ໄດ້ຝາກຂອງຂວັນສຸດທີ່ມີຄວາມໝາຍທີ່ສຸດມາໃຫ້ລາຍການ, ນັ້ນຄື ຂອງທີ່ລະນຶກເປັນຮູບພະທາດຫຼວງ ແລະ ປະຕູໄຊ ເຊິ່ງເປັນສັນຍາລັກຂອງປະເທດລ້ານຊ້າງ ພ້ອມກັນນັ້ນ ແມ່ນຄໍາອວຍພອນປີໃໝ່, ທ່ານຂຽນວ່າ: ປີໃໝ່ 2020, ຂໍອວຍພອນໃຫ້ບັນນາທິການພາກພາສາລາວທຸກຄົນ ຈົ່ງມີແແຕ່ສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນທຸກໜ້າທີ່ການງານ. ຂໍອວຍພອນໃຫ້ລາຍການພາກພາສາລາວ ນັບມື້ນັບພັດທະນາ ແລະ ມີຂ່າວ, ບົດທີ່ມວ່ນໆ ແລະ ເປັນປະໂຫຍດຫຼາຍກວ່າອີກ.

        ນອກຈາກນັ້ນ, ພວກຂ້າພະເຈົ້າຍັງໄດ້ຮັບຄໍາອວຍພອນປີໃໝ່ຈາກທ່ານຜູ້ຟັງຫຼາຍທ່ານຄື: ທ່ານສີສະໝຸດ, ທ່ານ ແສງ ລັດຕະຈັກ, ທ່ານ ກະຕັນ, ທ່ານ ສໍານຽງ, ທ່ານ ໂອະລໍາ ຈັນທະວິໄລ, ທ່ານ ເພັດສະຫວັນ ສີສະນົນ ຢູ່ອັດຕະປື ອີກດ້ວຍ.

        ໄປຄຽງຄູ່ກັນນັ້ນ, ທາງລາຍການຍັງໄດ້ຮັບຄໍາສະແດງຄວາມຮູ້ສຶກຈາກທ່ານຜູ້ຟັງ ເມື່ອຕິດຕາມບັນດາລາຍການກະຈາຍສຽງພາກພິເສດ ເນື່ອງໃນໂອກາດບຸນເຕັດປີ ຊວດ 2020 ໃນເວັບໄຊ vovworld.vn. ໃນນັ້ນ ມີເພື່ອນ ວິໄລວອນ, ໄດ້ຂຽນວ່າ: ຂອບໃຈບັນດາບັນນາທິການລາຍການພາກພາສາລາວ ທີ່ໄດ້ຈັດທໍາບັນດາລາຍການກະຈາຍສຽງທີ່ມີຊີວິດຊາວາ ກ່ຽວກັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ອັນໄດ້ຊ່ວຍໃຫ້ຂ້າພະເຈົ້າສໍາຜັດໄດ້ເຖິງບັນດາຍາກາດຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊື່ນ ແລະ ຄຶກຄື້ນ ຢູ່ຫວຽດນາມ. ຂໍອວຍພອນໃຫ້ພວກເພື່ອນຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານທຸກປະການ.

        ລາຍການກະຈາຍສຽງພາກພາສາລາວ ຂໍສະແດງຄວາມຂອບໃຈຕໍ່ຂອງຂວັນທີ່ມີຄວາມໝາຍ ພ້ອມດ້ວຍຄໍາອວຍພອນອັນດີງາມ ເຊິ່ງ ທ່ານຜູ້ຟັງທຸກໆທ່ານໄດ້ສະຫງວນໃຫ້ແກ່ລາຍການ. ພວກຂ້າພະເຈົ້າ ກໍຂໍອວຍພອນໄຊມາຍັງທ່ານຜູ້ຟັງປີໃໝ່ມີສຸຂະພາບເຂັ້ມແຂງ ແລະ ສົມດັ່ງປາດຖະໜາທຸກສິ່ງທຸກຢ່າງດ້ວຍເທີ້ນ.

        ເພື່ອນ ນີນາ ວົງພະຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຫາລາຍການ ໂດຍຖາມວ່າ: ເມື່ອຕິດຕາມຂ່າວ ແລະ ບົດໃນເວັບໄຊ vovworld.vn, ຂ້າພະເຈົ້າເຫັນວ່າ ມີງານບຸນລົງທົ່ງ, ງານບຸນວັດເຮືອງ ພວມຖືກດໍາເນີນ. ນອກຈາກສອງງານບຸນດັ່ງກ່າວແລ້ວ, ໃນໂອກາດຕົ້ນປີໃໝ່, ຢູ່ຫວຽດນາມ ຍັງໄດ້ຈັດຕັ້ງງານບຸນໃດອີີກແດ່?

ເພື່ອນ ນີນາ ວົງພະຈັນ ທີ່ຮັກແພງ! ໃນເດືອນຈຽງ, ຢູ່ທຸກແຖບຖິ່ນໃນທົ່ວປະເທດຫວຽດນາມ ລ້ວນແຕ່ຈັດຕ້ັງງານບຸນຕ່າງໆ. ຢູ່ພາກເໜືອຫວຽດນາມ, ນອກຈາກສອງງານບຸນທີ່ເພື່ອນໄດ້ຮູ້ມາແລ້ວ, ຢູ່ແຂວງ, ນະຄອນ ແລະ ທ້ອງຖິ່ນຕ່າງໆ ຍັງໄດ້ຈັດຕັ້ງງານບຸນຕ່າງໆຄື:

         ງານບຸນໂນນ ດົ໊ງດາ: ງານບຸນໂນນ ດົ໊ງດາ ໄດ້ຈັດຂຶ້ນໃນວັນທີ 5 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ ຢູ່ ໂນນດົ໊ງດາ, ຕາແສງ ກວາງຈູງ, ເມືອງ ດົ໊ງດາ, ຮ່າໂນ້ຍ. ນີ້ແມ່ນງານບຸນແຫ່ງໄຊຊະນະ ເພື່ອແນໃສ່ອາໄລຫາວິລະກໍາອັນສະຫງ່າອົງອາດຂອງ ເຈົ້າຊີວິດ ກວາງຈູງ - ວິລະຊົນຕ້ານສັດຕູຮຸກຮານຂອງຊາດຫວຽດນາມ.

​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບ​ບາງ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ​​ໄດ້​ຝາກ​ມາລາ​ຍການ​ໃນ​ໄລຍະ​ຜ່ານ​ມາ - ảnh 1 ອຽນຕື໋ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທາງດ້ານຈິດວິນຍານ, ຊີວະພາບ ແລະ ທັດສະນີຍະພາບ.... ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມ

ງານບຸນ ອຽນຕື໋: ງານບຸນ ອຽນຕື໋ ຕິດພັນກັບເຂດປູຊະນີຍະສະຖານປະຫວັດສາດ ແລະ ທັດສະນີຍະພາບ ອຽນຕື໋ ຂຶ້ນກັບຕາແສງ ເທື້ອງອຽນກົງ, ເມືອງ ອວງບີ໊, ແຂວງກວ໋າງນິງ. ງານບຸນໄດ້ໄຂຂຶ້ນໃນວັນທີ 10 ເດືອນຈຽງ ຈົນຮອດໝົດເດືອນສາມ ໄລ່ຕາມຈັນທະປະຕິທິນ. ນອກຈາກບັນດາພິທີການທີ່ເປັນມູນເຊື້ອຄື ຖະຫວາຍທູບທຽນ, ພິທີພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນ ມີຄວາມຜາສຸກ, ສະແດງສິລະປະທີ່ເປັນມູນເຊື້ອ, ພິທີຈໍ້າກາທີ່ສັກສິດ ອຽນຕື໋...ແລ້ວ ບັນດາການກິດຈະກໍາເຄື່ອນໄຫວເປັນໜ້າຈັບອົກຈັບໃຈ. ໃນຊຸມປີມໍ່ໆມານີ້, ອຽນຕື໋ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທາງດ້ານຈິດວິນຍານ, ຊີວະພາບ ແລະ ທັດສະນີຍະພາບ.... ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມໃນຕະຫຼອດປີ.

        ງານບຸນວິຫານ ເຈິ່ນ ນາມດິ້ງ: ງານບຸນວິຫານ ເຈິ່ນ ແຂວງນາມດິ້ງ ຖືກດໍາເນີນເປັນເວລາ 3 ວັນ ຢູ່ວິຫານເຈິ່ນ, ຕາແສງ ລົກເວື້ອງ, ນະຄອນນາມດິ້ງ, ຕາມປົກກະຕິ ແມ່ນແຕ່ວັນທີ 13 – 15 ເດືອນ ຈຽງ ໄລ່ຕາມຈັນທະປະຕິທິນໃນທຸກໆປີ. ນີ້ແມ່ນໜຶ່ງໃນບັນດາງານບຸນໃນຕົ້ນລະດູບານໃໝ່ທີ່ມີຊື່ສຽງຢູ່ຫວຽດນາມ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸທິດສ່ວນຂອງເຈົ້າຊີວິດ ເຈິນ ອົງຕ່່າງໆ ຢູ່ວິຫານ ເຈິ່ນ.

​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບ​ບາງ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ​​ໄດ້​ຝາກ​ມາລາ​ຍການ​ໃນ​ໄລຍະ​ຜ່ານ​ມາ - ảnh 2 (ພາບປະກອບ: ງານບຸນລິມ ຢູ່ແຂວງບັກນິງ)

        ງານບຸນ ລິມ: ງານບຸນລິມ ແມ່ນໜຶ່ງໃນບັນດາງານບຸນໃຫຍ່ຢູ່ຕົ້ນປີໃໝ່ຢູ່ພາກເໜືອ, ເຊິ່ງໄດ້ດໍາເນີນໃນວັນທີ 13 ເດືອນຈຽງ ປະຈໍາປີ ຢູ່ເທດສະບານ ລິມ, ເມືອງຕຽນຢູ, ແຂວງບັກນິງ. ງານບຸນລິມ ແມ່ນງານບຸນລິມ ມີບັນດາການເຄື່ອນໄຫວຫຼາຍຮູບຫຼາບແບບ, ເຕົ້າໂຮມບັນດາການເຄື່ອນໄຫວວັດທະນະທໍາ, ການເຫຼື້ອມໃສ ແລະ ແມ່ນໂອກາດເພື່ອໃຫ້ປະຊາຊົນໄດ້ແລກປ່ຽນການຂັບກ້ຽວກັນ, ຮ້ອງລໍາທໍາເພງ... ໄປຄຽງຄູ່ກັນນັ້ນ, ຢູ່ງານບຸນຍັງໄດ້ຈັດບັນດາການລະຫຼີ້ນພື້ນເມືອງທີ່ດູດດື່ມຄື: ແຂ່ງມວຍປໍ້າ, ແຂ່ງຕີມວຍ, ຫຸງເຂົ້າ, ຕໍ່າຫູກທໍ່ໄໝ...

         ນອກຈາກນັ້ນ, ຢູ່ພາກເໜືອຍັງຈັດຫຼາຍງານບຸນອື່ນອີກຄື: ງານບຸນວັດ ແກວ, ງານຕະຫຼາດນັດວ່ຽງ, ງານບຸນ ຊວານ, ງານບຸນ ຢ໊ອງ.

        ແຕ່ວ່າປີນີ້, ຍ້ອນການຜັນແປຢ່າງສັບສົນຂອງເຊື້ອພະຍາດອັກເສບປອດ ຈາກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ ສະນັ້ນ ບັນດາງານບຸນດັ່ງກ່າວ ຖືໂຈະໄວ້ຊົ່ວຄາວ ແລະ ຈໍາກັດຂອບຂະໜາດຈັດຕັ້ງສໍາລັບບັນດາງານບຸນທີ່ໄດ້ໄຂຂຶ້ນແລ້ວ ເພື່ອປ້ອງກັນ ແລະຕ້ານ ເຊື້ອພະຍາດດັ່ງກ່າວ.

ດັ່ງທີ່ກ່າວມາຂ້າງເທິງ ແມ່ນເນື້ອໃນຈົດໝາຍບາງສະບັບ ແລະ ການຕອບຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈເຖິງບັນຫາໃດໜຶ່ງ ສາມາດຂຽນຈົດໝາຍຝາກເຖິງລາຍການ ໂດຍຈ່າໜ້າຊ່ອງວ່າ: ລາຍການກະຈາຍສຽງພາກພາສາລາວ, ເຮືອນເລກທີ 45, ຖະໜົນບ່າຈ້ຽວຮ່າໂນ້ຍ ຫຼື ໂທມາໂດຍກົງກໍໄດ້ຕາມເບີໂທ: 0084.243.825.6631 ຫຼື ອີແມວ: laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

 

ຕອບກັບ

ຂ່າວ/ບົດ​ອື່ນ