ຄັດສະເໜີແລະຕອບຄຳຖາມເຊິ່ງທ່ານຜູ້ຟັງ,ຜູ້ອ່ານສົນໃຈ

(vovworld) - ອາ​ທິດ​ຜ່ານ​ມາ, ເພື່ອນ ວັນ​ແສງ, ໄພ​ວອນ, ໄພ​ລົ​ດ, ບຸນ​ຕາ… ໄດ້​ຝາກ​ອີ​ແມວ​ເຖິງ​ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ. ໃນ​ຈົດ​ໝາຍ ທ່ານ​ຜູ້​ຟັງ, ຜູ້​ອ່ານ​ໄດ້​ສົນ​ໃຈ​ເຖິງ​ບັນ​ດາ​ເນື້ອ​ໃນ, ຂ່າວ, ບົດ​ຕ່າງໆ​ທີ່​ໄດ້​ອອກອ​າ​ກາດ​ໃນ​ອາ​ທິດ ກໍ​ຄື​ບັນ​ດາ​ຮີ​ດ​ຄອງ​ປະ​ເພ​ນີ​ຂອງ 2 ປະ​ເທດ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ ແລະ ຕອບ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ສົນ​ໃຈ.

ເພື່ອນ​ ໄພ​ລົດ, ແຂວງ ຊຽງ​ຂວາງ ​ຖາມ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກກັບ​ໝູ່ ຫວຽດ​ນາມ ຄົນ​ໜຶ່ງ, ລາວ​ຫາ​ກໍ່​ຮຽນ​ພາ​ສາ ລາວ ​ດັ່ງ​ນັ້ນ ​ເວົ້າ​ບໍ່ແຈ້ງ​ປານ​ໃດ. ມີ​ເທື່ອ​ໜ​ຶ່ງ​ຂ້າ​ພະ​ເຈົ້າ​​ເຊີນລາວ​ກິນ​ເຂົ້​າ​ປຽກ. ລາວ​​ໄດ້​ເວົ້າວ່າ​ຢູ່ ຫວຽດ​ນາມ ກໍ​ມີ​ອາ​ຫານ​ເຍື່ອງນີ້, ​ເມື່ອໄດ້​ກິນ​ອາ​ຫານ​ເຍື່ອງນີ້​​ລາວ​ກໍ່​ຮູ້ສຶກຄິດ​ຮອດ​ຄິດ​ເຖິງຄອບ​ຄົວຂອງ​ຕົນຫຼາຍ. ແຕ່​ກໍ່ມີ​ເພື່ອນຫວຽດ​ນາມ ຜູູ້​ອື່ນ​ພັດເວົ້າ​ວ່າ “ເຂົ້າ​ປ​ຽກ” ຂອງລາວ ມີ​ລົດ​ຊາດ​ພິ​ເສດ​ສະ​ເພາະ, ຢູ່ ຫວຽດ​ນາມ ບໍ່​ມີ​. ດັ່ງ​ນັ້ນ​, ຂ​້າ​ພະ​ເຈົ້າ​ຢາກ​ຖາມ​ວ່າ ຢູ່ ຫວຽດ​ນາມ ມີ​ອາ​ຫານ ເຍື່ອງ​ໃດ​ທີ່ຄ້າຍ​ຄື​ກັນ​ກັບ​ເຂົ້າ​ປຽກຂອງ​ລາວ​ບໍ່?”

ຄັດສະເໜີແລະຕອບຄຳຖາມເຊິ່ງທ່ານຜູ້ຟັງ,ຜູ້ອ່ານສົນໃຈ - ảnh 1
ເຂົ້າ​ປຽກ​ປູ​ທະ​ເລ​ຂອງ ຫວຽດ​ນາມ

ເພື່ອ​ນ ໄພ​ລົດ ທີ່​ຮັກ​ແພງ, ຢູ່ ຫວຽດ​ນາມ ມີ​​ອາ​ຫານ ​ເຂົ້າປຽກ​ເສັ້ນ​ປູ​ທະ​ເລ ຄ້າຍ​ຄື​ກັ​ນ​ກັບ “ເຂົ້າ​ປຽກ” ຢູ່ ລາວ. ອາ​ຫານ​ເຍື່ອງນີ້​ເຄີຍ​ມີ​ຢູ່​ບັນ​ດາ​ແຂວງ​ພາກ​ກາງ ແລະ ປະ​ຈຸ​ບັນ​​ໄດ້​ມີ​ຢູ່​ທົ່ວ​ປະ​ເທ​ດ​ແລ້ວ. ບາງ​ເທື່ອ​ໝູ່​ຂອງ​ເພື່ອນ​​ແມ່ນຄົນພາກ​ເໜືອ ແລະ ບໍ່​ທັນ​ໄດ້​ກິນອາຫານ​​ເຍື່ອງ​ນີ້ ​ເພາະວ່າເຂົ້າປຽກ​ເສັ້ນ​ປູ​ທະ​ເລ ບໍ່​ທັນ​ມີ​ຢ່າງ​ກ້​ວາງ​ຂວາງ​ຢູ່​ບັນ​ດາ​ແຂວງ​ທາງພາກ​ເໜືອປານ​ໃດ. ເພື່ອນສາ​ມາດ​ເຂົ້າ​ອ່ານ​ບົດ “ເຂົ້າປຽກ​ເສັ້ນ​ປູ​ທະ​ເລ” ໃນ​ລາຍ​ການ “ອາ​ຫານ ຫວຽດ​ນາມ” ​ທີ່​ແວບ​ໄຊ vovworld.vn ຂອງ​ພວກ​ເຮົາ​ເພື່ອ​ຮູ້​ອາຫານ​ເຍື່ອງ​ນີ້​ຂອງ ຫວຽດ​ນາມ ມີ​ຄວາມ​ແຕກ​ຕ່າງ​ກັນ​ ເຂົ້າ​ປຽກ ຄື​ແນວ​ໃດ​ເດີ.

+++

ໃນ​ອ​ີ​ແມວ​ຝາກ​ມາ​ລາຍ​ການ, ເພື່ອນ ບຸນ​ຕາ, ແຂວງ ຊຽງ​ຂວາງ ໄດ້​ແບ່ງ​ປັນ​ວ່າ: “ໃນ​ອາ​ທິດ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ​ກະ​ຊວງ​ສຶກ​ສາທິການ ແລະ ກິ​ລາແຫ່ງ​ຊ​າດ ລາວ ມີ​ການ​ເຮັດ​ວຽກ​ກັບ​ກົມ​ໃຫ​ຍ່​ກິ​ລາ ກາຍ​ຍະ​ກຳ ຫວຽດ​ນາມ. ແຕ່​ຍ້ອນຄ້າງ​ຄາ​ກັບ​ວຽກ​ງານ​ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ເນື້ອ​ໃນ​ລະ​ອຽດ​ຂອງ​ການ​ເຮັດ​ວຽກ​ຄັ້ງ​ນີ້​ເທື່ອ. ຜ່ານ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ຂ້າ​ພະ​ເຈົ້າ​ຢາກ​​ຮູ້​ເນື້ອ​ໃນ​ຂອງ​ການ​ເຮັດ​ວຽກ​ນີ້​ໄດ້​ບໍ່. ຂໍ​ຂອບ​ໃຈ.”

ເພື່ອນ ບຸນ​ຕາ ທີ່​ເຄົາ​ລົບ, ຕົ້ນ​ອາ​ທິດ​ຜ່ານ​ມາ, ກົມ​ໃຫ​ຍ່​ກິ​ລາ - ກາຍ​ຍະ​ກ​ຳ ຫວຽດ​ນາມ ມີ​ການ​ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ຄະ​ນະ​ພະ​ນັກ​ງານ​ກະ​ຊວງສຶກ​ສາ ແລະ ກິ​ລາ​ແຫ່ງ​ຊາດ ລາວ. 2 ຝ່າຍ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ພັດ​ທະ​ນາ​ກ​ິ​ລາ​ລະດັບ​ສູງ, ຊຸກຍ​ູ້​ການ​ແລກ​ປ່ຽນ​ບັນ​ດາ​ໂຄງ​ການ​ຝຶກ​ອົບ​ຮົມ​ໃຫ້​ບັນ​ດາ​ນັກ​ກິ​ລາ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ກິ​ລາ, ກາຍ​ຍະ​ກຳ ແລະ ສະ​ພາບ​ການ​ປ່ຽນ​ໃໝ່​ໃນ​ຂົງ​ເຂດ​ກິ​ລາ ຢູ່ ຫວຽດ​ນາມ ແລະ ລາວ ໃນ​ໄລ​ຍະ​ປະ​ຈຸ​ບັນ ກໍ​ຄື​ຊອກ​ຮູ້ກ່ຽວ​ກັບ​ນະ​ໂຍ​ບາຍສ້າງ​ເງືຶ່ອນ​ໄຂ​ສະ​ດວ​ກ​ໃຫ້​​ນັກ​ກິ​ລາລະດັບ​ສູງ. ນອກ​ຈາກນັ້ນ, ຄະ​ນະ​ຜູ້​ແທນ​ກະ​ຊວງ​ສຶກ​ສາທິການ ແລະ ກິ​ລາ​ແຫ່ງ​ຊາດ​ລາວ ກໍ​ໄດ້​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ກິ​ລາ, ກາຍ​ຍະ​ກຳ, ສູນ​ຝຶກ​ອົບ​ຮົມ​ກິ​ລາ​ແຫ່ງ​ຊາດ ຮ່າ​ໂນ​້ຍ, ເຂດ​ປະ​ສົມ​ກິ​ລາ​ແຫ່ງ​ຊາດ ມີ້​ດິ່ງ… ເພື່ອ​ແນ​ໃສ່​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະນຸດໃຫ້​ແກ່​ກິ​ລາ, ກາຍຍ​ະ​ກຳ, ກໍ່​ສ້າງ ແລະ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ສຶກ​ສາ​ວຽກ​ງານ​ຝຶກ​ອົບ​ຮົມ, ບຳ​ລຸງ​ສ້າງ​ນັກ​ກິ​ລາ, ລະ​ບອບ​ໂພ​ສະນາ​ການ, ກໍ​ຄື​ວຽກ​ງານ​ຄຸ້ມ​ຄອງ​ນັກ​ກິ​ລາ, ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ວຽກ​ງານ​ຄຸ້​ມ​ຄອງ, ນຳ​ໃຊ້​ສະໜາມ​ກິ​ລາ…

+++

ສ່ວນ​ໃນ​ຈົດ​ໝາຍ​ຝາກ​ມາລາຍ​ການ, ເພື່ອນ​ ວັນ​ແສງ, ນັກ​ກິ​ລາ​ພະ​ແນກ​ການ​ທ່ອງ​ທ່ຽວ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ ໄດ້​ແບ່ງ​ປັນ​ວ່າ: “ໃນ​ລາຍ​ການ “ສີ​ສັນ 54 ຊົນ​ເຜົ່າ ຫວຽດ​ນາມ” ໄດ້​ແນະ​ນຳ​ພາບ​ພົດ​ຂອງ​ຊົນ​ເຜົ່າ​ຕ່າງໆ ຢູ່ ຫວຽດ​ນາມ. ຊື່​ຂອງ​ລາຍ​ການນີ້​ກໍ​ຖືກ​ກັບ​ເນື້ອ​ໃນ​ຍ້ອນ​ວ່າ​ບັນ​ດາ​ບົດ​ຂຽນ​ໄດ້​ເວົ້​າ​ແຈ້ງ​ກ່ຽວ​ກັບ​ຈຸດ​ພິ​ເສດດ້ານ​ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ​ຂອງ​ແຕ່​ລະ​ຊົນ​ເຜົ່າ. ຜ່ານ​ບົດ​ຂຽນ​ຕ່າງໆ​ໃນ​ລາຍ​ການນີ້​ຂ້າ​ພະ​ເຈົ້າ​ກໍ​ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ຊົນ​ເຜົ່າ​ຢູ່ ຫວຽດ​ນາມ, ລາຍ​ການນີ້​ມີ​ປະ​ໂຫຍດຫຼາຍ​ໃຫ້​ແກ່​ການ​ຮ່ຳ​ຮຽນ​ໃນ​ປະຈຸ​ບັນ ກໍ່​ຄື​ໃນ​ການເຮັດວຽກ​ຂອງ​ຂ້າ​ພະ​ເຈົ້າໃນ​ຕໍ່​ໜ້າ. ຂໍ​ຂອບ​ໃຈ.”

ເພື່ອນ​ວັນ​ແສງ ທີ່​ຮັກ​ແພງ, ເພື່ອນ​ຈົ່​ງ​ສືບ​ຕໍ່​ຕິດ​ຕາມ​ບັນດາ​ບົດ​ຂຽນ​ໃນ​ລາຍ​ການ “ສີ​ສັນ 54 ຊົນ​ເຜົ່າ ຫວຽດ​ນາມ” ເວົ້​າ​ສະ​ເພາະ ແລະ ບັນ​ດາ​ບົດ​ຂຽນ​ໃນ​ບັນ​ດາ​ລາຍ​ການ​ອື່ນໆ​ຂອງ​ພວກ​ເຮົາ​ເວົ້າ​ລວມ​ແດ່​ເດີ. ຍ້ອນ​ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ບັນ​ດາ​ບົດ​ຂຽນ​ນີ້​ຈະ​ມີ​​ປະ​ໂຫຍດ​ກັບ​ການ​ຮ່ຳ​ຮຽນ​ຂອງ​ເຈົ້າຫຼາຍ. ເພື່ອນ​ຢ່າ​ລືມ​ແນະ​ນຳ​ໃຫ້​ໝູ່​ເພື່ອນ​ຮູ້​ແວ​ບ​ໄຊ vovworld.vn ຂອງ​ພ​ວກ​ເຮົາ​ເດີ. ຂອບ​ໃຈຫຼາຍໆ.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com.


ຕອບກັບ

ຂ່າວ/ບົດ​ອື່ນ