ຄົນຫວຽດນາມ ແລະ ບັນດາຄວາມຮູ້ສຶກກ່ຽວກັບບຸນປີໃໝ່ລາວ

ແຕ່​ລະ​ປະ​ເທດລ້ວນ​ແຕ່​ມີ​ວິທີ​ຈັດ​ຕັ້ງ, ຕ້ອນຮັບ​ປີ​ໃໝ່​ຕາມ​ຮີດຄອງ​ປະ​ເພນີ​ສະ​ເພາະ​ຂອງ​ຕົນ. ​ເມື່ອ​ເວົ້າ​ເຖິງ ບຸນປີ​ໃໝ່​ລາວ, ​​ຜູ້​ໃດ​ກໍ່​ຄິດ​ເຖິງ​ບຸນຫົດ​ນຳ້​ເພື່ອ​ຂໍ​ໂຊກ​ຂໍ​ໄຊ ​ແລະ ພິທີ​​ບາສີ​ສຸ​ຂັວນ... ມີ​ແຂກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ມັກ​ໄປ​ຢ້ຽມຢາມ​ລາວ​ໃນ​ຍາມ​ບຸນປີ​ໃໝ່ ​ເພື່ອ​ໄດ້​ເຈື່ອຈານ​ເຂົ້າ​ກັບ​ບັນຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ຂອງ​ງານບຸນ​. ສຳລັບ​ຊາວ​ຫວຽດນາມ​ທີ່​​ເຄິຍ​ເຂົ້າ​ຮ່ວມ​ບຸນປີ​ໃໝ່​ປະ​ເພນີ​ຂອງ​ລາວ​ແລ້ວ, ຜູ້​ໃດ​ກໍ່​ມີ​ຄວາມ​ຮູ້ສຶກ​ທີ່​ແຕກ​ຕ່າງ​ກັນ. ​ແຕ່​ເຂົາ​ເຈົ້າ​ລ້ວນ​ແຕ່​ມີຄວາມ​ເຫັນ​ດຽວ​ກັນທີ່​ວ່າ: ບຸນປີ​ໃໝ່​ປະ​ເພນີ​ຂອງ​ລາວແມ່ນ​ງານ​ບຸນ​ທີ່​ມີ​ຄວາມ​ປະ​ທັບ​ໃຈ ​ແລະ ​​ແມ່ນ​ອະນຸສອນ​ທີ່​ຍາກ​ຈະ​ຫຼົງ​ລື່ມ​ໄດ້.

ຄົນຫວຽດນາມ ແລະ ບັນດາຄວາມຮູ້ສຶກກ່ຽວກັບບຸນປີໃໝ່ລາວ - ảnh 1
ຫົດນ້ຳໃສ່ພະພຸດທະຮູບ

ປ້າ Nguyen Thi Thanh, ​ເຄີ​ຍ​ໄປ ທ່ອງ​ທ່ຽວ, ​ໄປ​ຢ້ຽມຢາມຍາດຕິ​ພີ່ນ້ອງ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ລາວ ຫຼາ​ຍ​ເທື່ອ​ແລ້ວ. ​ແຕ່​ປີ​ທີ່​ຜ່ານ​ມາ ປ້າ​ຈຶ່ງ​ມີໂອກາດ​ເຂົ້າ​ຮ່ວມງານ​ບຸນປີ​ໃໝ່ລາວ. ສຳ​ຫຼັບ​ປ້າ Thanh ​ແລ້ວ, ​​ເມື່ອ​ໄດ້​ເຂົ້າ​ຮ່ວມງານ​ບຸນປີ​ໃໝ່, ບຸນ​ຫົດ​ນ້ຳຂອງ​​ລາວ ​ກໍ່​ແມ່ນ​ວ່າ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ມີ​ຊີວິດ​ຊີວາ ​ແລະ ​​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ລາວ.  ປ້າ​ມັກ​ປະ​ເພນີ​ຕ້ອນຮັບປີ​ໃໝ່​ຢູ່​ລາວ​ຫຼາຍ, ​ມັນ​ແຕກຕ່າງ​ກັບ​ປະ​ເພນີ​ຕ້ອນຮັບ​ປີ​ໃໝ່​ຂອງຫວຽດນາມ, ​ເຖິງ​ວ່າ​ຈະງ່າຍດາຍກໍ​ຕາມ ​ແຕ່​ພັດ​ມ່ວນ​ຊື່ນ ​ແລະ ປະຢັດ​ຫຼາຍ. ​​ໂດຍແມ່ນ​ຜູ້​​ເຊື່ອຖື​ສາສະໜາ​ພຸດ, ປ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດເມື່ອ​ໄດ້​ເຫັນ​ປະ​ຈັກຕາຜູ້​ຄົນ​ທັງຫຼາຍ​ພາກັນ​ເຂົ້າ​ວັດພາວະ​ນາຂໍ​ໂຊກຂໍ​ໄຊ​ໃນ​ຕອນ​ເຊົ້າຂອງ​ບຸນປີ​ໃໝ່:

“ຂ້າພະ​ເຈົ້າ​ແມ່ນ​ຜູ້​​ເຊື່ອຖື​ສາສະໜາ​ພຸດ, ດັ່ງ​ນັ້ນ ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ເມື່ອ​ເຫັນ​ຄົນ​ລາວ​, ທັງ​ຜູ້​ເຖົ້າ​ຜູ້​ແກ່, ທັງ​ລຸ້ນໜຸ່ມ, ຜູ້​ຍິງ, ຜູ້​ຊາຍ ລ້ວນ​ແຕ່​ນຸ່ງ​ເສື້ອ​ຊຸດ​ງາມ​ພາກັນ​ເຂົ້າ​ວັດ​ໃນ​ຕອນ​ເຊົ້າ​ຂອງ​ບຸນປີ​ໃໝ່. ຂ້າພະ​ເຈົ້າ​ມັກ​ຮີດ​ຄອງ​ປະ​ເພນີ​ຫົດ​ນ້ຳ​ຫອມ​​ໃສ່ພະພຸດທະ​ຮູ​ບ ​ແລະ ຄູບາ​ອາຈານ​ກໍ່​ຄື​ຫົດ​ນ້ຳ​ໃຫ້​ກັນເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື ​ແລະ ອວຍ​ໄຊ​ໃຫ້​ພອນ​ແກ່​ກັນ. ອາດ​ເວົ້າ​ໄດ້​ວ່າ: ຮີດຄອງ​ປະ​ເພ​ນີນີ້​ມີ​ຄວາມ​ໝາ​ຍຫຼາຍ”

ຄົນຫວຽດນາມ ແລະ ບັນດາຄວາມຮູ້ສຶກກ່ຽວກັບບຸນປີໃໝ່ລາວ - ảnh 2
ດອກ​ຈຳປາ ບານ​ອອກ​ຢູ່​ທ່ົວ​ທຸກ​ແຫ່ງ

ເດືອນ 4 ​ແລະ ​ເດືອນ 5 ​ແມ່ນ​ເວລາ​ຮ້ອນ​ທີ່​ສຸດ​ໃນ​ປີ, ອາກາດ​ໃນ​ຍາມ​ນີ້ພຽງ​ແຕ່​ມີ​​​ແດດ​ຮ້ອນ​ເທົ່າ​ນັ້ນ. ຍ້ອນອາກາດ​ຮ້ອນ​ຄື​ແນວ​ນັ້ນ​ຈຶ່ງ​ເຮັດ​​ໃຫ້​ບຸນ​ຫົດ​ນ້ຳ​ມີ​ຄວາມ​ຟົດ​ຟື້ນມ່ວນ​ຊື່​ນ ​ແລະ ມີ​ຄວາມ​ໝາຍຂຶ້ນ​ຕື່ມ. ກະ​ແສ​ນ້ຳ​ຈະ​ບັນ​ເທົາ ອາກາດ​ຮ້ອນ​​​ເອົ້າ​ຂອງ​ວັນ​ບຸນ ​ແລະ ລົບ​ລ້າງ​ທຸກ​ສິ່ງ​ທີ່​ບໍ່​ຈົບ​ບໍ່​ງາມ​ໃນ​ປີ. ​ຖ້າວ່າ​ອາກາດ​ຈະ​ຮ້ອນ​ເອົ້າຄື​ແນວ​ນັ້ນ ​ແຕ່​ວ່າ​ບັນຍາກາດ​ຢູ່​ລາວ​ໃນ​ຊຸມ​ວັນ​ບຸນປີ​ໃໝ່ນີ້​ຄື​ວ່າງາມ​ກ່ວາ​​ເວລາ​​ໃດໝົດ​ໃນ​ປີ, ທ້ອງຟ້າ​ສົດ​ໃສກ່ວາ, ດອກ​ຈຳປາ, ດອກ​ຝາງ.​.​.ບານ​ອອກ​ຢູ່​ທ່ົວ​ທຸກ​ແຫ່ງ. ​ໂດຍ​ໄດ້​ເຂົ້າ​ກັບ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ຂອງ​ບຸນປີ​ໃໝ່ຢູ່ ລາວ 2 ​ເທື່ອ​ແລ້ວ, Tran Viet Quan, ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ໄດ້​ມີ​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ວັນ​ບຸນ​ນີ້ວ່າ:

“​ໃນ​ເບື້ອງ​ຕົ້ນ​ນ້ອງ​ບໍ່​ມັກ​ບຸນປີ​ໃໝ່ລາວ​ ປານ​ໃດ, ​ເພາະວ່າຖືກ​​ຫົດ​ນ້ຳ​ປຽກ​ໝົດ​​ແລ້ວ​ມັນຈະ​ມ່ວນ​​ແນວໃດ? ​ແຕ່​ວ່າ, ​ເມື່ອ​ນັກ​ສຶກສາ​ພວກ​ນ້ອງ​​ຈັດບຸນປີ​ໃໝ່ລາວ, ນ້ອງ​ຈຶ່ງຮູ້ສຶກ​ວ່າມ່ວນ​ຫຼາຍ. ​ໃນ​ໂອກາດ​ນີ້, ພວກ​ນ້ອງ​ກໍ່​ແຕ່ງເຍື່ອງ​ອາຫານ​ຕ່າງໆຂອງ​ຄົນ​ລາວ ​ແລະ ຫົດ​ນ້ຳ​ຄື​ຄົນ​ລາວ. ​​ເມື່ອ​ເຂົ້າ​ຮ່ວມ​ບຸນ​ຫົດ​ນ້ຳ ​ແລະ ​ສຸ​ຂັວນໄດ້​ຮັບ​ຄຳ​ອວຍພອນ​ທີ່​ມີ​ຄວາມ​ໝາຍຈາກ​ໝູ່​ເພື່ອນ ​ນ້ອງ​ດີ​ໃຈ​ຫຼາຍ ​ເພາະຄິດ​ວ່າ ປີ​ນີ້​ຈະ​​ໄດ້ຮັບ​ແຕ່​ສິ່ງ​ທີ່​ໂຊກ​ດີ”

ຄົນຫວຽດນາມ ແລະ ບັນດາຄວາມຮູ້ສຶກກ່ຽວກັບບຸນປີໃໝ່ລາວ - ảnh 3
ຫົດນ້ຳຂໍໂຊກຂໍໄຊ

ໃນ​ເວລາ 10 ປີ​ທີ່ຮຳ່ຮຽນ ​ແລະ ດຳລົງ​ຊີ​ວິດ​ຢູ່​ເມືອງ​ລາວ, ອ້າຍ Doan Van Minh ​ໄດ​້ມີ​ໂອ​ກາດ​ເຂົ້າ​ຮ່ວມ​ບຸນປີ​ໃໝ່​ຫຼາຍ​ເທື່ອ​​ແລ້ວ. ອ້າຍ​ແມ່ນ​ຜູ້​ທີ່​ມີ​ຄວາມ​ໃກ້​ສິດ ​ແລະ ​ເຂົ້າ​ໃຈ​ບັນດາ​ຮີດຄອງ​ປະ​ເພ​ນີຂອງ​ຄົນ​ລາວ​ຄືດັ່ງ​​ຄົນ​ລາວ​ແທ້ໆ. ອ້າຍ​ຍັງ​ຈົດ​ຈຳ​ເວລາ​ທີ່​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ພ້ອມ​ກັບ​ຄອບຄົວ​ຄົນ​ລາວ, ​ໄດ້​ເຂົ້າ​ຮ່ວມ​ພິທີ​​ບາສີ​ສຸ​ຂັວນ, ​ໄດ​້ຫົດ​ນ້ຳ​ຫອມ​ ​ແລະ ​ກິນ​ລາບ​ຕາມປະ​ເພນີ​ຂອງ​ຄົນ​ລາວຢູ່:

“​ແຕ່ລະ​ເທື່ອ​ເມື່ອ​ຂ້າພະ​ເຈົ້າ​ຕ້ອນຮັບ​ບຸນປີ​ໃໝ່​ພ້ອມ​ກັບ​ຄອບຄົວ​ຄົນ​ລາວ ນັ້ນ ​ເຂົາ​ເຈົ້າ​ລ້ວນ​ແຕ່​ຕ້ອນຮັບຂ້າພະ​ເຈົ້າ​ຄື​ດັ່ງ​​ສະມາຊິກ​ໃນ​ຄອບ​ຄົວຂອງ​ຕົນ. ຈຸດ​ພິ​ເສດ​ຂອງ​ບຸນປີ​ໃໝ່​ລາວ​ນັ້ນແມ່ນ ​ຜູ້​ໃດ​ປຽກ​​ໂຕ ​ແລະ ​ໄດ້​ຮັບ​ຄຳ​ອວຍພອນ​ຫຼາຍ​ຜູ້​ນັ້ນ​ຈະ​ມີ​ຄວາມ​ໂຊກ​ດີ​ໃນ​ປີ​ໃໝ່. ນອກຈາກ​ນັ້ນ, ນ້ຳ​ໃຈ​ຮັກ​ແພງ​ແຂກ​ຄົນ​ຂອງ​ຄົນ​ລາວ​ກໍ​ພິ​ເສດ, ​ໃນ​ໂອກາດ​ບຸນປີ​ໃໝ່, ຄອບຄົວ​ໃດ​ກໍ​ເປີດ​ກ້ວາງ​ປະຕູ​ເພື່ອ​ຕ້ອນຮັບ​ແຂກ, ນັບ​ທັງ​ຜູ້​ທີ່​ບໍ່​ລຶງ​ເຄີຍ”

​ຜູ້​ໃດມີ​ໂອກາດ​ຕ້ອນຮັບ​ບຸນປີ​ໃໝ່​ພ້ອມກັບ​ຄອບ​ຄົວ​ຄົນ​ລາວ​ ​​ແມ່ນຍາກ​ທີ່ຈະ​ລື່​ມ​ໄດ້​ນ້ຳ​ໃຈອັນ​ອົບ​ອຸ່ນສະໜິດສະໜົມ​ເຊິ່ງຄົນ​ລາວ​​ໄດ້ສະຫງວນ​ໃຫ້​​, ​ແລະ​ນັ້ນ​ຈະ​ແມ່ນ​​ອະນຸສອນ​ທີ່​ດີ​ກ່ຽວ​ກັບປະ​ເທດ​ລ້ານ​ຊ້າງ​ທີ່​ສວຍ​ງາມ.

ຕອບກັບ

ຂ່າວ/ບົດ​ອື່ນ