​ຄວາມ​ແຕກ​ຕ່າງ​ກັນ​ ໃນ​ວັນ​ບຸນ​ໄຫວ້​ພະ​ຈັນ​ຢູ່​ພາກ​ກາງ, ພາກ​ເໜືອ ແລະ ພາກ​ໃຕ້ຂອງ ຫວຽດ​ນາມ

(VOVWORLD) - ສຳລັບຊາວພາກເໜືອ ຫວຽດນາມ ວັນບຸນໄຫວ້ພະຈັນໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ພາກເໜືອຕ້ອນຮັບລະດູໃບໄມ້ຫຼົ່ນ ດ້ວຍຄວາມປ່ຽນແປງຂອງອາກາດຢ່າງເຫັນໄດ້ຊັດ ລະຫວ່າງ ລະດູຮ້ອນ ແລະ ລະດູໃບໄມ້ຫຼົ່ນ. 
​ຄວາມ​ແຕກ​ຕ່າງ​ກັນ​ ໃນ​ວັນ​ບຸນ​ໄຫວ້​ພະ​ຈັນ​ຢູ່​ພາກ​ກາງ, ພາກ​ເໜືອ ແລະ ພາກ​ໃຕ້ຂອງ ຫວຽດ​ນາມ - ảnh 1ພາບປະກອບ: quatetviet.com.vn

ອາທິດຜ່ານມາ, ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 426 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນນັ້ນ, ທ່ານຜູ້ຟັງລາວຫຼາຍຄົນກໍ່ຄື ທ່ານຜູ້ຟັງ ຫວຽດນາມ ໄດ້ສົ່ງຈົດໝາຍຝາກມາລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວທາງດ້ານວັດທະນະທຳ, ການເມືອງທີ່ໄດ້ດຳເນີນຢູ່ ຫວຽດນາມ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃຈຈົດໝາຍ ກໍ່ຄືຕອບບາງຄຳຖາມໂດຍທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ພາຍຫຼັງຜົນສຳເລັດຂອງກອງປະຊຸມສະມາຊິກລັດຖະສະພາໜຸ່ມ ຄັ້ງທີ 9, ໄດ້ດຳເນີນແຕ່ວັນທີ 14 – 17 ກັນຍາ ປີ 2023 ຢູ່ຮ່າໂນ້ຍ ມີທ່ານຜູ້ຟັງຫຼາຍຄົນໄດ້ຝາກຈົດໝາຍມາຍັງລາຍການດ້ວຍເນື້ອໃນສະແດງຄວາມປະທັບໃຈຕໍ່ເຫດການນີ້. ໂດຍຕີລາຄາສູງກ່ຽວກັບຫົວຂໍ້ຂອງກອງປະຊຸມທີ່ວ່າ: “ບົດບາດຂອງໄວໜຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຜ່ານການເປັນດີຈີຕອນ ແລະ ນະວັດຕະກຳ” ເພື່ອນ ມະໄລພອນ, ນັກສຶກສາ ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ຖືວ່າ ຫົວຂໍ້ນີ້ມ່ວນ ແລະ ມີຄວາມໃກ້ຊິດຕິດພັນກັບໄວໜຸ່ມໃນປັດຈຸບັນ: “ຫົວຂໍ້ຂອງກອງປະຊຸມບໍ່ພຽງແຕ່ໃກ້ຊິດກັບໄວໜຸ່ມເທົ່ານັ້ນ, ຫາກຍັງມຸ່ງໄປເຖິງບັນດາເປົ້າໝາຍອື່ນໃນສັງຄົມຄື: ຄົນມີອາຍຸໄວກາງ ແລະ ອາຍຸສູງອີກດ້ວຍ. ຜ່ານຫົວຂໍ້, ມີຫຼາຍຄົນ ໄດ້ສົນໃຈຕໍ່ການຫັນເປັນດີຈີຕອນ ແລະ ຊຸກຍູ້ວິວັດການນີ້ຢູ່ ຫວຽດນາມ”. ໃນຂະນະນັ້ນ, ເພື່ອນ ພັນຄຳ ນັກສຶກສາ ພ ມະຫາວິທະຍາໄລຮ່າໂນ້ຍ ແບ່ງປັນວ່າ: “ດ້ວຍບົດບາດເປັນນັກປະດິດຄິດສ້າງຫຼັກແຫຼ່ງ, ຜູ້ນຳໃຊ້ເຕັກໂນໂລຢີ ແລະ ຜູ້ຊຸກຍູ້ເຕັກໂນໂລຢີພັດທະນາ, ໄວໜຸ່ມພວມມີທີ່ຕັ້ງສຳຄັນໃນການຫັນບັນດາການເຄື່ອນໄຫວເປັນດີຈີຕອນ ແລະ ປະດິດຄິດສ້າງ ເພື່ອແນໃສ່ຍູ້ໄວຄວາມກ້າວໜ້າຂອງບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ເພື່ອໃຫ້ປະຊາຊົນໝົດທຸກຄົນສາມາດສຳຜັດໄດ້ຢ່າງງ່າຍດາຍ ແລະ ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.

ເພື່ອນ ຄຳນ້ອຍ ມາຈາກແຂວງ ຊຽງຂວາງ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ facebook ດ້ວຍເນື້ອໃນທີ່ວ່າ: ໃນອາທິດຜ່ານມາເມື່ອຕິດຕາມຂ່າວໃນ ອິນເຕີເນັດ ຂ້າພະເຈົ້າໄດ້ຮູ້ວ່າ ຄະນະຊາວໜຸ່ມແຂວງ ບິ່ງດິ້ງ ໄດ້ຈັດວັນບຸນວັດທະນະທຳ, ກິລາ ແລະ ຊາວໜຸ່ມ ຫວຽດນາມ - ລາວ. ໂດຍແມ່ນຜູ້ທີ່ເຮັດວຽກງານກ່ຽວກັບຊາວໜຸ່ມ ຢູ່ທ້ອງຖິ່ນ ດັ່ງນັ້ນຂ້າພະເຈົ້າຈິ່ງມີຄວາມສົນໃຈຕໍ່ການຮ່ວມມືລະຫວ່າງຊາວໜຸ່ມສອງປະເທດ, ຫວັງວ່າບັນດາອ້າຍເອື້ອຍນ້ອງບັນນາທິການ  ຈະສະໜອງຂໍ້ມູນກ່ຽວກັບການເຄື່ອນໄຫວນີ້ຕື່ມອີກ. ຂໍຂອບໃຈ.

ເພື່ອນ ຄຳນ້ອຍ ທີ່ຮັກແພງ! ວັນທີ 24 ກັນຍາ ທີ່ຜ່ານມາ, ຢູ່ເມືອງ ເວິນແກງ (ແຂວງບິ່ງດິງ), ຄະນະຊາວໜຸ່ມແຂວງບິ່ງດິງ ໄດ້ຈັດວັນບຸນວັດທະນະທຳ, ກິລາ ຊາວໜຸ່ມ ຫວຽດນາມ - ລາວ ໂດຍມີການເຂົ້າຮ່ວມຂອງສະມາຊິກ ຊາວໜຸ່ມ, ນັກສຶກສາຫວຽດນາມ - ລາວ ທີ່ພວມຮ່ຳຮຽນ ຢູ່ແຂວງບິ່ງດິງກ່ວາ 300 ຄົນ. ນະທີ່ນີ້, ສະມາຊິກຊາວໜຸ່ມ, ນັກສຶກສາ ຫວຽດນາມ - ລາວ ກໍ່ໄດ້ໄປຢ້ຽມຢາມໝູ່ບ້ານຫັດຖະກຳຕ່ຳຫູກຢູ່ຕາແສງ ແກງທ້ວນ, ເມືອງເວິນແກງ, ພົບປະແລກປ່ຽນວັດທະນະທຳອາຫານການກິນ ຫວຽດນາມ - ລາວ ແລະ ບັນດາການເຄື່ອນໄຫວແຂ່ງຂັນກິລາ… ພິເສດແມ່ນລາຍການສະແດງສິລະປະ ດ້ວຍຫົວຂໍ້ “ຊາວໜຸ່ມ ຫວຽດນາມ - ລາວ ກ້າວໄປດ້ວຍຄວາມເອກອ້າງທະນົງໃຈ”. ບັນດາການເຄື່ອນໄຫວຢູ່ວັນບຸນແມ່ນເພື່ອແນໃສ່ຊ່ວຍໃຫ້ນ້ອງໆນັກສຶກສາລາວ ມີຄວາມຮູ້ຕື່ມອີກ ກ່ຽວກັບວັດທະນະທຳ, ອາຫານການກິນ ແລະ ຊາວບິ່ງດິງ ແລະ ແມ່ນໂອກາດເພື່ອໃຫ້ນັກສຶກສາລາວ ແນະນຳກ່ຽວກັບຊຸດອາພອນ, ອາຫານການກິນ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດຕົນ.

ທ່ານ ຄຳພອຍ ມາຈາກແຂວງ ຄຳມ່ວນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນ: ໂດຍໄດ້ຮູ້ວ່າ ໄລຍະຜ່ານມາ, ຫວຽດນາມ ບັນລຸໄດ້ລະດັບສະຖິຕິໃນການສົ່ງອອກຜັກໝາກໄມ້, ຂ້າພະເຈົ້າຢາກຮູ້ຕື່ມອີກກ່ຽວກັບເລື່ອງນີ້ ແລະ ໃນນັ້ນ, ໝາກໄມ້ຊະນິດໃດທີ່ໄດ້ຮັບການສົ່ງອອກຫຼາຍທີ່ສຸດ?

 ເພື່ອນ ຄຳພອຍ ທີ່ຮັກແພງ! ການສະຖິຕິໃນເບື້ອງຕົ້ນຂອງກົມໃຫຍ່ ພາສີ ຫວຽດນາມ ຫາກໍ່ປະກາດວ່າ ການສົ່ງອອກຜັກໝາກໄມ້ໃນ 8 ເດືອນຜ່ານມາ ຄາດວ່າບັນລຸ 3,5 ຕື້ USD, ເພີ່ມຂຶ້ນ ເກືອບ 56% ເມື່ອທຽບໃສ່ກັບປີກາຍ. ນີ້ແມ່ນລະດັບສູງບັນລຸສະຖິຕິນັບແຕ່ກ່ອນມາຮອດປັດຈຸບັນຂອງຂະແໜງຜັກໝາກໄມ້, ຕົວເລກນີ້ຍັງສູງກ່ວາເມື່ອທຽບ ກັບວົງເງິນການສົ່ງອອກຜັກໝາກໄມ້ຂອງປີ 2022. ໃນຈຳນວນຜັກໝາກໄມ້ນັ້ນ, ຖົ່ວລຽນ ແລະ ໝາກມັງກອນແມ່ນໝາກໄມ້ທີ່ມີການປະກອບສ່ວນໃຫ້ແກ່ການເຕີບໂຕນີ້ຫຼາຍທີ່ສຸດ. ການສົ່ງອອກຖົ່ວລຽນ ໃນ 8 ເດືອນກວມເອົາ 30% ຍອດວົງເງິນການສົ່ງອອກ. ສາຍເຫດແມ່ນນັບແຕ່ຕົ້ນປີ 2023, ຈີນໄດ້ເປີດປະຕູດານຊາຍແດນ ພາຍຫຼັງໄລຍະຈຳກັດການແລກປ່ຽນຄ້າຂາຍເປັນເວລາຍາວນານເພື່ອປ້ອງກັນ, ຕ້ານພະຍາດໂຄວິດ - 19. ຄາດວ່າທົ່ວປີ, ການສົ່ງອອກ ຖົ່ວລຽນໄປຍັງຈີນໃນປີນີ້ ອາດຈະບັນລຸລະດັບ 1,5 ຕື້ USD. ພ້ອມກັບຈີນ, ບັນດາຕະຫຼາດຄື: ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ ກໍ່ເພີ່ມການນຳເຂົ້າ ຜັກໝາກໄມ້ຊະນິດຕ່າງໆຂອງ ຫວຽດນາມ. ໃນນັ້ນ, ໝາກມັງກອນ, ໝາກມ່ວງ, ໝາກມີ້ ແລະ ໝາກກ້ວຍແມ່ນຜະລິດຕະພັນ 4 ຊະນິດ ທີ່ມີປະລິມານສົ່ງອອກຫຼາຍທີ່ສຸດ, ກວມເອົາປະມານ 85% ຈຳນວນການສົ່ງອອກໝາກໄມ້ສົດຂອງ ຫວຽດນາມໃນປັດຈຸບັນ.

ສ່ວນທ່ານ ພັນທະລີ ມາຈາກນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍຄຳຖາມທີ່ວ່າ: ການຈັດວັນບຸນໄຫວ້ພະຈັນຢູ່ພາກກາງ, ພາກເໜືອ ແລະ ພາກໃຕ້ຂອງ ຫວຽດນາມ ມີຄວາມແຕກຕ່າງກັນຄືແນວໃດ?

ເພື່ອນ ພັນທະລີ ທີ່ຮັກແພງ! ສຳລັບຊາວພາກເໜືອ ຫວຽດນາມ ວັນບຸນໄຫວ້ພະຈັນໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ພາກເໜືອຕ້ອນຮັບລະດູໃບໄມ້ຫຼົ່ນ ດ້ວຍຄວາມປ່ຽນແປງຂອງອາກາດຢ່າງເຫັນໄດ້ຊັດ ລະຫວ່າງ ລະດູຮ້ອນ ແລະ ລະດູໃບໄມ້ຫຼົ່ນ. ວັນບຸນໄຫວ້ພະຈັນຂອງພາກເໜືອເຕັມໄປດ້ວຍລັກສະນະຄວາມສະຫງ່າ, ມີຄວາມລະອຽດສູງ. ມັນຕິດພັນກັບຄວາມມ່ວນຊື່ນຂອງລະດູເກັບກ່ຽວທີ່ໄດ້ຮັບຜົນດີ, ກີ່ນຫອມຂອງເຂົ້າເໝົ້າ, ໝາກໄມ້ຊະນິດຕ່າງໆຄື: ໝາກພັບ, ໝາກກ້ຽງງໃຫຍ່. ສ່ວນວັນບຸນໄຫວ້ພະຈັນ ຢູ່ພາກກາງ ພັດມີຄວາມຟົດຟື້ນມ່ວນຊື່ນຂອງວັນບຸນຕ່າງໆ. ເຖິງວ່າແມ່ນສະຖານທີ່ນ້ອຍໆ ແຕ່ມັນເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຊົນຊາດດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ໄດ້ດຳເນີນໃນວັນເພັງເດືອນ 8 ໄລ່ຕາມຈັນທະປະຕິທິນ. ສຳລັບເຂດພາກໃຕ້ແມ່ນສະຖານທີ່ເຕົ້າໂຮມຂອງຫຼາຍພື້ນຖານວັດທະນະທຳທີ່ແຕກຕ່າງກັນ, ປະຊາຊົນຢູ່ທີ່ນີ້ໄດ້ດຳລົງຊີວິດແບບລຽບງ່າຍ. ເພາະສະນັ້ນ, ວັນບຸນໄຫວ້ພະຈັນແມ່ນຈຸດເວລາທີ່ເໝະສົມເພື່ອໃຫ້ຊາວພາກໃຕ້ຫວຽດນາມ ສະແດງນ້ຳໃຈຄວາມຮູ້ສຶກອັນອົບອຸ່ນຂອງຕົນຕໍ່ຍາດຕິພີ່ນ້ອງ.

ທ່ານຜູ້ຟັງທີ່ເຄົາລົບ ແລະ ເພື່ອນມິດທີ່ຮັກແພງ, ດັ່ງທີ່ກ່າວມາຂ້າງເທິງແມ່ນບາງຄຳເຫັນ ແລະ ຄຳຖາມຂອງທ່ານຜູ້ຟັງທີ່ຝາກມາລາຍການພາກພາສາລາວ, VOV5. ໃນໄລຍະຈະມາເຖິງ, ລາຍການພາກພາສາລາວ ປາດຖະໜາວ່າຈະໄດ້ຮັບຈົດໝາຍ ແລະ ໂທລະສັບຈາກທ່ານຜູ້ຟັງຫຼາຍກ່ວາອີກ. ທຸກຄຳເຫັນຂອງທ່ານຜູ້ຟັງ, ຜູ້ອ່ານປະກອບໃຫ້ແກ່ລາຍການ ຂໍສົ່ງໄປຍັງ ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ - ວິທະຍຸກະຈາຍສຽງ ຫວຽດນາມ ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ, ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວ laovov5@gmail.com. ທ່ານຜູ້ອ່ານ ກໍ່ສາມາດໃຫ້ຄຳຕິຊົມບັນດາລາຍການຜ່ານເວັບໄຊ vovworld.vn ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ