ງານປະກວດສຽງນົກກະຈາບຮ້ອງ ທັງລອງປີ 2013

(vovworld)-ໃນ​ອາທິດ​ຜ່ານ​ມາ, ລາຍການ​ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ຈົດໝາຍ​ຈາກ​ເພື່ອ​ສຸດ​ທະ​ສອນ, ຢູ່​ແຂວງ​ວຽງ​ຈັນ, ​ເພື່ອນ ​ຖາວອນ​ຢູ່​ເມືອງ​ຫຼາ ​ແຂວງ​ອຸດົມ​​ໄຊ…​ໂດຍ​ແບ່ງປັນ​ວ່າ: ພວກ​ເພື່ອນ​ມັກ​ທີ່​ສຸດບັນດາ​ບົດເພງ​ກ່ຽວ​ກັບ​ນະຄອນຫຼວງ​ຮ່າ​ໂນ້ຍ ຊື່​ງ​ໄດ້​ອອກ​ອາກາດ​ໃນ​ລາຍ​ການ​ເພງ​ສະ​ເຫຼີ​ມສະຫຼອງ​ວັນປົດ​ປ່ອຍນະ​ຄອນ​ຫຼວງ​ຮ່າ​ໂນ້ຍ ຄື​ວັນ​ທີ 10/10 ທີ່​ຜ່ານ​ມາ.

ງານປະກວດສຽງນົກກະຈາບຮ້ອງ ທັງລອງປີ 2013 - ảnh 1
(ພາບ: dulichsenvang.com.vn )

   ທ່ານ​ເພັດ​ສະຫວັນ ຢູ່​ແຂ​ວງອັດ​ຕະປື ​ໄດ້​ໂທລະສັບ​ມາລາ​ຍການ​ປະກາດ​ວ່າ: ​ໃນ​​ໄລຍະຜ່ານ​ມາ,​ທ່ານ​ບໍ່​ສາມາດ​ຮັບ​ຟັງ​ລາຍການ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໄດ້, ທ່ານ​ເສຍດາຍ​ທີ່​ສຸດ​ຍ້ອນ​ບໍ່​ໄດ້​ຮັບ​ຂ່າວ​ຈາກ​ວິທະຍຸ. ​ແຕ່ປະຈຸ​ບັນ, ​ທ່ານສາມາດ​ຮັບ​ຟັງ​ເປັນ​ປົກະຕິ​ແລ້ວ.

   ​ ເພື່ອນ​ຄຳ​ຜອງ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດລາ​ວ ​ໄດ້​ສົ່ງ​ອີ​ແມວ​ມາລາ​ຍການ​ໂດຍ​ຖາມ​ວ່າ: ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ດຳ​ເນີນ​ໃນ​ເວລາ​ຈັກ​ມື້ ​ແລະ ປະຈຸ​ບັນ​ແມ່ນ​ອາທິດ​ເຮັດ​ວຽກ​​ເທົາ​ໃດ​ແລ້ວ? ​ເພື່ອ​ນຄຳ​ຜອງ ​ແລະ ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ດຳ​ເນີນ​ໃນ​ເວລາ​ 40 ​ມື້ ​ແລະ ປະຈຸ​ບັນ​ແມ່ນ​ອາທິດ​ເຮັດ​ວຽກ​ທີ​ 4 ​ແລ້ວ.

ງານປະກວດສຽງນົກກະຈາບຮ້ອງ ທັງລອງປີ 2013 - ảnh 2
(ພາບ:My Binh)

  ​ໃນ​ອາທິດ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຈາກ​ເພື່ອນ​​ແສງ​ອາພອນ, ພອນ​ສະຫວັນ ຢູ່​ແຂວງ​ຈຳປາ​ສັກ ​​ໂດຍຖາມ​ວ່າ: ຢູ່​ຫວຽດນາມ ​ມີ​ຜູ້​ລ້ຽງ​ນົກ​ປະດັບ​ບໍ່ ​ແລະ ຊາວ​ຫວຽດນາມ ​ເຄີຍ​ພົບ​ປະ​ແລກປ່ຽນ​ກ່ຽວ​ກັບ​ວີ​ທີລ້ຽງ​ນົກ​ບໍ່? ​ເພື່ອ​ຊ່ວຍ​ພວກ​ທ່ານຊອກ​ຮູ້​ບັນຫາ​ນີ້, ​ເຊີນ​ທ່ານ​ພ້ອມ​ກັບນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເຂົ້​າຮ່ວມ “ງານ​ປະ​ກວດ​ສຽງ​ນົກ​ກະຈາບຮ້ອງ​ທັງ​ລອງ​ປີ 2013“.

ງານປະກວດສຽງນົກກະຈາບຮ້ອງ ທັງລອງປີ 2013 - ảnh 3
(ພາບ:My Binh)

​​  ໃນ​ທ່າ​ມກາງສຽງ​ວົນ​ແຊວ, ອຶກ​ກະ​ທຶກ​ຄຶກ​ໂຄມ​ຂອງ “ງານ​ປະ​ກວດ​ສຽງ​ນົກ​ກະຈາບ​ຮ້ອງ​ທັງ​ລອງ​ປີ 2013, ສຽງນົກ​ຮ້ອງ “triu, uyt, triu triu huyt“ ຍາມ​ຂຶ້ນ​ຍາມ​ລົງຂອງ​ນົກ​ນ້ອຍ​, ໜ້າ​ຮັກຫຼາຍ​ໂຕ​ທີ່​ປະດັບ​ດ້ວຍຂົ​ນທີ່​ມີ​ສີ​ຫຼາກ​ຫຼາຍ, ສຽງ​ນົກ​ກະຈາບໄດ້​ພາໃຫ້ຜູ້​ຄົນ​ເຮົາ​ທັງຫຼາຍ​ນຶກ​ເຫັນ​ບັນຍາ​ກາດ​ປອດ​ໂປ່​ງ​ສະຫງົບ​ສຸກ…

  ງານ​ປະ​ກວດ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ 75 ສະ​ໂມ​ສອນ​ນົກ​ກະຈາບ ດ້ວຍ​ນົກ 850 ​ໂຕ, ພິ​ເສດ​ມີ​ທັງການ​ເຂົ້າຮ່ວມ​ຂອງ​ຜູ້​ລ້ຽງ​ນົກ​ມາ​ຈາກ​ບັນດາ​ແຂວງ​ທາຍ​ບິງ, ນາມ​ດິງ, ​ເງະ​ອານ, ​ເຫ້ວ, ດ່າ​ນັງ….ອີກດ້ວຍ. ອ້າຍ​ຮ່ວາ​ວິ​ງ, ສະ​ໂມ​ສອນ​ນົກ​ກະຈາບແທກ​ເທິ​ດ-ຮ່າ​ໂນ້ຍ, ຜູ້​ໄດ້​ລ້ຽງ​ນົກ​ເປັນ​ເວລາ 3 ປີ​ແບ່ງປັນ​ວ່າ: ຕ້ອງ​ເລືອກ​ນົກ​​ໂຕ​ງາມ, ລ້ຽງນົກ​​ໃຫ້​​ດີ ​ແລະ ຜູ້​ລ້ຽງກໍ່​ຕ້ອງ​ມີ​ຄວາມ​ຮັກ​ແພງພິ​ເສດ​ຕໍ່​ນົກ​​ອີກ​ດ້ວຍ. ອ້າຍ​ມັກ​ລ້ຽງ​ນົກ ກະຈາບຍ້ອນ​ວ່າ:

     “ນົກ​ກະຈາບງາມ​ຫຼາຍ, ລ້ຽງ​ງ່າຍ, ນົກ​ປະ​ເພດ​ອື່ນ​ ລ້ຽງຍາກ​ກ່ວາ, ນອກ​ນັ້ນ​,​ ສຽງ​ຮ້ອງ​ຂອງ​ມັນ​ກໍ່​ມ່ວນ​ອີກ. ກ່ອນ​ເຂົ້າຮ່ວມ​ງານ​ປະ​ກວດ, ຂ້ອຍ​ຕ້ອງ​​ລ້ຽງມັນ​ຢ່າງ​ລະອຽດ​ທີ່​ສຸດ, ຕ້ອງ​ອາບນ້ຳ ຕາກ​ແດດ​ໃ​ຫ້​ນົກເປັນ​ປະຈຳ ​ແລະ ລ້ຽງ​ດ້ວຍອາຫານ​ສົດ​“.

ງານປະກວດສຽງນົກກະຈາບຮ້ອງ ທັງລອງປີ 2013 - ảnh 4
(ພາບ:My Binh)

   ​ໃນ​ເດີນ​​ຂອງ​ໂຮງຮຽນ​ປະຖົມຫງອກ​ເລິ​ມ-ເມືອງ​ລອງ​ບຽນ-​ຮ່າ​ໂນ້ຍ, ນອກ​ຈາກ​ຜູ້​ລ້ຽງ​ນົກ​ກ່ວາ 700 ຄົນ​ພ້ອມ​ກັບ​ບັນດາ​ໂຕ​ນົກ​ທີ່​ນຳ​ມາ​ເຂົ້າຮ່ວມ​ງານ​ປະ​ກວດ​ແລ້ວ, ຍັງ​ມີ​ຜູ້​ເຂົ້າຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເພື່ອນ​ຫງວຽນ​ຫງອກ​ດຽບ, ຢູ່​ອຽນ​ວຽນ ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຍ້ອນ​ໄດ້​ເຫັນ​ປະຈັກ​ຕາ​ງານ​ປະ​ກວດ​ສຽງ​ນົກ​ຮ້ອງ​ເປັນຄັ້ງ ທຳອິດ:

  “ຂ້ອຍ​ຢາກ​ຮູ້​ຢາກ​ເຫັນ​ນົກ​ກະຈາບ​ທີ່​ສຸດ, ສະນັ້ນຈຶ່ງ​ມາ​ນີ້​ຊົມ​ເບິ່ງ, ເພື່ອນ​ຂອງຂ້ອຍຢູ່​ສະ​ໂມ​ສອນ​ນົກ​ກະຈາບໂຮ້ຍລິ​ມ ​ໄດ້ຊວນ​ຂ້ອຍໄປ. ນົກ​ງາມ​ຫຼາຍ, ສຽງຮ້ອງ​ກໍ່​ມ່ວນ ​​ໃນ​ງານ​ປະ​ກວດມີ​ນົກ​ຫຼາຍ​ໂຕ​ຄື​ແນວ​ນີ້, ຄະນະ​ກວດສອບຈະ​​ໃຫ້ຄະ​ແນນ​ຍາກ​ທີ່​ສຸດ“.

  ຫງວຽນ​ຊວນ​ຟ​ອງ, ຢູ່​ສະ​ໂມ​ສອນ​ນົກ​ກະຈາບ​ເຫ​ງ້ຍ​ໂດ ​ເວົ້າດ້ວຍ​ຄວາມ​ມ່ວນ​ຊື່ນ​ວ່າ: ສ​ະໂມ​ສອນ​ຂອງ​ລາວ​ໄດ້​ນຳ​ນົກ 7 ​ໂຕ​ມາ​ເຂົ້າຮ່ວມ​ງານ​ປະ​ກວດ ​ແລະ ມີ 3 ​ໂຕ​ໄດ້ຮັບ​ເລືອກ​ເຂົ້າຮອບ​ທີ 4 ​ແລ້ວ:

   “ຂ້ອຍຢາກ​ເຂົ້າຮ່ວມ​ງານ​ປະ​ກວດ​ເພື່ອ​ຢາກຮູ້​​, ນົກ​ຂອງ​ຕົນ​ມີ​ສຽງ​ຮ້ອງຄື​ແນວ​ໃດ ໃນ​ງານ​ປະ​ກວດ​ຂະໜາດ​ໃຫ່ຍນີ້​. ນອກຈາກ​ນັ້ນ​ແມ່ນ​ຢາກ​ຮ່ຳຮຽນ​ເອົາ​ບົດຮຽນກ່ຽວ​ກັບ​ວິທີ​ລ້ຽງ​ນົກ, ວິທີ​ເລືອກ​ນົກ​ດີ ​ຈາກ​ຜູ້​ລ້ຽງ​ນົກ​ອື່ນ​. ຂ້ອຍ​ເຫັນ​ວ່າ ນີ້​ແມ່ນ​ງານ​ປະ​ກວດ​ທີ່​ນຳ​​ເອົາ​ຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ມາໃຫ້​ທຸກ​ຄົນ“

   ​ເມື່ອ​ອັດ​ງານ​ປະ​ກວດ, ຄະນະ​ຈັດຕັ້ງ​ໄດ້​ມອບ​ລາງວັນ​ທີ 1 ​ໃຫ້​ນົກ​ຂອງ ສະ​ໂມ​ສອນ​ນົກກະຈາບຫງວຽນ​ແຄງ​ຕວານ, ລາງວັນ​ທີ 2 ​ໃຫ້​ນົກ​ຂອງ ສະ​ໂມ​ສອນ​ນົກ​ກະຈາບແບກ​ດັງ ​ແລະ ລາງວັນ​ທີ 3 ​ໃຫ້​ນົກ​ຂອງ ສະ​ໂມ​ສອນ​ນົກກະຈາບຫງອກ​ຕາວ ພ້ອມກັບ​ລາງວັນ​ຊົມ​ເຊີຍອີກ​ຫຼາຍ​ລາງວັນ…./.


ຕອບກັບ

ຂ່າວ/ບົດ​ອື່ນ