ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງສົນໃຈ

ອາ​ທິດ​ຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັ​ບ​ໂທ​ລະ​ສັບ​ຈາກ​ທ່ານ​ຜູ້​ຟັງ​, ຜູ້​ອ່ານລາວຫຼາຍ​ທ່ານ. ​​ໃນ​ນັ້ນສ່ວນ​ຫຼາຍໄດ້ເອົາ​ໃຈ​ໃສ່​ເປັນພິ​ເສດ​ເຖິງ​ສະ​ພາບ​ສະ​ຖາ​ນະ​ການ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ຫວຽດ​ນາມ ແລະ ຕ່າງ​ປະ​ເທດ​. ໃນ​ລາຍ​ການ “ໂອ້​ລົມ​ກັ​ບ​ເພື່ອນ​ລາວ​” ມື້ນີ້, ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ສົນ​ໃຈ.

ໃນ​ໂທ​ລະ​ສັບ​​ ທີ່ໂທຫາ​ລາຍ​ການ, ເພື່ອນ​ໝອນ​ແກ້ວ, ແຂວງ ວຽງ​ຈັນ ໄດ້​ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ, ມີ​ຫຼາຍ​ບົດ​ຂຽນ​ໃນ​ແວບ​ໄຊ vovworld.vn ​ໄດ້ແນະ​ນຳ​ກ່ຽວ​ກັບ​ຄວາມ​ງາມ, ທັດ​ສະ​ນີ​ຍະ​ພາບ, ສະ​ຖານ​ທີ່​ທຳ​ມະ​ຊາດ​ຕ່າງໆ, ປະ​ເທດ​ຊາດ, ຊາວ ຫວຽດ​ນາມ. ແຕ່​ຂ້າ​ພະ​ເຈົ້າ​ມັກ​ລາຍ​ການ “ພາບ​ສາ​ລະ​ຄະ​ດີ” ແລະ “ຄົ້​ນ​ຫາ ຫວຽດ​ນາມ” ທີ່​ສຸດ, ຍ້ອນ​ຜ່ານ 2 ລາຍ​ການ​ນີ້, ​ຂ້າ​ພະ​ເຈົ້າ​ສາມາດຮູ້​ລະ​ອຽດ​ກ່​ວາ​ກ່ຽວ​ກັບ​ສະ​ຖານ​ທີ່, ທັດ​ສະ​ນີ​ຍະ​ພາບ​ແຫ່ງ​ຕ່າງໆ​ຂອງ ຫວຽດ​ນາມ. ຜ່ານລາຍ​ການ “ຄົ້ນ​ຫາ ຫວຽດ​ນາມ”, ຂ້າພະຮູ້ສຶກຄື​ວ່າຕົນ​ເອງ​ພວມໄດ້​ໄປ​ທ່ອງ​ທ່ຽວ​ດ້ວຍຄວາ​ມ​ນຶກຄິດ, ສ່ວນ​ຜ່ານບັນ​ດາ​ຮູບ​ຖ່າຍ​ຂອງ​ລາຍ​ການ “ພາບ​ສາ​ລະ​ຄະ​ດີ” ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ຈັກ​ຕາ​ຄວາມ​ງາມ​ທຸກ​ດ້ານຂອງ ຫວຽດ​ນາມ. ອັນ​ໄດ້​ປະກອບສ່ວນແນະ​ນຳ​ໃຫ້​ແຂກ​ຕ່າງ​ປະ​ເທດ​ຄື​ຂ້າ​ພະ​ເຈົ້າ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ ແລະ ຈັບ​ອົກ​ຈັບ​ໃຈ. ຂອບ​ໃຈ​ພາກ​ພາ​ສາ​ລາວຫຼາຍໆ.

ເພື່ອນ​ໝອນ​ແກ້ວ ທີ່​ຮັກ​ແພງ, ໃນ​ແວບ​ໄຊ: vovworld.vn ຂອງ​ພວກ​ເຮົາ​ໄດ້​ອັບ​ແດດ​ພາບ​ສາ​ລ​ະ​ຄະ​ດີ​, ບົດ​ຂຽນ​ໃນ​ແຕ່​ລະ​ອາ​ທິດ. ຫວັງ​ວ່າ​ເພື່ອນ​ຈະສືບ​ຕໍ່​ຕິ​ດ​ຕາມ ແລະ ປະ​ກອບ​ຄຳ​ເຫັນ​ໃຫ້​ແກ​່​ລາຍການ. ເພື່ອນ​ຢ່າ​ລືມ​ແນະ​ນຳ​ໃຫ້​ໝູ່​ເພື່ອນ​ຮູ້​ກ່ຽ​ວ​ກັບ​ແວ​ບ​ໄຊ​ຂອງ​ພວກ​ເຮົາ. ຂໍ​ຂອບ​ໃຈ.

ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງສົນໃຈ - ảnh 1
ເຈົ້າ​ແຂວງ​ແຂວ​ງ​ຫົວ​ພັນ ຄຳ​ຮູ່ງ ເຮືອງວົງ​ສີ, ທ່ານ ຫງວຽນ​ຊວນ​ຟຸກ

ສ່ວນ​ເພື່ອນ ຕຸ​ຕີ ອິ​ນ​ທະ​ວົງ, ແຂວງ​ຫົ​ວ​ພັນ ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການ​ໂດຍ​ຖາມ​ວ່າ: ​ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ຂ່າວ​ຄາວກ່ຽວ​ກັບ​ແຂວງ​ຫົວ​ພັນ​ເວົ້າສະ​ເພາະ ​ແລະ ປະ​ເທດ​ລາວ​​ເວົ້າ​ລວມ, ພິ​ເສດ​ແມ່ນ​ບັນ​ດາ​ການ​ຢ້ຽມ​ຢາມ​ ​ແລະ ​ເຮັດ​ວຽກຂອງ​ການ​ນຳ​ແຂວງ, ລັດ​ຖະ​ບານ… ຢູ່​ຕ່າງ​ປະ​ເທດ. ໃນ​ຕົ້​ນ​ອາ​ທິດ, ເຈົ້າ​ແຂວງ​ແຂວງ​ຫົວ​ພັນມີ​ການ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ແຂວງ ຮ່​ວາ​ບີ່ງ ແລະ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ຂ້າ​ພະ​ເຈົ້າ​ຢາກ​ຮູ້​ຂໍ້​ມູນທີ່​ພົ້ນ​ເດັ່ນ​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້?.

ເພື່ອນ ຕຸ​ຕີ ທີ່​ຮັກ​ແພງ, ວັນ​ທີ 17/8 ຜ່ານ​ມາ, ທີ່​ສ​ຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ຫງວຽນ​ຊວນ​ຟຸກ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​​ອະ​ນຸ​ກຳ​ມະ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ຄຳ​ຮູ່ງ ເຮືອງວົງ​ສີ, ເລ​ຂາ​ຄະ​ນະ​ພັກ, ເຈົ້າ​ແຂວງ​ແຂວ​ງ​ຫົວ​ພັນ ເຂົ້າ​ຢ້ຽມ​ຂ່ຳ​ນັບ. ທ່ານເລ​ຂາ​ຄະ​ນະ​ພັກ, ເຈົ້າ​ແຂວງ​ແຂວ​ງ​ຫົວ​ພັນ ຄຳ​ຮູ່ງ ເຮືອງວົງ​ສີ ໄດ້​ລາຍ​ງານ​ໂດຍ​ຫ​ຍໍ້​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ຮ່​ວາບ​ີ່ງ, ຢັ້ງ​ຢືນ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ ຮ່​ວາ​ບີ່ງ ແລະ ແຂວງ ຫົວ​ພັນ​ແມ່ນ​ການ​ສືບ​ທອດ​ມູນ​ເຊື້ອ​​ປະ​ຕິ​ວັ​ດ​ຂອງ 2 ພັກ, 2 ລັດ​ກ່ອນນີ້. ທ່ານເລ​ຂາ​ຄະ​ນະ​ພັກ, ເຈົ້າ​ແຂວງ​ແຂວ​ງ​ຫົວ​ພັນ ຄຳ​ຮູ່ງ ເຮືອງວົງ​ສີ ຫວັງ​ວ່າ: ລັດ​ຖະ​ບານ ຫວຽດ​ນາມ ແລະ ແຂວງ ຮ່​ວາ​ບີ່ງ ສືບ​ຕໍ່​ຍຸ້​ແຮງ​ການ​ຮ່ວມ​ມື​ກັບ​ແຂວງ​ ຫົວ​ພັນ​ກ່ຽວ​ກັບ​ຂົງ​ເຂດ​ສາ​ທາ​ລະ​ນະ​ສ​ຸກ, ສົມ​ທົບ​ກັບ​ບັນ​ດາ​ໂຮງ​ໝໍ​ໃຫ​ຍ່, ສົ່ງ​ນັກ​ຊ່ຽວ​ຊານ​ການ​ແພດ​ໄປ​ຝຶກ​ອົບ​ຮົມ, ປິ່​ນ​ປົວ​ພະ​ຍາດ​ຢູ່​ບັນ​ດາ​ໂຮງ​ໝໍ​ຂ​ອງແຂວງ​ຫົວ​ພັນ. ພ້ອມ​ທັ​ງ​ສ້າງ​ເງືຶ່​ອນ​ໄຂ​ໃຫ້​ພະ​ນັກ​ງານ​ການ​ແພດ​ຂອງ​ແຂວງ ຫົວ​ພັນ ໄປ ຫວຽດ​ນາມ ເພື່ອ​ຍົກ​ສູງ​ລະ​ດັບຄວາມ​ຮູ້ ແລະ ຮ່ຳ​ຮຽນ​ເອົາ​ບົດ​ຮຽນຈາກ​ຫວຽດນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ ຫວຽດ​ນາມ ສືບ​ຕໍ່​ໜູນ​ຊ່ວຍ​ລາວ ທັງ​​ດ້າ​ນ​ທຶນ​ຮອນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ​ເພີ່ມຈຳ​ນວນ​ນັກ​ຮຽນ, ນັກ​ສຶກ​ສາ​ໄປ​ຮຽນ​ຢູ່​ຫວຽດນາມ. ພ້ອມ​ທັງ​ສະ​ເໜີ​ໃຫ້​ແຂວງ​ຫົວ​ພັນ ສົມ​ທົບ​ກັນຢ່າງ​ແໜ້ນ​ແຟ້ນ​ກັບ​​ອະ​ນຸ​ກຳ​ມະ​ການ ຫວ​ຽດ​ນາມ - ລາວ, ລາວ - ຫວຽດ​ນາມ ແລກ​ປ່ຽນ​​​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງເປ​ັນ​ປະ​ຈ​ຳ​ເພື່ອ​ຊຸກຍ​ຸ້​ການ​ຮ່ວມ​ມື, ສະ​ເໜີ​ບັນ​ດາ​ຂໍ້​ລິ​ເລີ່ມ​ແທດ​ຈິງ​ເພື່ອ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ຮ່ວມ​ມື ຫວຽດ​ນາມ - ລາວ ຢູ່​ແຂວງ ຫົວ​ພັນ ແລະ ແຂວງ ຊຽງ​ແຂວງ.

ເພື່ອນ ເກດ​ຕິ​ສັກ, ແຂວງ ຈຳ​ປາ​ສັກ​ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການ​ຖາມ​ວ່າ: ອາ​ທິດ​ຜ່ານ​ມາ, ໃນ​ລາຍ​ການ “ສີ​ສັນ 54 ຊົນ​ເຜົ່າ ຫວຽດ​ນາມ” ມີ​ບົດ​ຂຽນ​ກ່ຽວ​ກັບ ພິນຈາ​ປີ​ຂອງ​ຊາວ​ເຜົ່າ ຣາ​ລາຍ, ຂ້​າ​ພະ​ເຈົ້າ​ມັກ​ບົດ​ຂຽນ​ດັ່ງ​ກ່າວຫຼາຍ ຍ້ອນ​ວ່າ​ຜ່ານ​ບົດ​ຂຽນ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່ຫຼາຍ​ຮູບ​ແບບ​ຂອງ​ຊາວ​ເຜົ່າ ຣາ​ລາຍ. ຢູ່​ປະ​ເທດ​ຂ​້າ​ພະ​ເຈົ້າ​ກໍ​ມີຫຼາຍ​ຊົນ​ເຜົ່າ​ດ​ຳ​ລົງ​ຊີ​ວິ​ດ​ຢ​ູ່​ຮ່ວມ​ກັນ ແລະ ແຕ່​ລະ​ເຜົ່າ​ມີ​ຈຸ​ດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ເລື່ອງ​ສຳ​ຄັນ​ຂອງ​ພວກ​ເຮົາ​ໃນ​ປະ​ຈຸ​ບັນ​ແມ່ນ​ເຮັດ​ແນ​ໃດ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ຈຸດ​ວັ​ດ​ທະ​ນະ​ທຳ​ສະ​ເພາະນັ້ນ​ໄວ້​ໃຫ້​ຄົນ​ລຸ້ນຫຼັງ.

ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັ​ນ​ຢ່າງ​ຍິ່ງ​ເມື່ອ​ເພື່ອນ ເກດ​ຕິ​ສັກ ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມ​ບັນ​ດາ​ລາຍ​ການ​ຂອງ​ພວກ​ເຮົາ. ຖ້າຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ສົນ​ໃຈ​ເຖິງ​ບົດ​ຂຽນ​ດັ່ງ​ກ່າວ​ສາ​ມາດ​ອ່ານ, ຟັງ​ຄືນ​ໃນ​ແວບ​ໄຊ vovworld.vn ຂອງ​ພວກ​ເຮົາ. ນອກ​ຈາກນັ້ນ​ແລ້ວ, ພວກ​ເຮົາ​ຂໍ​ມອບ​ບົດ​ເພງ “ພິນ​ຈາ​ປີ” ຂອງ​ນັກ​ປະ​ພັນ​ດົນ​ຕີ ເຈີ່ນ​ຕ໋ຽ​ນ, ບົດ​ເພງນີ້​ໄດ້​ຮັບ​ການ​ປະ​ດິດ​ແຕ່ງ​ກ່ອນນີ້​ດົນ​ແລ້ວ​ແຕ່​ຍັງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ມິດ​ເພງ​ມາ​ຮອດ​ປະ​ຈຸບ​ັນ. ເຊີນ​ທ່ານ​ຜູ​້​ຟັງ​, ຜູ້​ອ່ານ​ຮັບ​ຟັງ​ບົດ​ເພ​ງ​ດັ່ງ​ກ່າວ​ໄດ້​ເລີຍ.

​ບົດ​ເພງ “ພິນ​ຈາ​ປີ”


 ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com


ຕອບກັບ

ຂ່າວ/ບົດ​ອື່ນ