ທ່ອງທ່ຽວຍາມຕອນຄ່ຳຢູ່ ວັນມຽວ - ກວກຕືຢາມ ຈະນຳມາໃຫ້ແຂກທ່ອງທ່ຽວ ເຊິ່ງບັນດາການລົງຕົວຈິງແບບໃໝ່

(VOVWORLD) - ຢູ່ເຂດ ທາຍຮອກ ໄດ້ສາຍ Mapping 3D ຊ່ວຍໃຫ້ແຂກທ່ອງທ່ຽວ ຄົ້ນຫາບັນດາຄຸນຄ່າທີ່ຍອດຢ້ຽມທີ່ສຸດໃນການຮໍ່າຮຽນຂອງຊາວ ຫວຽດນາມ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 363 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 14 ສະບັບຈາກທ່ານຜູ້ຟັງລາວ.

ທ່ອງທ່ຽວຍາມຕອນຄ່ຳຢູ່ ວັນມຽວ - ກວກຕືຢາມ ຈະນຳມາໃຫ້ແຂກທ່ອງທ່ຽວ ເຊິ່ງບັນດາການລົງຕົວຈິງແບບໃໝ່ - ảnh 1

ເພື່ອນ ຄຳສຸວັນ, ຢູ່ແຂວງ ວຽງຈັນ ໄດ້ສົ່ງຈົດໝາຍມາຫາລາຍການດ້ວຍ ເນື້ອໃນທີ່ວ່າ: ເວລາໄດ້ຜ່ານໄປໄວແທ້ໆ, ປະຈຸບັນກໍ່ແມ່ນເດືອນສຸດທ້າຍຂອງປີ 2023 ແລ້ວ. ໃນຜ່ານມາ, ຂ້າພະເຈົ້າ ໄດ້ຕິດຕໍ່ກັບລາຍການ ພາກພາສາລາວ ເປັນປະຈຳ, ຂ້າພະເຈົ້າກໍ່ໄດ້ສົ່ງຄຳຖາມ ມາຫາລາຍການ ແລະ ໄດ້ຮັບຄຳຕອບຢ່າງວ່ອງໄວ, ຊັດເຈນຂອງບັນດາອ້າຍເອື້ອຍນ້ອງ ບັນນາທິການ ໃນລາຍການໂອ້ລົມກັບເພື່ອນລາວ”. ໃນປີ 2024 ຈະມາເຖິງນີ້, ຂ້າພະເຈົ້າຈະສືບຕໍ່ຕິດຕາມ ແລະ ປະສານກັບລາຍການໃຫ້ຫຼາຍກວ່າອີກ”.

ຂໍຂອບໃຈເພື່ອນ ຄຳສຸວັນ, ທີ່ໄດ້ຕິດຕາມລາຍການເປັນປະຈຳໃນຕະຫຼອດປີ 2023 ຜ່ານມາ. ຫວັງວ່າ, ໃນປີ 2024 ແລະ ໃນຊຸມປີຕໍ່ໆໄປ, ທາງລາຍການຈະສືບຕໍ່ໄດ້ຮັບຄຳເຫັນປະກອບຂອງເພື່ອນທີ່ສົ່ງມາຫາລາຍການ. ເນື່ອງໃນໂອກາດຈະກ້າວເຂົ້າສູ່ປີ 2024, ບັນນາທິການພາກພາສາລາວ ຂໍອວຍພອນໃຫ້ເພື່ອນ ແລະ ຄອບຄົວ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນໃນປີໃໝ່.

ທ່ອງທ່ຽວຍາມຕອນຄ່ຳຢູ່ ວັນມຽວ - ກວກຕືຢາມ ຈະນຳມາໃຫ້ແຂກທ່ອງທ່ຽວ ເຊິ່ງບັນດາການລົງຕົວຈິງແບບໃໝ່ - ảnh 2UNESCO ຮັບຮອງເອົາ ລາຍນາກ ຂອງ ລາວ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ
(ພາບ: TTXVN)

ເພື່ອນ ວຽງແກ້ວ ວິໄລຈິດ, ຢູ່ແຂວງ ຈຳປາສັກ, ໄດ້ສົ່ງອີເມວມາຫາລາຍການແບ່ງປັນວ່າ: ຜ່ານມາ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ໄດ້ຮັບຮອງເອົາ ລາຍນາກ (Naga) ຂອງ ລາວ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ. ໃນວັດທະນະທຳພື້ນເມືອງຂອງ ລາວ, ບັນດາລວດລາຍນາກໄດ້ຮັບຖືວ່າເປັນສັດມຸງຄຸນປົກປ້ອງມະນຸດໃຫ້ພົ້ນອອກຈາກການເຈັບເປັນ, ພະຍາດ, ຄວາມອຶດຫິວ ກໍຄືຂັບໄລ່ຜີສາງ, ແຕ່ເມື່ອໂມໂຫຈະກໍ່ໃຫ້ເກີດນ້ຳຖ້ວມ, ໄພພິບັດ. ສະນັ້ນ, ແມ່ຍິງລາວ ໄດ້ຕ່ຳບັນດາລາຍນາກໃສ່ເສື້ອ, ສິ້ນ ຊຸດອາພອນຂອງເຂົາເຈົ້າ ດ້ວຍຄວາມຫວັງຈະໄດ້ຮັບການປົກປ້ອງ. ມາຮອດຈຸດເວລານີ້, ລາວ ມີ 5 ມໍລະດົກວັດທະນະທຳ ທີ່ໄດ້ຮັບການຮັບຮອງຈາກ UNESCO, ລວມມີ: ເມືອງຫຼວງເກົ່າ ຢູ່ຫຼວງພະບາງ, ວັດພູ ຢູ່ແຂວງ ຈຳປາສັກ, ທົ່ງໄຫຫີນ ຢູ່ແຂວງ ຊຽງຂວາງ, ແຄນລາວ ແລະ ປະຈຸບັນແມ່ນລາຍນາກ.

ທ່ອງທ່ຽວຍາມຕອນຄ່ຳຢູ່ ວັນມຽວ - ກວກຕືຢາມ ຈະນຳມາໃຫ້ແຂກທ່ອງທ່ຽວ ເຊິ່ງບັນດາການລົງຕົວຈິງແບບໃໝ່ - ảnh 3Tour ທ່ອງທ່ຽວຍາມຕອນຄ່ຳຢູ່ ວັນມຽວ - ກວກຕືຢາມ
(ພາບ: giaoducthoidai.vn)

ເພື່ອນ ບຸນທະວີ ອິນທະວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ຢາກຊອກຮູ້ກ່ຽວກັບບາງ tour ທ່ອງທ່ຽວວັດທະນະທຳຢູ່ ຮ່າໂນ້ຍ ທີ່ເປີດປະຕູຕ້ອນຮັບແຂກທ່ອງທ່ຽໃນຕອຄ່ຳ.

ເພື່ອນ ບຸນທະວີ ອິນທະວົງ ທີ່ຮັກແພງ, ປະຈຸບັນ, ພ້ອມກັບຮູບແບບຕ້ອນຮັບແຂກທ່ອງທ່ຽວ ໄປຢ້ຽມຊົມຕາມປົກກະຕິແລ້ວ, ກໍ່ຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ, ໃນນັ້ນມີບັນດາເຂດປູຊະນີຍະສະຖານ ປະຫວັດສາດ, ວັດທະນະທຳຂອງ ຮ່າໂນ້ຍ ໄດ້ມີແນວຄວາມຄິດປະດິດຄິດສ້າງ ເພື່ອນຳມາເຊິ່ງຮູບແບບການ ທ່ອງທ່ຽວທີ່ຫຼາກຫຼາຍໃຫ້ແກ່ແຂກທ່ອງທ່ຽວ… ໃນນັ້ນມີບັນດາ tour ທ່ອງທ່ຽວ, ຄື:

Tour ທ່ອງທ່ຽວຍາມຕອນຄ່ຳຢູ່ ວັນມຽວ - ກວກຕືຢາມ ຈະນຳມາໃຫ້ແຂກທ່ອງທ່ຽວ ເຊິ່ງບັນດາການລົງຕົວຈິງແບບໃໝ່, ແຕກຕ່າງກັນເມື່ອທຽບໃສ່ກັບການຢ້ຽມຢາມຕອນກາງແຈ້ງ. ໃນນັ້ນ, ເຂດ ເຄວວັນກາກ ແມ່ນສະຖານທີ່ສະແດງດົນຕີພື້ນເມືອງ. ຢູ່ເຂດ ທາຍຮອກ ໄດ້ສາຍ Mapping 3D ຊ່ວຍໃຫ້ແຂກທ່ອງທ່ຽວຄົ້ນຫາບັນດາຄຸນຄ່າທີ່ຍອດຢ້ຽມທີ່ສຸດໃນການຮໍ່າຮຽນຂອງຊາວ ຫວຽດນາມ.

Tour ທ່ອງທ່ຽວ “ຖອດລະຫັດ ຮວ່າງແທ່ງທັງລອງ” ໄດ້ດຶງດູດແຂກທ່ອງທ່ຽວເປັນພິເສດ ດ້ວຍບັນດາ ວາດຟ້ອນຊາວວັງ, ຄົ້ນຫາ ຮວ່າງແທ່ງ, ຢ້ຽມຊົມບັນດາເຄື່ອງວັດຖຸພັນ, ຂຸມ ຄົ້ນຫາໃນຍາມຕອນຄ່ຳ ດ້ວຍການປະສົມປະສານຂອງເຕັກໂນໂລຊີແສງສີ, ໄດ້ເຂົ້າຮ່ວມການເຄື່ອນໄຫວ “ຖອດລະຫັດ” ບັນດາຄຳຖາມກ່ຽວກັບ ຮວ່າງແທ່ງທັງລອງ… Tour ທ່ອງທ່ຽວດັ່ງກ່າວໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນສຸກ ແລະ ວັນເສົາ ທຸກໆອາທິດ.

ພ້ອມກັນນັ້ນ, tour ທ່ອງທ່ຽວຍາມຕອນຄ່ຳຢູ່ເຂດປູຊະນີຍະສະຖານ ຮວາລໍ່ ດ້ວຍການວາດພາບຄືນຊີວິດ ທີ່ໂຫດຮ້າຍຢູ່ໃນຄຸກ ຮວາລໍ່. ເຂົ້າຮ່ວມ tour ທ່ອງທ່ຽວນີ້, ແຂກທ່ອງທ່ຽວຍັງໄດ້ສວມເປັນນັກໂທດການເມືອງ, ເພື່ອຮູ້ສຶກເຖິງຄວາມອຶດອັດ, ມືດມົວໃນບັນດາຫ້ອງກັກຂັງ; ຄວາມລຳບາກກາກກຳ, ຄວາມອັນຕະລາຍ ເມື່ອລົງຄອງໃຕ້ດິນເພື່ອແຫກຄຸກ…

ທ່ອງທ່ຽວຍາມຕອນຄ່ຳຢູ່ ວັນມຽວ - ກວກຕືຢາມ ຈະນຳມາໃຫ້ແຂກທ່ອງທ່ຽວ ເຊິ່ງບັນດາການລົງຕົວຈິງແບບໃໝ່ - ảnh 4ປະຊາຊົນຢູ່ທີ່ນີ້ໄດ້ເອີ້ນຖ້ຳແຫ່ງໃໝ່ນີ້ແມ່ນ “ຖ້ຳ ເຊີນນື້”
(ພາບອິນເຕີເນັດ)

ເພື່ອນ ຄຳພັນ ວິໄລຈິດ, ູ່ແຂວງ ບໍລິຄຳໄຊ, ໄດ້ສົ່ງຂໍ້ຄວາມມາຫາລາຍການຢາກຊອກູ້ຂໍ້ມູນກ່ຽວກັບຖ້ຳແຫ່ງໃໝ່ ເຊິ່ງຫາກໍ່ໄດ້ຄົ້ນພົບຢູ່ແຂວງ ກວາງບິ່ງ?

ເພື່ອນ ຄຳພັນ ວິໄລຈິດ ທີ່ຮັກແພງ! ວັນທີ 07 ກັນຍາ 2023 ຜ່ານມາ, ທ່ານ ຮວ່າງຈ້ອງດຶກ, ປະທານຄະນະກຳມະການປະຊາຊົນຕາແສງ ເຈື່ອງເຊີນ (ເມືອງ ກວາງນິງ, ແຂວງ ກວາງບິ່ງ) ໃຫ້ຮູ້ວ່າ ປະຊາຊົນທ້ອງຖິ່ນຫາກໍ່ຄົ້ນພົບຖ້ຳແຫ່ງໃໝ່ໃນບໍລິເວນບ້ານ ດິວດໍ. ຖ້ຳແຫ່ງນີ້ ຢູ່ຫ່າງຈາກໃຈກາງຕາແສງ ເຈື່ອງເຊີນ ປະມານ 74 ກມ. ປະຈຸບັນ, ປະຊາຊົນຢູ່ທີ່ນີ້ໄດ້ເອີ້ນຖ້ຳແຫ່ງໃໝ່ນີ້ແມ່ນ “ຖ້ຳ ເຊີນນື້”. ຖ້ຳມີລວງຍາວ 1,5 ກມ, ປະຕູເຂົ້າຖ້ຳສູງປະມານ 30 ມ, ໃນຖ້ຳມີສາຍນ້ຳລອດໃຕ້ດິນ ເລີ່ມຈາກເຂດຊາຍແດນ ຫວຽດນາມ - ລາວ ໄຫຼຜ່ານບ້ານ ໂຍກໄມ ແລະ ໄຫຼມາຜ່ານຖ້ຳ ເຊີນນື້. ທາງທ້ອງຖິ່ນກໍ່ພວມສະເໜີທິດທາງພັດທະນາການທ່ອງທ່ຽວຜະຈົນໄພໃໝ່ຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ