ທ່ອງທ່ຽວຢູ່ໝູ່ເກາະນາມຢູ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ 222 ​ສະ​ບັບ ແລະ ໂທ​ລະ​ສັບຫຼາຍ​ສາຍ​ ຈາກທ່ານ​ຜູ້​ຟັງ​ຢູ່ຫຼາຍປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບ ຈົດ​ໝາຍ, ອີ​ແມວ 12 ສະ​ບັບ ແລະ ໂທ​ລະ​ສັບ ຈາກ​ທ່ານ​ຜູ້​ຟັງ​ລາວ. 

        ໃນ​ອາ​ທິດ​ຜ່ານ​ມາ, ເພື່ອ​ນ ດວງ​ມາ​ລາ, ຢູ່​ແຂວງ ຈຳ​ປ​າສັກ ໄດ​້​ໂທ​ລະ​ສັບ​ມາ​ຫາ​ລາຍ​ການ​ໂດຍ​ໃຫ້​ຮູ້​ວ່າ: ໃນ​ອາ​ທິ​ດ​ຜ່ານ​ມາ, ແມ່ນ​ກົງ​ກັ​ບ​ໂອກ​າດ​ບຸນ​ປີ​ໃໝ່​ປະ​ເພ​ນີຂອງ​ລາວ, ເຖິງວ່າ​ແມ່ນ​ບຸນ​ປີ​ໃໝ່ລາວ ​ກໍ່​ຕາມ ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຕິດ​ຕາມ​ຮັບ​ຟັງ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ, VOV. ​ຍ້ອນ​ລາຍ​ການ​ພາກ​ພາ​ສາ​ລາວ​ ແມ່ນ​ເຍື່ອ​ງ​ອາ​ຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂ​າດບໍ່​ໄດ້​ສຳ​ລັບ​ຂ້າ​ພະ​ເຈົ້າ. ​ ​ລາຍ​ການ​ເພງໃນ​ອາ​ທິດ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​​ບັນ​ດາ​ບົດ​ເພງ​ກ່ຽວ​ກັບ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນ​າມ - ​ລ​າວ ແລະ ບັນ​ດາ​ບົດ​ເພງ​ຍ້ອງຍ​ໍ​ປະ​ເທດ​ລາວ. ຂໍ​ຂອບ​ໃຈ​ພ​ວກ​ເພື່ອນ​ທີ່​ໄດ້​ຝາກ​ອີ​ແນວ, ໂທ​ລະ​ສັບອວຍ​ພອນ​ປີ​ໃໝ່ພວກ​ຂ້າ​ພະ​ເຈົ້າ​ ​ ແລະ ມອບ​ບັນ​ດາ​ບົດ​ເພງທີ່​ມ່ວນໆ​ໃຫ້​ທຸກ​ຄົນ.

        ເພື່ອ​ນ ຫງວຽນ​ວັນ​ຕ໋ວຽນ, ຊາວ​ຫວຽດນາມ ອາ​ໄສ​ຢູ່​​ແຂວງ ບໍລິ​ຄຳ​ໄຊ, ລາວ ​ໄດ້​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ໂດຍ​ໃຫ້​ຮູ້​ວ່າ: ບັນດາ​ບົດ​ເພງ ​ແລະ ພາບ​ສາລະ​ຄະດີ ​ໃນ​ແວັບ​ໄຊ vovworld.vn ​​​ແມ່ນ​ອຸດົມ​ສົມບູນກ່ຽວ​ກັບ​ເນື້ອ​ໃນ ​ແລະ ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ຂອງ​ຜູ້​ຟັງ, ຜູ້​ຊົມ. ​ເຖິງ​ວ່າ ຂ້າພະ​ເຈົ້າ​ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ກໍ່ຕາມ, ​ແຕ່​ຜ່ານ​ບັນດາ​ພາບ​ສະລະ​ຄະດີນັ້ນ, ຂ້າ​ພະ​ເຈົ້າ​ຮູ້ສຶກ​ຄື​ວ່າພວມ​ດຳລົງຊີວິດ​ຢູ່​ຫວຽດນາມ.

ທ່ອງທ່ຽວຢູ່ໝູ່ເກາະນາມຢູ - ảnh 1
​ເກາະ ນາມ​ຢູ
(ພາບ: ອີນ​ເຕີ​ແນ​ັດ)

        ເພື່ອນ ມີ​ນາ ແກ້ວ​ມາ​ລີ​ວົງ, ໄດ້​ສົ່ງ​ຂໍ້​ຄວາມ​ທາງ Facebook ໃຫ້​ຮ​ູ້​ວ່າ, ແຕ່​ລະ​ປີ, ​ເມື່ອຮອດ​ຍາມ​ພັກ​ແລ້ງ, ຄອບ​ຄົວ​ຂ້າ​ພະ​ເຈົ້າ​ເຄີຍ​ໄປ​ທ່ອງ​ທ່ຽວຢ​ູ່​ຫວຽດ​ນາມ. ປີນີ້, ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເກາະ ນາມ​ຢູ, ແຂວງ​ກຽນ​ຢາງ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຈະ​ໄປ​ຢາມ. ຜ່ານ​ລາຍ​ການ, ຂ້າ​ພະ​ເຈົ້າ​ຢາກ​ຊອ​ກ​ຮ​ູ້​​ບັນ​ດາ​ຂໍ້​ມູນ​ຂ່າວກ່ຽວ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດັ່ງ​ກ່າວ.

ເພື່ອນ ມີ​ນາ ແກ້ວ​ມາ​ລີ​ວົງ ທີ່​ຮັກ​ແພງ, ນາມ​ຢູ​ ແມ່ນ​ໝູ່​ເກາະ​ທີ່​ຫ່າງ​ໄກ​ກວ່າ​ໝູ່​ ​ຂຶ້ນ​ກັບ​ເມືອງ​ກຽນ​ຫາຍ, ແຂວງ​ກຽນ​ຢາງ​ຫ່າງ​ຈາກ​ນະ​ຄອນ​ ແຣກ​ຢ໋​າ 65 ໄມ​ທະ​ເລ. ເກາະ​ນ້ອຍ​ໃຫ​ຍ່ 21 ແຫ່ງ​​ມີ​ຄວາມ​ງາມ​ແບບ​ຮົກ​ເຮື້ອເປົ່າ​ຫວ່າງ. ຈາກ​ນະ​ຄອນ​ແຣກ​ຢ໋າ, ກຽນ​ຢາງ, ຍານ​ພາ​ຫະ​ນະ​ພຽງ​ຢ່າງດຽວເພື່ອ​ສົ່ງ​ແຂກ​ທ່ອງ​ທ່ຽວ​ໄປ​ຍັງໝູ່​ເກາະ​ນາມ​ຢູ ນັ້ນ​ແມ່ນ​ເຮືອ​ໄວ​. ພາຍຫຼັງ​ຂີ່​ເຮືອ​ມາ​ເປັນ​ເວ​ລາ​ 2 ຊົ່ວ​ໂມງ ​ແຂກ​ທ່ອງ​ທ່ຽວຈະ​ເຂົ້າ​ທຽບ​ທ່າໃນ​ເກາະ ຮ່ອນ​ເລີ້ນ​ ຊຶ່ງ​ແມ່ນ​ເກາະ​ໃຫຍ່ກວ່າ​ໝູ່​ໃນໝູ່​ເກາະ​ນາມ​ຢູ​. ບັນ​ຍາ​ກາດ​ຊື້​ຂາຍ​​ສິນທະ​ເລ​ທີ່ຄຶກ​ຄື້ນໄດ້​ມີ​ຂຶ້ນ​ໃນ​ບໍ​ລິ​ເວນ​ຂົວ​ໃຫ້​ເຮືອ​ເຂົ້າ​ທຽບ​ທ່າ. ເມື່ອ​ໄປ​ຮອດເກາະ​ ຮ່ອນ​ເລີ້ນ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຂີ່​ລົດ​ຈັກ​ເພື່ອ​ຄົ້ນ​ຫາ​ທັດ​ສະ​ນີ​ຍະ​ພາບ ກໍ​ຄື​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ເກາະ​ແຫ່ງນີ້. ເສັ້​ນທາງ​ໃຫຍ່​ອ້ອມ​ຮອບ​ເກາະ​ຍາວ​ເກືອບ 12 ກິ​ໂລ​ແມັດ. ຈາກ​ຄວາມ​ສູງ​ເກືອບ 300 ແມັດເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ແຂກ​ທ່ອງ​ທ່ຽວ​ສາ​ມາດ​​ຊົມ​ຄວາມ​ງາມ​ຂອງ​ເກາະ​ນ້ອຍ​ໃຫຍ່​ຕັ້ງ​ສະຫຼັບ​ສັບ​ຊ້ອນບົນ​ພື້ນ​ສີ​ຂຽວ​ຂອງ​ນ້ຳ​ທະ​ເລ ແລະ ທ້ອງ​ຟ້າ. ເມື່ອ​ໄປ​ຮອດ​ເກາະ​ນາມ​ຢູ, ຄວາມ​ປະ​ທັບ​ໃຈ​ທຳ​ອິດ​​ທີ່​ດຶງດ​ູດ​ນັກ​ທ່ອງ​ທ່ຽວແມ່ນ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ​ຢູ່​ທີ່ນີ້, ​ດ້ວຍນ້ຳ​ທະ​ເລ​ຂຽວ, ໃສ​ເຢັນ​. ພິ​ເສດ, ຢູ່​ບັນ​ດາ​ຫາດ​ຊາຍ​ຂາວ​, ໄດ້​ອາບ​ນ້ຳ​ທະ​ເລ​ທີ່​ຂຽວ ແລະ ໃສ​ເຢັນ​ກໍ​ພາ​ໃຫ້​ແຂ​ກ​ຄົນທັງຫຼາຍ​​ຮູ້​ສຶກ​ສະ​ຫວາດ​ສະ​ເຫວືຍ.  ເຂົ້າມາ​ທ່ອງ​ທ່ຽວ​ຢູ່ໝູ່​ເກາະ​ ນາມ​ຢູ​, ແຂກ​ທ່ອງທ່ຽວຈະ​ມີ​ໂອ​ກາດ​ໄດ້​ຊົມເກາະ​ຕ່າງໆ​ທີ່​ງົດ​ງາມ​ຢູ່​ເຂດ​ທະ​ເລ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ຊາດ​ເຊັ່ນ: ເກາະ​ຮ່ອນ​ນົ່ມ​ງ່​ວາຍ, ຮ່ອນ​ນົ່ມ​ຈອງ… ຮ່ອນ​ງາງ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ໃນໝູ່​ເກາະ​ນາມ​ຢູ​. ຄວາມ​ງາມ​ແບບ​ຮົກ​ເຮື້ອ​ພ້ອມ​ກັບ​ຫາດ​ຊາຍ​ທະ​ເລ, ດ້ວຍ​ນ້ຳ​ຂຽວ ແລະ ໃສ​ເຢັນ ພ້ອມ​ກັບ​ອາ​ຫານ​ທະ​ເລ​ທີ່​ແຊບ​ນົວ, ຊາວ​ທ້ອງ​ຖິ່ນ​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ​ຄົນ​ນັ້ນ, ໝູ່​ເກາະ​ນາມ​ຢູໃນ​ປະຈຸ​ບັນແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ສຳ​ລັບ​ໄວ​ໜຸ່ມໃນ​ໂອ​ກາດ​ລະ​ດູ​ຮ້ອນປີນີ້.

ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com

ຕອບກັບ

ຂ່າວ/ບົດ​ອື່ນ