ນ້ຳຕົກ​ຕາດບານ​ຢົກ

ນ້ຳຕົກ​ຕາດບານ​ຢົກ - ảnh 1
(ນ້ຳຕົກ​ຕາດ ບານ​ຢົກ)

ໃນ​ອາທິດ​ຜ່ານ​ມາ, ລາຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ, ​ໄດ້​ຮັບ​ໂທລະສັບ, ອີ​ແມວ, ຈົດໝາຍ​ຈາກ​ຜູ້​ຟັງລາວ ທີ່​ສົ່ງ​ມາລາ​ຍການ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

        ​ໃນ​ອາທິດ​ຜ່ານ​ມາ, ​ເພື່ອນ ພັນ​ນີ ຢູ່ນະຄອນຫລວງ ວຽງຈັນ, ​ໄດ້​ໂທລະສັບຫາ​ລາຍການ​ຖາມ​ວ່າ:


(ເພື່ອນ ພັນ​ນີ ຢູ່ນະຄອນຫລວງ ວຽງຈັນ)

        ​​ເພື່ອນ​ ພັນ​ນີ ທີ່​ຮັກ​ແພງ, ກ່ອນ​ອື່ນ​ໝົດ​ພວກ​ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ເພື່ອນ​ທີ່​ໄດ້​ໂທລະສັບ​ມາລາ​ຍການ ​ແລະ ມີ​ຄວາມ​ສົນ​ໃຈ​ເຖິງ​ທັດສະນີຍະ​ພາບ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ຕາດ ບານ​ຢົກ. ​ເພື່ອນ​ ພັນນີ ​ແລະ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ນ້ຳຕົກ​ຕາດ ບານ​ຢົກ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນ້ຳຕົກຕາດສວຍ​ງາມ​ທີ່​ສຸດ​ຢູ່ ຫວຽດນາມ, ສັງ​ເກດ​ຈາກ​ທາງ​ໄກ ກໍ່​ເຫັນ​ໄດ້​ຄວາມ​ໃຫຍ່​ໂຕ​ມະ​ໂຫຖານ ​ແລະ ສວຍ​ງາມ​ຂອງ​ຕາດ ບານ​ຢົກ​. ນ້ຳຕົກຕາດ​ ບານ​ຢົກ ນອນ​ໃນ​​ເຂດ​ຊາຍ​ແດນ​ລະຫວ່ງ ຫວຽດນາມ ​ແລະ ຈີນ ຂຶ້ນ​ກັບ​ແຂວງ ກາວ​ບັ່ງ. ນ້ຳຕົກ​ຕາດ ບານ​ຢົກ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ ບົນ​ເສັ້ນທາງຈາກ ຮ່າ​ໂນ້ຍ ​ໄປຕາດ ບານ​ຢົກ ​ເພື່ອ​ນສາມາດ​ແວ່​ຢາມ​ສະຖານ​ທີ່ທ່ອງ​ທ່ຽວ​ອີກ​ຈຳນວນ​ໜຶ່ງ​ຄື: ວັດ ​ເຟິດຕິກ​ຈຸກ​ເລີມບານ​ຢົກ, ໜອງ ທາງ​ແຮນ, ຖ້ຳ ​​ເງື່ອມງາ​ວ, ຖ້ຳ ປັກ​ບໍ໋. ນ້ຳຕົກຕາດ ບານ​ຢົກ ຫ່າງ​ໄກ​ຈາກ ຮ່າ​ໂນ້ຍ ​ປະມານ 370 ກມ. ບົນ​ເສັ້ນທາງ​ໄປ​ທ່ຽວ​ ​ເພື່ອ​ນຈະ​ຜ່ານ​ເທດສະບານ​ເມືອງ ຈູງ​ແຄ໋ງ ຫລັງ​ຈາກ​ນັ້ນ​ຈຶ່ງ​​ໄປຮອດນ້ຳຕົກຕາດ​ ບານ​ຢົກ, ​ເພື່ອນ​ຄວນ​ຈ່ອງ​ຫ້ອງ​ນອນ ​ແລະ ຝາກເຄື່ອງ​ຂອງຢູ່​ໂຮງ​ແຮມ ທີ່​ເທດສະບານ ຈູງ​ແຄ໋ງ ກ່ອນ​, ຫລັງ​ຈາກ​ນັ້ນ ຈຶ່ງ​ໄປ​ຢ້ຽມຢາມນ້ຳຕົກຕາດ​ ບານ​ຢົກ, ພາຍຫລັງ​ຢ້ຽມຢາມ​ຕາດ​ແລ້ວ ມາ​ຮັບ​ຫ້ອງ​ນອນ​ທີ່ໂຮງ​ແຮມ. ຖ້າ​ຍັງ​ມີ​ເວລາ ​ເພື່ອນ​ສາມາດ​​ໄປ​ຢ້ຽມຢາມ​ຖ້ຳ ເງື່ອມງາ​ວ ກໍ່​ໄດ້. ຫວັງ​ວ່າ ​ເພື່ອນ​ ແລະ ຄອບຄົວ​ຈະ​ມີ​ຄວາມ​ປະ​ທັບ​ໃຈອັນ​ດີງາມ ​ແລະ ຮູ້​ສຶກມີ​ຄວາມ​ໝາຍ​ທີ່​ສຸດ ​ເມື່ອມາ​ຢ້ຽມຢາມ ຫວຽດນາມ ​ໃນ​ໂອ​ກາດພັກ​ແລ້ງ​ຈະ​ມາ​ເຖິງ​.

        ສ່ວນ​ໃນ​ອີ​ແມວ​ຂອງ​ເພື່ອນ ​ເບັ້ນ ພິມ​ມະ​ສອນ, ນະຄອນຫລວງ ວຽງຈັນ ​ຂຽນ​ວ່າ: ຂ້າພ​ະເຈົ້າ​​ຮູ້​ວ່າ ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ ຫວຽດນາມ ​ໃກ້​ຈະ​ມາ​ຮອດ​ແລ້ວ ​ແຕ່ຂ້າພະ​ເຈົ້າ​ຢາກ​ຮູ້​ລະອຽດວ່າ ປີ​ນີ້ບຸນປີ​ໃໝ່​ປະຈຳ​ຊາດ ຫວຽດນາມ ຈະເລີ່​ມຕົ້ນ​ແຕ່ມື້ໃດ​ຫຮອດ​ມື້​ໃດ ກໍ່​ຄື​ຢາກ​ຮັບ​ຟັງ​​ແນະນຳບາງຈຸດ​ກ່ຽວ​ກັບ​ບຸ​ນປີ​ໃໝ່​ປະຈຳ​ຊາດ​ຂອງ​ ຫວຽດນາມ ໄດ້​ບໍ?

        ​ເພື່ອນ ​ເບັ້ນ ພິມ​ມະ​ສອນ ທີ່​ຮັກ​ແພງ! ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ຊາວ ຫວຽດນາມ ​ແມ່ນ​​ບຸນ​ສຳ​ຄັດທີ່​ສຸດ​ໃນ​ປີ. ​ບຸນ​ປະຈຳ​ຊາດ​ຂອງ​ຊາວ ຫວຽດນາມ ​ເຄີຍ ​ເລີ່​ມຕົ້ນ​ແຕ່​ວັນ​ທີ 30 ​ເດືອນ 12 ຫາ​ວັນ​ທີ 3 ​ເດືອນ​ຈຽງ ​ໄລ່​ຕາມ​ຈັນທະປະຕິທິນ. ​ແຕ່ປີ​ນີ້, ​ເດືອນ​ 12 ພັດບໍ່​ຄົບ​ວັນ 30, ດັ່ງ​ນັ້ນ ​ບຸນ​ເຕັດ​ຈະ​ເລີ່​ມຕົ້ນ​ແຕ່​ວັນ​ທີ 29 ​ເດືອນ​ 12​ ຫາວັນ​ທີ 3 ​ເດືອນ​ຈຽງ (​ແມ່ນ​ວັນ​ທີ 7 ຫາ​ວັນ​ທີ 10 ​ເດືອນ ກຸມພາ ຕາມ​ສຸລິຍະປະຕິທິນ​). ​ໃນ​ຊຸມ​ວັນ​ບຸນ​ເຕັດ, ບັນດາ​ສະມາຊິກ​ໃນຄອບຄົວ​​ເຕີຍ​ເຕົ້າ​ໂຮມ​ກັນ​ຢ່າງ​ຄົບ​ໜ້າ​ພໍ​ຕາ​ໄປຢ້ຽມ​ຢາມ​ຖາມ​ຂ່າວຍາດຕິພີ່​ນ້ອງ, ອວຍພອນ​ປີ​ໃໝ່ ​ແລະ ​ບູຊາ​ບັນພະບຸລຸດ… ຢາກ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ ກ່ຽວ​ກັບບຸນ​ເຕັດ​ຂອງ​ຊາວ ຫວຽດນາມ, ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ​ ​ແລະ ອ່ານບັນດາ​ບົດ​ຂຽນ​ກ່ຽວ​ກັບ​ບຸນ​ເຕັດ​ຂອງ​ພວກ​ຂ້າພະ​ເຈົ້າ​ໃນ​ເວັບ​ໄຊ vovworld.vn. ​​​ໃນໂອກາດ​ບຸນເຕັດຂອງ ຫວຽດນາມ ​ເດີ​.

        ​ເພື່ອນ ອາ​ລູນາ ຄຳ​ຮຸງ, ​ແຂວງ ຊຽງ​ຂວາງ ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ດ້ວຍ​ເນື້ອ​ໃນ​ວ່າ: ​ໄລຍະຜ່ານ​ມາ, ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ ຫວຽດນາມ ​ແລະ ລາວ ມີ​ການ​ຮ່ວມ​ມື​ຫລາຍ​ຢ່າງ​ໃນ​ຂົງ​ເຂ​ດດ້ານ​ສາທາລະນະ​ສຸກ, ສະ​ແດງ​ໃຫ້​ເຫັນ​ດ້ວຍ​ເລື່ອງ ຫວຽດນາມ ຊ່ວຍ​ເຫຼືອ ລາວ ກໍ່ສ້າງ​ໂຮງໝໍ​ຢູ່​ແຂວງ ຫົວພັນ ​ແລະ ​ແຂວງ ຊຽງ​ຂວາງ. ຂໍ​ລາຍການ​ໃຫ້​ຮູ້​ຕື່ມ ກ່ຽວ​ກັບ​ 2 ໂຄງການດັ່ງກ່າວ?

        ເພື່ອນ ອາ​ລູນາ ຄຳ​ຮຸງ ທີ່​ຮັກ​ແພງ, ​ໂຄງການ​ໂຮງໝໍ​ມິດຕະພາບ ຫົວພັນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ຊ່ວຍ​ເຫຼືອ​ລ້າ ດ້ວຍຍອດຈຳນວນ​ເງິນ​ລົງທຶນ​ຄາດ​ວ່າ​ຫລາຍ​ທີ່​ສຸດ ນັບ​ແຕ່​ກ່ອນ​ມາຮອດ​ປະຈຸ​ບັນ ຊຶ່ງ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ສະຫງວນ​ ​ໃຫ້​ລັດຖະບານ ​ແລະ ປະຊາຊົນ ລາວ. ​ໂຮງໝໍ​ມິດຕະພາບ ຫົວພັນ ​ໂດຍ​ແຂວງ ​ແທງ​ຮ໋ວາ ຂອງ ຫວຽດນາມ ​ເປັນ​ເຈົ້າພາບ​ລົງທຶນ​ມີ​ຂອບ​ຂະໜາດ 200 ຕຽງ. ​ໂຮງ​ໝໍມິດຕະພາບ ຫົວພັນ ຈະ​ແມ່ນ​ບ່ອນປິ່ນ​ປົວ​ພະຍາດຕ່າງໆ ພິ​ເສດ​ແມ່ນ​ບັນດາ​ພະຍາດ​ລະລາຍ, ​ໝາກໄຂ່ຫລັງ, ຫລອດ​ປັດ​ສາວະ. ​ສ່ວນໂຮງໝໍມິດຕະພາບ ຊຽງ​ຂວາງ ​ແມ່ນ​ໂຄງການ​ພັດທະນາໂຄງ​ລ່າງ​ສາທາລະນະ​ສຸກ​ໃຫຍ່​ທີ່​ສຸດ​ ນັບແຕ່​ກ່ອນ​ມາ​ຮອດປະຈຸ​ບັນ​ຂອງ ຫວຽດນາມ ຢູ່​ພາກ​ເໜືອ ລາວ, ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ​ຈາກ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ລ້າ​ຂອງ​ລັດຖະບານ ຫວຽດນາມ ທີ່​ສະຫງວນໃຫ້ລັດຖະບານ ​ແລະ ປະຊາຊົນ ລາວ. ​ດ້ວຍ​ຍອດ​ຈຳນວນເງິນ​ລົງທຶນ​ແມ່ນ​ປະມານ 400 ຕື້​ດົ່ງ ໂດຍ​ແຂວງ ​ເງະອານ ​ເປັນ​ເຈົ້າຂອງ​ລົງທຶນ ດ້ວຍ​ຂອບ​ຂະໜາດ 200 ຕຽງ ​ແລະ ປະກອບ ພາຫະນະ​ອຸປະ​ກອນ​ການ​ແພດ​ທີ່ທັນ​ສະ​ໄໝ ​ເພື່​ອຮັບ​ໃຊ້​ໃຫ້​ວຽກ​ງານ​ກວດ ​ແລະ ປິ່ນປົວ​ພະຍາດ​​ໃຫ້​ປະຊາຊົນ​ແຂວງ ຊຽງ​ຂວາງ. ​ໂຮງ​ໝໍ​ມິດຕະພາບ ຊຽງ​ຂວາງ ​ແລະ ​ໂຮງໝໍ​ມິດຕະພາບ ຫົວພັນ ​ໄດ້​ຮັບ​ການລົງມື​ກໍ່ສ້າງ​ໃນ​ຕົ້ນ​ເດືອນ ມັງກອນ ປີ 2016 ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ ​ແລະ ສະ​ເໝີ​ຕົນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ທີ່​ມີ​ຕໍ່​ປະຊາຊົນ ລາວ.

    ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com

 

ຂ່າວ/ບົດ​ອື່ນ