ຜູ້ຟັງທີ່ໄກ້ສິດສະໜິດສະໜົມກັບວິທະຍຸກະຈາຍສຽງຫວຽດນາມ

ຜູ້ຟັງທີ່ໄກ້ສິດສະໜິດສະໜົມກັບວິທະຍຸກະຈາຍສຽງຫວຽດນາມ - ảnh 1
ພາບປະກອບ

ທ່ານ ​ເຈີ​ນວັນ​ເຈືອງ​ປີ​ນີ້​ມີ​ອາຍຸ​ເກືອບ 80 ປີ​ແລ້ວ, ລາວ​ເຄີຍ​ເປັນ​ຊ່າງ​ຕັດຫຍີບ​ຊຸດ​​ແວັດ​ທີ່​ມີ​ຊື່​ສຽງ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ສປປ ລາວ. ບໍ່​ພຽງ​ແຕ່​ຕັ້ງໜ້າ​ກັບ​ການ​ທຳ​ມາ​ຫາ​ກິນ​ປະຈຳ​ວັນ​ເທົ່າ​ນັ້ນ, ທ່ານ​ຍັງ​ມີ​ຄວາມ​ເມົາ​ມົວ​ຮັບຟັງບັນດາ​ລາຍການ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມອີກ​ດ້ວຍ, ຜ່ານ​ນັ້ນທ່ານ​ໄດ້​​ເຜີ​ຍແຜ່​ຂ່າວຄາວ​ຈາກ​ພາຍ​ໃນ​ປະ​ເທດ​ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ-​ລາວ​ ກໍ​ຄື​ໂຄສະນາ​ກ່ຽວ​ກັບ​ມູນ​ເຊື້ອ​​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ  ຫວຽດນາມ-​ລາວ ​ໃຫ້​ຊາວ ຫວຽດນາມ ອາ​ໄສ​ຢູ່​ລາວ​ໄດ້​ຮັບ​ຊາບ….ທ່ານ ​ເຈີ​ນວັນ​ເຈືອງ ​ໄດ້​ກຳ​ເນີ​ດຢູ່ ລາວ, ມີ​ລູກ 4 ຄົນ, ປະຈຸ​ບັນ​​ເຂົາ​ເຈົ້າ​ໄດ້​ໃຫ່ຍ​ໂຕ​ກັນໝົດ​ແລ້ວ, ​ໃນ​ນັ້ນມີຜູ້​ເປັນ​ທ່ານໝໍ, ຜູ້​ເປັນ​ຄູ​ສອນ, ຜູ້​ເຮັດ​ວຽກ​ໃນ​ກົງຈັກ​ລັດຖະບານ​ ລາວ. ລູກ​ຂອງ​ທ່ານ​ກໍ​​ກຳ​ເນີດ​ຢູ່​ ລາວ ​ເຊັ່ນ​ດຽວ​ກັນ ​ແຕ່ສາມາດ​ເວົ້າທັງ​ພາສາ ຫວຽດ ​ແລະ​ພາສາ ລາວ ຢ່າງ​ລຽນ​ໄຫຼ​ດີ, ທ່ານ​ເລົ່າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ: ສິ່ງ​ດັ່ງກ່າວແມ່ນ​ຍ້ອນ​ເຂົາ​ເຈົ້າ​ໄດ້​ຮັບ​ຟັງ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ເປັນ​ປະຈຳ. ທ່ານ​ເຈືອງ​ໃຫ້​ຮູ້​ວ່າ: ຊາວ ​ຫວຽດນາມ ອາ​ໄສ​ຢູ່ ລາວ ​ຫຼາຍພໍ​ສົມຄວນ​ແຕ່​ບໍ່​ແມ່ນ​ວ່າ​ໃຜ​ກໍ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊີ່ງ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ວັດທະນະທຳ ຫວຽດນາມ ກໍ​ຄື​ປະຫວັດສາດ​​ແຫ່ງ​ສາຍ​ພົວພັນ​ລະຫວ່າງ​ ຫວຽດນາມ-​ລາວ:

  “​​ຊາວ ຫວຽດນາມ ອາ​ໄສ​ຢູ່​ທີ່​ນີ້​ຍາມ​ໃດ​ກໍ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ປະຫວັດສາດ, ວັດທະນະທຳ, ສັງຄົມ​ຢູ່ ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ປະຫວັດສາດ​ແຫ່ງ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ-​ລາວ. ປະຊາຊົນ​ຍັງ​​ໄດ້​ຮັບຂ່າວຄາວ​ກ່ຽວ​ກັບ​ບັນດາ​ການ​ເຄື​ອ່ນ​ໄຫວ​ພົວພັນລະຫວ່າງ​ສອງ​ປະ​ເທດ, ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ… ວິທະຍຸ​ກະຈາຍສຽງ​ ຫວຽດນາມ ​ແມ່ນ​ພາຫະນະ​ສື່​ມວນ​ຊົນ​ທີ່​ມີ​ປະ​ໂຫຍ​ດທີ່​ສຸດ ​ເພື່ອ​​ໃຫ້ປະຊາຊົນ​ຮັບ​​ເອົາຂ່າວຄາວ ​​ເພື່ອໂຄສະນາ​ໃຫ້ວົງ​ຄະນາ​ຍາດ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ກໍ​ຄື​ປະຊາຊົນ​ ລາວ​ ບັນດາ​ເຜົ່າ”

    ທ່ານ ​ເຈີ​ນວັນ​ເຈືອງ ​ເລົ່າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ: ​ໃນ 10 ກ່ວາປີ​ຜ່ານ​ມາ, ຍາມ​ໃດ​ທ່ານ​ກໍ​ມີ​ວິທະຍຸ​ໜ່ວຍ​ໜື່ງຕິດ​ຕົວ ​ແລະ ຮັບ​ຟັງ​ວິທະຍຸ​ກະຈາຍສຽງ​ ຫວຽດນາມ ​ກໍ່ແຈ້ງດີ​ທີ່​ສຸດ. ທ່ານ​ເວົ້າວ່າ, ຢູ່​ ລາວ, ມີຫຼາຍ​ຄົນ​ຢາກ​ຟັງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ​ເຂົາ​ເຈົ້າ​ຮັບຟັງ​ດ້ວຍ​ຈຸດປະ ສົງ​ສະ​ເພາະ​ຂອງ​ໃຜລາວ. ມີ​ບາງ​ຄົນ​ຢາກ​ຮັບ​ຟັງ​ຂ່າວ​ກ່ຽວ​ກັບການ​ພັດທະນາ​ຂອງ​ປະ​ເທ​ດ ຫວຽດນາມ, ບາງ​ຄົນ​ຮັບ​ຟັງ​ເພື່ອ​ຮ່ຳຮຽນ​ເອົາ​ຕາມ​ແບບຢ່າງ​ຂອງ ຫວຽດນາມ. ມີ​ບາງ​ຄົນ​ພັດ​ຢາກ​ຮັບ​ຟັງ​ຂ່າວ​ກ່ຽວ​ກັບ​ເຫດການ​ຕ່າງໆ​​ຢູ່ ຫວຽດນາມ. ສຳລັບ​ທ່ານ ​ເຈືອງ ​ແລ້ວ, ທ່ານ​ໄດ້​ຮັບ​ຟັງ​ວິທະຍຸ​ເປັນ​ປະຈຳ ​ເພື່ອ​ກຳ​ໄດ້​ຂ່າວ​ໃໝ່​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ​ຂອງ​ພັກ ​ແລະ​ລັດ ຫວຽດນາມ:

   “ກ່ອນ​ອື່ນ​ໝົດ, ຂ້າພະ​ເຈົ້າຟັງ​ຂ່າວ​ຢູ່​ພາຍ​ໃນ​ປະ​ເທ​ດ. ນອກຈາກ​ຟັງ​ກ່ຽວ​ກັບບັນດາ​ວຽກ​ດີ​ຄົນ​​ເດັ່ນ, ການ​ພັດທະນາ​ຂອງ ຫວຽນ​ນາມ ​ໃນ​ປະຈຸບັນ, ການ​ລົງທຶນ​, ການ​ຜະລິດ​ສິນຄ້າ​… ຂ້າພະ​ເຈົ້າຍັງ​ສົນ​ໃຈເຖິງ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ລົງທຶນ​ຂອງ ຫວຽດນາມ ​ເຂົ້າ ລາວ

   ທ່ານ​ ເຈືອງ​ ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ທ່ານ​ໄດ້​ຕິດຕາມ​ຮັບ​ຟັງ ​ແລະ ຮູ້​ວ່າ, ວິທະຍຸ​ກະຈາຍສຽງ ຫວຽດນາມ ມີ​​ເວບ​ໄຊ​ດ້ວຍ​ຫຼາຍ​ພາສາ, ​ໃນ​ນັ້ນມີ​ພາສາ​ ລາວ. ທ່ານ ​ແລະ ​ເພື່ອນ​ຂອງ​ທ່ານ​ໄດ້​ເຂົ້າອ່ານ, ​​ເຫັນ​ວ່າ​ການອ່ານ ​ແລະ ​ຟັງ​ສະດວກ​ສະບາຍ​ທີ່​ສຸດ:   “ຂ້າພະ​ເຈົ້າ​ຮັບ​ຟັງ​ວິທະຍຸ​ກະຈາຍສຽງ​ເປັນ​ປະຈຳ. ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ມີ​ຫຼາຍ​ລາຍການ​ທີ່​ອຸດົມສົມ​ບຸນ, ຂ່າວ​ໃໝ່​ໃນ​ມື້​ກໍ​ທັນ​ເຫດການ. ລູກ​ຂອງ​ຂ້າພະ​ເຈົ້າມັກ​ເຂົ້າອິນ​ເຕີ​ແນັດ​ ເພື່ອ​ທັງ​ອ່ານ​ທັງ​ຟັງ​ວິທະຍຸ​ໄດ້, ການຈັດ​ແຕ່ງ ​ແລະ ຮູບ​ພາບ​ກໍ​ສວຍ​ງາມ, ມີ​ຊີວິດ​ຊີວາ

  ສຳລັບ​ທ່ານ ​ເຈີ​ນວັນ​ເຈືອງ ​ແລ້ວ, ວິທະຍຸປຽບ​ເໝືອນ​​ເພື່ອນ​​ຜູ້​ສະໜິດສະໜົມ ​ເພື່ອ​ໃຫ້​ທ່ານ, ​ເພື່ອ​ນມິດ, ຍາດຕິ​ພີ່ນ້ອງ​ຂອງ​ທ່ານ​ ໄດ້ຮັບ​ຟັງ,  ປຶກສາ​ຫາລື​​ແລກປ່ຽນຂ່າວຄາວ ​ໃນ​ທຸກ​ຂົງ​ເຂດ​ເຊີ່ງ​ເຂົາ​ເຈົ້າມີ​ຄວາມ​ສົນ​ໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ