ວິທະຍຸກະຈາຍສຽງຫວຽດນາມ-ພາກພາສາລາວ ແລະ ບັນດາເພື່ອນມິດ

ເນື່ອງ​ໃນ​ໂອກາດ​ລະນຶກ 67 ປີ​ແຫ່ງ​ວັນ​ສ້າງຕັ້ງວິທະຍຸ​ກະຈາຍສຽງ​ຫວຽດນາມ (7/9/1945-7/9/2012),​   ພວກ​ເຮົາ​ຂໍ​ແນະນຳໂດຍ​ຫຍໍ້ກ່ຽວ​ກັບວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ ​ແລະ ອາລົມ​ຈິດ​ຄວາມ​ຮັກ​ແພງ​ຂອງ​ທ່ານຜູ້​ຟັງ, ກໍ່​ຄືເພື່ອນ​ຮ່ວມ​ອາຊີບທີ່​ມີ​ຕໍ່​ພາກ​ພາສາ​ລາວ.

ວິທະຍຸກະຈາຍສຽງຫວຽດນາມ-ພາກພາສາລາວ ແລະ ບັນດາເພື່ອນມິດ - ảnh 1

ບັນດາ​ນັກ​ຂ່າວ VOV5 ແລະ ຊ່ຽວຊານພາກພາສາລາວ

(ພາບ: Van The)

​   ​   ວັນ​ທີ 12/10/1954, ພາຍຫຼັງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ເປັນ​ເວລາ 9 ປີ, ​ພາກ​ພາສາ​ລາວວິທະຍຸ​ກະຈາຍສຽງ​ຫວຽດນາມ ​ກໍ່​ເລີ່​ມ​ອອກ​ອາກາດລາຍການ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ. ​ໃນ​ຊຸມ​ວັນ​ຫາ​ກໍ່​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ, ຈຳນວນ​ພະນັກງານ​ຂອງ​ພາກ​ພາສາ​ລາວ​ມີພຽງ​ 2,3 ຄົນ​ເທົ່າ​ນັ້ນ, ​ເຂົາ​ເຈົ້າທັງ​​ເຮັດ​ວຽກ​ງານ​ແປພາສາ, ທັງ​ເປັນ​ໂຄສົກ​​ໃຫ້​ແກ່​ພາກ​ພາສາ​ລາວ​ທີ່ອອກ​ອາກາດ​ 30 ນາທີ/ວັນ. ​ໃນ​ຊຸມ​​ເດືອນ​ປີນັ້ນ, ບັນດາ​ເພື່ອ​ນຮ່ວມ​ງານ​ລາວ ​ໄດ້​ປະກອບ​ກຳລັງ​ເຫື່ອ​ແຮງຫຼາຍ​ຢ່າງ, ​ເພື່ອຊ່ວຍບຳລຸງ​ສ້າງ​ຖັນ​ແຖວ​ບັນນາທິການ, ​ໂຄສົກ​ທີ່​ກ່ຽວກັບ​ດ້ານ​ພາສາ​ລາວ​ ​ກໍ່​ຄື​ວິທີ​ຜັນສຽງ​ໃຫ້ຖືກ​ກັບ​ສຳນຽງ. ປະຈຸ​ບັນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ-​ພາກ​ພາສາ​ລາວ ລວມມີ 6 ຄົນ, ທັງຮັບຜິດຊອບວຽກ​ງານ​ນັກ​ຂ່າວ, ບັນນາທິການ, ​ແປພາສາ​, ​ໂຄສົກໃຫ້​ພາກ​ພາສາ​ລາວ​ທີ່​ອອກ​ອາກາດມື້​ລະ 3 ​ພາກຄື, ​ໃນລະບົບ AM ​(6​ໂມງ00 – 7ໂມງ00) ແລະ (20ໂມງ30 – 21ໂມງ30) ​ແລະ ​ໃນ​ລະບົບ FM ແຕ່ (14ໂມງ00 – 14ໂມງ30). ພິ​ເສດ, ນັບ​ແຕ່​ລະບົບ​ກະຈາຍສຽງ​ພາສາ​ຕ່າງປະ​ເທດ - ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV5) ​ໄດ້ເປີດ​ເວັບ​ໄຊ​ຢ່າງ​ເປັນ​ທາງ​ການ​ເມື່ອ​ເດືອນ 11/2011, ພາກ​ພາສາ​ລາວ ​ໄດ້​ແນະນຳເບັນດາບົດ ກໍ່ຄືຂ່າວ​ທັງພາຍໃນ ແລະ ຕ່າງປະເທດທີ່ອຸດົມສົມບູນ ແລະ ທັນ​ການ ອັນໄດ້ສ້າງຄວາມສະດວກ​ສະບາຍ​ທີ່​ສຸດ​ໃຫ້​ແກ່​ຜູ້​ຟັງ​, ຜູ້​ຊົມ. ເພື່ອນ ພອນ​ໄຊ ​ແສງ​ສະຫວ່າງ ນັກ​ຂ່າວ​ພະ​ແນ​ກຂ່າວ ​ແລະ ບົດ -​ ວິທະຍຸ​ແຫ່ງ​ຊາດ​ລາວ ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ເວັບ​ໄຊ​ຂອງ VOV5:

ສຽງ​ພອນ​ໄຊ ​ແສງ​ສະຫວ່າງ


   ທ່ານວັນ​ໄຊ ຕະວິນ​ຍານ, ຮອງ​ຫົວໜ້າອຳນວຍການວິທະຍຸ​ກະຈາຍສຽງແຫ່ງ​ຊາດ​ລາວ ​ແມ່ນ​ເພື່ອນ​ຮ່ວມ​ອາຊີບ, ທັງ​ແມ່ນ​ຜູ້​ຟັງ​ ທີ່ສະໜິດສະໜົມຂອງ​ພາກ​ພາສາ​ລາວ-ວິທະຍຸ​ກະຈາຍສຽງ​ຫວຽດນາມມາ ແຕ່​ດົນ​ນານ, ໃຫ້​ຮູ້​ວ່າ: ທ່ານ​ໄດ້​ຮັບຟັງລາຍການພາກພາສາລາວ​ເປັນ​ເວລາ​ຫຼາຍ​ປີ, ​ເຫັນ​ວ່າ​​ພາກ​ພາສາ​ລາວ ​ນັບມື້​ນັບ​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ, ມີ​ຫຼາຍ​ລາຍການ​ໃໝ່, ດູດ​ດື່ມ​ໃຈ​ຜູ້​ຟັງ ​ແລະ ພິ​ເສດ, ຂ່າວ​ກ່ຽວ​ກັບ​ລາວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​, ອັບ​ເດດ​ຢ່າງທັນການ, ນີ້​ກໍ່​ແມ່ນ​ແຫຼ່ງຂ່າວ​ທາງ​ການ​ຊື່​ງ​ບັນດາ​ນັກ​ຂ່າວ​ລາວ​ ສາມາດ​ຂຸດ​ຄົ້ນ ​ແລະ ນຳ​ໃຊ້:

ສຽງທ່ານວັນ​ໄຊ ຕະວິນ​ຍານ


ວິທະຍຸກະຈາຍສຽງຫວຽດນາມ-ພາກພາສາລາວ ແລະ ບັນດາເພື່ອນມິດ - ảnh 2

ຜູ້​ຟັງ​ມອບວິທະຍຸ​ເກົ່າ​ໃຫ້​ແກ່ VOV5

(ພາບ: Van The)

   ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ​ພາກ​ພາສາ​ລາວ-ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ກາຍ​ເປັນ​ເພື່ອນ​ຜູ້​ສະໜິດສະໜົມ​ຂອງທ່ານຜູ້​ຟັງຄົນລາວ​, ບັນດາ​ຈົດໝາຍ, ​ໂທລະ​ສັບ…ຝາກ​ມາລາ​ຍການພາກພາສາລາວກໍ່ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ທ່ານ​ເພັດ​ສະຫວັນ​ສີ​ຊາ​ນົນ-​ຫົວໜ້າ​ຫ້ອງການ​ອະນຸສອນ​ສະ​ຖານ​ໄກສອນ ພົມວິຫານ ​ແຂວງ​ອັດ​ຕະປື ​ໄດ້​ໂທລະ​ສັບ​ມາ​ຫາ​ລາບການ​ເປັນ​ປະຈຳ​ເພື່ອ​ແບ່ງປັນ​ກ່ຽວ​ກັບ​ບັນດາ​ລາຍການ​ທີ່​ທ່ານ​ນິຍົມ, ປະກອບ​ຄຳ​ເຫັນ​​ກໍ່​ຄື​ລະດົມ​ກຳລັງ​ໃຈ​ຜູ້​ຈັດ​ທຳລາຍ​ການ. ​ໃນ​ຈົດໝາຍ​ທີ່​ທ່ານ​ຝາກ​ມາ​ລາຍການ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ໄດ້​ຂຽນ​ວ່າ: “ສຽງ​ໂຄສົກ​ຂອງລາຍການ​ພາກ​ພາສາ​ລາວ-​ວິທະຍຸ​ກະຈາຍສຽງ​ຫວຽດນາມ ອ່ານ​ຈະ​ແຈ້ງ​ດີ, ​ເຂົ້າ​ໃຈງ່າຍ. ຜ່ານ​ລາຍການ, ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ກໍ່​ຄື​ສະພາບ​ການ​ຂອງ​ໂລກ, ພິ​ເສດ​ແມ່ນ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-​ລາວ. ຂ້າພະ​ເຈົ້າຫວັງ​ວ່າ, ພາກ​ພາສາ​ລາວ​ຈະ​ມີ​ຫຼາຍລາຍການ​ທີ່​ມວ່ນ, ດູດ​ດື່ມ​ໃຈ. ຂໍ​ອວຍພອນ​ໃຫ້​ພາກ​ພາສາ​ລາວ​ນັບ​ມື້​ນັບ​ມີ​ການ​ພັດທະນາຍິ່ງຂຶ້!

ບົດ​ເພງ: Tu hao tieng noi Viet Nam

 

    



ຕອບກັບ

Mr phetsavanh sixanone

ຮຽນ ທ່ານຄະນະຮັບຜິດຊອບວິທະຍຸກະສຽງແຫ່ງຊາດຫວຽດນາມ ພາກພາສາລາວທີ່ນັບຖື.

ຂ້າພະເຈົ້າເຄີຍໄດ້ຟັງິວທະຍຸກະຈ່າຍສຽງພາກພາສາລາວຂອງຫວຽດນາມຕະຫລອດມາແລະຍັງໄດ້ເຂົ້າເບິ່ງເວບໄຊຂອງຫວຽດນາມຢ່າງເປັນປົກກະຕິໃນແຕ່ລະອາທິດ. ຂໍຊົມເຊີຍທີ່ທາງວິທະຍຸກະສຽງໄດ້ຊອກຄົ້ນເອົາຂໍ້ມູນຈາກພາຍໃນປະເທດແລະສາກົນໃຫ້ຂ້າພະເຈົ້າໄດ້ອ່ານແລະມີຄວາມຮູ້ຫລາຍຢ່າງໃຫ້ແກ່ຕົນເອງ.ສະນັ້ນໃນໂອກາດນີ້ຂ້າພະເຈົ້າຂໍຟັງເພງມິດຕະພາບລາວຫວຽດນາມຮ່ວມກັບ ພ/ງ ວິທະຍຸກະສຽງຫວຽດນາມແລະທຸກທ່ານທີ່ກຳລັງຮັບຟັງວິທະຍຸໃນເວລານີ້ທຸກຄົນ.

ຫວັງວ່າທາງຄະນະຮັບຜິດຊອບວິທະຍຸກະສຽງພາກພາສາລາວຈະໄດ້ຈັດໃຫ້ແກ່ຂ້າພະເຈົ້າດ້ວຍ.

ຂໍຂອບໃຈຢ່າງສູງ.

Tran thi Lien

Tôi là sinh viên Việt Nam hiện đang học tập tại Trường ĐHQG Lào, nghe bạn bè giới thiệu Đài tiếng nói Việt Nam nay đã có ... ອ່ານຕໍ່

ຂ່າວ/ບົດ​ອື່ນ