ສະພາຄວາມໝັ້ນຄົງສປຊແລະລັດເຊຍຮຽກຮ້ອງຢູແກຼນປົກປ້ອງບັນດານັກຂ່າວຕ່າງປະເທດ

ສະພາຄວາມໝັ້ນຄົງສປຊແລະລັດເຊຍຮຽກຮ້ອງຢູແກຼນປົກປ້ອງບັນດານັກຂ່າວຕ່າງປະເທດ - ảnh 1
ນັກຂ່າວຖືກບຸກໂຈມຕີ
ພາບ:AFP/TTXVN


(vovworld)- ​ແຈ້ງ​ການ​ຫນັງສືພິມ​ເມື່ອ​ວັນ​ທີ 18/6 ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ຮຽກຮ້ອງ​ເປ​ີດການ​ສືບສວນ​ສອບ​ສວນ​ກ່ຽວ​ກັບ​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ ​​​ທີ່ແນ ໃສ່ບັນດາ​ນັກ​ຂ່າວ ຢູ່ ຢູ​ແກຼນ ພ້ອມ​ທັງ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ການ​ຈັບ​ຕົວ ​ແລະ ກໍ່​ຄວາມ​ວຸ້ນວາຍຕໍ່ບັນດາ​ນັກ​ຂ່າວ. ​ໃນແຈ້ງ​ການກໍ່​ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ວ່າ “ບັນດາ​ນັກ​ຂ່າວ​ພວມ​ກາຍ​ເປັນ​ເປົ້າ​ໝາຍຂອງ​ບັນດາ​ກຳລັງ​ປະກອບ​ອາວຸດ ຢູ​ແກຼນ.

ພ້ອມ​ກັບ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ແລະ ລັດ​ເຊຍ, ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື ​ເອີ​ລົບ (OSCE), ອົງການ​ຕິດຕາມ​ສິດທິ​ມະນຸດ​ສາກົນ, ອົງການ​ສາກົນ​ປົກ​ປ້ອງ​ນັກ​ຂ່າວ … ກໍ​ໄດ້​ສະ​ເຫ​ນີ​ເຈົ້າ​ຫນ້າ​ທີ່ ຢູ​​ແກຼນ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນດາ​ນັກ​ຂ່າວຕ່າງປະ​ເທດ​ທີ່​ພວມ​ປະຕິບັດ​ງານ​ຢູ່​ພາກ​ພື້ນ ເອີລົບ​ຕາ​ເວັນ​ອອກ ນີ້.

 

 

 

 

 

ຂ່າວ/ບົດ​ອື່ນ