​ສະ​ເຫຼີມ​ສະຫຼອງ 71 ປີ​ແຫ່ງວັນ​ສ້າງ​ຕັ້ງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (7/9/1945 – 7/9/2016)

ໃນ​ເດືອນ 8, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ ຫວຽດນາມ ໄດ້​ຮັບ​ໂທລະສັບ, ອີ​ແມວ, ຈົດໝາຍ​ 685 ສະບັບຈາກ​ຜູ້​ຟັງຢູ່ຫລາຍ​ປະ​ເທດ​ໃນ​ໂລກ ຝາກມາ. ​ໃນ​ນັ້ນ, ລາຍການ​ກະຈາຍສຽງ​ພາກ​ພາສາລາ​ວ ​ໄດ້ຮັບ​ໂທລະສັບ, ອີ​ແມວ​, ຈົດໝາຍ 23 ສະບັບ​ຈາກ​ຜູ້​ຟັງ​ລາວ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ​ໃນ​ສັບປະດາ​ຜ່ານ​ມາ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

​*****
​ສະ​ເຫຼີມ​ສະຫຼອງ 71 ປີ​ແຫ່ງວັນ​ສ້າງ​ຕັ້ງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (7/9/1945 – 7/9/2016) - ảnh 1
(ພາບປະກອບ)

        ​ໃນ​ຈົດໝາຍ​ຝາກ​ມາລາ​ຍການ, ​ເພື່ອນ ບຸນ​ມີ, ເພື່​ອນ ແອນ​ລີ, ເພື່ອນ ຊາຍ​ຊົງ ຢູ່​ນະ​ຄອນ​ຫລວງ ວຽງ​ຈັນ ແລະ ເພື່ອນ ປາ​ນູ​ສອນ ແຂວງ ຜົ້ງ​ສາ​ລີ​​ ຂຽນ​​ວ່າ: “ເນື່ອງໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 71 ປີ​ແຫ່ງວັນ​ສ້າງ​ຕັ້ງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (7/9/1945 7/9/2016) ພວກ​ຂ້າ​ພະ​ເຈົ້າ​ຂໍ​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງບັນ​ດາ​​ພະ​ນັກ​ງານ, ນັກ​ຂ່າວ, ນັກ​ເຕັກ​ນິກລຸ້ນຕ່າງໆຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ເວົ້າ​ລວມ ແລະ ລະ​ບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດເວົ້າ​ສະ​ເພາະ, ອວຍ​ພອນ​ໃຫ້​ພວກ​ເພື່ອນ​ມີພະ​ລາ​ນາ​​ໄມສົມບູນ, ມີ​ຄວາມ​ຜາ​ສຸກ, ສຳ​ເລັດ​ໜ້າ​ທີ່​​​ເຊິ່ງໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ມີ​ບັນ​ດາ​ລາຍ​ການ​ມ່ວນ, ດູດ​ດື່ມ ເພື່ອ​ຮັບ​ໃຊ້​ໃຫ້​ທ່ານ​ຜູ້​ຟັງ”

​        ​ເພື່ອນ ບຸນ​ມີ, ເພື່​ອນ ແອນ​ລີ, ເພື່ອນ ຊາຍ​ຊົງ ແລະ ເພື່ອນ ປາ​ນູ​ສອນ ທີ່​ຮັກ​ແພງ! ພວກ​ຂ້າ​ພະ​ເຂົ້າ​ຂໍ​ຂອບ​ໃຈ​ບັນ​ດາ​ຄຳ​ອວຍ​ພອນອັນ​ດີ​ງາມ​ທີ່​ສຸດ ເຊິ່ງ​ພວກ​ເພື່ອນ​ໄດ້​ສ​ະ​ຫງວນ​ໃຫ້​ພະ​ນັກ​ງານ, ນັກ​ຂ່າວ, ນັກ​ເຕັກ​ນິກ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ເວົ້າ​ລວມ ແລະ ລະ​ບົບ​ກະ​ຈາຍ​ສຽງ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ. ພວກ​ຂ້າ​ພະ​ເຈົ້າ​ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດວຽກ​ງາ​ນ​ໃຫ້​ດີ ເພື່ອ​​ມີ​ບັນ​ດາ​ລາຍ​ການທັງ​ມ່ວນທັງ​ສ້າງ​ຄວາມ​ດູດ​ດຶມ​ໃຫ້ທ່ານ​ຜູ້​ຟັງ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ. ຂໍ​ຂອບ​ໃຈ.

*****

        ​​ສ່ວນ​ໃນ​ຈົດ​ໝາຍ​ສົ່ງ​ມາ​ລາຍ​ການ, ເພື່ອນ ວິ​ໄລ​ສະ​ຫວັນ ແກ້ວ​ພິ​ລາ​ຫວັນ ແຂວງ ບໍ​ແກ້ວ ຂຽນ​ວ່າ: ​​​ໃນ​ໄລຍະ​ມໍ່ໆ​ມານ​ີ້, ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ຂ່າວ​ກ່ຽວ​ກັບ​ເລື່ອງ:   ຫວຽດນາມ ໜູນ​ຊ່ວຍ​ ​ບັນດາກອງ​ພົນ​ຫລວງ​ຂອງ ລາວ ​ໃຫ້​ກາຍ​ເປັນ​ກຳລັງ​ຫລວງ​ທີ່​ທັນ​ສະ​ໄໝ. ຜ່ານ​ລາຍການ, ຂ້າພະ​ເຈ​ົ້າຢາ​ກຊອກ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ດັ່ງກ່າວ.

        ເພື່ອນ ວິ​ໄລ​ສະ​ຫວັນ ແກ້ວ​ພິ​ລາ​ຫວັນ ທີ່​ຮັກ​ແພງ ! ​ໃນ​ການ​ຢ້ຽມຢາມ​ມິດຕະພາບ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ພົນ​ໂທ ​ເລືອ​ງ​ເກື່ອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 11 – 14/07/2016, ການ​ນຳ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ ​ແລະ ການ​ນຳ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ລາວ ບັນລຸ​ໄດ້ບາງ​ຂໍ້​ຕົກລົງ​ຮ່ວມ​ມື​ໜູນ​ຊ່ວຍ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ​. ​​​ໂດຍລະອຽດ​ແມ່ນ 2 ຝ່າຍ​ໄດ້ເຊັນມອບຮັບ​ເຄື່ອງ​ຄອມ​ພິວ​ເຕີ Dell 75 ຊຸດ ​ແລະ ​ເຄື່ອງ​ພິມ Canon 75 ຊຸດໃຫ້​ບັນດາ​ກອງ​ພົນ​ຫລວງ 1,2,3,4,5 ຂອງ​ກອງທັບ​ປະຊາຊົນ ລາວ​, ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍການ​ປັບປຸງ ​ແລະ ການ​ຝຶກ​ຊ້ອມ, ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​ແກ້​ບັນດາພະນັກ​ງານ, ນັກຮົບ​ກອງທັບ​ປະຊາຊົນ ລາວ, ປະກອບສ່ວນ​ສ້າງ​ກອງທັບ ລາວ ​ໃຫ້ນັບ​ມື້​ນັບກາຍ​ເປັນ​ກອງທັບ​ຫລວງທັນ​ສະ​ໄໝ, ຕອບ​ສະໜອງ​ບັນດາ​ຄວາມ​ຮຽກຮ້ອງໜ້າ​ທີ່​ໃນ​ສະພາບການ​​ໃໝ່​ເປັນ​ຢ່າງ​ດີ.

*****

        ​​ໃນ​ຈົດໝາຍ​ຂອງ​ເພື່ອນ ​ໂຊ​ພະ​ພອນ ສຸ​ລີ​ຍະ​ວົງ ​ແຂວງ ຜົ້ງ​ສາລີ ຂຽນ: “ຂ້າພະ​ເຈົ້າ​ແມ່ນ​ຄົນ​​ມັກ​ໄປ​ທ່ອງທ່ຽວທີ່​ສຸດ, ພິ​ເສດ​ແມ່ນ​ຢາກ​ຊອກ​ຮູ້​ບັນດາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ໃນ​ພາກ​ພື້ນ. ​ໂດຍ​ຜ່ານ​ທາງ​ລາຍການ, ຂ້າພະ​ເຈົ້າ​ຢາກ​ໄດ້​ຮັບ​ຟັງແນະນ​ຳ ໂດຍ​ຫຍໍ້ກ່ຽວ​ກັບ​ບັນດາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ ຫວຽດນາມ.

 ​       ເພື່ອນ ​ໂຊ​ພະ​ພອນ ສຸ​ລີ​ຍະ​ວົງ ທີ່​ຮັກ​ແພງ! ປະຈຸ​ບັນ ຫວຽດນາມ ມີ​ 10 ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງທີ່​ໄດ້ຮັບ​ການຮັບຮອງ​ເອົາຈາກ UNESCO ວ່າ​ແມ່ນ​ມໍລະດົກຂອງ​ມວນ​ມະນຸດ : ພິທີດຶງ​ເຊືອກ​ໄດ້ຮັບການ​ຮັບຮອງ​ເອົາຈາກ UNESCO ​ໃນ​ວັນ​ທີ 02/12/2015 ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງນາໆ​ປະ​ເທດ​ທີ່​ຕາງໜ້າ​ຂອງ​ມວນ​ມະນຸດ ຢູ່ ຫວຽດນາມ. ຂັບ ວີ໋, ຢ້ຳ ​ເງ້ຕິງ, ຂັບ​ພື້ນ​ເມືອງ​ແຂວງ ​ເງາະ​ອານ, ຮ່າ​ຕິງ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ທີ່ໄດ້​ຮັບ​ການ​ຮັບຮອງ​​ໃນ​ວັນ​ທີ 27/11/2014. ​ເດີນ​ກາຕາ​ຍຕື ຂັບ​ດົນຕີ​ພື້ນ​ເມືອງພາກ​ໃຕ້​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ໄດ້​ຮັບການ​ຮັບຮອງ​ໃນ​ວັນ​ທີ 05/12/2013. ການ​ເຫຼື້ອມ​ໃສ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ​ແມ່ນ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ໄດ້​ຮັບການ​ຮັບຮອງ​ໃນ​ວັນ​ທີ 06/12/2012. ຂັບ ຊວານ ​​ ແມ່ນ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ໄດ້​ຮັບການ​ຮັບຮອງ​ໃນ​ວັນ​ທີ 24/11/2011. ງານ​ບຸນ ຢ໋ອງ ຢູ່​ຫໍ​ບູຊາ ຊ໋ອກ ​ແລະ ຫໍ​ບູຊາ ຟູ່ດົງ, ຮ່າ​ໂນ້ຍ ແມ່ນ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ທີ່​ຕາງໜ້າ​ມວນ​ມະນຸດ ໄດ້​ຮັບການ​ຮັບຮອງ​​ໃນ​ວັນ​ທີ 16/11/2010. ຂັບ ກາ​ຈູ່ ແມ່ນ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ໄດ້​ຮັບການ​ຮັບຮອງ​​ໃນ​ວັນ​ທີ 01/10/2009. ຂັບ ກາ​ຈູ ແມ່ນ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງທີ່​ຕາງໜ້າ​ຂອງ​ມວນ​ມະນຸດ ​ໄດ້​ຮັບການ​ຮັບຮອງ​​ໃນ​ວັນ​ທີ 30/09/2009. ວັດທະນະທຳ ຄ້ອງ ໄຕ​ງວຽນ ​ໄດ້​ຮັບການ​ຮັບຮອງ​ເປັນ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ທີ່​ຕາງໜ້າ​ຂອງ​ມວນ​ມະນຸດ​ໃນ​ປີ 2008. ດົນຕີ​ໃນ ພະ​ລາຊະ​ວັງ ​ເຫ້ວ ແມ່ນ​ມໍ​ລະ​ດົກ​ວັດທະນະທ​ຳ​ໂລກ​ບໍ່​ມີ​ຮູບ​ຮ່າງ​ທຳ​ອິດ​ຢູ່ ຫວຽດນາມ ໄດ້​ຮັບການ​ຮັບຮອງ​ໃນ​ເດືອນ 11 ປີ 2003 ມາ​ຮອດ​ປີ 2008 ໄດ້​ຮັບການ​ຮັບຮອງ​​ເປັນ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງທີ່​ຕາງໜ້າ​ຂອງ​ມວນ​ມະນຸດ. ​

*****

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ເຮືອນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

ຂ່າວ/ບົດ​ອື່ນ