ສະ​ເຫຼີ​ມ​ສະຫຼອງ ທັງ​ລອງ - ຮ່າ​ໂນ້ຍ ຄົບ​ຮອບ 1010 ປີ

(VOVWORLD) - ການສະເຫຼີມສະຫຼອງ ທັງລອງ - ຮ່າໂນ້ຍ ຄົບຮອບ 1010 ປີ ແມ່ນເຫດການທີ່ຍິ່ງໃຫຍ່ ໄດ້ຮັບຄວາມສົນໃຈຈາກປະຊາຊົນເປັນຈຳນວນຫຼວງຫຼາຍ. ບໍ່ພຽງແຕ່ຊາວນະຄອນຫຼວງຮ່າໂນ້ຍເທົ່ານັ້ນ ຫາກຍັງມີແຂກທ່ອງທ່ຽວອີກຫຼາຍຄົນກໍ່ລໍຄອຍຕໍ່ການເຄື່ອນໄຫວທີ່ສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທຳ ຂອງ ທັງລອງ - ຮ່າໂນ້ຍ ວິລະຊົນອະລິຍະທຳນັບພັນປີ.
ສະ​ເຫຼີ​ມ​ສະຫຼອງ ທັງ​ລອງ - ຮ່າ​ໂນ້ຍ ຄົບ​ຮອບ 1010 ປີ  - ảnh 1 "ງານວາງສະແດງ ຮ່າໂນ້ຍ - ເຫ້ວ - ຊາຍງ່ອນ: ມູນເຊື້ອ ແລະ ພັດທະນາ" ໃນໂອກາດສະເຫຼີມສະຫຼອງ ທັງລອງ - ຮ່າໂນ້ຍ ຄົບຮອບ 1010 ປີ  (ພາບ: vtv.vn)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍກ່ວາ 300ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ຝລັ່ງ, ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນສົມເພັດມາຈາກແຂວງຫຼວງພະບາງໄດ້ສົ່ງຂໍ້ຄວາມ ຜ່ານທາງ Facebookມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າມັກລາຍການເລື່ອງລາວເຂດບ້ານນາໃນເວັບໄຊ vovworld.vn ທີ່ສຸດ. ຜ່ານລາຍການນີ້, ຂ້າພະເຈົ້າສາມາດຮູ້ຈັກເຖິງຫຼາຍຮູບການການພັດທະນາເສດຖະກິດທີ່ມີລັກສະນະປະດິດຄິດສ້າງ ແລະ ມີຄວາມສາມາດບົ່ມຊ້ອນ, ບັນດາໝູ່ບ້ານຫັດຖະກຳ, ບັນດາການເຄື່ອນໄຫວຂອງວົງຄະນະຍາດທີ່ເຕັມໄປດ້ວຍຄວາມໝາຍຢູ່ເຂດຊົນນະບົດ… ໃນນັ້ນມີບາງຮູບແບບເສດຖະກິດສາມາດນຳໃຊ້ໄດ້ຢູ່ລາວເພື່ອຊ່ວຍເພີ່ມລາຍຮັບໃຫ້ແກ່ປະຊາຊົນ. ອວຍພອນໃຫ້ບັນດາອ້າຍເອື້ອຍນ້ອງບັນນາທິການຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ, ອວຍພອນໃຫ້ລາຍການພາກພາສາລາວເວົ້າສະເພາະ ແລະ ວິທະຍຸກະຈາຍສຽງຫວຽດນາມເວົ້າລວມນັບມື້ນັບພັດທະນາ, ມີລາຍການທີ່ດີໆເປັນປະໂຫຍດດຶງດູດໃຈຫຼາຍກ່ວາເກົ່າເພື່ອຮັບໃຊ້ທ່ານຜູ້ຟັງ.

ເພື່ອນ ສົມເພັດ ທີ່ຮັກແພງ! ຕາງໜ້າໃຫ້ລາຍການຂ້າພະເຈົ້າຂໍຂອບໃຈເພື່ອນທີ່ໄດ້ສົ່ງຄຳປະກອບ ກໍຄືແບ່ງປັນຄວາມຮູ້ສຶກຂອງຕົນມາຍັງລາຍການຂອງພວກຂ້າພະເຈົ້າ. ເນື່ອງໃນໂອກາດນີ້ ພວກຂ້າພະເຈົ້າຂໍອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນການດຳລົງຊີວິດກໍຄືໜ້າທີ່ວຽກງານຂອງຕົນ. ຫວັງວ່າເພື່ອນຈະສືບຕໍ່ສະໜັບສະໜູນ, ຕິດຕາມ ແລະ ປະກອບຄຳເຫັນຕື່ມອີກເພື່ອໃຫ້ລາຍການພາກພາສາລາວນັບມື້ນັບພັດທະນາກ່ວາອີກ.

ເພື່ອນ ດວງຕາ ມາຈາກແຂວງຊຽງຂວາງ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນວ່າ: ໃນອາທິດຜ່ານມາ, ເມື່ອໄດ້ຕິດຕາມຂ່າວໃນເວັບໄຊ Vovworld.vn, ຂ້າພະເຈົ້າມີຄວາມປະທັບໃຈຕໍ່ ພາບສາລະຄະດີ ກ່ຽວກັບວັນບຸນໄຫວ້ພະຈັນຢູ່ຮ່າໂນ້ຍຫຼາຍທີ່ສຸດ. ເພາະວ່າບັນດາພາບຖ່າຍມີຄວາມສວຍງາມ, ມີເຄື່ອງຕົບແຕ່ງປະດັບປະດາດູດດື່ມໃຈ, ມີຫຼາຍສີສັນທີ່ພົ້ນເດັ່ນ. ຫຼັງຈາກຊົມພາບສາລະຄະດີ ດັ່ງກ່າວ, ຂ້າພະເຈົ້າຢາກໄດ້ມາຫວຽດນາມເນື່ອງໃນໂອກາດວັນບຸນໄຫວ້ພະຈັນເພື່ອເຊື່ອມຕົວເຂົ້າກັບບັນຍາກາດດັ່ງກ່າວ. ເນື່ອງໃນໂອກາດນີ້ຂ້າພະເຈົ້າກໍ່ຢາກຮູ້ຄວາມໝາຍຂອງວັນບຸນໄຫວ້ພະຈັນ ຫວັງວ່າ ບັນດາອ້າຍເອື້ອຍບັນນາທິການຈະອະທິບາຍໃຫ້ແກ່ຂ້າພະເຈົ້າ. ຂໍຂອບໃຈ!

ເພື່ອນ ດວງຕາ ທີ່ຮັກແພງ! ວັນບຸນໄຫວ້ພະຈັນແມ່ນໜຶ່ງໃນບັນດາວັນບຸນທີ່ມີມາແຕ່ດົນນານຂອງຊາດຫວຽດນາມ, ຍັງໄດ້ເອີ້ນວ່າ “ວັນບຸນເຍົາວະຊົນ”, ດັ່ງນັ້ນໃນໂອກາດນີ້, ຢູ່ຕາມຖະໜົນຫົນທາງເສັ້ນຕ່າງໆຢູ່ຫວຽດນາມ ເຂົາເຈົ້າໄດ້ຕົບແຕ່ງ, ປະດັບປະດາ, ຫ້ອຍ ໂຄມໄຟ, ໜ້າກາກ, ຫົວສິງໂຕ… ເຊິ່ງລ້ວນແຕ່ແມ່ນເຄື່ອງຫຼິ້ນຂອງເດັກນ້ອຍ. ໄປຄຽງຄູ່ກັນນັ້ນ, ວັນບຸນໄຫວ້ພະຈັນກໍ່ແມ່ນວັນບຸນເຕົ້າໂຮມ, ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກໃນຄອບຄົວໄດ້ມາເຕົາໂຮມກັນພາຍຫຼັງ ບໍ່ໄດ້ພົບປະກັນມາດົນ. ເພື່ອນ ດວງຕາ ທີ່ຮັກແພງເນື້ອໃນຄຳຕອບດັ່ງກ່າວ, ຫວັງວ່າຈະເຮັດໃຫ້ເພື່ອນມີຄວາມພໍໃຈ.

ເພື່ອນຫອມມະລາ ຢູ່ແຂວງຫົວພັນໄດ້ສົ່ງ Email ຍັງລາຍການດ້ວຍເນື້ອໃນດັ່ງນີ້: ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວທີ່ດຳເນີນຢູ່ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ທັງລອງ - ຮ່າໂນ້ຍຄົບຮອບ 1010 ປີຕື່ມອີກ ຫວັງວ່າທາງລາຍການຈະແນະນຳໃຫ້ຂ້າພະເຈົ້າດ້ວຍ.

ເພື່ອມຫອມມະລາ ທີ່ຮັກແພງ! ການສະເຫຼີມສະຫຼອງ ທັງລອງ - ຮ່າໂນ້ຍ ຄົບຮອບ 1010 ປີ ແມ່ນເຫດການທີ່ຍິ່ງໃຫຍ່ ໄດ້ຮັບຄວາມສົນໃຈຈາກປະຊາຊົນເປັນຈຳນວນຫຼວງຫຼາຍ. ບໍ່ພຽງແຕ່ຊາວນະຄອນຫຼວງຮ່າໂນ້ຍເທົ່ານັ້ນ ຫາກຍັງມີແຂກທ່ອງທ່ຽວອີກຫຼາຍຄົນກໍ່ລໍຄອຍຕໍ່ການເຄື່ອນໄຫວທີ່ສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທຳ ຂອງ ທັງລອງ - ຮ່າໂນ້ຍ ວິລະຊົນອະລິຍະທຳນັບພັນປີ.

ຕາມຂໍ້ມູນຈາກພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍແລ້ວ, ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ ທັງລອງ - ຮ່າໂນ້ຍ ຄົບຮອບ 1010 ປີຈະໄດ້ຈັດຕັ້ງຂຶ້ນຕາມທິດນຳ: ສົມກຽດສັກສີ, ມີປະສິດທິຜົນ, ປະຢັດ; ໄດ້ດຳເນີນໃນລະຫວ່າງເດືອນກັນຍາຫາເດືອນພະຈິກ, ການເຄື່ອນໄຫວສູງສຸດແມ່ນສຸມໃສ່ໃນສັບປະດາວັດທະນະທຳ ເຊິ່ງໄດ້ເລີ່ມເຄື່ອນໄຫວແຕ່ວັນທີ 2 ຫາ 11 ຕຸລາ.

ລາຍລະອຽດ, ພິທີສະເຫຼີມສະຫຼອງ ທັງລອງ - ຮ່າໂນ້ຍ ຄົບຮອບ 1010 ປີ ໄດ້ຈັດຂຶ້ນໃນເວລາ 19 ໂມງ30ນາທີ ຂອງວັນທີ 10 ຕຸລາ 2020 ຢູ່ສວນດອກໄມ້ ລີ້ທ໊າຍໂຕ໋ (ເມືອງ ຮ່ວາມກ໊ຽມ, ນະຄອນຮ່າໂນ້ຍ).

ຄະນະຈັດຕັ້ງໄດ້ຈັດຕັ້ງ 5 ງານວາງສະແດງ, ຮຽບຮຽງ ແລະ ຈັດພິມຈຳໜ່າຍບາງສື່ສິ່ງພິມຄື: ອະລິຍະທຳທັງລອງ - ຫຼັກຖານການຄົ້ນຄ້ວາບູຮານຄະດີ, ຕົວເມືອງໃນເມື່ອກ່ອນ ແລະ ປັດຈຸບັນ, ກຳນົດເມືອງເກົ່າທັງລອງ - ວິໄສທັດສະຫັດສະວັດ…ຜະລິດຟິມເອກະສານ “1010 ປີ ທັງລອງ - ຮ່າໂນ້ຍ” ເພື່ອແນະນຳໃຫ້ປະຊາຊົນນະຄອນຫຼວງ ແລະ ທົ່ວປະເທດ.

ບັນດາການເຄື່ອນໄຫວວັດທະນະທຳສະແດງສິລະປະຄື: “ປະກວດນັກຮ້ອງສຽງດີ ຮ່າໂນ້ຍ 2020”, ງານມະໂຫລານເວທີສະແດງນະຄອນຫຼວງຄັ້ງທີ IV – 2020, ງານມະໂຫລານເຊີດສິງໂຕ, ບັນດາລາຍການສະແດງສິລະປະໃນສັບປະດາ ວັດທະນະທຳ…

ທ່ານຜູ້ຟັງທີ່ຮັກແພງ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ຟັງຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ