ສາຍພົວພັນມິດຕະພາບ ຫວຽດນາມ - ລາວ

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ!

​        ​​ອາທິດ​ຜ່ານ​ມາ, ​ໃນ​ຈົດໝາຍ​ຝາກ​ມາລາ​ຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ທ່ານຜູ້​ຟັງ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ ​​ໄດ້​ເອົາ​​ໃຈ​ໃສ່​ທີ່​ສຸດຕໍ່ສາຍ​ພົວພັນ​ມິດຕະພາບ ຫວຽດນາມ - ລາວ. ພິ​ເສດ​ແມ່ນ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ປະທານ​ປະ​ເທດ​ ສາທາລະນະ​ລັດ​ ປະຊາທິປະ​ໄຕ​ ປະຊາຊົນ ລາວ ບຸນ​ຍັງ ວໍລະ​ຈິດ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ຄຳ​ຖາມ​ຂອງ​ຜູ້​ຟັງ​ບາງ​ທ່ານທີ່​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

ສາຍພົວພັນມິດຕະພາບ ຫວຽດນາມ - ລາວ - ảnh 1
(ພິທີຕ້ອນຮັບທ່ານ ບຸນຍັງ ວໍລະຈິດ)

​ໃນ​ອາທິ​ດ, ​ເພື່ອ​ນ ​​ແກ້ວ​ລາ ທອງ​ປະ​ເສີດ ​ແຂວງ ຜົ້ງ​ສາລີ ​ແລະ ​ເພື່ອນ ​ແປງ ​ແກ້ວ​ມະ​ນີ ຢູ່​ນະຄອນຫລວງ ວຽງ​ຈັນ ​ໄດ້ຝາກ​ຈົດໝາຍ​ມາ​ຍັງ​ລາຍການ​ ​ສະ​ແດງ​ຄວາມ​ສົນ​ໃຈ​ຕໍ່ການຢ້ຽມຢາມ​ສັນຖະວະ​ໄມຕີ ຫວຽດນາມ ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ. ​ສ່ວນ​ ຈົດໝາຍ​ຂອງ ເພື່ອ​ນ ​ແປງ ​ແກ້ວ​ມະ​ນີ ມີເນື້ອ​​ໃນ​ວ່າ: “ຂ້າພະ​ເຈົ້າ​ໄດ້​​ຮູ້​ວ່າ ການ​ມາຢ້ຽມຢາມ​ສັນຖະວະ​ໄມຕີ ຫວຽດນາມຢ່າງ​ເປັນ​ທາງ​ການຂອງ​ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດລາວຜ່ານ​ມາ​ແມ່ນປະສົບຜົນສຳ​ເລັດ​ຢ່າງ​ຈົບງາມ, ຂ້າພະ​ເຈົ້າຢາກ​ຮູ້ລາຍ​ລະອຽດ ກ່ຽວ​ກັບ​​ການ​ເຄື່ອນ​ໄຫວຕ່າງໆ​ຂອງທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດລາວຢູ່ຫວຽດນາມ ຫວັງ​ວ່າ​ທາງລາຍການ​ຈະແນະນຳ ໃຫ້​ຂ້າພະ​ເຈົ້າ​​​ໄດ້​ຮັບ​ຊາບ. ຂໍ​ຂອບ​ໃຈ”.

+++

        ​ເພື່ອນ​ ​ແປງ ​ແກ້ວ​ມາ​ນີ ທີ່​ຮັກ​ແພງ! ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ພາຍຫລັງ​ພິທີ​ຕ້ອນຮັບຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ. ຫລັງ​ຈາກ​ນັ້ນ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ​ໄດ້ມີ​ບັນດາ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ແລະ ຢ້ຽມຢາມ​ບາງ​ຮາກ​ຖານ​ເສດຖະກິດ, ວັດທະນະທຳ ຢູ່​ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ. ທີ່​ບັນດາ​ການ​ພົບ​ປະ​​ເຈລະຈາ 2 ຝ່າຍ​ໄດ້​​ແຈ້ງ​ໃຫ້​ກັນຊາບ​ກ່ຽວ​ກັບ​ສະພາບ​ການພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ; ​ແລກປ່ຽນ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ນຳ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໃຫ້ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ມີ​ປະ​ສິດທິ​ຜົນ; ພ້ອມ​ກັນ​ນັ້ນກໍ່ ​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ສັນຖະວະ​ໄມຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ, 2 ປະ​ເທດ ຫວຽດນາມ - ລາວ ​ໄດ້ອອກ​ຖະ​ແຫຼ​ງການ​ຮ່ວມ. ຖະ​ແຫຼ​ງການ​ຮ່ວມ ຊີ້​ແຈ້ງວ່າ 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ບົນ​ພື້ນຖານ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຮ່ວມ​ມື​ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ສະຫງວນ​ບຸລິມະສິດ​ໃຫ້​​ແກ່ກັນ, ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ ​ເພື່ອພ້ອມ​ກັນ​ພັດທະນາ ​ເພື່ອ​ຄວາມສິວິ​ໄລ​ຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຢູ່​ໃນ​ໂລກ

***

ສາຍພົວພັນມິດຕະພາບ ຫວຽດນາມ - ລາວ - ảnh 2
(ພາບປະກອບ)

        ສ່ວນ​​ໃນ​ອີ​ແມວ​ຝາກ​ມາ​ລາຍການ​ຂອງ​ເພື່ອນ ວິ​ໄລ​ສະຫວັນ ​ແກ້ວ​ພິລາ​ວັນ ນະຄອນຫລວງ ວຽງ​ຈັນ ກໍ່ຂຽນ​ວ່າ: “ຂ້າພະ​ເຈົ້າ​ເຄີຍ​ໄດ້​ຮຽນ​ຢູ່ ຫວຽດນາມ, ​ແລະ ໄດ້​​ຮູ້​ວ່າ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຄີຍ​ຈັດ​ຕັ້ງ​​ການ​​ເຄື່ອນ​ໄຫວຕ່າງໆ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ​ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ ຫວຽດນາມ - ລາວ. ຜ່ານ​ລາຍການ​ນີ້ ຂ້າພະ​ເຈົ້າ​ຢາກ​ຮູ້​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ ​​ແລະ ຜ່ານ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະ​ມາ​ເຖິງ”.

+++

​​        ເພື່ອ​ນ ວີ​ໄລ​ສະຫວັນ ​ແກ້ວ​ພິລາ​ຫວັນ ທີ່​ຮັກ​ແພງ! ປີ 2015, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໃຫຍ່, ​ແທດ​ຈິງ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ນ້ຳ​ໃຈ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ. ​ເປັນ​ຕົ້ນ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈີ​ມິນ (19/05/1890 – 19/05/2015). ສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ​ຍັງ​ສົມທົບ​ກັບ​ສະມາຄົມ​ມິດຕະພາບ​ລາວ-​ຫວຽດນາມຈັດຕັ້ງສຳ​​ເລັດ​ການ​ເຄື່ອນໄຫວ ”ຕາມ​ຮອຍຕີນ​ປະທານ​ໂຮ່ຈີ​ມິນ” ຢູ່​ລາວ​; ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສະຖາປະນາ​ປະ​ເທດ ສປປລາວ ( 02/12/1975-02/12/2015); ພິທີ​ສະ​ເຫຼີ​ມສະຫຼອງ 95 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ ທ່ານ​ປະທານ​ໄກສອນ ພົມວິຫານ ( 13/12/1920-13/12/2015 ) ​ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ “ຕາມ​ຮອຍ​ຕີນ​ປະທານ​ໄກສອນ ພົມວິຫານ” ຢູ່​ຫວຽດນາມ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ ມີ​ແຜນການ​ຜັນ​ຂະຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ລະອຽດ​ຄື: ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​​ໂຄສະນາ​ສຶກສາ​ເຖິງ​ມະຫາຊົນ, ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ພົວພັນ​ພິ​ເສດ​ຫວຽດນາມ-​ລາວ, ຊຸກຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ, ຢື້​ຢາມຖາມ​ຂ່າວ, ການ​ພົບ​ປະ​ແລກປ່ຽນ​ໃຫ້​ນັກ​ສຶກສາລາ​ວທີ່​ພວມ​ຮໍ່າຮຽນ​ຢູ່​ຫວຽດນາມ; ຍູ້​ແຮ​ງບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ການ​ສຶກສາ-​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຊ່ວຍ​ລາວ…​ພິ​ເສດ​ໃນ​ປີ 2017 ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ໃຫຍ່​ຄື: ຫວຽດນາມ-​ລາວ​ພ້ອມ​ກັນ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງການ​ທູດຂອງ​ສອງ​ປະ​ເທດ ( 05/09/1962 – 05/09/2017 ) ​ແລະ 40 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ​ການ​ຮ່ວມ​ມື ຫວຽດນາມ - ລາວ ( 18/07/1977-18/07/2017 ).

+++

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈກ່ຽວ​ກັບບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com




ຂ່າວ/ບົດ​ອື່ນ