ອ່າວຮ້າລອງ ເຂດດິນແດນທີ່ສວຍງາມຂອງ ຫວຽດນາມ

(vovworld)-ໂດຍໄດ້ຮັບ​ການຂະໜານນາມວ່າ ເຂດດິນແດນແຫ່ງ​ໂຕມັງກອນລົງນັ້ນ, ຄວາມງາມຂອງອ່າວຮ້າລອງ ບໍ່ສາມາດພັນລະນາໄດ້ໝົດ. ສຳລັບຊາວ ຫວຽດນາມແລ້ວ, ນີ້ແມ່ນຄວາມເອກອ້າງທະນົງໃຈ, ສ່ວນສຳລັບຊາວຕ່າງ ປະເທດ, ອ່າວຮ້າລອງ ​ແມ່ນ​ແດນ​ສະຫວັນ​ເພື່ອ​ສາມາດພັກ​ຜອນຢ່ອນ ອາລົມ ​ແລະ ຄົ້ນພົບ. ​ອ່າວ​ຮ້າ​ລອງ ແມ່ນ​ສະຖານ​ທີທ່ອງ​ທ່ຽວ​ທີ່​ມີ​ຊື່​ຽງ​ ​ແລະ​ ສວຍ​ງາມຂອງ​ ຫວຽດນາມ.

ອ່າວຮ້າລອງ ເຂດດິນແດນທີ່ສວຍງາມຂອງ ຫວຽດນາມ - ảnh 1

​ຂີ່​ເຣືອນ້ອຍ​​ໄປທ່ຽວ​ອ່າວ​ຮ້າ​ລອງ

(ພາບ:baoquangninh.com.vn)

  ຖ້າ​ທ່ານເດີນທາງ​ຈາກນະຄອນຫຼວງ ຮ່າ​ໂນ້ຍ ດ້ວຍ​ລົດ​ໂອ​ໂຕປະມານ 3-4 ຊົ່ວ​ໂມງ, ທ່ານ​ຈະ​ໄປ​ຮອດ​ອ່າວ​ຮ້າ​ລອງ ​​ເຂ​ດດິນ​ທີ່​ງາມ​​ເໝືອນດັ່ງ​ຮູບ​​​ແຕ້ມ, ອ່າວຮ້າ​ລອງ ຂຶ້ນ​ກັບ​ແຂວງ ກວາງ​ນິງ, ນອນ​ໃນ​ທາງ​ທິດຕາ​ເວັນ​ຕົກ​ອ່າວ​ພາກ​ເໜືອ, ຫ່າງ​ຈາກ​ນະຄອນຫຼວງ ​ຮ່າ​ໂນ້ຍ ປະມານ 200 ກມ. ອ່າວ​ຮ້າ​ລອງ ​ງາມ​ດັ່ງ​ໃນ​ຝັນດ້ວຍ​ເກາະ​ຫີນ​ປຸນ​ເກືອບ 2000 ​ແຫ່ງ​ຊື່​ງຕັ້ງກະ​ແຈກ​ກະຈາຍ​ໃນ​ເນື້ອ​ທີ່ 1500 ກມ ມົນ​ທົນ. ມາ​ຮ້າ​ລອງ ​ແຂກ​ທ່ອງ​ທ່ຽວ​ສາມາດ​ໄປ​ທ່ຽວ​ຊົມ​ອ່າວ​ຮ້າ​ລອງ ດ້ວຍ​ເຮືອ​ນ້ອຍ ​ແລະ ​ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຢ້ຽມຢາມ​ພູ​​ເຂົາຫີນ​ປຸນ​ໃຫ່ຍນ້ອຍ​ທີ່​ຕັ້ງ​ກະ​ແຈກ​ກະຈາຍ​ບົນ​ທະ​ເລ​​ສ້າງເປັນ​ຮູບພາບທີ່​ມີ​ສີຫລາກ​ຫຼາຍ ທັງ​ສວຍ​ງາມ ​ແລະ​ ແປກ​ປະຫຼາດ. ​ເມື່ອ​ໄປ​ຢ້ຽມຢາມ​ອ່າວ​ຮ້າ​ລອງ​ດ້ວຍ​ເຮືອນ້ອຍ, ​ແຂ​ກທ່ອງ​ທ່ຽວ​ຈະ​ໄດ້​ເຂົ້າຖ້ຳ​ແຫ່ງ​ຕ່າງໆ​ທີ່​ມີ​ຊື່​ສຽງ​ຄື: ຖ້ຳ ສືງສົດ, ຖ້ຳທຽນ​ກູ​ງ….ລະບົບ​ຖ້ຳຢູ່​ນີ້​ໄດ້​ຮັບ​ການ​ບູລະນະ​ສ້ອມ​ແປງ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ສາມາດ​ເຂົ້າຢ້ຽມ​ຊົມ​ຢ່າງ​ງ່າຍ​ດາຍ ດ້ວຍ​ລະບົບ​ຂັ້ນ​​ໄດ ​ແລະ​ ໄຟ​ເຍືອງ​ທາງ ​ແຕ່​ຍັງ​ຮັກສາ​ຄວາມ​ງາມ​ດັ້ງເດີມ​ໄວ້​ໄດ້​ຢູ່. ທ່ານ​ທອງ​ວັນ ບູນບົວທອງ, ຮອງ​ຜູ້ອຳນວຍການ​ໂທລະພາບ​ແຫ່ງ​ຊາດ​ລາວ ​ເວົ້າວ່າ:

ຈຸດ​ພິ​ເສດ​ຢູ່​ເມືອງ​ມໍລະດົກ​ແຫ່ງ​ນີ້​ແມ່ນ ມີ​ບ່ອນ​ທ່ອງ​ທ່ຽວ​ຫຼາຍ​ແຫ່ງ, ​ເປັນ​ຕົ້ນ​ແມ່ນ​ແມ່​ນ້ຳ​ທີ່​ກ້ວາງ​​ໃຫຍ່ ​ແລະ ມີ​ຖ້ຳ​ຫຼາຍ​ບ່ອນ, ຖ້ຳ​ມີ​ຊື່​ສຽງ, ທາງ​ໃນ​ກໍ​ສ່ວນ​ສົດ​ງົດ​ງາມ​ເປັນ​ໜ້າ​ທ່ອງ​ທ່ຽວ​ຂອງ​ຕ່າງປະ​ເທດ ​ແລະ ຂອງ​ຊາວ​ຫວຽດນາມ ​ເມືອ​ທຽບ​ໃສ່​ບ່ອນ​ອື່ນໆ​​ເຫັນ​ວ່າ​ຢູ່​ທີ່​ນີ້​ສວຍສົດ​ງົດ​ງາມ. ຄື​ມື້​ນີ້​ເອງ, ພວກ​ເຮົາ​ກໍ​ໄດ້​ຂີ່​ເຮືອ​ເດີນທາງ​ຕັ້ງ​ແຕ່​ເຊົ້າ, ກິນ​ເຂົ້າ​ຢູ່​ເທິງ​ເຮືອ, ​ເດີນ​ອີກ​ຈົນ​ຮອດ​ຕອນ​ແລງໆ, ຮູ້ສຶກ​ເບ​ີກບານ​ໃຈ ​ແລະ ​ເປັນ​ບ່ອນ​ທີ່​ເໝາະ​ສົມ​ໃຫ້​ແກ່​ການ​ພັກຜ່ອນ, ບ່ອນ​ດີ​ເລີດ​ຖ້າ​ທຽບ​ໃສ່​ບ່ອນ​ທີ່​ຜ່ານ​ມາ..“

ອ່າວຮ້າລອງ ເຂດດິນແດນທີ່ສວຍງາມຂອງ ຫວຽດນາມ - ảnh 2

ແຂກ​ທ່ອງ​ທ່ຽວ​ມາ​ຮ້າ​ລອງ ​ດ້ວຍ​ກຳ​ປັ່ນ

(ພາບ: tin.lukhach24h.com)

   ມາ​ທ່ອງທ່ຽວ​ອ່າວ​ຮ້າ​ລອງ, ​ແຂກ​ທ່ອງ​ທ່ຽວ​ຍັງ​ຈະ​ໄດ້​ໄປ​ຢ້ຽມ​ຊົມ​ບັນດາ​ທີວທັດ​ທຳ​ມະ​ຊາດ​ທີ່​ລື​ຊື່ ​ແລະ ​ສວຍ​ງາມ​ທີ່​ສຸດ, ​ໃນ​ນັ້ນມີ​ວັດ ລອງ​ຕຽນ ຊື່​ງ​ແມ່ນ​ວັດ​ແຫ່ງ​ໃຫ່ຍກ່ວາ​ໝູ່​ຢູ່ ຮ້າ​ລອງ. ມີ​ສະຖານ​ທີ່​ອີກ​ແຫ່ງ​ໜື່ງທີ່​ແຂກ​ທ່ອງ​ທ່ຽວ​ຄວນມາ​ຢາມ ນັ້ນ​ແມ່ນ​ກຸ່ມ​​ປູ​ສະ​ນີຍະສະ​ຖານ​ເຂດພູ ບາຍ​ເທີ ​ແປ່​ວ່າ​ບົດ​ກະວີ ຊື່​ງ​ແມ່ນ​ເຂດ​ປູສະ​ນີຍະສະ​ຖານ​ທີ່​ມີ​ຄຸນຄ່າສຳຄັນ​ດ້ານ​ວັດທະນະທຳ​ປະຫວັດສາດຢູ່. ​ແຫ່ງ​ນີ້ຍັງ​​ໄດ້ຮັກສາ​ບົດ​ກະວີ​ຫຼາຍ​ບົດທີ່​ໄດ້​ຄວັດ​ສະຫຼັກ​​ເທິງ​​ແຜ່ນ​ຫີນຂອງ​ເຈົ້າຊີວິດ​ຫວຽດນາມ ຈຳນວນ​ໜື່ງ ຊື່​ງ​ໄດ້​ຊົມ​ຍ້ອງຄວາມ​ສວຍ​ງາມ​ຂອງ​ອ່າວ​ຮ້າ​ລອງ. ມາ​ຮ້າ​ລອງ ​ແຂກ​ທ່ອງ​ທ່ຽວ​ຍັງ​ຈະ​ໄດ້​ເຂົ້າຢ້ຽມ​ບັນດາ​ເຂດ​ລ້ຽງ​ປູກ​ສິນທະ​ເລ​ປະ​ເພດ​ຕ່າງໆ ​ແລະ ສາມາດ​ຊື້​ຢູ່​ກັບ​ທີ່​ເລ​ີຍ, ​ແລ້ວ​ບອກຜູ້​ບໍລິການ​ຢູ່​ທີ່​ນີ້​ປຸງ​ແຕ່ງ​ໃຫ້ທ່ານ​ຮັບ​ປະທານອາຫານ​ສົດ​ຂອງ​​ທະ​ເລ​​ໄດ້​ເລີຍ. ​ໃນ​ການ​ຢ້ຽມຢາມ​ອ່າວ​ຮ້າ​ລອງ​ເປັນ​ເວລາ 2 ວັນ,  ທ່ານ​ທອງ​ວັນ ບູນບົວທອງ, ຮອງ​ຜູ້ອຳນວຍການ​ໂທລະພາ​ບແຫ່ງ​ຊາດ​ລາວ ​ໄດ້​ມີ​ຄວາມ​ປະ​ທັບ​ໃຈຢ່າງ​ເລິກ​ເຊີ່ງ​ກ່ຽວ​ກັບປະຊາຊົນ​ຢູ່​ທີ່​ນີ້​ທີ່​ສຸດ:

ປະ​ເທ​​ດຫວຽດນາມ​ແມ່ນ​ປະ​ເທດ​ທີ່​ສວຍ​ສົດ​ງົດ​ງາມ ມີ​ທະ​ເລ​ອ້ອມ​ຈອດ, ຜ່ານ​ການ​ມາ​ຄັ້ງ​ນີ້, ມາ​ຮອດ​ບ່ອນ​ທ່ອງ​ທ່ຽວ​ທີ່​ເປັນ​ມໍ​ລະດົມ​​: ດິນ​ຟ້າ​ອາກາດ, ສະຖານ​ທີ່​ທ່ອງ​ທ່ຽວ​ເຫັນ​ວ່າ​ມີ​ບັນຍາກາດ​ດີ. ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ ກວາງ​ນິນ ທີ່​ດຳລົງ​ຊີວິ​ດຢູ່​ເມືອງ​ມໍລະດົກ​ແຫ່ງ​ນີ້ ລ້ວນ​ແຕ່​ມີ​ຄວາມ​ສະໜິດສະໜົມ. ​ເວລາ​ທັກ​ທາ​ປາ​ໄສ, ​ໂອ້​ລົມ​ກັນ​ເຫັນ​ວ່າ​ເຂົ້າ​ອົກ​ເຂົ້າ​ໃຈກັນ ​ເມື່ອ​ໄດ້​ມາ​ຫວຽດນາ​ມ​ເຫັນ​ວ່າ​ຄື​ກັນ​ກັບ​ບ້ານ​ຕົວ​ເອງ ຄື​ເປັນ​ຄອບຄົວ​ດຽວ​ກັນ​ມ ຊາວ​ ກວາງ​ນິນ ຮັບ​ຕ້ອນ​​ແຂກ​ຕ້ອນ​ຄົນ​ທີ່​ໄປມາ​ທ່ອງ​ທ່ຽວ​ດີ​ເລີດ​ຖ້າ​ທຽບ​ໃສ່​ພາກ​ອື່ນໆ​ຂອງ​ຫວຽດນາມ. ອາຫານ​ການ​ກິນ​ເປັນ​ອາຫານ​ທີ່​​ແຊບ​, ສົດ, ຂ້າ​ເຈົ້າ​ຈະ​ຕອບ​ສະໜອງ, ຈະ​ຫາ​ແຕ່​ສິ່ງ​ທີ່​ສົດໆ​ມາ​ໃຫ້​ນັກ​ທ່ອງ​ທ່ຽວ..“

ອ່າວຮ້າລອງ ເຂດດິນແດນທີ່ສວຍງາມຂອງ ຫວຽດນາມ - ảnh 3

ຖ້ຳທຽນ​ກູ​ງ-ຮ້າ​ລອງ

(ພາບ:halong.info.vn)

   ຮ້າ​ລອງ ​ກໍ​ແມ່ນ​ແຫ່ງ​ເຕົ້າ​ໂຮມ​ຊີວະ​ນາໆ​ພັນ ດ້ວຍ​ບັນດາ​ລະບົບ​ຊີວະ​ພາບ​ທີ່​ພົ້ນ​ເດັ່ນຄື: ລະບົບ​ຊີວະ​ພາບ​ປ່າ​ຊາຍເລນ, ລະບົບ​ຊີວະ​ພາບປະກາລັງ ລະບົບ​ຊີວະ​ພາບປ່າ​ເຂດ​ຮ້ອນ…ຢູ່​ຮ້າ​ລອງ​ຍັງ​ມີ​ສັດ ​ແລະພືດ​ສາ​ສາດ​ນາໆ​ປະ​ເພດ, ​ໃນ​ນັ້ນມີ​ບາງ​ປະ​ເພດ​ພຽງ​ແຕ່​ມີບັ​ຢູ່​ແຫ່ງນີ້​ເທົ່າ​ນັ້ນ. ດ້ວຍ​ບັນດາ​ຄຸນຄ່າ​ພິ​ເສດ​ຄື​ດັ່ງກ່າວ, ອ່າວ​ຮ້າ​ລອງ​ ໄດ້​ຮັບ​ການ​ຮັບ​ຮອງວ່າ​ແມ່ນ​ມໍລະດົກ​ທຳ​ມະ​ຊາດ​ໂລກ​ຢ່າງ​ເປັນ​ທາງ​ການ​ເຖິງ 2 ຄັ້ງ, ຄື​ໃນ​ປີ 1994 ​ແລະ ປີ 2000. ​ໃນ​ທ້າ​ຍປີ 2011, ອ່າວ​ຮ້າ​ລອງ ​ໄດ້​ຮັບ​ການ​ຄັດ​ເລືອກ​ເປັນ 1 ​ໃນ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​ໃໝ່ 7 ​ແຫ່ງ​ຂອງ​ໂລກ ​ໂດຍ​ອົງການ New seven Woder ຈັດຂຶ້ນ.

   ​ເຊີນທ່ານມາ​ຢ້ຽມຢາມ​ອ່າວ​ຮ້າ​ລອງ​ເພື່ອ​ຮັບ​ຮູ້​ທີ​ວທັ​ດທຳ​ມະ​ຊາດ, ປະຊາຊົນ​ຢູ່​ທີ່​ນີ້ ກໍ​ຄື​ເຍື່ອງ​ອາຫານ​ພິ​ເສດ​ພຽງ​ແຕ່​ມີ​ຢູ່ ຮ້າ​ລອງ​ເທົ່າ​ນັ້ນ. ບາງເທື່ອທ່ານ​ໄດ້​ຟັງຫຼາຍ​ກ່ຽວ​ກັບອ່າວ​ຮ້າ​ລອງ​ແລ້ວ ​ແຕ່​ທ່ານ​ຈະ​ຮູ້ສຶກ​ແປກ​ປະຫຼາດ​ໃຈ ​ເມື່ອ​ໄດ້​ເຫັນ​ປະຈັກ​ຕາ​ອ່າວ​ຮ້າລອງ ​ເຂດ​ດິນແດນ​ທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ​ຂອງ​ປະ​ເທດ ​ຫວຽດນາມ ຢ່າງ​ແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ