ເນື່ອງ​ໃນ​ໂອ​ກາດບ​ຸນ​ປີ​ໃໝ່​ລາວ ​ພ.ສ 2564 ຂໍອວຍພອນໃຫ້ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີໂຊກມີລາບ, ມີຄວາມຜາສຸກ

(VOVWORLD) -ກ່ອນທີ່ຈະເປີດສາກລາຍການ, ພວກຂ້າພະເຈົ້າຂໍສົ່ງຄຳອວຍພອນປີໃໝ່ໄປຍັງບັນດາທ່ານຜູ້ຟັງ, ຜູ້ອ່ານຂອງລາຍການພາກພາສາລາວ. ຂໍອວຍພອນໃຫ້ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີໂຊກມີລາບ, ມີຄວາມຜາສຸກ, ບັນລຸໄດ້ຜົນສຳເລັດຫຼາຍກ່ວາອີກໃນການດຳລົງຊີວິດຂອງຕົນ, ຂໍອວຍພອນໃຫ້ປະເທດລາວນັບມື້ນັບພັດທະນາຢ່າງແຮງ, ອວຍພອນໃຫ້ການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ
ເນື່ອງ​ໃນ​ໂອ​ກາດບ​ຸນ​ປີ​ໃໝ່​ລາວ ​ພ.ສ 2564 ຂໍອວຍພອນໃຫ້ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີໂຊກມີລາບ, ມີຄວາມຜາສຸກ - ảnh 1ນັກສຶກສາລາວ ພວມຮຽນຢູ່ມະຫາວິທະຍາໄລກົດໝາຍຮ່າໂນ້ຍ ຕ້ອນຮັບບຸນປີໃໝ່ ລາວ ພ.ສ 2564
(ພາບ: Thoidai)

ອາທິດຜ່ານມາ, ພະແນກພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີເມວ 353 ສະບັບແລະໂທລະສັບຫຼາຍສາຍຂອງທ່ານຜູ້ຟັງທີ່ມາຈາກ 36 ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທແລະລາວ…ໃນນັ້ນມີທ່ານຜູ້ຟັງລາວຫຼາຍຄົນໄດ້ສົ່ງຈົດໝາຍສະແດງຄວາມຂອບອົກຂອບໃຈ, ແບ່ງປັນຄວາມຮູ້ສຶກ ແລະຄຳອວຍພອນເນື່ອງໃນໂອກາດບຸນປີໃໝ່ລາວມາຍັງລາຍການໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນ, ກໍ່ຄືຕອບບາງຄຳຖາມທີ່ທ່ານຜູ້ຟັງໄດ້ສົ່ງມາລາຍການໃນອາທິດຜ່ານມາ.

ກ່ອນທີ່ຈະເປີດສາກລາຍການ, ພວກຂ້າພະເຈົ້າຂໍສົ່ງຄຳອວຍພອນປີໃໝ່ໄປຍັງບັນດາທ່ານຜູ້ຟັງ, ຜູ້ອ່ານຂອງລາຍການພາກພາສາລາວ. ຂໍອວຍພອນໃຫ້ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີໂຊກມີລາບ, ມີຄວາມຜາສຸກ, ບັນລຸໄດ້ຜົນສຳເລັດຫຼາຍກ່ວາອີກໃນການດຳລົງຊີວິດຂອງຕົນ, ຂໍອວຍພອນໃຫ້ປະເທດລາວນັບມື້ນັບພັດທະນາຢ່າງແຮງ, ອວຍພອນໃຫ້ການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ. ຕໍ່ໄປ, ພວກຂ້າພະເຈົ້າຂໍຄັດສະເໜີບັນດາຄຳອວຍພອຍເນື່ອງໃນໂອກາດປີໃໝ່ຂອງທ່ານຜູ້ຟັງລາວໄດ້ສົ່ງມາຍັງລາຍການໃນອາທິດຜ່ານມາ:

ເພື່ອນ ວີໄລວັນພວມຮຽນປີທີ 4 ຢູ່ສະຖາບັນການປົກຄອງ ຮ່າໂນ້ຍໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ເນື່ອງໃນໂອກາດບຸນປີໃໝ່ລາວ, ນ້ອງຂໍອວຍພອນບັນດາອ້າຍເອື້ອຍນ້ອງບັນນາທິການໃນລາຍການພາກພາສາລາວຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດຫຼາຍຢ່າງໃນການດຳລົງຊີວິດ.

ເພື່ອນ ພອນສະຫວັນ ຢູ່ແຂວງຫົວພັນໄດ້ໂທຫາລາຍການ ອວຍພອນປີໃໝ່ໃນໂອກາດບຸນປີໃໝ່ລາວທີ່ມີເນື້ອໃນວ່າ: ຂໍອວຍພອນພະນັກງານ, ບັນນາທິການ, VOV ປີໃໝ່ມີໂຊກມີລາບ, ມີສຸຂະພາບທີ່ດີແລະນັບມື້ນັບມີຫຼາຍລາຍການທີ່ມ່ວນແລະດຶງດູດໃຈກ່ວາອີກ.

ໃນຈົດໝາຍທີ່ໄດ້ສົ່ງໄປຍັງລາຍການ, ທ່ານບຸນທອງ ຢູ່ແຂວງວຽງຈັນໄດ້ແບ່ງປັນວ່າ: ຂ້າພະເຈົ້າແມ່ນນັກສຶກສາລາວທີ່ເຄີຍຮ່ຳຮຽນຢູ່ ຫວຽດນາມ. ຕອນນັ້ນ, ເມື່ອບຸນປີໃໝ່ລາວວຽນມາ, ພວກຂ້າພະເຈົ້າຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ພິເສດຂອງການນຳແຂວງ, ນະຄອນ, ຄູອາຈານແລະນັກສຶກສາຫວຽດນາມຢູ່ໂຮງຮຽນທີ່ຕົນເອງຮຽນ. ປີນີ້, ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ເຮັດໃຫ້ ນັກສຶກສາລາວ ຫຼາຍຄົນບໍ່ສາມາດກັບຄືນບ້ານເກີດເມືອງນອນໄດ້, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວຈັດຕັ້ງບຸນປີໃໝ່ລາວ ໃຫ້ແກ່ນັກສຶກສາລາວຢູ່ ຫວຽດນາມ. ຂໍຂອບໃຈ

ເພື່ອນບຸນທອງທີ່ຮັກແພງ! ຍ້ອນການຜັນແປຢ່າງສັນສົນຂອງໂລກລະບາດໂຄວິດ - 19. ດັ່ງນັ້ນນັກສຶກສາລາວບໍ່ສາມາດກັບຄືນເມືອລາວໃນຍາມບຸນປີໃໝ່ຄືທຸກປີໄດ້, ເຖິງຢ່າງໃດກໍ່ຕາມ, ໃນຊຸມວັນຜ່ານມາ, ບັນດາການນຳທ້ອງຖິ່ນ, ໂຮງຮຽນຍັງຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ ເພື່ອໃຫ້ນັກສຶກສາລາວສາມາດຕ້ອນຮັບບຸນປີໃໝ່ລາວຢູ່ຫວຽດນາມ. ຂໍເຊີນເພື່ອນບຸນທອງພ້ອມກັບພວກເພື່ອນເຂົ້າຮ່ວມບັນດາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ລາວ ຢູ່ ຫວຽດນາມ.

ຕອນຄ່ຳວັນທີ 10 ເມສາ, ວິທະຍາໄລສ້າງຄູເທື່ອທຽນ - ເຫ້ວໄດ້ສົມທົບກັບມະຫາວິທະຍາໄລເຫ້ວ, ສະມາຄົມມິດຕະພາບຫວຽດນາມ - ລາວຈັດພິທີຕ້ອນຮັບປີໃໝ່. ເຂົ້າຮ່ວມພິທີມີນັກສຶກສາລາວ ກ່ວາ 400 ຄົນທີ່ພວມຮ່ຳຮຽນແລະດຳລົງຊີວິດຢູ່ ເທື່ອທຽນ - ເຫ້ວ.

ທີ່ພິທີ, ບັນດາພິທີກຳທີ່ເປັນມູນເຊື້ອຂອງບຸນປີໃໝ່ລາວໄດ້ຮັບການຈັດຂຶ້ນຢ່າງສົມກຽດແລະອົບອຸ່ນ. ເປີດສາກລາຍການແມ່ນພິທີຫົດນ້ຳດ້ວຍຄວາມຫວັງວ່າຢາກຂັບໄລ່ສິ່ງບໍ່ດີ, ຄວາມອິດເມື່ອຍຄວາມບໍ່ໂຊກບໍ່ດີຂອງປີເກົ່າ, ນຳຄວາມແຕກດອກອອກຜົນ, ຄວາມອີ່ມໜຳສຳລານ, ສົມບູນພູນສຸກໃນປີໃໝ່.

ຕອນເຊົ້າວັນທີ 11 ເມສາຢູ່ມະຫາວິທະຍາໄລກົດໝາຍຮ່າໂນ້ຍ, ຄະນະນັກສຶກສາລາວໄດ້ຈັດພິທີຕ້ອນຮັບບຸນປີໃໝ່ 2021 - ພ.ສ2564 ຂອງປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວໃຫ້ແກ່ບັນດານັກສຶກສາລາວທີ່ພວມຮ່ຳຮຽນແລະດຳລົງຊີວິດຢູ່ທີ່ນີ້. ເຂົ້າຮ່ວມພິທີຕ້ອນຮັບບຸນປີໃໝ່, ມີ ອາຈານເລດິ້ງງີ, ຮອງອຳນວຍການໂຮງຮຽນ, ບັນດາຄູອາຈານແລະນັກສຶກສາລາວໝົດທຸກຄົນ.

ນອກຈາກນັ້ນ, ຢູ່ວິທະຍາໄລທ໊າຍງວຽນ (ນະຄອນ ທ໊າຍງວຽນ, ແຂວງທ໊າຍງວຽນ), ມະຫາວິທະຍາໄລຮຸ່ງເວືອງ, ແຂວງຝູເຖາະ… ກໍ່ໄດ້ຈັດງານບຸນປີໃໝ່ລາວໃຫ້ແກ່ນັກສຶກສາລາວທີ່ພວມດຳລົງຊີວິດແລະຮ່ຳຮຽນຢູ່ ຫວຽດນາມ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ການຕອບບາງຄຳຖາມ ຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາຍັງລາຍການ ໃນອາທິດທີ່ຜ່ານມາ.ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ,ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ