ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ

(VOVWORLD) - ເລື່ອງ ຫວຽດນາມ ແລະ ລາວ ພ້ອມກັນແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນຈຸດເວລານີ້ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງໃນການພັດທະນາເສດຖະກິດ, ສັງຄົມ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 357 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ - ảnh 1(ລາຍການພາກພາສາລາວ, VOV ໄດ້ລົງຫຼາຍຂ່າວ/ບົດລະຫວ່າງ 2 ປະເທດ ຫວຽດນາມ ແລະ ລາວ)

ເພື່ອນ ພອນແກ້ວ, ດຳລົງຊີີວິດຢູ່ນະຄອນຫຼວງ ວຽງຈັນ ແບ່ງປັນວ່າ: ໃນອາທິດຜ່ານມາ, ລາຍການພາກພາສາລາວ, VOV ໄດ້ລົງຫຼາຍຂ່າວ/ບົດລະຫວ່າງ 2 ປະເທດ ຫວຽດນາມ ແລະ ລາວ. ເຖິງວ່າສະພາບໂລກລະບາດມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ລາຍການຍັງອອກຂ່າວກ່ຽວກັບການພົວພັນລະຫວ່າງ 2 ປະເທດຢ່າງວ່ອງໄວແລະທັນການ. ໂດຍສະເພາະແມ່ນບັນດາຂ່າວ/ບົດກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄປຢ້ຽມຢາມຫວຽດນາມ ໃນເດືອນ ມິຖຸນາ 2021 ແລະ ການເດີນທາງໄປຢ້ຽມຢາມລາວ ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃນລະຫວ່າງວັນທີ 09 – 10 ສິງຫາ 2021 ຜ່ານມາ. ໃນນາມສ່ວນຕົວຂ້າພະເຈົ້າຂໍອວຍພອນໃຫ້ການພົວພັນລະຫວ່າງ 2 ປະເທດນັບມື້ນັບແຕກດອກອອກຜົນ ແລະ ອວຍພອນໃຫ້ອ້າຍເອື້ອຍນ້ອງຢູ່ VOV ຈົ່ງມີສຸຂະພາບເຂັ້ມແຂງເພື່ອສືບຕໍ່ຮັບໃຊ້ທ່ານຜູ້ຟັງ, ຜູ້ອ່ານໃນທົ່ວໂລກ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2021) ຜ່ານມາ, ເພື່ອນ ຫງວຽນຫຶວຢາງ, ຊາວ ຫວຽດນາມ ອາໄສຢູ່ລາວ ໄດ້ໂທລະສັບມາຫາລາຍການໂດຍແບ່ງປັນວ່າ: ດ້ວຍນ້ຳໃຈຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຜູ້ມີຄຸນງາມຄວາມດີຕໍ່ພາລະກິດແຫ່ງການປົດປ່ອຍຊາດ ແລະ ປົກປັກຮັກສາປະເທດຫວຽດນາມ, ເມື່ອຮອດເດືອນ ກໍລະກົດ ຂອງທຸກປີ, ສະຖານກົງສູນຫວຽດນາມ ປະຈຳ ຢູ່ຫຼວງພະບາງ ພ້ອມກັບພໍ່ແມ່ຊາວຫວຽດນາມ ອາໄສຢູ່ພາຍໃນແຂວງ ໄດ້ຈັດພີທີສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອຕອບບຸນແທນຄຸນ, ຈົດຈຳບຸນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ນອກນັ້ນ, ນີ້ຍັງແມ່ນໂອກາດເພື່ອສຶກສາໃຫ້ລຸ້ນໜຸ່ມໃນປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງຫຼວງພະບາງ ສືບທອດມູນເຊື້ອລຸ້ນພໍ່ລຸ້ນອ້າຍ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ.

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ - ảnh 2ພິທີມອບຮັບການຊ່ວຍເຫຼືອຂອງຫວຽດນາມ ໃນການປ້ອງກັນ ຕ້ານໂລກລະບາດໂຄວິດ-19
(ພາບປະກອບ: nhandan.vn)

ເພື່ອນ ບຸນແພງ, ນັກສຶກສາລາວ ພວມຮ່ຳຮຽນຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມ ແບ່ງປັນວ່າ: ໃນໄລຍະທັງຢູ່ລາວ ແລະ ຫວຽດນາມ ພວມຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ-19. ຢູ່ບາງແຂວງ, ນະຄອນຂອງຫວຽດນາມ ກໍ່ໄດ້ປະຕິບັດການຮັກສາໄລຍະຫ່າງໃນສັງຄົມ. ຂ້າພະເຈົ້າຫວັງວ່າ ດ້ວຍການຮ່ວມແຮງຮ່ວມໃຈຂອງປະຊາຊົນໃນທົ່ວປະເທດ ແລະ ລະຫວ່າງ 2 ປະເທດ ລາວ - ຫວຽດນາມ ຈະສາມາດຄວບຄຸມໂລກລະບາດໄດ້ໂດຍໄວ, ນຳຊີວິດການເປັນຢູ່ກັບຄືນສູ່ສະພາບເປັນປົກກະຕິໃໝ່ໂດຍໄວ.

ທ່ານຜູ້ຟັງທີ່ເຄົາລົບ! ປະຈຸບັນ, ໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນຢູ່ທັງຫວຽດນາມ ແລະ ລາວ. ໃນສະພາບການນັ້ນ, ເລື່ອງ 2 ປະເທດພ້ອມກັນແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນຈຸດເວລານີ້ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງໃນການພັດທະນາເສດຖະກິດ, ສັງຄົມ ກໍຄືອາລົມຈິດຄວາມຮັກແພງຂອງປະຊາຊົນ 2 ປະເທດທີ່ສະຫງວນໃຫ້ແກ່ກັນນັບມື້ນັບໄດ້ຮັບການປັບປຸງ. ເມື່ອຕີລາຄາກ່ຽວກັບການເຄື່ອນໄຫວໜູນຊ່ວຍເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ. ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ໃຫ້ຮູ້ວ່າ:

(ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ)

ເພື່ອນ ຄຳ ວິໄລ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີແມວມາຫາລາຍການໂດຍໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ສະພາບໂລກລະບາດເກີດຂຶ້ນຢ່າງສັບສົນ, ສົ່ງຜົນສະທ້ອນເຖິງຫຼາຍດ້ານຂອງຊີວິດສັງຄົມ, ໃນນັ້ນມີການເຄື່ອນໄຫວຂາອອກ-ຂາເຂົ້າ. ຂ້າພະເຈົ້າຢາກໃຫ້ທາງລາຍການສະໜອງຂໍ້ມູນກ່ຽວກັບສະພາບຂາອອກ-ຂາເຂົ້າລະຫວ່າງ ລາວ ແລະ ຫວຽດນາມ ໃນຊຸມເດືອນຕົ້ນປີ 2021.

ເພື່ອນ ຄຳ ວິໄລ ທີ່ຮັກແພງ, ຕາມຫ້ອງການການຄ້າຫວຽດນາມ ປະຈຳລາວ ແລ້ວ, ໃນໄລຍະ 6 ເດືອນຕົ້ນປີ 2021, ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ ແລະ ລາວ ບັນລຸກວ່າ 671 ລ້ານ USD, ເພີ່ມຂຶ້ນ 36,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ໃນເວລາຍັງບໍ່ທັນເກີດໂລກລະບາດ, ວົງເງິນສົ່ງອອກ 2 ສົ້ນເພີ່ມຂຶ້ນ 16,6%. ໄລ່ສະເພາະເດືອນ ມິຖຸນາ 2021, ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ - ລາວ ບັນລຸກວ່າ 100 ລ້ານ USD, ເມື່ອທຽບໃສ່ໄລຍະດຽວກັນແມ່ນເພີ່ມຂຶ້ນ 22,1%.

ປະເພດສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ ໄປຍັງ ລາວ ແມ່ນເຄື່ອງຕ່ຳແຜ່ນຕັດຫຍິບບັນລຸກວ່າ 1 ລ້ານ USD; ພາຫະນະຂົນສົ່ງ ແລະ ເຄື່ອງອາໄຫຼ່ ບັນລຸເກືອບ 5 ລ້ານ USD; ເຄື່ອງຈັກ, ອຸປະກອນ ແລະ ເຄື່ອງອາໄຫຼ່ບັນລຸເກືອບ 5 ລ້ານ USD; ນ້ຳມັນອາຍແກັດບັນລຸກວ່າ 1.5 ລ້ານ USD…

ປະເພດສິນຄ້າຕົ້ນຕໍເຊິ່ງ ຫວຽດນາມ ນຳເຂົ້າຈາກ ລາວ ແມ່ນ ໄມ້ ແລະ ຜະລິດຕະພັນຈາກໄມ້ ບັນລຸກວ່າ 7,3 ລ້ານ USD; ແຮ່ທາດບັນລຸເກືອບ 5,8 ລ້ານ USD; ຢາງພາລາບັນລຸກວ່າ 12,3 ລ້ານ USD…

ຕອບກັບ

ຂ່າວ/ບົດ​ອື່ນ