ແນະ​ນຳ “ວັນບຸນໄມຕີຈິດ ມິດຕະພາບພິເສດ ຫວຽດນາມ - ລາວ 2023”

(VOVWORLD) -

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 380 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 31 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 19 ສະບັບຈາກທ່ານຜູ້ຟັງ.

ອາທິດຜ່ານມາ, ທ່ານ ອິນປັນ ສັດຈະພັນສີ, ພະນັກງານບຳນານຂອງວິທະຍຸກະຈາຍສຽງແຫ່ງຊາດລາວ; ທ່ານ ວັນໄຊ, ຮອງຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດລາວ; ເພື່ອນ ພອນສະໄໝ ແລະ ເພື່ອນ ຫຼ້າ ຄຸນນະວົງສາ, ພະນັກງານກະຊວງ ປ້ອງກັນປະເທດລາວ; ເພ່ື່ອນ ຟານເກີ໋ມວັນ, ຊາວ ຫວຽດນາມ ອາໄສຢູ່ລາວ; ເພື່ອນ ຄຳແກ້ວ, ສະຖານີໂທລະພາບລາວ; ເພື່ອນ ວີງກວາງ, ກະຊວງການຕ່າງປະເທດລາວ… ໄດ້ຝາກຄຳຢື້ຢາມຖາມຂ່າວຕໍ່ບັນດານັກນາທິການ, ນັກຂ່າວ. ຜູ້ຟັງທຸກທ່ານລ້ວນແຕ່ມີຄວາມສົນໃຈຕໍ່ບັນດາລາຍການ, ຂ່າວ ແລະ ບົດປະຈຳວັນ. ພິເສດ, ມີຄວາມສົນໃຈເປັນພິເສດເຖິງຂ່າວກ່ຽວກັບການຮ່ວມມື, ພົວພັນແລກປ່ຽນລະຫວ່າງ ຫວຽດນາມ - ລາວ. ຂໍຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ຕິດຕາມລາຍການຂອງພວກເຮົາ ແລະ ໄດ້ໃຫ້ກຳລັງໃຈບັນດາບັນນາທິການຂອງລາຍການ. ບັນດາການປະກອບສ່ວນຂອງທ່ານຜູ້ຟັງຈະຊ່ວຍໃຫ້ພວກຂ້າພະເຈົ້າມີກຳລັງໃຈເພື່ອພັດທະນາກ່ວາອີກ.

ແນະ​ນຳ “ວັນບຸນໄມຕີຈິດ ມິດຕະພາບພິເສດ ຫວຽດນາມ - ລາວ 2023” - ảnh 1ຜູ້ແທນປະເທດ ອາຊຽນ ແລະ ສ ເກົາຫຼີ ເຂົ້າຮ່ວມກອງປະຊຸມ

ອາທິດຜ່ານມາ, ທ່ານ ໂອລຳ, ພະນັກງານສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ, ໃຫ້ຮູ້ວ່າ: ໄລຍະຜ່ານມາ, ສະຖານທູດບັນດາປະເທດ ອາຊຽນ ປະຈຳ ຮ່າໂນ້ຍ ໄດ້ເຂົ້າຮ່ວມ ວັນບຸນ ອາຊຽນ - ສ ເກົາຫຼີ ປີ 2023. ການເຄື່ອນໄຫວນີ້ມີຄວາມໝາຍທີ່ສຸດ ແລະ ດຶງດູດຄວາມສົນໃຈຂອງສະຖານທູດບັນດາປະເທດ ອາຊຽນ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຂໍແຈ້ງໃຫ້ທ່ານຜູ້ຟັງໄດ້ຊາບກ່ຽວກັບເຫດການດັ່ງກ່າວ. ວັນທີ 1 ພະຈິກ 2023 ຜ່ານມາ, ໃນຂອບເຂດ ວັນອາຊຽນ - ສ ເກົາຫຼີ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບກະຊວງການຕ່າງປະເທດ ສ ເກົາຫຼີ ແລະ ສະຖານທູດບັນດາປະເທດ ອາຊຽນ ຈັດງານວາງສະແດງໂຄສະນາເຜີຍແຜ່ວັດທະນະທຳ, ການທ່ອງທ່ຽວ ອາຊຽນ - ສ ເກົາຫຼີ. ງານວາງສະແດງການທ່ອງທ່ຽວ ອາຊຽນ - ສ ເກົາຫຼີ ໄດ້ດຳເນີນໄປເພື່ອແນໃສ່ຍົກສູງຄວາມເຂົ້າອົກເຂົ້າໃຈ, ຄວາມຮັບຮູ້ ແລະ ເພີ່ມທະວີການເຊື່ອມຕໍ່, ພົວພັນແລກປ່ຽນປະຊາຊົນລະຫວ່າງບັນດາປະເທດ ອາຊຽນ ແລະ ສ ເກົາຫຼີ. ງານວາງສະແດງໄດ້ເປີດປະຕູໃຫ້ແກ່ແຂກທ່ອງທ່ຽວສາມາດຄົ້ນຫາບັນດາສະຖານທີ່, ຄວາມງາມ, ຈຸດທີ່ເປັນເອກະລັກສະເພາະດ້ານວັດທະນະທຳ ທີ່ອຸດົມສົມບູນຂອງບັນດາປະເທດສະມາຊິກ ອາຊຽນ ແລະ ສ ເກົາຫຼີ. ພ້ອມກັນນັ້ນ, ການເຄື່ອນໄຫວດັ່ງກ່າວ ກໍ່ຈະປະກອບສ່ວນຊຸກຍູ້ການທ່ອງທ່ຽວສາກົນລະຫວ່າງ ອາຊຽນ ແລະ ສ ເກົາຫຼີ, ສ້າງກາລະໂອກາດພົບປະ, ແລກປ່ຽນ, ຮ່ວມມືລະຫວ່າງບັນດານັກລົງທຶນ, ວິສາຫະກິດການທ່ອງທ່ຽວເພື່ອຊອກຫາຕະຫຼາດ, ສ້າງລາຍການທ່ອງທ່ຽວ, ຜະລິດຕະພັນ, ການບໍລິການທ່ອງທ່ຽວທີ່ດຶງດູດ, ເໝາະສົມກັບຄວາມຕ້ອງການຂອງແຂກທ່ອງທ່ຽວ. ເຊື່ອມຕໍ່ວັດທະນະທຳ, ມູນເຊື້ອທີ່ເປັນເອກະລັກສະເພາະ, ຄວາມເປັນໜ້າສົນໃຈຂອງແຕ່ລະປະເທດ ກັບປະຊາຊົນ ແລະ ແຂກທ່ອງທ່ຽວ.

ແນະ​ນຳ “ວັນບຸນໄມຕີຈິດ ມິດຕະພາບພິເສດ ຫວຽດນາມ - ລາວ 2023” - ảnh 2ການປະຊຸມຖະແຫຼງຂ່າວກ່ຽວກັບ “ວັນບຸນໄມຕີຈິດ ມິດຕະພາບພິເສດ ຫວຽດນາມ - ລາວ 2023”

ທ່ານໂພສີ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ, ໄດ້ສົ່ງຂໍ້ຄວາມເຖິງລາຍການ, ດ້ວຍເນື້ອໃນວ່າ: ໄລຍະຈະມາເຖິງ, ຝ່າຍ ລາວ ຈະເຂົ້າຮ່ວມ “ວັນບຸນໄມຕີຈິດ ມິດຕະພາບພິເສດ ຫວຽດນາມ - ລາວ 2023”, ໃນນັ້ນມີຫຼາຍຄະນະ, ຂະແໜງການຂອງ ຫວຽດນາມ ໄດ້ເຂົ້າຮ່ວມ, VOV ຈະເຂົ້າຮ່ວມບໍ່?

        ຂໍຂອບໃຈ ທ່ານ ໂພສີ ທີ່ໄດ້ແຈ້ງຂໍ້ມູນຂ່າວໃຫ້ຊາບ, ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າກໍ່ຢາກສະເໜີບາງຂໍ້ມູນກ່ຽວກັບ “ວັນບຸນໄມຕີຈິດ ມິດຕະພາບພິເສດ ຫວຽດນາມ - ລາວ 2023” ໃຫ້ບັນດາທ່ານຜູ້ຟັງມີຄວາມສົນໃຈ. ປີ 2023, ກະຊວງກະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນ - ເຫ້ວ ຈັດລາຍການ “ວັນບຸນໄມຕີຈິດ ມິດຕະພາບພິເສດ ຫວຽດນາມ - ລາວ 2023”, ໃນລະຫວ່າງວັນທີ 11 – 15 ພະຈິກ 2023, ຢູ່ນະຄອນ ເຫ້ວ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 61 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (1962 -2023) ແລະ 46 ປີແຫ່ງວັນສອງປະເທດລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື (1977 – 2023). ດ້ວຍຄວາມຫວັງ, ຢາກໂຄສະນາກ່ຽວກັບພາບພົດຂອງ ຫວຽດນາມ ປ່ຽນແປງໃໝ່ ແລະ ພັດທະນາ, ຜ່ານນັ້ນ, ກໍ່ປັບປຸງການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ເຂົ້າຮ່ວມເຫດການ, ມີການນຳບັນດາກະຊວງ, ຂະແໜງການກ່ຽວຂ້ອງ. ໜ້າເປັນກຽດຫຼາຍ, ລາຍການພາສາລາວ, ພະແນກກະຈາຍສຽງບັນດາພາສາຕ່າງປະເທດ, VOV ກໍ່ມີຮ້ານວາງສະແດງ ແນະນຳກ່ຽວກັບບັນດາຜະລິດຕະພັນກະຈາຍສຽງ, ການເຄື່ອນໄຫວຕ່າງໆຂອງລາຍການໃນຕະຫຼອດເກືອບ 70 ປີຜ່ານມາ. ຫວັງວ່າ, ທ່ານຜູ້ຟັງຈະສະຫຼະເວລາເພື່ອເຂົ້າຮ່ວມເຫດການທີ່ມີຄວາມໝາຍນີ້ ແລະ ຈະມີຄວາມເຂົ້າໃຈກ່ຽວກັບລາຍການພາກພາສາລາວ ຫຼາຍກ່ວາອີກ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາ ໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ