ແນະ​ນຳ​ກ່ຽວ​ກັບ​​ການ​ຈູດ​ບັ້ງ​ໄຟ​ດອກ​ເພື່ອ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ 2024 ຢູ່ ຫວຽດ​ນາມ

(VOVWORLD) - ໃນອາທິດຜ່ານມາມີຈົດໝາຍ 444 ສະບັບໄດ້ສົ່ງມາ VOV5, ສະເພາະລາຍການພາກພາສາລາວ ມີ 22 ສະບັບ.
  

ຈົດໝາຍສະບັບທຳອິດທີ່ພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາ ແມ່ນຂອງເພື່ອນ ສີສະໜຸກ ຢູ່ແຂວງ ບໍລິຄຳໄຊ. ເພື່ອນ ສີສະໜຸກ ແບ່ງປັນວ່າ: “ຜ່ານບັນດາບົດຂຽນຂອງ VOV5, ຂ້າພະເຈົ້າຮູ້ສຶກປຶ້ມໃຈຫຼາຍຕໍ່ບັນດາຮູບແບບ startup ຂອງໄວໜຸ່ມ ຫວຽດນາມ. ມີຫຼາຍຮູບແບບສາມາດເອົາມາຜັນຂະຫຍາຍຢູ່ລາວໄດ້”. 

ຈາກ Saitama, ປະເທດ ຍີ່ປຸ່ນ, ເພື່ອນ Matsumoto Takuya ໄດ້ສົ່ງຈົດໝາຍເຖິງ VOV5 ດ້ວຍເນື້ອໃນ: “ຫວ່າງມໍ່ໆມານີ້, ຫວຽດນາມ ບັນລຸໄດ້ຜົນງານດ້ານເສດຖະກິດທີ່ໜ້າຈັບໃຈຫຼາຍຢ່າງ, ພິເສດແມ່ນສຳລັບຂະແໜງການທ່ອງທ່ຽວ. ຫວຽດນາມ ສືບຕໍ່ໄດ້ຮັບການເລືອກເຟັ້ນໃຫ້ເປັນສະຖານທີ່ມໍລະດົກທີ່ດີທີ່ສຸດໃນ ອາຊີ, ຈຸດນັດພົບດ້ານວັດທະນະທຳແຫ່ງໃໝ່ຂອງ ອາຊີ… ນີ້ລ້ວນແຕ່ເປັນບັນດາຂ່າວດີ. ໃນປີໜ້າ, ແນ່ນອນວ່າ ຂ້າພະເຈົ້າຈະໄປທ່ຽວ ຫວຽດນາມ ເພື່ອຄົ້ນຫາວັດທະນະທຳທີ່ເປັນເອກະລັກຂອງປະເທດນີ້”.

ນອກຈາກນັ້ນແລ້ວ, ໃນອາທິດຜ່ານມາ, ມີຜູ້ຟັງຫຼາຍທ່ານໄດ້ສົ່ງຈົດໝາຍມາຍັງ VOV5 ເພື່ອອວຍພອນວັນບຸນ ຄຼິດສະມາດ ແລະ ປີໃໝ່ສາກົນ 2024. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ທຸກຄຳອວຍພອນອັນປະເສີດຈາກທ່ານຜູ້ຟັງທຸກໆທ່ານ. ພວກຂ້າພະເຈົ້າກໍຂໍຝາກຄວາມອວຍພອນໄຊອັນປະເສີດທີ່ສຸດໄປຍັງທ່ານຜູ້ຟັງທັງຫຼາຍ. ປີໃໝ່ 2024, ຂໍອວຍພອນໃຫ້ຜູ້ຟັງທຸກໆທ່ານ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຍາດໄດ້ໄຊຊະນະໃໝ່, ຜົນສຳເລັດໃໝ່ໃນທຸກຂົງເຂດ.

ສືບຕໍ່ລາຍການ, ຕໍ່ໄປ, ພວກຂ້າພະເຈົ້າຂໍຕອບຄຳຖາມບາງຂໍ້ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ໃນອາທິດຜ່ານມາ.

ຄຳຖາມທຳອິດ ແມ່ນຂອງເພື່ອນ ຈຳປາ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນຖາມມາວ່າ: ໂອກາດພັກບຸນປີໃໝ່ສາກົນ 2024 ຢູ່ ຫວຽດນາມ ແກ່ຍາວຈັກມື້? ໃນ Countdown, ມີແຂວງໃດແດ່ ຈະຈູດບັ້ງໄຟດອກ?

ຕາມການກຳນົດຂອງ ຫວຽດນາມ, ຜູ້ອອກແຮງງານຈະໄດ້ພັກບຸນປີໃໝ່ສາກົນ 2024 ໃນເວລາ 1 ມື້, ຄືມື້ວັນທີ 01 ມັງກອນ 2024 ເຊິ່ງປີນີ້ ແມ່ນກົງກັບມື້ວັນຈັນ. ແຕ່ວ່າ, ວັນທີ 30 ແລະ 31 ເດືອນທັນວາ 2023 ພັດກົງກັບວັນເສົາ ແລະ ວັນອາທິດ. ສະນັ້ນ, ສຳລັບການພັກບຸນປີໃໝ່ສາກົນ 2024 ນີ້, ແຮງງານ ຫວຽດນາມ ຈະໄດ້ພັກ 03 ວັນລຽນຕິດ, ແຕ່ວັນທີ 30 ທັນວາ 2023 ຈົດຮອດໝົດວັນທີ 01 ມັງກອນ 2024.

ແນະ​ນຳ​ກ່ຽວ​ກັບ​​ການ​ຈູດ​ບັ້ງ​ໄຟ​ດອກ​ເພື່ອ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ 2024 ຢູ່ ຫວຽດ​ນາມ - ảnh 1(ພາບປະກອບ: TTXVN)

ສ່ວນສຳລັບການຈູດບັ້ງໄຟດອກເພື່ອຕ້ອນຮັບບຸນປີໃໝ່ 2024 ໃນຄ່ຳຄືນ Countdown: ຢູ່ 2 ນະຄອນ ໃຫຍ່ຄື ຮ່າໂນ້ຍ, ໂຮ່ຈີມິນ ຈະຈູດບັ້ງໄຟດອກຢູ່ຫຼາຍສະຖານທີ່.  ຢູ່ຮ່າໂນ້ຍ ມີເຖິງ 6 ສະຖານທີ່ ແລະ ນະຄອນ ໂຮ່ຈີມິນ ມີ 2 ສະຖານທີ່. ສະເພາະຢູ່ບັນດາແຂວງຄື ຊາປາ, ຫາຍຟ່ອງ, ເງະອານ, ກວ໋າງບິງ ຈະຈັດການຈູດບັ້ງໄຟຢູ່ສະຖານທີ່ດຽວໃນເວລາບໍ່ເກີນ 15 ນາທີ ເທົ່ານັ້ນ. 

ຄຳຖາມຕໍ່ໄປ ໂດຍເພື່ອນ ຄຳຕັນ ຢູ່ແຂວງ ຜົ້ງສາລີ ຝາກມາ ແມ່ນກ່ຽວຂ້ອງເຖິງໝາກ ແມັກຄາເດເມຍ. “ຜ່ານການແນະນຳໃນຄໍລຳ ໂອ້ລົມກັບເພື່ອນລາວ, ຂ້າພະເຈົ້າຈຶ່ງຮູ້ວ່າ ແຂວງ ດ້ຽນບຽນ ມີເນື້ອທີ່ປູກຕົ້ນແມັກຄາເດເມຍຫຼາຍປານນັ້ນ. ແຂວງ ຜົ້ງສລີ ແມ່ນແຂວງມີຊາຍແດນຕິດກັບແຂວງ ດ້ຽນບຽນ ແລະ ເງື່ອນໄຂດິນຟ້າອາກາດກໍຄ້າຍຄືກັນ. ຂ້າພະເຈົ້າຄິດວ່າ ມັນກໍເໝາະກັບການປູກຕົ້ນແມັກຄາເດເມຍເຊັ່ນດຽວກັນ. ຂ້າພະເຈົ້າຢາກທາບທາມກ່ຽວກັບຕະຫຼາດການບໍລິໂພກຂອງໝາກແມັກຄາເດເມຍ ເພື່ອປູກຕົ້ນໄມ້ຊະນິດນີ້ຢູ່ ຜົ້ງສາລີ. ປັດຈຸບັນ, ຫວຽດນາມ ໄດ້ສົ່ງອອກໝາກແມັກຄາເດເມຍ ໄປຍັງຕະຫຼາດໃດແດ່?”

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໝາກແມັກຄາເດເມຍຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງ 21 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ມີ ໄທ, ເຢຍລະມັນ, ມາເລເຊຍ, ຮົ່ງກົງ (ຈີນ), ໂຮນລັງ, ອາເມລິກາ… ໄລ່ຮອດທ້າຍປີ 2022, ໝາກແມັກຄາເດເມຍ ຂອງ ຫວຽດນາມ ກໍເລີ່ມສົ່ງອອກໄປຍັງ ຍີ່ປຸ່ນ ດ້ວຍລາຄາປະມານ 700.000 ດົ່ງ ຕໍ່ກິໂລກຣາມ.

ສະມາຄົມ ແມັກຄາເດເມຍ ຫວຽດນາມ ໃຫ້ຮູ້ວ່າ ຍີ່ປຸ່ນ ແມ່ນໜຶ່ງໃນບັນດາຕະຫຼາດທີ່ຊົມໃຊ້ໝາກແມັກຄາເດເມຍຫຼາຍກວ່າໝູ່ໃນໂລກ ແລະ ຄວາມຕ້ອງການໝາກແມັກຄາເດເມຍ ໃນໂລກປັດຈຸບັນ ແມ່ນສູງກວ່າທົບ 4 ເທົ່າ ຍອດຜົນລະປູກ. ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດ ປູກ ແລະ ສົ່ງອອກໝາກແມັກຄາເດເມຍ.

ພວກຂ້າພະເຈົ້າຫວັງວ່າ ຂໍ້ມູນກ່າວມາຈະເປັນປະໂຫຍດ ຊ່ວຍໃຫ້ທ່ານເຂົ້າໃຈແຈ້ງກວ່າກ່ຽວກັບຄວາມສາມາດບົ່ມຊ້ອນໃນການພັດທະນາການປູກຕົ້ນແມັກຄາເດເມຍ ຢູ່ ທ້ອງຖິ່ນຕົນ.

   ກ່ອນທີ່ສິ້ນສຸດລາຍການ, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ຄຳສອນ ຢູ່ແຂວງ ຫົວພັນ. ເພື່ອນ ຄຳສອນ ຢາກຮູ້ວ່າ, ປັດຈຸບັນ ຫວຽດນາມ ມີຈັກນະຄອນຂຶ້ນກັບສູນກາງ.

ຫວຽດນາມ ມີທັງໝົດ 63 ແຂວງ, ນະຄອນ, ໃນນັ້ນ ມີ 5 ນະຄອນຂຶ້ນກັບສູນກາງ, ລວມມີ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຫາຍຟ່ອງ, ດ່າໜັງ ແລະ ເກີ່ນເທີ. ຕາມຂໍ້ຕົກລົງເລກທີ 241 ຂອງນາຍົກລັດຖະມົນຕີ ຫວຽດນາມ ແລ້ວ, ຄາດວ່າ ບັກນິງ, ເທື່ອທຽນເຫວ້ ແລະ ແຄັງຮວ່າ ຈະແມ່ນ 3 ນະຄອນຂຶ້ນກັບສູນກາງ ໃນໄລຍະ 2021 – 2030.

ລາຍການໂອ້ລົມກັບເພື່ອນລາວ ພາກນີ້ ກໍສິ້ນສຸດລົງພຽງເທົ່ານີ້. ທ່ານຜູ້ຟັງສາມາດຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

 

ຕອບກັບ

ຂ່າວ/ບົດ​ອື່ນ