ແນະນຳ​​ກ່ຽວ​ກັບບຸ​ລຸດ​ຫາຍ​ເທື້ອງຫຼານ​ອົງ​ເລ​ຫືວ​ຈາກ - 1 ໃນບຸລຸດ 7 ທ່ານຂອງ ຫວຽດນາມ ທີ່ໄດ້ຮັບການເຊີດຊູຈາກອົງການ UNESCO

(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ 385 ສະບັບ, ສະເພາະລາຍການພາກພາສາລາວ ມີ 23 ສະບັບ.

 ຈົດໝາຍສະບັບທຳອິດທີ່ພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາ ແມ່ນຂອງເພື່ອນ Kasem Thangthong, ຢູ່ ໄທ. ເພື່ອນໄດ້ແບ່ງບັນວ່າ:ຫວຽດນາມ ແມ່ນປະເທດທີ່ດຳລົງຊີວິດງ່າຍ, ອາຫານການກິນກໍເໝາະກັບລົດຊາດຂອງຫຼາຍຄົນ. ຫວຽດນາມ ມີຫຼາຍສະຖານທີ່ທ່ອງທ່ຽວທີ່ຈັບໃຈ. ອັດຕາໄພເງິນເຟີ້ ແລະ ການເຕີບໂຕ GDP ຂອງ ຫວຽດນາມ ສະແດງໃຫ້ເຫັນລະດັບການເຕີບໂຕເສດຖະກິດຂອງ ຫວຽດນາມ ຢ່າງຈະແຈ້ງ.

ຈົດໝາຍສະບັບຕໍ່ໄປແມ່ນຂອງເພື່ອນ ເຮີວາງ ຢູ່ ຫຼວງພະບາງ. ເພື່ອນ ເຮີວາງ ພ້ອມກັບໝູ່ 2 ຄົນ ໄດ້ ແລະ ກຳລັງປະຕິບັດລາຍການຖີບລົບຖີບ ດ້ວຍຄວາມຝັນ ຖືເອົາທຸງຊາດລາວ ໄປທົ່ວໂລກ. ເພື່ອນແບ່ງປັນວ່າ, ພາຍຫຼັງໄດ້ຂີ່ໄປຜ່ານແຂວງ ດ້ຽນບຽນ, ລາຍເຈົາ, ເຊີນລາ ແລະ ຜ່ານຮູບພາບກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມໃນສື່ສັງຄົມອອນໄລຕ່າງໆ, ພວກເພື່ອນໄດ້ຕັດສິນໃຈເລືອກເອົາ ຫວຽດນາມ ເປັນປະເທດທຳອິດໃນລາຍການເດີນທາງນີ້. ເພື່ອນ ເຮີວາງ ແບ່ງປັນວ່າ:

ແນະນຳ​​ກ່ຽວ​ກັບບຸ​ລຸດ​ຫາຍ​ເທື້ອງຫຼານ​ອົງ​ເລ​ຫືວ​ຈາກ - 1 ໃນບຸລຸດ 7 ທ່ານຂອງ ຫວຽດນາມ ທີ່ໄດ້ຮັບການເຊີດຊູຈາກອົງການ UNESCO - ảnh 1ເຮີວາງ (ຜູ້ຢູ່ໃຈກາງ) ກັບໝູ່ສອງຄົນ ພວມທ່ຽວຊົມຄົ້ນຫາ ແຂວງ ເຊີນລາ ຫວຽດນາມ
 ເພື່ອນ ເຮີວາງ ໄດ້ສົ່ງຮູບພາບກ່ຽວກັບລາຍການເດີນທາງໄປບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ ເປັນຈຳນວນຫຼາຍ. ພ້ອມທັງແບ່ງປັນວ່າ ພວກເພື່ອນຈະສືບຕໍ່ລາຍການຖີບລົດຖີບໄປທ່ຽວຊົມ, ຄົ້ນຫາ ຮ່າໂນ້ຍ, ນິງບິ່ງ, ບັນດາແຂວງພາກກາງ ແລະ ພາກໃຕ້ ຫວຽດນາມ ອີກດ້ວຍ.

ສືບຕໍ່ລາຍການ, ພວກຂ້າພະເຈົ້າຂໍຕອບຄຳຖາມບາງຂໍ້ ເຊິ່ງທ່ານຜູ້ຟັງໄດ້ຝາກມາຍັງລາຍການພາກພາສາລາວ ໃນອາທິດຜ່ານມາ.

ເພື່ອນ ຈຳປາ ຢູ່ນະຄອນຫຼວງ ວຽງຈັນ ໄດ້ຂຽນມາວ່າ: ປັດຈຸບັນ, ລາວຍັງບໍ່ທັນມີຖ້ຽວບິນໄປຍັງ ສິງກະໂປ, ສະນັ້ນ ຕ້ອງໄປຜ່ານທາງ ຫວຽດນາມ ຫຼື ໄທ. ຜ່ານການອ່ານຂ່າວໃນເວັບໄຊ vovworld.vn, ຂ້າພະເຈົ້າໄດ້ຮູ້ມາວ່າ: Vietnam Airlines ແລະ Sentosa Development Corporation (SDC) ຂອງ ສິງກະໂປ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ແລະ ຕົກລົງຮ່ວມມືກັນສ້າງໂປຼໂມຊັນພິເສດໃຫ້ລູກຄ້າຂອງ Vietnam Airlines ເມື່ອເດີນທາງໄປຍັງ ສິງກະໂປ. ຂ້າພະເຈົ້າຢາກເຂົ້າໃຈແຈ້ງຕື່ມກ່ຽວກັບໂປຼໂມຊັນນີ້”.

ກ່ອນອື່ນ, ຂໍຂອບໃຈເພື່ອ ຈຳປາ ທີ່ໄດ້ຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn ແລະ ໄດ້ສົ່ງຈົດໝາຍເຖິງລາຍການ. ສຳລັບຄຳຖາມຂອງເພື່ອນ, ພວກຂ້າພະເຈົ້າຂໍຕອບຄືດັ່ງນີ້:

ຕາມລາຍການຮ່ວມມືລະຫວ່າງ Vietnam Airlines ແລະ Sentosa Development Corporation (SDC) ຂອງ ສິງກະໂປ ໃນໄລຍະ 2024 – 2025 ແລ້ວ, Vietnam Airlines ແລະ SDC ຈະພ້ອມກັນສ້າງບັນດາຜະລິດຕະພັນທ່ອງທ່ຽວ, ໂປຼໂມຊັນຕ່າງໆ ເພື່ອໂຄສະນາເກາະ Sentosa ແລະ ດຶງດູດຜູ້ໂດຍສານ Vietnam Airlines ໄປທ່ຽວເກາະ Sentosa ຂອງ ສິງກະໂປ. ປັດຈຸບັນ, ມີ ໂປຼໂມຊັນດັ່ງນີ້: ຜູ້ໂດຍສານຂອງ Vietnam Airlines ຈະບໍ່ເສຍຄ່າປີ້ເຂົ້າເກາະ Sentosa ແລະ ສາມາດເລືອກໄປທ່ຽວຟຼີ ໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວມີຊື່ສຽງຄື: ການສະແດງລະບຳນ້ຳ Wings of Time ຫຼື ຂີ່ກະເຊົ້າ ສິງກະໂປ. ແຂກທ່ອງທ່ຽວ ພຽງແຕ່ແຈ້ງປີ້ຍົນຂອງ Vietnam Airlines (ແຕ່ ຫວຽດນາມ ມາ ສິງກະໂປ) ຢູ່ບ່ອນຊື້ປີ້ຂອງ Sentosa  ກໍສາມາດໄດ້ຮັບສ່ວນຫຼຸດ 20 % ເມື່ອຊື້ປີ້ Sentosa Fun Discover Pass. ໂປຼໂມຊັນ ດັ່ງກ່າວ ໃຊ້ໄດ້ເຖິງວັນທີ 31 ມີນາ 2024.

ຄຳຖາມຕໍ່ໄປ ແມ່ນຂອງເພື່ອນ ທິບພະວົ ຢູ່ນະຄອນຫຼວງ ວຽງຈັນ ເຊັ່ນດຽວກັນ. ເພື່ອນຢາກຊອຮູ້ກ່ຽວກັບ ບຸລຸດ ຫາຍເທື້ອງຫຼານອົງ ເລຫືວຈາກ - ເຊິ່ງເປັນ 1 ໃນບຸລຸດ 7 ທ່ານຂອງ ຫວຽດນາມ ທີ່ໄດ້ຮັບການເຊີດຊູຈາກອົງການ UNESCO.

ແນະນຳ​​ກ່ຽວ​ກັບບຸ​ລຸດ​ຫາຍ​ເທື້ອງຫຼານ​ອົງ​ເລ​ຫືວ​ຈາກ - 1 ໃນບຸລຸດ 7 ທ່ານຂອງ ຫວຽດນາມ ທີ່ໄດ້ຮັບການເຊີດຊູຈາກອົງການ UNESCO - ảnh 2ຮູບປັ້ນ ບຸລຸດຫາຍເທື້ອງຫຼານອົງເລຫືວຈາກ ຕັ້ງຢູ່ ຮ່າຕິງ - ບ້ານເກີດຂອງເພິ່ນ (ພາບ: ມິງຫຼີ - laodong.vn) 

ບຸລຸດໝໍທີ່ມີຊື່ສຽງ ຫາຍເທື້ອງຫຼານອົງ ມີຊື່ແທ້ແມ່ນ ເລຫືວຈາກ (1724 – 1791). ທ່ານ ເປັນຄົນທີ່ມີຄວາມເກັ່ງກ້າສາມາດ ແລະ ເຄີຍເຄື່ອນໄຫວໃນກອງທັບ ໃນສະໄໝເຈົ້າຊີວິດ ຈິ້ງ. ແຕ່ທ່ານເລີ່ມຮູ້ຈັກເຖິງຢາພື້ນເມືອງ ແລະ ຕິດພັນກັບອາຊີບນີ້ ພາຍຫຼັງທີ່ທ່ານເຈັບໜັກ ແລ້ວໝໍຢາພື້ນເມືອງ ເຈິ່ນໂດກ ໄດ້ປິ່ນປົວໃຫ້ຫາຍດີ. ທ່ານເຫັນວ່າ ຕົນເອງມີຄວາມເມົາມົວກັບການອ່ານປຶ້ມແພດສາດ ແລະ ອາຊີບເປັນແພດໝໍບໍ່ພຽງແຕ່ເປັນປະໂຫຍດສຳລັບຕົນເອງເທົ່ານັ້ນ ຫາກຍັງສາມາດຊ່ວຍເຫຼືອຄົນອື່ນອີກດ້ວຍ, ສະນັ້ນ, ທ່ານໄດ້ຕັດສິນໃຈຮຽນກ່ຽວກັບແພດໝໍ. ທ່ານ ເລຫືວຈາກ ບໍ່ພຽງແຕ່ເອົາໃສ່ໃຈຊ່ວຍເອົາຊີວິດມະນຸດເທົ່ານັ້ນ ຫາກຍັງເປັນຫ່ວງເປັນໃຍກັບການຂຽນປຶ້ມຕຳລາເພື່ອເຜີຍແຜ່ພື້ນຖານແພດສາດ ຫວຽດນາມ ອີກດ້ວຍ, ເປັນຕົ້ນແມ່ນ ປຶ້ມນິພົນກ່ຽວກັບແພດສາດ ຂອງ ຫາຍເທື້ອງຫຼານອົງ ລວມມີ 28 ພາກ, 66 ເຫຼັ້ມ - ເຊິ່ງໄດ້ຮັບຖືວ່າ ເປັນສິ່ງຍອດຢ້ຽມຂອງພື້ນຖານແພດສາດມວນມະນຸດ ແລະ ຢາພື້ນເມືອງ ຫວຽດນາມ. ທ່ານເອງ ກໍ່ໄດ້ທຸ້ມເຫື່ອເທແຮງກໍ່ສ້າງໝໍຢາພື້ນເມືອງ ຫວຽດນາມ ລຸ້ນຕ່າງໆ ເປັນຜູ້ມີທັງຄຸນສົມບັດ ແລະ ມີຄວາມເກັ່ງກ້າສາມາດຢ່າງພຽງພໍເພື່ອຮັກສາສຸຂະພາບໃຫ້ປະຊາຊົນ. ບໍ່ພຽງແຕ່ເປັນໝໍພື້ນເມືອງຜູ້ທີ່ມີຊື່ສຽງເທົ່ານັ້ນ, ຫາຍເທື້ອງຫຼານອົງ ເລຫືວຈາກ ຍັງເປັນນັກປະພັນ, ນັກກະວີ, ນັກແນວຄິດທີ່ຍິ່ງໃຫຍ່ຂອງຍຸກສະໄໝອີກດ້ວຍ.

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວພາກນີ້. ທ່ານຜູ້ຟັງສາມາດຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ