ແນະ​ນຳ​ກ່ຽວ​ກັບ​ປຶ້ມ​​ທີ່​ມີ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ

(VOVWORLD) -ໃນ 2 ອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ, ອີເມວ 805 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການພາສາລາວ ໄດ້ຮັບຈົດໝາຍ 38 ສະບັບ. 

ຈາກນະຄອນຫຼວງວຽງຈັນ, ເພື່ອນ ຈັນທິມາ ໄດ້ສົ່ງຂໍ້ຄວາມຜ່ານທາງ ອີເມວເຖິງລາຍການດ້ວຍເນື້ອໃນ: ຂ້າພະເຈົ້າມັກພາບສະລະຄະດີແນະນຳກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ເຊິ່ງທາງລາຍການໄດ້ເອົາລົງໃນເວບ vovworld.vn. ຂ້າພະເຈົ້າກໍຄາດວ່າຈະມາຢ້ຽມຢາມ ຫວຽດນາມ ໃນອາທິດຈະມາເຖິງ. ຫວູງເຕົາ, ກຸຍເຍິນ, ຝູກວັກຫຼືບັນດາຖານທີທ່ອງທ່ຽວອື່ນ ເຊິ່ງທາງລາຍການໄດ້ແນະນຳມານັ້ນ ລ້ວນແຕ່ແມ່ບັນດາສະຖານທີ່ເຊິ່ງຂ້າພະເຈົ້າຢາກໄປຢ້ຽມຢາມ ແລະ ຄົ້ນຫາ. ແຕ່ໃນຄັ້ງນີ້, ຂ້າພະເຈົ້າຈະເລືອກໄປ ຝູກວັກ ສາກ່ອນ.

ຂອບໃຈເພື່ອນທີ່ໄດ້ສົນໃຈຕິດຕາມ ເວັບໄຊຂອງທາງລາຍການ ແລະ ຈະມາຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ. ຂໍອວຍພອນໃຫ້ເພື່ອນຈົ່ງມີການເຄື່ອນໄຫວທີ່ຈັບອົກຈັບໃຈຢູ່ ຝູກວັກ.

ແນະ​ນຳ​ກ່ຽວ​ກັບ​ປຶ້ມ​​ທີ່​ມີ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 1

ຕໍ່ໄປແມ່ນຈົດໝາຍຂອງເພື່ອ ຈັນເພັງ, ຢູ່ແຂວງບໍລິຄຳໄຊ. ເພື່ອນ ຈັນເພັງ ໄດ້ຂຽນມາວ່າ: ຂ້າພະເຈົ້າເຄີຍໄດ້ມາຝຶກອົບຮົມຢູ່ ຮ່າໂນ້ຍ ເປັນເວລາ 1 ເດືອນ ແລະ ໄດ້ໄປທັດສະນະສຶກສາຕົວຈິງຢູ່ຫຼາຍແຂວງຄື ເງະອານ, ຮ່ານາມ ແລະ ກວ໋າງນິງ. ນອກຈາກບັນດາຮູບແບບຊາວໜຸ່ມສ້າງເສດຖະກິດໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈແລ້ວ, ຂ້າພະເຈົ້າຍັງຈັບໃຈກັບສະຖານທີ່ທ່ອງທ່ຽວແຫ່ງຕ່າງໆຂອງ ຫວຽດນາມ ອີກດ້ວຍ, ພິເສດແມ່ນ ຮະລອງເບ. ທິວທັດທຳມະຊາດງາມຫຼາຍ, ເປັນໜ້າໄປທ່ຽວທີ່ສຸດ. ເມື່ອຮັບຊົມຮູບພາບສາລະຄະດີບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ ຍິ່ງເຮັໃຫ້ຂ້າພະເຈົ້າຄິດຮອດ ຮ່າໂນ້ຍ ແລະ ຢາກຢູ່ ຫວຽດນາມ ຕໍ່, ຢາກຄົ້ນຫາກ່ຽວກັບປະເທດ ຫວຽດນາມ ຫຼາຍຂຶ້ນ”.

1 ເດືອນແມ່ນໄລຍະເວລາບໍ່ຍາວ ແຕ່ກໍພໍໃຫ້ເພື່ອນຮັບຮູ້ໄດ້ເຖິງປະເທດຊາດ, ຊາວ ຫວຽດນາມ ແລ້ວແມ່ນບໍ! ຫວັງວ່າ, ເພື່ອນຈະແບ່ງບັນກ່ຽວກັບຄວາມຊົງຈຳເວລາມາຝຶກອົບຮົມຢູ່ ຫວຽດນາມ ສູ່ຟັງຕື່ມແດ່. ພວກຂ້າພະເຈົ້າຍາມໃດກໍມີຍິນດີຕ້ອນຮັບເພື່ອນມາຄົ້ນຫາ ຫວຽດນາມ.

ເນື່ອງໃນໂອກາດນີ້, ກໍຂໍແບ່ງບັນກັບເພື່ອນ ຈັນເພັງ ພ້ອມດ້ວຍທ່ານຜູ້ຟັງໄດ້ຮັບຊາບນຳກັນວ່າ: ທັງສອງປະເທດ ຫວຽດນາມ ແລະ ລາວຂອງ ພວກເຮົາ ລ້ວນແຕ່ນອນໃນກຸ່ມ 10 ປະເທດ ທີ່ມີສະຖານທີ່ທ່ອງທ່ຽວທີ່ມີລາຍຈ່າຍຕ່ຳ ແລະ ໜ້າໄປຄົ້ນຫາທີ່ສຸດໃນໂລກ ໂດຍເວັບໄຊທ່ອງທ່ຽວ “thetravel.com” ຄັດເລືອກ. ໃນນັ້ນ, ຫວຽດນາມ ຢືນອັນດັບທີ 9 ດ້ວຍຄຳຢັ້ງຢືນທີ່ວ່າ ຈຸດນັດພົບທີ່ສຸດຍອດ ແລະ ເສຍເງິນໜ້ອຍຢູ່ ອາຊີຕາເວັນອອກສ່ຽງໃຕ້  ແມ່ນ “ຫວຽດນາມ ມະຫັດສະຈັນ”. ຖັດຈາກ ຫວຽດນາມ ກໍແມ່ນ ລາວ ດ້ວຍຈຸດເນັ້ນໜັກວ່າ ແມ່ນທາງເລືອກທີ່ດູດດື່ມສຳລັບຜູ້ທີ່ມັກການທ່ອງທ່ຽວ…..

ພວກຂ້າພະເຈົ້າຫວັງວ່າ ບັນດາທ່ານຈະແນະນຳໂຄສະນາກ່ຽວກັບສະຖານທີ່ທ່ອງທ່ຽວດູດດື່ມຂອງ ລາວ ສູ່ລາຍການຂອງພວກເຮົາແດ່ ແລະ ແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ເຊິ່ງບັນດາທ່ານຮູ້ ແລະ ໄດ້ຄົ້ນຫາມາແລ້ວ ເພື່ອພ້ອມກັນເປັນຂົວຕໍ່ ຊ່ວຍໃຫ້ການທ່ອງທ່ຽວຂອງສອງປະເທດ ຫວຽດນາມ - ລາວ ນັບມື້ນັບພັດທະນາກວ່າອີກ.

ຕໍ່ໄປ, ເຊີນບັນດາທ່ານຮັບຟັງເນື້ອໃນຈົດໝາຍຂອງເພື່ອນ ພັນສອນ, ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນພັນສອນ ໄດ້ແບ່ງປັນວ່າ: ຂອບໃຈ VOV ທີ່ໄດ້ອັບເດດຂໍ້ມູນຂ່າວທີ່ເປັນປະໂຫຍດກ່ຽວກັບມູນເຊື້ອໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ໂດຍຜ່ານກິດຈະກຳ, ການເຄື່ອນໄຫວ, ບົດຄວາມຕ່າງໆທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ເນື່ອງໃນໂອກາດນີ້, ຂ້າພະເຈົ້າກໍຢາກຊອກຮູ້ສາຍພົວພັນແບພິເສດຂອງສອງປະເທດພວກເຮົາໃຫ້ລະອຽດກວ່າ, ຫວັງວ່າບັນນາທິການຂອງລາຍການຈະແນະນໍກ່ຽວກັບປຶ້ມທີ່ມີເນື້ອໃນກ່ຽວກັບສາຍພົວພັນ ຫວຽດນາມ - ລາວ ແລະ ປະທານ ໂຮ່ຈີມິນ”.

ຖ້າໃຫ້ເລົ່າຊື່ປຶ້ມທີ່ມີເນື້ອໃນກ່ຽວຂ້ອງເຖິງສາຍພົວພັນລະຫວ່າງ ຫວຽດນາມ - ລາວ, ພິເສດ ແມ່ນ ປະທານ ໂຮ່ຈີມິນ ແມ່ນນັບບໍ່ຖ້ວນ. ແຕ່ວ່າ, ໃນລາຍການນີ້, ພວກຂ້າພະເຈົ້າຂໍແນະນຳປຶ້ມບາງຫົວທີ່ມີທັງສະບັບເປັນພາສາ ຫວຽດ ແລະ ພາສາ ລາວ ເຊິ່ງເພື່ອນສາມາດຊອກອ່ານຼີໃນເວັບໄຊຂອງສຳນັກງານພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ (stbook.vn). ປຶ້ມຫົວທຳອິດທີ່ຕ້ອງເວົ້າເຖິງນັ້ນແມ່ນ ສາຍພົວພັນລະຫວ່າງ ຫວຽດນາມ - ລາວ (1930 – 2017); ຊາຍແດນມິດຕະພາບແບບພິເສດ ຫວຽດນາມ  - ລາວ; ແນວຄິດປະທານໂຮ່ຈີມິນ, ແບບແຜນການນຳພາ, ຄຸ້ມຄອງຂອງປະທານໂຮ່ຈີມິນ - ຄຸນຄ່າທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ… ນອກຈາກນັ້ນແລ້ວ, ຢູ່ໃນເວັບໄຊນີ້ ຍັງມີປຶ້ມພາສາລາວຫຼາຍຫົວເວົ້າກ່ຽວກັບເສດຖະກິດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ອາຊຽນ ເຊິ່ງທ່ານສາມາດຊອກອ່ານໄດ້. 

ກ່ອນທີ່ຈະສິ້ນສຸດລາຍການ, ພວກຂ້າພະເຈົ້າຂໍຕອບຄວາມສົນໃຈຂອງເພື່ອນ ທິບດາພອນ ຢູ່ ຫົວພັນ ເຊິ່ງໄດ້ສົ່ງມາລາຍການໃນອາທິດຜ່ານມາ. ເພື່ອຢາກຮູ້ວ່າ ຢູ່ ຫວຽດນາມ, ເຂົ້າເໝົ້າໄດ້ແຕ່ງເປັນເຍື່ອງອາຫານໃດແດ່.

ກ່ອນອື່ນໝົດ, ພວກຂ້າພະເຈົ້າຂໍຂອບໃຈເພື່ອນ ທິບດາພອນ ທີ່ໄດ້ສົ່ງຄຳຖາມາຫາລາຍການ. ເພື່ອນທິບດາພອນ ທີ່ຮັກແພງ! ເຂົ້າເໝົ້າແມ່ນອາຫານເຍື່ອງໜຶ່ງ ທີ່ບໍ່ພຽງແຕ່ເປັນທີ່ຮູ້ຈັກກັນດີສຳລັບຊາວ ຮ່າໂນ້ຍ ເທົ່ານັ້ນ, ເຊິ່ງຍັງແມ່ນຂອງຕ້ອນຂອງຝາກຈາກ ຊາວນະຄອນຮ່າໂນ້ຍ ໃຫ້ພີ່ນ້ອງ, ໝູ່ເພື່ອນທີ່ມາຈາກທາງໄກ. ເຂົ້າເໝົ້າມັກຈະໄດ້ຫໍ່ດ້ວຍໃບບົວ ເພື່ອກິນຫອມຂອງໃບບົວ ແລະ ເຂົ້າເໝົ້ກົມກຽເຂົ້າກັນ, ສາມາດກິນດ້ວຍຫຼາຍແບບຄື ເຂົ້າເໝົ້າກິນກັບກ້ວຍສຸກຫອມ ຫຼື ປຸງແຕ່ງເປັນອາຫານຫຼາຍເຍື່ອງທີ່ແຊບ, ແປກໃໝ່ຄື ເຂົ້າໜຽວເຂົ້າເໝົ້າ, ຢໍ່, ວຸ້ນ, ນ້ຳຫວານ, ເຂົ້າໜົມເຂົ້າເໝົ້າ

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດໜຶ່ງກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າພາກພາສາລາວວິທະຍຸກະຈາຍສຽງຫວຽດນາມເຮືອນເລກທີ 45 ຖະໜົນບ່າຈ້ຽວຮ່າໂນ້ຍຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.comທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ