ແນະ​ນຳ​ດົນ​ຕີ​ພະ​ລາດ​ຊະ​ວັງ​ເຫ້ວ

(VOVWORLD) -ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 216 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄ້ວນ.

ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 07 ສະບັບ. ເຖິງວ່າເຫດເຂື່ອນກັ້ນນ້ຳຢູ່ເຂື່ອນໄຟຟ້າ ເຊປຽນ ເຊນ້ຳນ້ອຍ, ຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື, ສປປ ລາວ ແຕກໄດ້ຜ່ານໄປເປັນເວລາກ່ວາ 2 ອາທິດແລ້ວ ແລະ ການດຳລົງຊີວິດຂອງປະຊາຊົນ ລາວ ຢູ່ເຂດທີ່ຖືກຜົນສະທ້ອນພວມຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວກໍ່ຕາມ ແຕ່ຍັງມີຜູ້ຟັງ, ຜູ້ອ່ານ ຊາວ ຫວຽດນາມ ຫຼາຍຄົນສືບຕໍ່ສົ່ງຈົດໝາຍແບ່ງເບົາຄວາມເສຍຫາຍກັບປະຊາຊົນອັດຕະປື, ນອກຈາກນັ້ນ, ຍັງລະດົມກຳລັງໃຈພໍ່ແມ່ປະຊາຊົນ ລາວ ບັນດາເຜົ່າ ຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກ.  ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.  

ແນະ​ນຳ​ດົນ​ຕີ​ພະ​ລາດ​ຊະ​ວັງ​ເຫ້ວ - ảnh 1 ການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ

ໃນອາທິດ, ເພື່ອນ ຕະທູຮ່າ, ອະດີດນັກສຶກສາ ຫວຽດນາມ ຮ່ຳຮຽນຢູ່ລາວ ໄດ້ສົ່ງອີແມວເຖິງລາຍການໂດຍແບ່ງປັນວ່າ: “ຂ້າພະເຈົ້າໄດ້ຮ່ຳຮຽນ, ດຳລົງຊີວິດຢູ່ລາວເປັນເວລາ 6 ປີ, ດັ່ງນັ້ນ, ຂ້າພະເຈົ້າຖືປະເທດລາວ ຄືດັ່ງບ້ານເກີດເມືອງນອນແຫ່ງທີສອງຂອງຕົນ. ເມື່ອໄດ້ຮັບຟັງຂ່າວກ່ຽວກັບເຂື່ອນກັ້ນນ້ຳຢູ່ ແຂວງ ອັດຕະປືແຕກ, ຂ້າພະເຈົ້າຮູ້ສຶກເຈັບປວດ, ໂສກເສົ້າເສຍດາຍ, ສົງສານປະຊາຊົນຢູ່ທີ່ນີ້ທີ່ສຸດ ແລະ ຢາກເຮັດວຽກງານໃດໜຶ່ງເພື່ອປະກອບສ່ວນຊ່ວຍເຫຼືອເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກ. ຂ້າພະເຈົ້າເຄີຍເບິ່ງ, ອ່ານຂ່າວຄາວອັບເດດກ່ຽວກັບສະພາບການຂອງປະຊາຊົນອັດຕະປື. ເມື່ອປະຊາຊົນລາວ ປະສົບກັບໄພພິບັດ, ບັນດາປະເທດບ້ານໃກ້ເຮືອນຄຽງ ໃນນັ້ນ ມີ ຫວຽດນາມ ໄດ້ຊ່ວຍເຫຼືອຢ່າງສຸດຈິດສຸດໃຈທັງດ້ານວັດຖຸ ແລະ ຈິດໃຈ. ຂ້າພະເຈົ້າມີຄວາມຮູ້ສຶກອຸ່ນອຽນໃຈເມື່ອໄດ້ຮັບຂ່າວວ່າ ບັນດາກະຊວງ, ຄະນະ, ຂະແໜງການຂອງ ຫວຽດນາມ ນອກຈາກບໍລິຈາກເງິນ, ຊັບສິນ, ຫັກງົບປະມານແລ້ວ, ຍັງໄດ້ສົ່ງຄະນະປະຕິບັດງານໄປຊ່ວຍເຫຼືອປະຊາຊົນລາວອີກດ້ວຍ. ຂ້າພະເຈົ້າ ແລະ ບັນດາໝູ່ເພື່ອນຮຽນລຸ້ນດຽວກໍ່ໄດ້ຈັດຕັ້ງການບໍລິຈາກເພື່ອສົ່ງຂອງຂວັນລະດົມກຳລັງໃຈໃຫ້ປະຊາຊົນເມືອງສະໜາມໄຊ, ບ່ອນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ຜ່ານຄື້ນຂອງວິທະຍຸກະຈາຍສຽງ ຫວຽດນາມ, ຂ້າພະເຈົ້າຂໍຝາກນ້ຳໃຈຮັກແພງ, ການແບ່ງເບົາຢ່າງເລິກເຊິ່ງເຖິງປະຊາຊົນລາວ ເວົ້າລວມ ແລະ ປະຊາຊົນແຂວງ ອັດຕະປື ເວົ້າສະເພາະ. ຫວັງວ່າ ທຸກຄົນມີຄວາມເຊື່ອໝັ້ນເພື່ອຜ່ານຜ່າໄລຍະຫຍຸ້ງຍາກນີ້.”

ສ່ວນໃນອີແມວ ຝາກເຖິງລາຍການ, ເພື່ອນ ເຈີ່ນງອັກລອງ, ແຂວງ ຮ່າຕິ້ງ ຂຽນວ່າ: “ຂ້າພະເຈົ້າມີເພື່ອນຄົນລາວ ຫຼາຍຄົນ, ໃນນັ້ນມີ 2 ຄົນຢູ່ແຂວງ ອັດຕະປື. ເວລາຜ່ານມາ, ເມື່ອໄດ້ຍິນຂ່າວວ່າເຂື່ອນກັ້ນນ້ຳ ເຊປຽນ ເຊນ້ຳນ້ອຍແຕກນັ້ນ ຂ້າພະເຈົ້າມີຄວາມເປັນຫ່ວງ ແລະ ພະຍາຍາມຕິດຕໍ່ກັບເຂົາເຈົ້າ. ໂຊກດີຫຼາຍເພື່ອໄດ້ຮູ້ວ່າພວກເພື່ອນພ້ອມກັບຄອບຄົວມີຄວາມປອດໄພຍ້ອນເຮືອນບໍ່ຢູ່ໃນເຂດທີ່ຖືກຜົນສະທ້ອນ. ຜ່ານຂ່າວຄາວຈາກພາກພາສາລາວ, ຂ້າພະເຈົ້າກໍ່ໃຫ້ຮູ້ສະພາບການຂອງປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ. ຂ້າພະເຈົ້າຫວັງວ່າ ພໍ່ແມ່ປະຊາຊົນ ລາວ ຈະຜ່ານຜ່າຄວາມຫຍຸ້ງຍາກ ແລະ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ. ຂ້າພະເຈົ້າກໍ່ເຄີຍອ່ານຂ່າວຂອງລາຍການພາສາລາວ ກ່ຽວກັບວຽກງານຊ່ວຍເຫຼືອຂອງບັນດາອົງການ, ໝູ່ຄະນະ, ຂະແໜງການຕ່າງໆຂອງ ຫວຽດນາມ ກໍ່ຄືຂອງປະເທດຕ່າງໆທີ່ໄດ້ຊ່ວຍເຫຼືອປະຊາຊົນອັດຕະປື. ຂໍຂອບໃຈພວກເພື່ອນໄດ້ໃຫ້ຂ່າວທັນການກ່ຽວກັບເຫດການດັ່ງກ່າວ ແລະ ວຽກງານກູ້ໄພກູ້ຊີບປະຊາຊົນທີ່ຖືກປະສົບເຄາະຮ້າຍ.”

ແນະ​ນຳ​ດົນ​ຕີ​ພະ​ລາດ​ຊະ​ວັງ​ເຫ້ວ - ảnh 2 ການສະແດງດົນຕີພະລາດຊະວັງ

ໃນອາທິດ, ເພື່ອນ ເພັດສະຫວັນ, ຢູ່ແຂວງບໍ່ແກ້ວ ໄດ້ສົ່ງອີແມວ ເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າໄດ້ອ່ານ, ຟັງຂ່າວກ່ຽວກັບ ເທື່ອທຽນເຫ້ວ, ກ່ຽວກັບປະຊາຊົນ, ທິວທັດທຳມະຊາດສວຍງາມຢູ່ທີ່ນີ້. ຂ້າພະເຈົ້າສົນໃຈທີ່ສຸດນັ້ນແມ່ນດົນຕີໃນພະລາດຊະວັງ, ເຊິ່ງເປັນປະເພດສິລະປະທີ່ໄດ້ຮັບການຮັບຮອງເອົາຈາກ UNESCO. ຫວັງວ່າ ບັນນາທິການຂອງລາຍການຈະສະຫງວນເວລາໃດໜຶ່ງເພື່ອແນະນຳກ່ຽວກັບປະເພດສິລະປະນີ້. ຂໍຂອບໃຈ.”

ເພື່ອນ ເພັດສະຫວັນ ທີ່ຮັກແພງ, ດົນຕີໃນພະລາດຊະວັງເຫ້ວ ແມ່ນປະເພດດົນຕີຂອງພະລາດຊະວັງແຕ່ສະໄໝດຶກດຳບັນ, ໄດ້ຮັບການສະແດງໃນງານບຸນຕ່າງໆ (ເຈົ້າຊີວິດຂຶ້ນຄອງລາດ, ສະຫວັນນະຄົດ, ບັນດາງານບຸນທີ່ສັກກະລະບູຊາອື່ນໆອີກ) ໃນປີຂອງສະໄໝລາດຊະວົງ ຫງວຽນ ຂອງ ຫວຽດນາມ. ດົນຕີໃນພະລາດຊະວັງ ເຫ້ວ ໂດຍ UNESCO ໄດ້ຮັບຮອງເປັນມໍລະດົກສືບທອດແບບປາກຕໍ່ປາກ ແລະ ບໍ່ເປັນວັດຖຸຂອງມວນມະນຸດ ໃນປີ 2003. ຕາມ ການຕີລາຄາຈາກ UNESCO ແລ້ວ, “ໃນບັນດາປະເພດດົນຕີພື້ນເມືອງ ຫວຽດນາມ ນັ້ນ, ດົນຕີພະລາດຊະວັງບັນລຸລະດັບຊາດ”. ດົນຕີພື້ນເມືອງພະລາດຊະວັງໄດ້ຮັບການພັດທະນາໃນສະຕະວັດທີ 13 ຢູ່ ຫວຽດນາມ ພາຍໃຕ້ສະໄໝລາດຊະວົງ ຫງວຽນ ສະນັ້ນ ດົນຕີພະລາດຊະວັງຈຶ່ງພັດທະນາດີທີ່ສຸດ. ດັ່ງທີ່ ກ່າວມາຂ້າງເທິງແມ່ນບັນດາເນື້ອໃນຕົ້ນຕໍຂອງດົນຕີພະລາດຊະວັງເຫ້ວ, ຫວັງວ່າໃນໄລຍະຈະມາເຖິງ, ເພື່ອນຈະມີໂອກາດໄປຢ້ຽມຢາມເຫ້ວ ແລະ ໄດ້ຮັບຊົມປະເພດສິລະປະພິເສດນີ້ໂດຍປະຊາຊົນ ເຫ້ວ ສະແດງເອງ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ