ແນະນຳບັນດາເຍື່ອງອາຫານຂອງຕ້ອນ, ຂອງຝາກທີ່ເປັນເອກະລັກສະເພາະຢູ່ແຂວງ ກາວບັ່ງ

(VOVWORLD) -

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 390 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ.

ໃນອາທິດ, ຜູ້ຟັງ ວິໄລຄອນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ໂທລະສັບມາຫາລາຍການດ້ວຍເນື້ອໃນວ່າ: ສະບາຍດີບັນດາອ້າຍເອື້ອຍນ້ອງບັນນາທິການພາກພາສາລາວ, ໃນໄລຍະຜ່ານມາ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດພິທີສະຫລຸບ ແລະ ມອບລາງວັນໃຫ້ນັກປະພັນທີ່ຍາດໄດ້ລາງວັນໃນການປະກວດບັນດາຜົນງານວັນນະຄະດີ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022. ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ສອງລາງວັນ, ລາງວັນທີ 2 ສີ່ລາງວັນ, ລາງວັນທີ 3 ແລະ ລາງວັນຊົມເຊີຍ ຫຼາຍລາງວັນ ໃຫ້ແກ່ບັນດານັກປະພັນທີ່ເຂົ້າຮ່ວມການປະກວດຄັ້ງນີ້.  ຫວັງວ່າ, ໄລຍະຈະມາເຖິງ, ບັນດາຜົນງານວັນນະຄະດີນີ້ຈະໄດ້ຮັບການເຜີຍແຜ່ໂຄສະນາໃຫ້ມະຫາຊົນ ເພື່ອໃຫ້ລຸ້ນໜຸ່ມເວົ້າສະເພາະ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ເວົ້າລວມມີຄວາມເຂົ້າໃຈ, ເຊື່ອມຊຶມກ່ຽວກັບການພົວພັນທີ່ຫາຍາກລະຫວ່າງສອງປະເທດພວກເຮົາຫຼາຍກ່ວາເກົ່າ.

ຂໍຂອບໃຈຕໍ່ບັນດາຂໍ້ມູນທີ່ເປັນປະໂຫຍດຈາກຜູ້ຟັງ ວິໄລຄອນ, ພວກຂ້າພະເຈົ້າກໍ່ພວມຊອກຮູ້ກ່ຽວກັບບັນດາຜົນງານວັນນະຄະດີທີ່ຍາດໄດ້ລາງວັນດັ່ງກ່າວ ຢູ່ ແລະ ຈະອອກອາກາດໃນລາຍການທີ່ເໝາະສົມ.

ແນະນຳບັນດາເຍື່ອງອາຫານຂອງຕ້ອນ, ຂອງຝາກທີ່ເປັນເອກະລັກສະເພາະຢູ່ແຂວງ ກາວບັ່ງ - ảnh 1ພາບປະກອບ

ຜູ້ຟັງ ຈິດດາວັນ, ຢູ່ແຂວງ ຄຳມ່ວນ ໄດ້ສົ່ງຂໍ້ຄວາມຫາລາຍການຜ່ານທາງ facebook ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າຮູ້ວ່າ, ວັນທີ 20 ຕຸລາ ແມ່ນວັນແມ່ຍິງ ຫວຽດນາມ ແຕ່ ບໍ່ທັນຮູ້ວ່າວັນນີ້ມີປະຫວັດຄວາມເປັນມາ ແລະ ຄວາມໝາຍຄືແນວໃດສຳລັບແມ່ຍິງ ຫວຽດນາມ? ຫວັງວ່າ, ບັນນາທິການພາກພາສາລາວຊ່ວຍໃຫ້ຂ້າພະເຈົ້າຮູ້ແຈ້ງວັນບຸນນີ້ ຂໍຂອບໃຈ?

ເພື່ອນ ຈິດດາວັນ ທີ່ຮັກແພງ, ນັບແຕ່ປີ 1927 ເປັນຕົ້ນມາມີຫຼາຍອົງການຈັດຕັ້ງມະຫາຊົນເພດຍິງຂອງ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ດຶງດູດການເຂົ້າຮ່ວມຂອງເອື້ອຍນ້ອງແມ່ຍິງເປັນຈຳນວນຫຼວງຫຼາຍ. ບັນດາເອື້ອຍນ້ອງແມ່ຍິງຄ່ອຍໆ ຢັ້ງຢືນຖານະບົດບາດທີ່ຕັ້ງຂອງຕົນໃນສັງຄົມ, ຈາກ: ບັນດາກຸ່ມໂຄສະນາເຜີຍແຜ່, ບັນດາໜ່ວຍຮຽນວິຊາຊີບ, ການຕໍ່ສູ້ຄັ້ງຕ່າງໆດ້ວຍການເຂົ້າຮ່ວມຂອງເອື້ອຍນ້ອງແມ່ຍິງນັບພັນຄົນ. ບົດບາດສຳຄັນຂອງເອື້ອຍນ້ອງແມ່ຍິງໄດ້ຮັບການຢັ້ງຢືນໃນໂຄງການການເມືອງທຳອິດຂອງພັກ “ຍິງ - ຊາຍ ມີຄວາມສະເໝີພາບ” ໃນວັນທີ 3 ກຸມພາ 1930. ຍ້ອນເວລານັ້ນ, ພັກໄດ້ຮັບຮູ້ຢ່າງວ່ອງໄວ ແລະ ຈະແຈ້ງວ່າ, ແມ່ຍິງແມ່ນກຳລັງສຳຄັນຂອງການປະຕິວັດ ແລະ ວາງໜ້າທີ່: ພັກຕ້ອງປົດປ່ອຍແມ່ຍິງ, ຕິດພັນກັບການປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ. ໃນວັນທີ 20 ຕຸລາ 1930, ສະຫະພັນຄັດຄ້ານຈັກກະພັດ ຫວຽດນາມ (ປະຈຸບັນແມ່ນສະຫະພັນແມ່ຍິງ ຫວຽດນາມ) ແລະ ພັກກອມມູນິດ ຫວຽດນາມ ໄດ້ຕັດສິນໃຈເລືອກເອົາວັນທີ 20 ຕຸລາ ປະຈຳປີເປັນວັນມູນເຊື້ອຂອງອົງການຈັດຕັ້ງນີ້, ພ້ອມທັງຖືເອົາວັນນີ້ເປັນວັນສະເຫຼີມສະຫຼອງ ແລະ ເຊີດຊູແມ່ຍິງ ຫວຽດນາມ, ໂດຍໃສ່ຊື່ວ່າ “ວັນແມ່ຍິງ ຫວຽດນາມ”.

ຄວາມໝາຍຂອງວັນແມ່ຍິງ ຫວຽດນາມ: ວັນທີ 20 ຕຸລາ ແມ່ນວັນປະຫວັດສາດສຳຄັນ, ເປັນຂີດໝາຍຂອງອົງການຈັດຕັ້ງມະຫາຊົນຂອງແມ່ຍິງໄດ້ເຄື່ອນໄຫວຢ່າງຖືກຕ້ອງຕາມກົດໝາຍ ແລະ ເປິດເຜີຍ, ເພື່ອແນໃສ່ສ້າງຄວາມສາມັກຄີ, ລະດົມໃຈກຳລັງໃຫ້ແມ່ຍິງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການປະຕິວັດຂອງປະເທດຊາດ.

ແນະນຳບັນດາເຍື່ອງອາຫານຂອງຕ້ອນ, ຂອງຝາກທີ່ເປັນເອກະລັກສະເພາະຢູ່ແຂວງ ກາວບັ່ງ - ảnh 2ໝາກກໍ່ຂອງແຂວງ ກາວບັ່ງ

ຜູ້ຟັງ ໄຊສົມພອນ, ຢູ່ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ໝູ່ ຫວຽດນາມ ຄົນໜຶ່ງຂອງຂ້າພະເຈົ້າເອົາຂອງຕ້ອນມາຝາກນັ້ນແມ່ນໝາກກໍ່ ກາວບັ່ງ, ນີ້ແມ່ນຄັ້ງອິດທີ່ຂ້າພະເຈົ້າໄດ້ກິນໝາກກໍ່ຂອງແຂວງ ກາວບັ່ງ ແລະ ຈຶ່ງຮູ້ໄດ້ວ່າມັນມີລົດຊາດແຊບຫຼາຍ, ຫອມໆ, ມັນໆຫວານໆ. ຂ້າພະເຈົ້າຢາກຮູ້ແຈ້ງກ່ວາກ່ຽວກັບຂອງຕ້ອນຂອງຝາກທີ່ເປັນເອກະລັກສະເພາະຂອງແຂວງນີ້, ຖ້າມີໂອກາດຂ້າພະເຈົ້າຈະໄປທ່ຽວ ແລະ ຈະຊື້ມາເປັນຂອງຕ້ອນ ຂອງຝາກໃຫ້ຄອບຄົວ ແລະ ເພື່ອນມິດ?

ຜູ້ຟັງ ໄຊສົມພອນ ທີ່ຮັກແພງ, ກາວບັ່ງ ແມ່ນແຂວງໜຶ່ງຕັ້ງຢູ່ເຂດພູດອຍທາງພາກເໜືອ ຫວຽດນາມ, ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ໄປປະມານ 280 ກມ, ນີ້ແມ່ນແຂວງທີ່ມີເຍື່ອງອາຫານທີ່ເປັນເອກະລັກສະເພາະຫຼາຍຢ່າງຄື:

- ທຳອິດຕ້ອງເວົ້າເຖິງໝາກກໍ່ ຈຸ່ງແຄ໊ງ, ເຊິ່ງເປັນຂອງຕ້ອນຊຶ່ງເພື່ອນເຈົ້າໄດ້ເວົ້າເຖິງ. ນີ້ແມ່ນຂອງຕ້ອນທີ່ເປັນເອກະລັກສະເພາະຢູ່ແຂວງ ກາວບັ່ງ ດຶງດູດໃຈແຂກທ່ອງທ່ຽວເມື່ອມາຢ້ຽມຢາມສະຖານທີ່ແຫ່ງນີ້. ລະດູໝາກກໍ່ແມ່ນລະຫວ່າງເດືອນ 9 ຫາ ເດືອນ 10 ໄລ່ຕາມຈັນທະປະຕິທິນປະຈຳປິ. ລາຄາຂາຍປົກກະຕິແມ່ນປະມານ 50.000ດົ່ງ/ໂລ.

- ເສັ້ນລ້ອນກໍ່ແມ່ນຂອງຕ້ອນທີ່ເປັນເອກະລັກສະເພາະທີ່ມີຊື່ສຽງທີ່ສຸດຂອງແຂວງ ກາວບັ່ງ, ບັນດາທ່ານທີ່ມາຢ້ຽມຢາມກໍ່ສາມາດຊື້ເປັນຂອງຕ້ອນ, ຂອງຝາກໃຫ້ທຸກຄົນໄດ້. ເສັ້ນລ້ອນຢູ່ແຂວງ ກາວບັ່ງມີລົດຊາດຫວານ, ໜຽວນຸ້ມແບບທຳມະຊາດ, ມີທາດບຳລຸງສູງ. ລາຄາຂາຍແມ່ນແຕ່ 60.000 – 70.000 ດົ່ງ/ໂລ.

ແນະນຳບັນດາເຍື່ອງອາຫານຂອງຕ້ອນ, ຂອງຝາກທີ່ເປັນເອກະລັກສະເພາະຢູ່ແຂວງ ກາວບັ່ງ - ảnh 3ໄສ້ກອກ ກາວບັ່ງ

- ໄສ້ກອກ ກາວບັ່ງ ແມ່ນເຍື່ອງອາຫານແຫ້ງໂດຍປຸງແຕ່ງມາຈາກຊີ້ນໝູ. ເຂົາເຈົ້າຟັກຊີ້ນໃຫ້ແຫຼກແລ້ວໃສ່ເຄື່ອງປຸງ, ຫຼັງຈາກນັ້ນເອົາຍັດໃສ່ໄສ້ໝູ, ແລ້ວເອົາມາຕາກແດດປະມານ 3 ວັນ. ຫຼັງຈາກນັ້ນຈຶ່ງເອົາມາຢ້າງຂ່າຕື່ມອີກເພື່ອໃຫ້ໄສ້ກອກມີກິ່ນຫອມ ແລະ ມີລົດຊາດແຊບກ່ວາ. ຢູ່ປະເທດລາວ ກໍ່ມີໄສ້ກອກ ແມ່ນບໍ່? ແຕ່ຂ້າພະເຈົ້າເຊື່ອວ່າລົດຊາດຈະແຕກຕ່າງກັນ. ລາຄາຂາຍປົກກະຕິຂອງອາຫານເຍື່ອງນີ້ແມ່ນແຕ່ 200.000 – 600.000 ດົ່ງ/ໂລ.

ດັ່ງທີ່ກ່າວມາຂ້າງເທິງ ແມ່ນການແນະນຳກ່ຽວກັບເຍື່ອງອາຫານທີິ່ເປັນຂອງຕ້ອນ, ຂອງຝາກທີ່ເປັນເອກະລັກສະເພາະຂອງແຂວງ ກາວບັ່ງ, ຫວັງວ່າ, ບັນດາຂໍ້ມູນຂ່າວດັ່ງກ່າວຈະຊ່ວຍໃຫ້ເພື່ອນ ໄຊສົມພອນ ແລະ ທ່ານຜູ້ຟັງຄົນອື່ນໆມີຄວາມເຂົ້າໃຈແຈ້ງກ່ວາ. ຢ່າລືມສົ່ງຂໍ້ຄວາມ, ອີແມວ ມາຫາທາງລາຍການຂອງພວກເຮົາຕື່ມອີກແດ່ເດີ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ